ບັນດາອົງການຈັດຕັ້ງສາກົນ UNDP, UNICEF, WHO ຕີລາຄາສູງຕໍ່ໝາກຜົນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ

17:04 | 07/02/2021

ຍສໝ - ມາຮອດປັດຈຸບັນ, ສະພາບພະຍາດໂຄວິດ-19 ຢູ່ນະຄອນຫຼວງຮ່າໂນ້ຍ, ບັນດາທ້ອງຖິ່ນໃກ້ຄຽງ ແລະໃນທົ່ວປະເທດ ສາມາດຄວບຄຸມໄດ້ເປັນຢ່າງດີ, ຮັບປະກັນໃຫ້ປະຊາຊົນຫວຽດນາມ ໄດ້ຕ້ອນຮັບປີໃໝ່ປະຈໍາຊາດທີ່ໃກ້ຈະມາເຖິງນີ້ຢ່າງປອດໄພ. 

ບ ນດາອ ງການຈ ດຕ ງສາກ ນ undp unicef who ຕ ລາຄາສ ງຕ ໝາກຜ ນປ ອງກ ນ ຕ ານພະຍາດໂຄວ ດ 19 ຂອງຫວຽດນາມ ຮອງນາຍົກລັດຖະມົນຕີສປປ.ລາວ ຕ້ອນຮັບຜູ້ຕາງຫນ້າ ອົງການ UNICEF ປະຈຳປະເທດລາວ
ບ ນດາອ ງການຈ ດຕ ງສາກ ນ undp unicef who ຕ ລາຄາສ ງຕ ໝາກຜ ນປ ອງກ ນ ຕ ານພະຍາດໂຄວ ດ 19 ຂອງຫວຽດນາມ UNICEF ໜູນຊ່ວຍໃຫ້ເດັກນ້ອຍພາກກາງ ຫວຽດນາມ
ບ ນດາອ ງການຈ ດຕ ງສາກ ນ undp unicef who ຕ ລາຄາສ ງຕ ໝາກຜ ນປ ອງກ ນ ຕ ານພະຍາດໂຄວ ດ 19 ຂອງຫວຽດນາມ
ພາບປະກອບ

ຫວ່າງແລ້ວນີ້, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຫົວໜ້າຜູ້ຕາງໜ້າຂອງບັນດາອົງການຈັດຕັ້ງສາກົນປະຈໍາຫວຽດນາມ ຄື: ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP), ອົງການຢູນີເຊັບ (UNICEF), ອົງການອະນາໄມໂລກ (WHO) .

ຫົວໜ້າຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ UNDP, UNICEF, WHO ຕີລາຄາສູງຕໍ່ໝາກຜົນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ ໃນກວ່າໜຶ່ງປີຜ່ານມາ, ພິເສດແມ່ນໃນການແຜ່ລະບາດຂອງພະຍາດໂຄວິດ-19 ຫວ່າງແລ້ວນີ້. ຕາມ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ແລ້ວ, ປັດຈຸບັນ, UNDP, UNICEF, WHO ກໍາລັງຕັ້ງໜ້າເຮັດວຽກກັບກະຊວງສາທາລະນະສຸກ, ຮີບຮ້ອນຂຶ້ນແຜນການສັກວັກຊິນຂອງຫວຽດນາມ ໃຫ້ຖືກຕ້ອງຕາມຄວາມຮຽກຮ້ອງຕ້ອງການຂອງ COVAX.

ປະຈຸບັນ ຫວຽດນາມ ພວມຜະລິດວັກຊິນກັນໂຄວິດ-19 ຢູ່ ຫວຽດນາມ ໂດຍຊາວ ຫວຽດນາມ ຄົ້ນຄວ້າ, ພັດທະນາ ແລະ ນຳໃຊ້ດ້ວຍຊາວ ຫວຽດນາມ ທົດລອງໃນເບື້ອງຕົ້ນ. ສິ່ງດັ່ງກ່າວຈະປະກອບສ່ວນບໍ່ໜ້ອຍເຂົ້າໃນການປ້ອງກັນ, ຕ້ານໂຄວິດ-19 ຢູ່ ຫວຽດນາມ.

ຕາມບັນດານັກຊ່ຽວຊານແລ້ວ, ແຕ່ລະຂັ້ນຕອນຄົ້ນຄວ້າ ແລະ ພັດທະນາວັກຊິນຕ້ອງເສຍເວລາປະມານແຕ່ 7 – 12 ປີ. ເຖິງຢ່າງໃດກໍ່ຕາມ ໃນກໍລະນີສຸກເສີນຄືໂລກລະບາດໂຄວິດ-19 ພວມແຜ່ລະບາດຢ່າງແຮງໃນທົ່ວໂລກນັ້ນ, ດ້ວຍການໃຫ້ຄຳປຶກສາຂອງອົງການ WHO, ບັນດານັກຊ່ຽວຊານຢູ່ພາຍໃນປະເທດ ແລະ ການຊີ້ນຳໂດຍກົງຈາກລັດຖະມົນຕີກະຊວງສາທາລະນະສຸກ, ຂັ້ນຕອນຄົ້ນຄວ້າວັກຊິນກັນໂຄວິດ-19 ຢູ່ ຫວຽດນາມ ໄດ້ຮັບການພິຈາລະນາຫຍໍ້ບາງຂັ້ນຕອນດ້ານບໍລິຫານລົງ; ແຕ່ບັນດາເນື້ອໃນກ່ຽວກັບດ້ານວິຊາສະເພາະ, ວິທະຍາສາດ, ເຕັກນິກຕ້ອງຮັບປະກັນຕາມການກຳນົດໄວ້.

