ຍສໝ - ທ່ານປະທານໂຮ່ຈີມິນເຄີຍກ່າວວ່າ “ກຳລັງ, ຄວາມຍິ່ງ, ຄວາມອົດທົນຂອງປະຊາຊົນຫວຽດນາມ ແມ່ນພື້ນຖານໃນຄວາມສາມັກຄີຂອງປະຊາຊົນຫວຽດນາມ ແລະ ການສະໜັບສະໜູນຂອງປະຊາຊົນໃນໂລກ… ຄວາມສາມັກຄີສາກົນມີຄວາມໝາຍສຳຄັນທີ່ສຸດສຳລັບພວກເຮົາ”. ປະຫວັດແຫ່ງການຕໍ່ສູ້ເພື່ອເອກະລາດແຫ່ງຊາດ, ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດໄດ້ບັນທຶກການປະກອບສ່ວນອັນໃຫຍ່ຫຼວງຂອງການທູດປະຊາຊົນ. ສະພາບຕົວຈິງຂອງການເດີນທາງ 75 ປີແຫ່ງການສ້າງຕັ້ງ ແລະ ພັດທະນາສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ສະແດງໃຫ້ເຫັນບັນດາກຳລັງແຮງທີ່ເປັນເອກະລັກສະເພາະຂອງການທູດປະຊາຊົນຫວຽດນາມ.
ຍສໝ - ຫວຽດນາມ ພວມສົມທົບກັນຢ່າງຕັ້ງໜ້າກັບບັນດາອົງການ ແລະ ບັນດາປະເທດໃນທົ່ວໂລກ ເພື່ອຕ້ານການຫາປາທີ່ຜິດກົດໝາຍ, ບໍ່ມີການລາຍງານ, ບໍ່ມີລະບຽບ (IUU) ແລະ ພັດທະນາການປະມົງແບບຍືນຍົງ. ບັນດາຄວາມມານະພະຍາຍາມນີ້ບໍ່ພຽງແຕ່ປົກປັກຮັກສາຊັບພະຍາກອນສິນໃນນ້ຳເທົ່ານັ້ນ ຫາກຍັງຍົກສູງກຳລັງການຄຸ້ມຄອງ, ຄວາມໂປ່ງໃສຂອງຕ່ອງໂສ້ການສະໜອງ, ເພີ່ມທະວີການແຂ່ງຂັນສາກົນຂອງອຸດສາຫະກຳອາຫານທະເລຂອງຫວຽດນາມ.
ຍສໝ - ໃນຕອນເຊົ້າວັນທີ 5 ພະຈິກ, ທີ່ບ່ອນຈອດເຮືອປະມົງ ບ້ານຮາໄຕ, ຕາແສງນາມເກືອເຫວຽດ, ແຂວງກວາງຈິ້, ຫົວໜ່ວຍເຮືອ 202 (ຕຳຫຼວດທະເລ ເຂດ 2) ໄດ້ຮ່ວມມືກັບດ່ານຊາຍແດນທະເລ ຈຽວວັນ (ກອງທັບຊາຍແດນແຂວງກວາງຈິ້) ຈັດກິດຈະກຳປະຊາສຳພັນກົດໝາຍ ໃຫ້ແກ່ເຈົ້າຂອງເຮືອ, ເຮືອປະມົງ ແລະ ຊາວປະມົງ.
ຍສໝ - ດ້ວຍຊາຍຝັ່ງທະເລຍາວ 32 ກິໂລແມັດ ແລະ ກອງເຮືອຫາປາຫຼາຍກວ່າ 1.500 ລຳຢູ່ໃນທະເລ, ແຂວງດົ່ງທາບ ໄດ້ຈັດຕັ້ງປະຕິບັດຫຼາຍວິທີແກ້ໄຂຢ່າງເດັດດ່ຽວ ແລະ ຄົບຊຸດເພື່ອຕ້ານການຫາປາທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະ ບໍ່ໄດ້ຄວບຄຸມ (IUU), ບັນລຸໄດ້ໝາກຜົນທີ່ໜ້າພໍໃຈ.
ຍສໝ - ໃນຕອນເຊົ້າວັນທີ 6 ພະຈິກ, ຄະນະກວດກາຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ໂດຍທ່ານຮອງລັດຖະມົນຕີ ຟຸງດຶກຕຽນ ເປັນຫົວໜ້າຄະນະ, ໄດ້ເຂົ້າປະຊຸມກັບຄະນະກຳມະການປະຊາຊົນແຂວງ ແທັງຮວາ ເພື່ອປຶກສາຫາລືກ່ຽວກັບການຕໍ່ຕ້ານການປະມົງ IUU. ທ່ານຮອງລັດຖະມົນຕີໄດ້ຮ້ອງຂໍໃຫ້ແຂວງເພີ່ມຄວາມເຂັ້ມງວດໃນການຄຸ້ມຄອງທີມເຮືອປະມົງ ແລະ ໃຫ້ເຮັດໃຫ້ສຳເລັດໄວໆ ເອກະສານປະກອບການສຳຫຼວດຂອງຄະນະກວດກາຈາກຄະນະກຳມະການເອີຣົບ.
