ຍສໝ - ໃນຕອນບ່າຍວັນທີ 12 ເມສາ, ຢູ່ຮ່າໂນ້ຍ, ງານມະຫາກຳການທ່ອງທ່ຽວສາກົນ VITM 2026 ໄດ້ປິດລົງ, ອັດສາກ 4 ວັນແຫ່ງການເຄື່ອນໄຫວຢ່າງຄຶກຄື້ນ ດ້ວຍຫຼາຍຜົນງານທີ່ພົ້ນເດັ່ນ ກ່ຽວກັບການສົ່ງເສີມ, ການເຊື່ອມຕໍ່ຕະຫຼາດ ແລະ ການກຳນົດທິດທາງທ່າອ່ຽງການພັດທະນາໃໝ່ຂອງຂະແໜງການທ່ອງທ່ຽວ.
ຍສໝ - ສ.ເກົາຫຼີ ຍັງຄົງເປັນໜຶ່ງໃນຕະຫຼາດທ່ອງທ່ຽວສາກົນທີ່ໃຫຍ່ທີ່ສຸດຂອງຫວຽດນາມ, ປະກອບສ່ວນເຂົ້າໃນການສົ່ງເສີມການແລກປ່ຽນວັດທະນະທຳ, ເສດຖະກິດ ແລະ ການທ່ອງທ່ຽວລະຫວ່າງສອງປະເທດຢ່າງເລິກເຊິ່ງ ແລະ ກວ້າງຂວາງຂຶ້ນເລື້ອຍໆ.
ຍສໝ - ຫວຽດນາມມຸ່ງໝັ້ນທີ່ຈະບັນລຸການເຕີບໂຕສອງຕົວເລກໃນໄລຍະທີ່ຈະມາເຖິງ, ພ້ອມທັງສືບຕໍ່ເສີມສ້າງພື້ນຖານຂອງສະຖຽນລະພາບດ້ານເສດຖະກິດມະຫາພາກ. ບົດລາຍງານຊີ້ໃຫ້ເຫັນວ່າຮອດປີ 2025, ຕົວຊີ້ວັດເສດຖະກິດ-ສັງຄົມທີ່ສຳຄັນທັງ 15 ຢ່າງມີແນວໂນ້ມທີ່ຈະບັນລຸ ຫຼື ເກີນກວ່ານັ້ນ.
ຍສໝ - ການເຕີບໂຕຂອງ GDP ໃນໄຕມາດທຳອິດຂອງປີ 2026 ບັນລຸຫຼາຍກວ່າ 7.83%, ເຊິ່ງສະແດງໃຫ້ເຫັນວ່າເສດຖະກິດຫວຽດນາມກຳລັງຟື້ນຕົວໃນທາງບວກ ແລະ ຄ່ອຍໆກັບຄືນສູ່ສະພາບປົກກະຕິທ່າມກາງຄວາມບໍ່ແນ່ນອນຂອງໂລກ. ເຖິງແມ່ນວ່າຍັງບໍ່ທັນບັນລຸຄວາມຄາດຫວັງສູງສຸດ, ແຕ່ຜົນໄດ້ຮັບນີ້ຍັງເປັນພື້ນຖານທີ່ສຳຄັນສຳລັບການບັນລຸການເຕີບໂຕສອງຕົວເລກຕະຫຼອດປີ.
ຍສໝ - ຕອນເຊົ້າວັນທີ 2 ມີນາ, ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານກອງປະຊຸມເພື່ອປະຕິບັດໜ້າທີ່ໃນໄຕມາດທີ 1 ປີ 2026 ຂອງຄະນະຊີ້ນຳການທູດເສດຖະກິດ, ກະຊວງການຕ່າງປະເທດ. ກອງປະຊຸມດັ່ງກ່າວມີການເຂົ້າຮ່ວມຂອງຜູ້ນຳຂອງໜ່ວຍງານສະມາຊິກຂອງຄະນະຊີ້ນຳການທູດເສດຖະກິດ ແລະ ເອກອັກຄະລັດຖະທູດທີ່ໄດ້ຮັບການແຕ່ງຕັ້ງ.
