ພື້ນຖານເສດຖະກິດຫວຽດນາມຍັງມີຄວາມໝັ້ນຄົງໃນສະໄໝເກີດເຊື້ອພະຍາດໂຄວິດ -19

11:30 | 02/04/2020

ຍສໝ - ເຖິງວ່າຖືກຜົນສະທ້ອນຍ້ອນເຊື້ອພະຍາດໂຄວິດ - 19 ໃນຕະຫຼາດການເງິນທົ່ວໂລກກໍ່ຕາມ, ແຕ່ພື້ນຖານເສດຖະກິດຫວຽດນາມຍັງມີຄວາມໝັ້ນຄົງເປັນການຊົ່ວຄາວຕໍ່ຜົນສະທ້ອນຈາກພາຍນອກໃນຊຸມເດືອນຕົ້ນ ປີ 2020.

ພ ນຖານເສດຖະກ ດຫວຽດນາມຍ ງມ ຄວາມໝ ນຄ ງໃນສະໄໝເກ ດເຊ ອພະຍາດໂຄວ ດ 19 ຫວຽດນາມ ບັນລຸວົງເງິນການນຳເຂົ້າ ສິນຄ້າລື່ນກາຍ 500 ຕື້ໂດລາ
ພ ນຖານເສດຖະກ ດຫວຽດນາມຍ ງມ ຄວາມໝ ນຄ ງໃນສະໄໝເກ ດເຊ ອພະຍາດໂຄວ ດ 19 ເສດຖະກິດຫວຽດນາມໄລຍະ 2021 – 2025: ກາລະໂອກາດ ແລະ ສິ່ງທ້າທາຍຈາກບັນດາສັນຍາການຄ້າເສລີລຸ້ນໃໝ່
ພ ນຖານເສດຖະກ ດຫວຽດນາມຍ ງມ ຄວາມໝ ນຄ ງໃນສະໄໝເກ ດເຊ ອພະຍາດໂຄວ ດ 19
ກະແສເງິນທຶນລົງທຶນຕ່າງປະເທດ (FDI) ເຂົ້າຫວຽດນາມ ຂຶ້ນເຖິງ 2,5 ຕື້ໂດລາສະຫະລັດ.(ພາບປະກອບ)

ໃນສອງເດືອນຕົ້ນປີ 2020, ການສົ່ງອອກເຕີບໂຕ 8%, ກະແສເງິນທຶນລົງທຶນຕ່າງປະເທດ (FDI) ເຂົ້າຫວຽດນາມ ຂຶ້ນເຖິງ 2,5 ຕື້ໂດລາສະຫະລັດ, ຂະແໜງການຂາຍຍ່ອຍເຕີບໂຕ 5,4%. ແງ່ຫວັງໄລຍະກາງເມື່ອເບິ່ງລວມແລ້ວແມ່ນມີຄວາມສະດວກແຕ່ການເຕີບໂຕ GDP ຈະຖືກຜົນສະທ້ອນຫຍໍ້ທໍ້ຍ້ອນເຊື້ອພະຍາດໂຄວິດ-19. ຄາດຄະເນເບື້ອງຕົ້ນໄດ້ສະແດງໃຫ້ເຫັນວ່າ, ລະດັບການເຕີບໂຕຂອງພື້ນຖານເສດຖະກິດອາດຈະຫຼຸດລົງ 4,9% ໃນປີ 2020.

ກອງປະຊຸມ ອອນລາຍ ຊຸກຍູ້ການຜະລິດກະສິກຳໃນສະພາບເກີດໂລກລະບາດ COVID-19 ເຊິ່ງຈັດຂຶ້ນຫວ່າງແລ້ວນີ້ ຢູ່ ຮ່າໂນ້ຍ, ບັນດາຜູ້ແທນຖືວ່າ: ເພື່ອຫລຸດຜ່ອນຜົນກະທົບຈາກ ໂລກລະບາດ COVID-19 ພວກເຮົາຕ້ອງສ້າງໂຄງປະກອບການຜະລິດກະສິກຳຄືນໃຫມ່ ຕາມທິດປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ, ເສີມຂະຫຍາຍທ່າໄດ້ປຽບຂອງເຂດ, ບົນພື້ນຖານ ເພີ່ມອັດຕາສ່ວນການລ້ຽງປູກສິນໃນນ້ຳ ແລະ ຕົ້ນໄມ້ກິນໝາກ.