ຍສໝ - ໂດຍປະຕິບັດຕາມທິດທາງຂອງຄະນະເລຂາທິການ, ນາຍົກລັດຖະມົນຕີ ແລະ ແຈ້ງການເລກທີ 198/CD-TTg ລົງວັນທີ 17 ຕຸລາ 2025, ຄະນະພັກແຂວງ ແລະ ຄະນະກຳມະການປະຊາຊົນແຂວງເຫງ້ອານ ໄດ້ຜັນຂະຫຍາຍບັນດາເອກະສານຄຳສັ່ງ ແລະ ອອກແຜນປະຕິບັດງານສຳລັບເດືອນທີ່ຈຸດສູງຕ້ານການຫາປາ IUU, ສ້າງບັ້ນຮົບຢ່າງຮອບດ້ານ ແລະ ເປັນເອກະພາບຕັ້ງແຕ່ລະດັບແຂວງລົງຮອດລະດັບຮາກຖານ.
ຍສໝ - ໃນວັນທີ 4 ພະຈິກ, ທີ່ກອງປະຊຸມຄັ້ງທີ 20 ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຫາປາທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະ ບໍ່ໄດ້ຄວບຄຸມ (IUU), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆ ຜັນຂະຫຍາຍວຽກງານຫຼັກໆພ້ອມໆກັນຄື: ການທົບທວນ, ການອອກໃບອະນຸຍາດ ແລະ ການຈັດການເຮືອຫາປາທີ່ບໍ່ມີຄຸນວຸດທິ; ການຫັນຂໍ້ມູນການຄຸ້ມຄອງການປະມົງທັງໝົດເປັນດິຈິຕອລ; ການສືບສວນ ແລະ ການຈັດການການລະເມີດ IUU ຢ່າງເຂັ້ມງວດທັງພາຍໃນ ແລະ ຕ່າງປະເທດ, ເພື່ອແນໃສ່ລຶບລ້າງ “ບັດເຫຼືອງ” ຂອງ EC ໂດຍໄວທີ່ສຸດ.
ຍສໝ - ຕາມຂໍ້ມູນຂອງກະຊວງອຸດສາຫະກຳ ແລະ ການຄ້າແລ້ວ, ແຕ່ວັນທີ 28-29 ພະຈິກ, ເວທີປາໃສ Logistics ຫວຽດນາມ 2025 ຄາດວ່າຈະຈັດຂຶ້ນຢູ່ນະຄອນ ດານັງ. ນີ້ບໍ່ພຽງແຕ່ແມ່ນເຫດການໃຫຍ່ປະຈຳປີຂອງຂະແໜງ logistics ເທົ່ານັ້ນ, ຫາກຍັງແມ່ນຂີດໝາຍຍຸດທະສາດ, ເປີດໄລຍະພັດທະນາໃໝ່ໃຫ້ແກ່ການບໍລິການ logistics ຂອງຫວຽດນາມ.
ຍສໝ - ຕາມຂໍ້ມູນຂອງກະຊວງອຸດສາຫະກຳ ແລະ ການຄ້າແລ້ວ, ແຕ່ວັນທີ 28-29 ພະຈິກ, ເວທີປາໄສ Logistics ຫວຽດນາມ 2025 ຄາດວ່າຈະຈັດຂຶ້ນຢູ່ນະຄອນ ດານັງ. ນີ້ບໍ່ພຽງແຕ່ແມ່ນເຫດການໃຫຍ່ປະຈຳປີຂອງຂະແໜງການ Logistics ເທົ່ານັ້ນ, ຫາກຍັງແມ່ນຂີດໝາຍຍຸດທະສາດ, ເປີດໄລຍະພັດທະນາໃໝ່ໃຫ້ແກ່ການບໍລິການ Logistics ຂອງຫວຽດນາມ.
