ການແກ້ໄຂບັນຫາຊາຍແດນ ລາວ-ກຳປູເຈຍ

16:45 | 16/03/2020

ໜັງສືພິມ ''Khmer time'' ໄດ້ອອກຂ່າວໃນວັນທີ 10 ກຸມພາ 2020 ທີ່ໄດ້ກ່າວອ້າງວ່າ “ ຊາຍແດນລາວ-ກຳປູເຈຍ ມີສະພາບເຄັ່ງຕຶງ ໃນໄລຍະ 2-3 ປີ ທີ່ຜ່ານມາ ເນື່ອງຈາກວ່າທະຫານລາວ ໄດ້ລ່ວງລ້ຳ ເຂົ້າໃນເມືອງແສບ, ແຂວງ ເພຣຍວິເຮຍ ໃນປີ 2019 ແລະ ເຂດພື້ນທີ່ມອມເບ, ແຂວງຊຽງແຕງ ໃນປີ 2017 ແລະ ກຳປູເຈຍ ກໍໄດ້ມີການຕອບໂຕ້ ໂດຍໄດ້ສົ່ງກອງທະຫານ ໄປບໍລິເວນດັ່ງກ່າວ”.

ການແກ້ໄຂບັນຫາຊາຍແດນ ລາວ-ກຳປູເຈຍ

ພາບປະກອບ

ຂ່າວດັ່ງກ່າວນີ້, ແມ່ນບໍ່ສອດຄ່ອງກັບ ຄວາມເປັນຈິງທີ່ເກີດຂຶ້ນແຕ່ຢ່າງໃດ, ເພາະຜ່ານມາ ສປປ ລາວ ໃຫ້ຄວາມເຄົາລົບ ຕໍ່ອຳນາດອະທິປະໄຕ ແລະ ຜືນແຜນດິນອັນຄົບຖ້ວນ ຂອງທຸກປະເທດ ທີ່ຢູ່ອ້ອມຂ້າງ ສປປ ລາວ ລວມທັງ ຣາຊະອານາຈັກກຳປູເຈຍ, ຊຶ່ງຜ່ານມາລາວໄດ້ໃຫ້ການເຄົາລົບ ແລະ ຈັດຕັ້ງປະຕິບັດຕາມຄຳຕົກລົງ ຂອງ ສອງຝ່າຍຢ່າງສະເໝີຕົ້ນສະເໝີປາຍ ແລະ ບໍ່ເຄີຍລ່ວງລ້ຳເຂົ້າໄປເມືອງ ແລະ ບໍລິເວນດັ່ງກ່າວ ທີ່ຝ່າຍກຳປູເຈຍ ໄດ້ກ່າວຫາ. ໃນຊຸມປີດັ່ງກ່າວ, ຝ່າຍລາວໄດ້ຮັບລາຍງານວ່າ ມີການດຳເນີນ ກິດຈະການບໍ່ຖືກຕ້ອງ ກໍຄື ການສ້າງ ເສັ້ນທາງເລິກເຂົ້າ ບໍລິເວນຄົງຄ້າງມິດຕະພາບ ແກ້ງຕໍມໍຄອຍ-ຫ້ວຍຕະເງົາ, ຊຶ່ງສອງຝ່າຍ ໄດ້ເຫັນດີໃຫ້ ຮັກສາສະຖານະເດີມ ໂດຍປາສະຈາກສິ່ງປຸກສ້າງຕ່າງໆ ເພື່ອບໍ່ໃຫ້ສະພາບແວດລ້ອມ ຢູ່ບໍລິເວນຊາຍແດນ ມີການປ່ຽນແປງ, ຝ່າຍລາວຈຶ່ງໄດ້ໄປລາດກວດກາ ການດຳເນີນກິດຈະການດັ່ງກ່າວ ໃນຂະນະທີ່ ຝ່າຍກຳປູເຈຍ ກໍໄດ້ສົ່ງກຳລັງ ທະຫານຂອງຕົນ ເຂົ້າໄປບໍລິເວນດັ່ງກ່າວ. ດັ່ງນັ້ນ, ຈຶ່ງເຮັດໃຫ້ສະພາບຊາຍແດນ ຂອງສອງປະເທດເກີດ ມີຄວາມ ເຄັ່ງຕຶງ.

