ສື່ມວນຊົນສາກົນສືບຕໍ່ຕີລາຄາສູງກ່ຽວກັບການຕໍ່ສູ້ຕ້ານເຊື້ອພະຍາດ Covid-19 ຂອງຫວຽດນາມ

13:02 | 04/04/2020

ຍສໝ - “ຫວຽດນາມ ແມ່ນແບບຢ່າງທີ່ສະແດງໃຫ້ເຫັນວ່າສາມາດຄວບຄຸມ Covid-19 ໄດ້ດ້ວຍແຫຼ່ງກຳລັງທີ່ມີຄວາມຈຳກັດຢູ່” ນັ້ນແມ່ນຫົວບົດຂອງບົດຂຽນຢູ່ໃນໜ້າເວັບໄຊຂອງເວທີປາໄສເສດຖະກິດໂລກມື້ນີ້ ທີ່ເວົ້າເຖິງການຕໍ່ສູ້ຕ້ານໂລກລະບາດຂອງຫວຽດນາມ.  

ສ ມວນຊ ນສາກ ນສ ບຕ ຕ ລາຄາສ ງກ ຽວກ ບການຕ ສ ຕ ານເຊ ອພະຍາດ covid 19 ຂອງຫວຽດນາມ ສປຊ ໄດ້ຮັບຮອງເອົາມະຕິຮຽກຮ້ອງໃຫ້ມີການຮ່ວມມືສາກົນ ແລະ ລັດທິຫຼາຍຝ່າຍໃນບັ້ນຕໍ່ສູ້ກັບໂລກລະບາດ Covid – 19
ສ ມວນຊ ນສາກ ນສ ບຕ ຕ ລາຄາສ ງກ ຽວກ ບການຕ ສ ຕ ານເຊ ອພະຍາດ covid 19 ຂອງຫວຽດນາມ

ໜັງສືພິມຂອງເຢຍລະມັນ ​ຍ້ອງ​ຍໍ​ຊ​ົມ​ເຊີຍ​ຍຸດ​ທະ​ສາດ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດCovid– 19 ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຂອງຫວຽດນາມ

ສ ມວນຊ ນສາກ ນສ ບຕ ຕ ລາຄາສ ງກ ຽວກ ບການຕ ສ ຕ ານເຊ ອພະຍາດ covid 19 ຂອງຫວຽດນາມ
ພາບປະກອບ

ບົດຂຽນໄດ້ເນັ້ນໜັກວ່າ, ເຊື້ອພະຍາດ Covid-19 ແຜ່ລະບາດແມ່ນສິ່ງທ້າທາຍຕໍ່ກັບຫຼາຍປະເທດໃນໂລກ, ພິເສດແມ່ນບັນດາປະເທດພວມພັດທະນາ, ໃນນັ້ນມີຫວຽດນາມ. ເຖິງວ່າບໍ່ຄືການຄາດຄະເນໄວ້ກໍ່ຕາມແຕ່ໂລກພະຍາດອັນຕະລາຍນີ້ອາດສາມາດທຳລາຍປະເທດໜຶ່ງໄດ້, “ຫວຽດນາມ ໄດ້ກາຍເປັນປາພະຄານກ່ຽວກັບວິທີເຮັດໄດ້ຫຼາຍກວ່າ, ເຖິງວ່າແຫຼ່ງກຳລັງມີໜ້ອຍກວ່າ”.

ສຳນັກຂ່າວສານ Reuters (ອັງກິດ), ໜັງສືພິມ National Post (ການາດາ) ກໍ່ເຕື້ອງເຖິງບັນດາມາດຕະການ ເຊິ່ງລັດຖະບານຫວຽດນາມ ຍົກອອກເພື່ອແນໃສ່ໜູນຊ່ວຍຜູ້ຖືກຜົນສະທ້ອນຍ້ອນເຊື້ອພະຍາດ Covid-19 ຄືຮັບປະກັນການສະໜອງສະບຽງອາຫານຢ່າງພຽງພໍ, ສະໜອງບັນດາບ້ວງເງິນໜູນຊ່ວຍວິສາຫະກິດຍ້ອນຜົນສະທ້ອນຢ່າງໜັກໜ່ວງຈາກເຊື້ອພະຍາດ Covid-19.

ຫວຽດນາມ - “ແບບຢ່າງ” ກ່ຽວກັບວິທີການຄວບຄຸມໂລກລະບາດ Covid -19 ໃນເງື່ອນໄຂຈຳກັດ, ໃນຂະນະທີ່ມີປະຊາຊົນ 10.000 ຄົນຈຶ່ງມີທ່ານໝໍ 8 ຄົນ. ນີ້ແມ່ນເນື້ອໃນບົດຂຽນໄດ້ເອົາລົງໃນເວັບໄຊ zen.yandex.ru ຂອງລັດເຊຍ, ໃນນັ້ນໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມສະກັດກັ້ນໂລກລະບາດ Covid – 19 ຂອງຫວຽດນາມ.