ຍສໝ - ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ ວົງເງິນສົ່ງອອກຜະລິດຕະພັນກະເສດ, ປ່າໄມ້ ແລະ ການປະມົງ ໃນເດືອນຕຸລາ 2025 ບັນລຸ 5,96 ຕື້ USD, ເພີ່ມຂຶ້ນ 6,3% ເມື່ອທຽບໃສ່ເດືອນຕຸລາ 2024; ເຮັດໃຫ້ຍອດມູນຄ່າການສົ່ງອອກວົງເງີນກະສິກຳ, ປ່າໄມ້ ແລະ ການປະມົງໃນ 10 ເດືອນບັນລຸ 58,13 ຕື້ USD, ເພີ່ມຂຶ້ນ 12,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
ຍສໝ - ວັນທີ 4 ພະຈິກ, ກົມກະສິກຳ ແລະ ສິ່ງແວດລ້ອມ ຂອງນະຄອນ ໂຮ່ຈີມິງ ໄດ້ຈັດທຳເອກະສານສົ່ງໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເພື່ອລາຍງານຜົນການດຳເນີນງານໃນການຕ້ານການຫາປາຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU).
ຍສໝ - ຢູ່ນະຄອນເກົ່າແກ່ Chartres, ໂດຍໃຊ້ເວລາຂັບລົດຈາກປາຣີ (ຝຣັ່ງ) ເປັນເວລາ 1 ຊົ່ວໂມງ, ນາງ ຮ່ວາງທິຍີ, ຊາວກວາງຈີ້, ຫວຽດນາມ ໄດ້ສອນລູກສອງຄົນເວົ້າພາສາຫວຽດນາມ, ອ່ານປຶ້ມຫວຽດນາມ, ຮ້ອງເພງເດັກນ້ອຍຫວຽດນາມ. ນາງ ຍີ ແບ່ງປັນວ່າ ການປົກປັກຮັກສາພາສາຫວຽດນາມໃຫ້ລູກບໍ່ແມ່ນ “ໜ້າທີ່” ແຕ່ແມ່ນຄວາມສຸກເລັກນ້ອຍໃນແຕ່ລະມື້. "ຕາບໃດທີ່ຍັງມີພາສາຫວຽດນາມຢູ່ໃນເຮືອນ, ຂາ້ພະເຈົ້າຍັງຮູ້ສຶກວ່າບ້ານເກີດເມືອງນອນຂອງຂາ້ພະເຈົ້າຍັງໃກ້ຊິດ".
ຍສໝ - ຕອນເຊົ້າວັນທີ 31 ຕຸລາ, ທີ່ສຳນັກງານໃຫຍ່ກະຊວງການຕ່າງປະເທດ, ຜູ້ຕາງໜ້າຂອງ ທ່ານປະທານປະເທດ ເລືອງເກື່ອງ, ກຳມະການສູນກາງພັກ, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມັ້ເກືອງ ໄດ້ມອບຫຼຽນໄຊມິດຕະພາບໃຫ້ທ່ານ Denny Abdi, ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ.
ຍສໝ - ຍ້ອນແຫຼ່ງຊັບພະຍາກອນສັດນ້ຳຕາມແຄມຝັ່ງທະເລທີ່ຫຼຸດລົງ, ຊາວປະມົງຫວຽດນາມຫຼາຍຄົນໄດ້ຫັນປ່ຽນຢ່າງຕັ້ງໜ້າຈາກການຂຸດຄົ້ນແບບດັ້ງເດີມໄປສູ່ການລ້ຽງຊີບແບບໃໝ່ຄື: ການລ້ຽງສັດນ້ຳ, ການຄ້າຂາຍບໍລິການ, ການທ່ອງທ່ຽວຊຸມຊົນ... ການປ່ຽນແປງເຫຼົ່ານີ້ບໍ່ພຽງແຕ່ຊ່ວຍໃຫ້ພວກເຂົາມີຄວາມໝັ້ນຄົງໃນຊີວິດຂອງພວກເຂົາເທົ່ານັ້ນ ແຕ່ຍັງປະກອບສ່ວນເຂົ້າໃນການປົກປ້ອງຊັບພະຍາກອນທາງທະເລແບບຍືນຍົງໃນອະນາຄົດ.
ຍສໝ - ແຕ່ວັນທີ 29-31 ຕຸລາ, ກອງທະຫານເຮືອປ້ອງກັນຊາຍແດນ 18 (ກອງບັນຊາການປ້ອງກັນຊາຍແດນ) ສົມທົບກັບກອງບັນຊາການຕຳຫຼວດທະເລເຂດ 3 (ກອງບັນຊາກາຕຳຫຼວດທະເລເຂດ ຫວຽດນາມ) ໄດ້ຈັດຕັ້ງການໂຄສະນາກ່ຽວກັບການຕ້ານການຫາປາທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະ ບໍ່ຕາມກຳນົດ (IUU) ໃຫ້ແກ່ເຮືອ 60 ລຳ ແລະ ຊາວປະມົງປະມານ 800 ຄົນ ໃນນ່ານນ້ຳຂອງນະຄອນໂຮ່ຈິມິນ.
