ຄະນະຜູ້ແທນການເມືອງຂັ້ນສູງ ກອງທັບປະຊາຊົນຫວຽດນາມ ຢ້ຽມຢາມ ກອງພັນໃຫຍ່ ທີ11 ແລະ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ

ຄະນະຜູ້ແທນການເມືອງຂັ້ນສູງ ກອງທັບປະຊາຊົນຫວຽດນາມ ຢ້ຽມຢາມ ກອງພັນໃຫຍ່ ທີ11 ແລະ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ

ສະຫາຍ ພົນຈັດຕະວາ ວົງສອນ ອິນປານພິມ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໄດ້ນໍາພາຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນຫວຽດນາມ ເຊິ່ງນໍາໂດຍສະຫາຍ ພົນໂທ ເລືອງເກື່ອງ ເລຂາທິການສູນກາງພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມກອງພັນໃຫຍ່ 11 ແລະ ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ໃນວັນທີ 19 ກັນຍາ 2018 ນີ້.

ຊຸກຍູ້ການຮ່ວມມື ດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ ແລະ ລາວ

ຊຸກຍູ້ການຮ່ວມມື ດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ ແລະ ລາວ

ໃນຕົ້ນອາທິດນີ້, ພິທີຕ້ອນຮັບທ່ານພົນໂທ ເລືອງເກື່ອງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະຄະນະພະນັກງານການເມືອງຂັ້ນສູງກອງທັບປະຊາຊົນຫວຽດນາມ ໄດ້ດໍາເນີນຢູ່ສໍານັກງານກະຊວງປ້ອງກັນປະເທດລາວ. ພາຍຫຼັງພິທີຕ້ອນຮັບ, ທ່ານພົນໂທ ເລືອງເກື່ອງ ແລະທ່ານພົນໂທ ວິໄລ ຫຼ້າຄໍາຟອງ ໄດ້ດໍາເນີນການພົບປະເຈລະຈາ.

ຫວຽດນາມ-ລາວເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ຫວຽດນາມ-ລາວເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ອາທິດທີ່ຜ່ານມາ, ຢູ່ນະຄອນຫຼວງວຽງຈັນ, ສປປ ລາວ, ກອງບັນຊາການທະຫານຊາຍແດນຫວຽດນາມ ແລະກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ສົມທົບກັນຈັດຕັ້ງກອງປະຊຸມແລກປ່ຽນສະພາບການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເສັ້ນຊາຍແດນ ຫວຽດນາມ-ລາວ ຄັ້ງທີ III.

ປກສ ແຂວງເຊກອງ -ກອງບັນຊາການທະຫານ ສສ ຫວຽດນາມ ແລກປ່ຽນບົດຮຽນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

ປກສ ແຂວງເຊກອງ -ກອງບັນຊາການທະຫານ ສສ ຫວຽດນາມ ແລກປ່ຽນບົດຮຽນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

ກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບປີ 2018 ລະ​ຫວ່າງ ກອງບັນຊາການ ປກສ ແຂວງເຊກອງ ສປປ ລາວ ແລະ ກອງບັນຊາການທະຫານຊາຍແດນ ແຂວງກອນຕູມ ສສ ຫວຽດນາມ.

ຫວຽດນາມ-ອິດສະຣາແອນ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ຫວຽດນາມ-ອິດສະຣາແອນ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ສອງວັນ​ທີ່​ຜ່ານ​ມາ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນຈິວິ້ງ, ກຳມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະກົມຮ່ວມມື ແລະສົ່ງອອກດ້ານປ້ອງກັນຊາດ ອິດສະຣາແອນ (SIBAT) ໂດຍທ່ານ Mishel Ben Baruch ຜູ້ອຳນວຍການ SIBAT ເປັນຫົວໜ້າຄະນະທີ່ພວມຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.

ສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດໜ້າທີ່່ການທະຫານ-ການປ້ອງກັນຊາດເປັນຢ່າງດີ

ສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດໜ້າທີ່່ການທະຫານ-ການປ້ອງກັນຊາດເປັນຢ່າງດີ

ໃນ​ຕົ້ນ​ເດືອນ ພຶດສະພາ​ທີ່​ຜ່ານ​ມາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ຈັດຕັ້ງກອງປະຊຸມສົມທົບກັນປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດຕິດພັນກັບການພັດທະນາເສດຖະກິດ-ວັດທະນະທໍາ-ສັງຄົມໃນບໍລິເວນນະຄອນຫຼວງຮ່າໂນ້ຍ ແລະນະຄອນໂຮ່ຈິມິນ, ໄຕມາດທີ I-2018.