ຍສໝ - ການຕີລາຄາສາກົນຊີ້ໃຫ້ເຫັນວ່າເສດຖະກິດຫວຽດນາມໄດ້ຕອບສະໜອງເງື່ອນໄຂຫຼາຍຢ່າງເພື່ອເຂົ້າສູ່ວົງຈອນການເຕີບໂຕໃໝ່
ຍສໝ - ໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ, ທ່ານ ຫງວຽນວັນຖັງ, ກຳມະການສູນກາງພັກ, ເລຂາທິການພັກ, ລັດຖະມົນຕີກະຊວງການເງິນ ໄດ້ພົບປະແລກປ່ຽນກັບສື່ມວນຊົນກ່ຽວກັບຜົນສຳເລັດຂອງຂະແໜງການເງິນໃນໄລຍະຜ່ານມາ ແລະ ໜ້າທີ່ ແລະ ວິທີແກ້ໄຂຂອງຂະແໜງການເງິນໃນໄລຍະຕໍ່ໄປ.
ຍສໝ - ຫຼັງຈາກບັນລຸອັດຕາການເຕີບໂຕຂອງ GDP 8,39% ໃນປີ 2025, ນຳໜ້າພາກພື້ນທົ່ງພຽງແມ່ນ້ຳຂອງ, ແຂວງອານຢາງກຳລັງເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍພື້ນທີ່ກວ້າງຂວາງ ແລະ ຄວາມຄາດຫວັງສຳລັບຄວາມກ້າວໜ້າ. ທ່ານ ຫງວຽນຕຽນຫາຍ, ເລຂາທິການຄະນະພັກແຂວງອານຢາງ, ໄດ້ຊີ້ແຈງວິທີແກ້ໄຂທີ່ສຳຄັນເພື່ອລະດົມຊັບພະຍາກອນທັງໝົດຢ່າງມີປະສິດທິພາບ, ມຸ່ງໄປສູ່ການເຕີບໂຕສອງຕົວເລກໃນໄລຍະຕໍ່ໄປ.
ຍສໝ - ໃນປີ 2025, ທ່າມກາງການປ່ຽນແປງຫຼາຍຢ່າງ, ຂະແໜງປ່າໄມ້ຫວຽດນາມ ຈະຮັກສາທ່າເຕີບໂຕຢ່າງຕັ້ງໜ້າ, ສືບຕໍ່ຢືນຢັນບົດບາດເປັນຂະແໜງເສດຖະກິດເຕັກນິກທີ່ເປັນເອກະລັກສະເພາະໃນຂົງເຂດກະສິກຳ ແລະ ສິ່ງແວດລ້ອມ.
ຍສໝ - ການສ້າງກຳລັງການຜະລິດດີຈີຕອນດ້ວຍຂໍ້ມູນ, ປັນຍາປະດິດ ແລະ ເຕັກໂນໂລຊີດີຈີຕອນ ພວມຄ່ອຍໆປ່ຽນໃໝ່ບົດບາດຂອງວິທີຜະລິດແບບດັ້ງເດີມ, ເປີດກາລະໂອກາດພັດທະນາໃໝ່ໃຫ້ແກ່ຫວຽດນາມ.
ຍສໝ - ຕາມຂ່າວສານຫວຽດນາມ, ໜັງສືພິມເອເລັກໂຕຼນິກ ປະຊາຊົນ, ອົງການປາກເວົ້າຂອງສູນກາງພັກປະຊາຊົນປະຕິວັດລາວ ມີບົດຄວາມເນັ້ນໜັກວ່າ ຫວຽດນາມ ຢືນຢູ່ຈຸດເວລາ“ຄໍາ” ໃນປະຫວັດສາດເພື່ອຫັນປ່ຽນຢ່າງເຂັ້ມແຂງ, ກ້າວເຂົ້າສູ່ຍຸກແຫ່ງການເຕີບໂຕຂອງປະເທດຊາດ ດ້ວຍກຳລັງແຮງຫຼັກຄື ນະວັດຕະກຳ, ການຫັນເປັນດີຈີຕອນ ແລະ ເຕັກໂນໂລຊີທັນສະໄໝ.
ຍສໝ - ພາຍຫຼັງຜົນສຳເລັດຂອງເວທີປາໄສບັນດານະຄອນມິດຕະພາບ ແລະ ການຮ່ວມມືທີ່ດຳເນີນໃນປີ 2025, ນະຄອນ ດານັງ ສືບຕໍ່ເປີດກວ້າງການພົວພັນຮ່ວມມືກັບສາກົນ, ພິເສດແມ່ນໃນຂົງເຂດການທູດເສດຖະກິດ ແລະ ການທູດປະຊາຊົນ, ເພື່ອຊຸກຍູ້ການເຕີບໂຕ ແລະ ພັດທະນາແບບຍືນຍົງ.