ຍສໝ - ຈາກຫ້ອງຮຽນອອນໄລຢູ່ໂຮງຮຽນຮັກພາສາຫວຽດນາມ (ອົດສະຕາລີ), ປັນຍາປະດິດ (AI) ພວມກາຍເປັນ “ເພື່ອນ” ຊ່ວຍໃຫ້ນັກຮຽນຫວຽດນາມ ຢູ່ຕ່າງປະເທດນັບຮ້ອຍຄົນຄົ້ນພົບຄວາມງາມຂອງພາສາແມ່ຂອງເຂົາເຈົ້າຢ່າງມີຊີວິດຊີວາ ແລະ ສ້າງສັນ. ຍ້ອນ AI, ແຕ່ລະບົດຮຽນ, ແຕ່ລະເລື່ອງ, ແຕ່ລະຮູບກາຍເປັນການເດີນທາງເຊື່ອມຕໍ່ເດັກນ້ອຍກັບບ້ານເກີດເມືອງນອນ.
ຍສໝ - ນີ້ແມ່ນບັນດາການແບ່ງປັນຂອງທ່ານ ສຈ.ປອ. ຫງວຽນມິວທ໋ວຽດ, ຫົວໜ້າບັນນາທິການໃຫຍ່ໂຄງການສຶກສາທົ່ວໄປຊຸດໃໝ່ (2018) ເພື່ອຍົກສູງປະສິດທິຜົນການສອນພາສາຫວຽດນາມ ໃຫ້ແກ່ເດັກຊາວຫວຽດນາມ ຢູ່ຕ່າງປະເທດ.
ຍສໝ - ໃນຄວາມມານະພະຍາຍາມເພື່ອແກ້ໄຂ “ບັດເຫຼືອງ” ຂອງຄະນະກຳມະການເອີລົບ (EC) ກ່ຽວກັບສິນທະເລຂອງຫວຽດນາມ, ຫຼາຍທ້ອງຖິ່ນແຄມທະເລບັນລຸໄດ້ບັນດາໝາກຜົນທີ່ພົ້ນເດັ່ນໃນການປ້ອງກັນ ແລະ ຕ້ານການຫາປາທີ່ຜິດກົດໝາຍ, ບໍ່ມີລາຍງານ ແລະ ບໍ່ມີລະບຽບການ (IUU). ບັນດາທ້ອງຖິ່ນພວມສຸມໃສ່ຮັດແໜ້ນການຄຸ້ມຄອງກຳປັ່ນ, ເພີ່ມທະວີການຕິດຕາມກວດກາການເດີນທາງ, ຕິດຕາມກວດກາແຫຼ່ງກຳເນີດຂອງອາຫານທະເລ ແລະ ປົກປັກຮັກສາຊັບພະຍາກອນທາງທະເລຢ່າງໝັ້ນຄົງ.
ຍສໝ - ຕາມທ່ານຫົວໜ້າຜູ້ຕາງໜ້າຜູ້ປະຈຳໂຄງການພັດທະນາສະຫະປະຊາຊາດ (UNDP) ປະຈໍາ ຫວຽດນາມ ນາງ Ramla Khalidi ແລ້ວ, ກຳລັງແຮງຂອງວິໄສທັດໄລຍະຍາວ ແລະ ການນຳທີ່ເຂັ້ມແຂງ ໄດ້ນຳເອົາບັນດາຜົນງານອັນໃຫຍ່ຫຼວງມາໃຫ້ຫວຽດນາມ ໃນໄລຍະຜ່ານມາ.
ຍສໝ - ການສອນເຄື່ອງດົນຕີພື້ນເມືອງ, ເວົ້າພາສາຫວຽດນາມ ໃນຂະນະທີ່ປຸງແຕ່ງອາຫານໃນບ້ານ… ພາສາແມ່ແມ່ນໄດ້ຮັບການຮັກສາ ແລະ ເຜີຍແຜ່ໂດຍປະຊາຊົນທີ່ຢູ່ຫ່າງໄກຈາກບ້ານຜ່ານບັນດາການເຄື່ອນໄຫວລະອຽດ, ຄຸ້ນເຄີຍໃນຊີວິດ. ດ້ວຍອາລົມຈິດ, ຄວາມມີຫົວຄິດປະດິດສ້າງ ແລະ ຄວາມຮັກແພງ, ພາສາຫວຽດນາມ ໄດ້ເຕີບໂຕຂຶ້ນກັບລຸ້ນໜຸ່ມທຸກວັນ.