ກ່ຽວກັບການປູກຝັງ ຄວນນຳໃຊ້ເນື້ອທີ່ປູກເຂົ້າໃຫ້ມີຄວາມໄຫວພິບ ເພື່ອທັງຄ້ຳປະກັນດ້ານສະບຽງອາຫານ ທັງຍົກສູງປະສິດທິຜົນການນຳໃຊ້ທີ່ດິນ, ເພີ່ມລາຍຮັບໃຫ້ແກ່ຊາວກະສິກອນ. ສຳຫລວດກວດຄືນ ການກໍ່ສ້າງ, ພັດທະນາບັນດາເຂດຜະລິດສຳລັບຜະລິດຕະພັນສົ່ງອອກທີ່ເປັນຫລັກແຫລ່ງ, ມີສັນຍານດີໃນຕະຫລາດ, ສົ່ງເສີມວິສາຫະກິດລົງທຶນການຮ່ວມສຳພັນກັບຊາວກະສິກອນ. ໃນຂົງເຂດລ້ຽງສັດ, ຂະແຫນງກະສິກຳ ສືບຕໍ່ເພີ່ມທະວີບັນດາມາດຕະການຄວບຄຸມໂລກລະບາດ, ພິເສດ ແມ່ນໂລກພະຍາດອະຫິວາໝູ ອາຟິິຼິກາ; ສົມທົບກັບກະຊວງອຸດສາຫະກຳ - ການຄ້າ, ກະຊວງການເງິນ ຄວບຄຸມລາຄາຜະລິດຕະພັນ ແລະ ລາຄາຂາຍຜະລິດຕະພັນ, ຈຳກັດຢ່າງສຸດຂີດການກັກຕຸນເພີ່ມລາຄາຊີ້ນໝູ, ພັນໝູປະຈຸບັນຢູ່ຕະຫລາດ ພ້ອມທັງຍູ້ໄວຄວາມຄືບຫນ້າ ແລະ ຂອບຂະຫນາດການລ້ຽງໝູຄືນໃຫມ່ ເພື່ອແນໃສ່ຮັບປະກັນຄວາມຕ້ອງການຂອງຕະຫລາດ ແລະ ລາຄາຊີ້ນໝູຢູ່ພາຍໃນປະເທດ.

ປີນີ້ ປະລິມານການຜະລິດເຂົ້າຄາດວ່າ ຈະບັນລຸປະມານ 28 ລ້ານໂຕນ, ຮັບປະກັນການອຸປະໂພກຢູ່ພາຍໃນປະເທດ ແລະ ການສົ່ງອອກປະມານ 6,5 – 7 ລ້ານໂຕນ. ຜັກທຸກປະເພດປູກໃນເນື້ອທີ່ເກືອບ 1 ລ້ານ ເຮັກຕາ ຈະນຳມາເຊິ່ງປະລິມານການຜະລິດປະມານ 18,2 ລ້ານໂຕນ, ເພີ່ມຂຶ້ນ 5% ເມື່ອທຽບໃສ່ປີ 2019; ຕົ້ນໄມ້ກິນໝາກປູກໃນເນື້ອທີ່ປະມານ 1,1 ລ້ານເຮັກຕາ ແລະ ຈະນຳມາເຊິ່ງປະລິມານການຜະລິດປະມານ 13,3 ລ້ານໂຕນ, ເພີ່ມຂຶ້ນກວ່າ 6%. ການລ້ຽງສັດ ຄາດວ່າ ຈະຄວບຄຸມໂລກພະຍາດໄດ້ ສະນັ້ນ ການລ້ຽງໝູ ອາດຈະເພີ່ມຂຶ້ນຢ່າງວ່ອງໄວ. ຍອດປະລິມານຊີ້ນໝູຈາກການລ້ຽງສັດ ຈະບັນລຸປະມານ 5,8 ລ້ານໂຕນ, ເພີ່ມຂຶ້ນ 16%. ດ້ວຍປະລິມານຈາກການຜະລິດ, ການລ້ຽງສັດນີ້, ຢູ່ ພາຍໃນປະເທດ ຈະບໍ່ຂາດແຄນສະບຽງອາຫານ. ປະລິມານສິນໃນນ້ຳບັນລຸ 8,5 ລ້ານໂຕນ, ເພີ່ມຂຶ້ນ 4,4% ເມື່ອທຽບໃສ່ປີ 2019.