ໃນຕອນເຊົ້າວັນທີ 30 ມັງກອນ 2021, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ສະພາປຶກສາອອກໃບຢັ້ງຢືນອະນຸຍາດໃຫ້ນຳໃຊ້ຢາ, ສັງກັດກະຊວງສາທາລະນະສຸກ ຫວຽດນາມ ໃຫ້ ອະນຸຍາດໃຫ້ວັກຊິນ ກັນໂຄວິດ-19 ຂອງ Astra Zeneca (ອັງກິດ) ໄດ້ຮັບການນຳໃຊ້ໃນກໍລະນີສຸກເສີນປ້ອງກັນ, ຕ້ານໂລກພະຍາດ. ນີ້ແມ່ນວັກຊິກກັນໂຄວິດ-19 ຊະນິດທຳອິດໄດ້ຮັບການອະນຸຍາດນຳໃຊ້ຢູ່ ຫວຽດນາມ. ຄາດວ່າ ໃນໄຕມາດ 1 , ປະຊາຊົນ ຫວຽດນາມ ຈະໄດ້ສັກວັກຊິນຂອງ Astra Zeneca.

ບ ນດາອ ງການຈ ດຕ ງສາກ ນ undp unicef who ຕ ລາຄາສ ງຕ ໝາກຜ ນປ ອງກ ນ ຕ ານພະຍາດໂຄວ ດ 19 ຂອງຫວຽດນາມ UNICEF ແລະ WHO ຮຽກຮ້ອງໃຫ້ມີການຮັບປະກັນການສັກຢາກັນພະຍາດທີ່ຈຳເປັນໃຫ້ແກ່ເດັກນ້ອຍ ໃນໄລຍະເກີດໂລກລະບາດ

ຍສໝ - ເນື່ອງໃນໂອກາດສັບປະດາສັກຢາກັນພະຍາດໂລກແຕ່ວັນທີ 24-30 ເມສາປີ 2020, ອົງການອະນາໄມໂລກ (WHO) ແລະ ກອງທຶນສປຊ ເພື່ອເດັກນ້ອຍ (UNICEF) ປະຈຳຫວຽດນາມ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການຮັບປະກັນການສັກຢາກັນພະຍາດໃຫ້ແກ່ເດັກນ້ອຍໃນຈຸດເວລາທີ່ເກີດໂລກລະບາດໂຄຕິດ-19.

ບ ນດາອ ງການຈ ດຕ ງສາກ ນ undp unicef who ຕ ລາຄາສ ງຕ ໝາກຜ ນປ ອງກ ນ ຕ ານພະຍາດໂຄວ ດ 19 ຂອງຫວຽດນາມ ແຂວງຮ່າຕີ້ງ ສສ.ຫວຽດນາມ ມອບອຸປະກອນການແພດ ໃຫ້ແກ່ແຂວງບໍລິຄໍາໄຊ ສປປ.ລາວ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ -19

ຍສໝ - ຫວ່າງແລ້ວນີ້, ແຂວງຮ່າຕີ໋ງ ໄດ້ມອບອຸປະກອນການແພດ ລວມຍອດມູນຄ່າ 1,5 ຕື້ດົ່ງໃຫ້ແຂວງບໍລິຄໍາໄຊ ແລະ ແຂວງຄໍາມ່ວນ (ລາວ) ແນໃສ່ຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.

ບ ນດາອ ງການຈ ດຕ ງສາກ ນ undp unicef who ຕ ລາຄາສ ງຕ ໝາກຜ ນປ ອງກ ນ ຕ ານພະຍາດໂຄວ ດ 19 ຂອງຫວຽດນາມ ບັນດາປະເທດ ອາຊຽນ ສະໜັບສະໜູນຂໍ້ລິເລີ່ມ ຂອງຫວຽດນາມ ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19

ຍສໝ - ການນໍາບັນດາປະເທດ ອາຊຽນ ໄດ້ຢັ້ງຢືນວ່າ ບຸລິມະສິດແຖວໜ້າຂອງ ອາຊຽນ ໃນປັດຈຸບັນ ແມ່ນຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງໂລກລະບາດ, ໂດຍສະເພາະແມ່ນການແຜ່ລະບາດຂ້າມຊາຍແດນ.

ໄຊພອນ

ເຫດການ
302 Found

Found

The document has moved here.