ຍສໝ - ຕາມຂໍ້ມູນປະກາດໃຊ້ໃນວັນທີ 6 ເມສາ ຂອງກົມສະຖິຕິທົ່ວໄປ, ຈຳນວນນັກທ່ອງທ່ຽວສາກົນມາຫວຽດນາມ ໃນໄຕມາດທີ 1 ປີ 2025 ບັນລຸ 6 ລ້ານກວ່າເທື່ອຄົນ, ແມ່ນລະດັບສູງທີ່ສຸດແຕ່ກ່ອນມາຮອດປັດຈຸບັນ. ໃນເດືອນມີນາ, ມີນັກທ່ອງທ່ຽວສາກົນຫຼາຍກວ່າ 2 ລ້ານເທື່ອຄົນ.
ຍສໝ - ວັນທີ 22 ກຸມພາ, ໜັງສືພິມ La Nacion - ໜັງສືພິມລາຍວັນແຖວໜ້າຂອງ ອາກຊັງຕິນ ອອກຂ່າວວ່າ ຫວຽດນາມ ເປັນປະເທດນຳເຂົ້າສາລີ ແລະ ແປ້ງຖົ່ວເຫຼືອງອັນດັບ 1 ຂອງ ອາກຊັງຕິນ ໃນປີ 2024, ດ້ວຍສາລີປະມານ ກວ່າ 6 ລ້ານໂຕນ ແລະ ແປ້ງຖົ່ວເຫຼືອງ 3,4 ລ້ານໂຕນ.
ຫວຽດນາມ ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນຂອງໂລກໃນການຍາດແຍ່ງກາລະໂອກາດເຂົ້າຮ່ວມຕ່ອງໂສ້ການສະໜອງທີ່ຫາກໍ່ໄດ້ຮັບການສ້າງຕັ້ງ, ຈາກນັ້ນສ້າງກຳລັງໜູນເຕີບໂຕໃໝ່ໃຫ້ແກ່ພື້ນຖານເສດຖະກິດ.
ໃນປີ 2024, ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງກໍ່ຕາມ, ແຕ່ເສດຖະກິດຫວຽດນາມ ຍັງຄົງຮັກສາລະດັບເຕີບໂຕ 7,09% ດ້ວຍບັນດາໝາກຜົນສຳຄັນທີ່ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ, ວິສາຫະກິດ. ເສດຖະກິດໃນປີ 2025 ຄາດວ່າຈະຟື້ນຕົວຢ່າງແຂງແຮງ, ມຸ່ງໄປເຖິງບັນລຸເປົ້າໝາຍເຕີບໂຕສູງກວ່າ 8%.
ພ້ອມກັບແງ່ຫວັງເປັນໜ້າປະເອີບໃຈຂອງເສດຖະກິດໂລກ, ເສດຖະກິດຫວຽດນາມ ກໍ່ໄດ້ຮັບການຕີລາຄາວ່າ ສືບຕໍ່ເຕີບໂຕຢ່າງໝັ້ນຄົງໃນປີ 2025.
ຍສໝ - ຕາມການຄາດຄະເນຂອງອົງການຮ່ວມມື ແລະພັດທະນາເສດຖະກິດ (OECD) ພ້ອມກັບກອງທຶນເງິນຕາສາກົນ (IMF) ແລ້ວ, ການເຕີບໂຕຂອງເສດຖະກິດໂລກບັນລຸ 3,2% ໃນປີ 2024 ແລະກ້າວໄປສູ່ລະດັບ 3,3% ໃນປີ 2025.
ຍສໝ - ປີ 2025, ເຖິງວ່າຍັງປະສົບຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ແຕ່ກໍ່ມີໂອກາດຫຼາຍຢ່າງທີ່ພວມເປີດອອກ. ຖ້າຫາກ ຫວຽດນາມ ນຳໃຊ້ບັນດາໂອກາດນັ້ນໃຫ້ເປັນຢ່າງດີ, ເປົ້າໝາຍການເຕີບໂຕປະມານ 8% ແມ່ນສາມາດບັນລຸໄດ້.
ຍສໝ - ທະນາຄານ Maybank ໃຫ້ຮູ້ວ່າ: ປະເທດສະມາຊິກອາຊຽນ 6 ປະເທດ ລວມມີ: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ, ຄາດຄະເນວ່າ ຈະບັນລຸ 4,5 – 4,7% ໃນ ປີ 2024 ແລະ 2025, ຈາກແຕ່ 4,0% ໃນ ປີ 2023.