ຫວຽດນາມ ເປັນເຈົ້າການສ້າງແຜນການດຳເນີນງານສົ່ງເສີມການຄ້າເຂດ 3 ຫຼ່ຽມພັດທະນາ CLV

00:54 | 15/05/2019

ຜັນຂະຫຍາຍສັນຍາກ່ຽວກັບການສົ່ງເສີມ ແລະ ສ້າງຄວາມສະດວກດ້ານການຄ້າໃຫ້ເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຢ່າງມີປະສິດທິຜົນ

ຫວຽດນາມ ເປັນເຈົ້າການສ້າງແຜນການດຳເນີນງານສົ່ງເສີມການຄ້າເຂດ 3 ຫຼ່ຽມພັດທະນາ CLV

ລັດຖະມົນຕີ 3 ປະເທດໄດ້ລົງນາມໃນເອກະສານກອງປະຊຸມ. (ພາບ: vovworld.vn)

ວັນທີ 10 ມີນາ, ທ່ານລັດຖະມົນຕີກະຊວງການຄ້າ ລາຊະອານາຈັກ ກຳປູເຈຍ Pan Sorasak, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາວ ສຸພັນ ແກ້ວມີໄຊ ແລະ ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີ໋ຢຸງ ໄດ້ລົງນາມໃນເອກະສານກອງປະຊຸມຄະນະກຳມະການປະສານງານຮ່ວມຄັ້ງທີ 12 ເຂດ 3 ຫຼ່ຽມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ (JCC CLV DTA 12) ຢ່າງເປັນທາງການ.

ພາຍຫລັງບັນດາອະນຸກຳມະການ ແລະ ຂັ້ນນັກວິຊາການດຳເນີນກອງປະຊຸມມາເປັນເວລາ 2 ວັນ, ລັດຖະມົນຕີ 3 ປະເທດໄດ້ເຫັນດີເປັນເອກະພາບມອບໃຫ້ຝ່າຍ ຫວຽດນາມ ເປັນເຈົ້າການສ້າງແຜນການດຳເນີນງານ ເພື່ອຜັນຂະຫຍາຍສັນຍາກ່ຽວກັບການສົ່ງເສີມ ແລະ ສ້າງຄວາມສະດວກດ້ານການຄ້າໃຫ້ເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຢ່າງມີປະສິດທິຜົນ ແລະ ສ້າງບັນດາແຜນການ, ໂຄງການລະອຽດ ແນໃສ່ປະຕິບັດແຜນການດຳເນີນງານເຊື່ອມຕໍ່ 3 ພື້ນຖານເສດຖະກິດ ກຳປູເຈຍ - ລາວ - ຫວຽດນາມ ຮອດປີ 2030.

(ແຫຼ່ງ​ຂໍ້​ມູນ​: VOVWORLD)

ເຫດການ
302 Found

Found

The document has moved here.