ພາຍຫລັງໄດ້ຮັບການໃຫ້ສັດຕະຍາບັນຈາກສະພາແຫ່ງຊາດ ຫວຽດນາມ ແລະ ກ້າວເຂົ້າສູ່ການຜັນຂະຫຍາຍ, ຄາດວ່າ ຕົ້ນໄຕມາດທີ 3 ປີ 2020, EVFTA ຈະຊຸກຍູ້ການສົ່ງອອກຂອງ ຫວຽດນາມ ໄປຍັງຕະຫລາດ ອີຢູ, ປະກອບສ່ວນຫລຸດຜ່ອນຄວາມຫຍຸ້ງຍາກ ໃນຂະນະທີ່ພື້ນຖານເສດຖະກິດພວມຖືກຜົນກະທົບຢ່າງຮ້າຍແຮງຈາກໂລກລະບາດໂຄວິດ 19. ສະຫະພາບ ເອີຣົບ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າແຖວໜ້າຂອງ ຫວຽດນາມ ດ້ວຍວົງເງິນການຄ້າ 2 ສົ້ນປີ 2019 ບັນລຸກ່ວາ 56 ຕື້ USD.

ທະນາຄານໂລກ (WB) ໄດ້ປະກາດບົດລາຍງານອັບເດດສະພາບການເສດຖະກິດອາຊີຕາເວັນອອກ ແລະປາຊີຟິກ ເດືອນເມສາ 2020 ດ້ວຍຫົວຂໍ້: ອາຊີຕາເວັນອອກ ແລະປາຊີຟິກ ໃນສະໄໝເກີດເຊື້ອພະຍາດໂຄວິດ-19. WB ຖືວ່າ, ໃນໄລຍະຈະມາເຖິງ, ຫວຽດນາມ ສາມາດຄຸ້ມຄອງໄດ້ບັນດາຄວາມສ່ຽງພາຍນອກດ້ວຍວິທີຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ, ປັບປຸງກໍາລັງຄວາມສາມາດແກ່ງແຍ້ງ, ປະຕິບັດຕາມບັນດາສັນຍາການຄ້າໃໝ່...

ພ ນຖານເສດຖະກ ດຫວຽດນາມຍ ງມ ຄວາມໝ ນຄ ງໃນສະໄໝເກ ດເຊ ອພະຍາດໂຄວ ດ 19 ໃນໄຕມາດທີ 1 ປີ 2020, ຍອດວົງເງິນສົ່ງອອກ-ນຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳຂອງຫວຽດນາມ ຄາດວ່າບັນລຸລະດັບ 15,2 ຕື້ USD

ຍສໝ - ໃນໄຕມາດທີ 1 ປີ 2020, ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳຂອງຫວຽດນາມ ສົ່ງອອກເກີນດູນບັນລຸເກືອບ 2,9 ຕື້ USD, ເພີ່ມຂຶ້ນເກືອບ 49% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.

ພ ນຖານເສດຖະກ ດຫວຽດນາມຍ ງມ ຄວາມໝ ນຄ ງໃນສະໄໝເກ ດເຊ ອພະຍາດໂຄວ ດ 19 ປະຊາຊົນຫວຽດນາມເຫັນດີເຫັນພ້ອມ ສະໜັບສະໜູນຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ ຫວຽດນາມ

ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຫາກໍ່ປະກາດຄຳສັ່ງເລກທີ 16 ກ່ຽວກັບການປະຕິບັດບັນດາມາດຕະການຮີບດ່ວນໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.

ພ ນຖານເສດຖະກ ດຫວຽດນາມຍ ງມ ຄວາມໝ ນຄ ງໃນສະໄໝເກ ດເຊ ອພະຍາດໂຄວ ດ 19 ສູນກາງຄະນະຊາວໜຸ່ມ ຫວຽດນາມໄດ້ມອບສົ່ງອຸປະກອນປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ໃຫ້ແກ່ສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ

ຍສໝ - ໄດ້ຮັບການມອບສິດຈາກຄະນະເລຂາສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ມອບສົ່ງອຸປະກອນປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ໃຫ້ແກ່ສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ ທີ່ດ່ານຊາຍແດນສາກົນ ລາວບາວ (ແຂວງ ກວາງຈີ້) ສສ. ຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.