ຕາມບົດຂຽນດັ່ງກ່າວ, ຫວຽດນາມໄດ້ຄວບຄຸມສະພາບການແຜ່ລາມຂອງໂລກລະບາດ Covid – 19 ໄດ້ເປັນຢ່າງດີນັບແຕ່ຊ່ວງເວລາທ້າຍເດືອນມີນາຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid - 19 ກ່ວາ 200 ຄົນແລະຍັງບໍ່ທັນມີຜູ້ເສຍຊີວິດ, ບົດຂຽນໄດ້ຊີ້ແຈ້ງເຖິງບັນດາມາດຕະການເຊິ່ງລັດຖະບານຫວຽດນາມປະຕິບັດຢ່າງວ່ອງໄວແລະຂ້ຽວຂາດລວມມີ: ປິດໂຮງຮຽນ, ຢຸດຕິຊົ່ວຄາວບັນດາຖ້ຽວບິນທັງໝົດ, ບັງຄັບຕ້ອງແຍກຕົວເປັນເວລາ 14 ວັນສຳລັບຜູ້ທີ່ກັບມາຈາກຕ່າງປະເທດ.

ສ ມວນຊ ນສາກ ນສ ບຕ ຕ ລາຄາສ ງກ ຽວກ ບການຕ ສ ຕ ານເຊ ອພະຍາດ covid 19 ຂອງຫວຽດນາມ ຮັບປະກັນຊີວິດສັງຄົມເພື່ອຮັບມືກັບບັນດາຜົນກະທົບຫຍໍ້ທໍ້ຂອງໂລກລະບາດ Covid – 19

ຍສໝ - 6 ເນື້ອໃນໜູນຊ່ວຍໂດຍກົງເປັນເງິນສົດ ຫຼື ຜ່ານທະນາຄານນະໂຍບາຍເພື່ອໃຫ້ວິສາຫະກິດກູ້ຢືມຈ່າຍເງິນເດືອນໃຫ້ແກ່ຜູ້ອອກແຮງງານ, 2 ນະໂຍບາຍໜູນຊ່ວຍພິເສດກ່ຽວຂ້ອງເຖິງການແກ່ຍາວເວລາຈ່າຍຄ່າປະກັນໄພສັງຄົມ, ການແກ່ຍາວເວລາ, ຍົກເວັ້ນການຈ່າຍປະກັນໄພວ່າງງານ.

ສ ມວນຊ ນສາກ ນສ ບຕ ຕ ລາຄາສ ງກ ຽວກ ບການຕ ສ ຕ ານເຊ ອພະຍາດ covid 19 ຂອງຫວຽດນາມ ຄວາມງຽບສະຫງົບຢູ່ບັນດາປະເທດຕ່າງໆໃນໂລກໃນຊ່ວງເກີດໂລກລະບາດ COVID - 19

ຍສໝ - ພາຍຫຼັງທີ່ຄຳສັ່ງປິດລ້ອມຢູ່ບັນດາເມືອງໃຫຍ່ໃນທົ່ວໂລກໄດ້ຈັດຕັ້ງປະຕິບັດ ກະເລີຍບໍ່ໄດ້ເຫັນຮູບພາບຂອງຄວາມຟ້າວຟັ່ງ ແລະ ຄວາມອິດເມື່ອຍຂອງຜູ້ຄົນ, ແທນທີ່ຈະເປັນຊ່ວງເວລາທີ່ສະຫງົບສຸກທີ່ຫາຍາກເທົ່ານັ້ນ.

ສ ມວນຊ ນສາກ ນສ ບຕ ຕ ລາຄາສ ງກ ຽວກ ບການຕ ສ ຕ ານເຊ ອພະຍາດ covid 19 ຂອງຫວຽດນາມ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ປະຊາຊົນທັງໝົດ ຈົ່ງມີຄວາມປະສານສົມທົບປະຕິບັດຢ່າງເຂັ້ມແຂງໃນການຕ້ານການລະບາດ Covid – 19

ຍສໝ - ໃນກອງປະຊຸມປະຈຳກ່ຽວກັບສະພາບການລະບາດຂອງ Covid-19 ວັນທີ 23 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮຽກຮ້ອງປະຊາຊົນທັງໝົດ ຈົ່ງມີຄວາມປະສານສົມທົບໃນການຕ້ານການລະບາດ Covid – 19.

ໄຊພອນ

ເຫດການ
302 Found

Found

The document has moved here.