ສປປ ລາວ ຍາມໃດກໍ່ຖືເອົາການແກ້ໄຂ ບັນຫາຊາຍແດນ ລະຫວ່າງ ສອງປະເທດ ຢູ່ບົນພື້ນຖານຄວາມ ສະເໝີພາບ, ຄວາມເປັນທຳ ແລະ ເປັນທີ່ຍອມຮັບກັນໄດ້ດ້ວຍ ຄວາມເພິ່ງພໍໃຈນຳກັນຂອງສອງຝ່າຍ, ຫລີກລ້ຽງ ການປະເຊີນໜ້າ ກັນທາງການທະຫານ ເຊິ່ງຈະນຳໄປສູ່ຄວາມເຄັ່ງຕຶງ ແລະ ກະທົບຕໍ່ສາຍພົວພັນມິດຕະພາບທີ່ດີ ລະຫວ່າງ ສອງປະເທດ ເຊິ່ງສະແດງອອກໃນຮູບແບບ ທີ່ທະຫານລາວ ແລະ ທະຫານກຳປູເຈຍ ທີ່ປະຈຳການ ຫລື ປະຕິບັດໜ້າທີ່ຢູ່ຊາຍແດນ ແມ່ນມີການພົວພັນກັນດີ ແລະ ມີການໄປມາຫາສູ່ກັນຢ່າງເປັນປົກກະຕິ.

ບົນພື້ນຖານຄວາມເຂົ້າອົກເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ແລະ ຄູ່ຮ່ວມມື ຍຸດທະສາດຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ, ທັງສອງປະເທດເຫັນດີ ມອບໃຫ້ ຄະນະກໍາມະການຊາຍແດນ ຮ່ວມຂອງສອງປະເທດ ຮ່າງສົນທິສັນຍາ ວ່າດ້ວຍການກຳນົດເສັ້ນຊາຍແດນ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບ ຣາຊະອານາຈັກ ກຳປູເຈຍ ໃນບໍລິເວນ ທີ່ທັງສອງຝ່າຍ ໄດ້ສຳຫລວດ ແລະ ໄດ້ຕົກລົງເປັນເອກະພາບກັນແລ້ວ ເຊິ່ງກວມເອົາ 86% ຂອງ ແລວເຂດຊາຍແດນ ລະຫວ່າງ ສອງປະເທດ ໃຫ້ສຳເລັດໂດຍໄວ. ສໍາລັບບໍລິເວນຊາຍແດນ ທີ່ຄົງຄ້າງ, ສອງຝ່າຍເຫັນດີຈະສືບຕໍ່ປຶກສາຫາລື ເພື່ອຊອກຊ່ອງທາງແກ້ໄຂບັນຫາ ຮ່ວມກັນແບບສັນຕິວິທີໄວເທົ່າທີ່ຈະໄວໄດ້. ພ້ອມນີ້, ສອງຝ່າຍຍັງເຫັນດີມອບໃຫ້ ຄະນະກຳມະການຊາຍແດນ ຮ່ວມຂອງສອງປະເທດ ປຶກສາຫາລື ກ່ຽວກັບການປັກຫລັກໝາຍຖີ່ ໃນເຂດທີ່ໄດ້ ສຳເລັດ ການປັກຫລັກໝາຍແລ້ວຄື 86% ດັ່ງທີ່ໄດ້ລະບຸໄວ້ຂ້າງເທິງ ແລະ ຮ່ວມກັນສ້າງແຜນທີ່ຊາຍແດນ ເຊິ່ງສະແດງເຖິງເສັ້ນຊາຍແດນ ທີ່ສອງຝ່າຍໄດ້ຮັບຮອງຮ່ວມກັນແລ້ວ ເພື່ອໃຊ້ເປັນເອກະສານຊ້ອນທ້າຍ ສົນທິ ສັນຍາຂ້າງເທິງ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.