ຂະໜາດລະບົບໄຟຟ້າຫວຽດນາມຢູ່ອັນດັບທີ 2 ໃນອາຊຽນ
ຍສໝ - ຕອນເຊົ້າວັນທີ 29 ທັນວາ ກຸ່ມບໍລິສັດໄຟຟ້າຫວຽດນາມ (EVN) ໄດ້ຈັດຕັ້ງກອງປະຊຸມສະຫຼຸບປີ 2025 ແລະ ຜັນຂະຫຍາຍໜ້າທີ່ປີ 2026.
ຍສໝ - ຕອນເຊົ້າວັນທີ 29 ທັນວາ ກຸ່ມບໍລິສັດໄຟຟ້າຫວຽດນາມ (EVN) ໄດ້ຈັດຕັ້ງກອງປະຊຸມສະຫຼຸບປີ 2025 ແລະ ຜັນຂະຫຍາຍໜ້າທີ່ປີ 2026.
ຍສໝ - ໃນປີ 2025, ໄພພິບັດທາງທໍາມະຊາດຄາດວ່າຈະຮ້າຍແຮງເປັນພິເສດ, ລື່ນກາຍສະຖິຕິປະຫວັດສາດຈໍານວນຫຼາຍແລະສ້າງຄວາມເສຍຫາຍຢ່າງກວ້າງຂວາງແລະຮ້າຍແຮງ. ໃນສະພາບການດັ່ງກ່າວ, ການເຊື່ອມໂຍງ ແລະ ລະດົມແຫຼ່ງກຳລັງສາກົນຢ່າງທັນການ, ພ້ອມກັບການເຂົ້າຮ່ວມຂອງທັງລະບົບການເມືອງ, ກາຍເປັນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນເພື່ອໜູນຊ່ວຍປະຊາຊົນຢູ່ເຂດປະສົບໄພພິບັດໃນການຮັກສາສະຖຽນລະພາບ, ຟື້ນຟູການຜະລິດ, ຟື້ນຟູຊີວິດການເປັນຢູ່.
ຍສໝ - ການດຳເນີນທຸລະກິດຢ່າງເປັນທາງການຂອງໂຮງງານໄຟຟ້າພະລັງງານລົມ ສະຫວັນ 1 ໃນວັນທີ 26 ທັນວານີ້ ບໍ່ພຽງແຕ່ເປັນຂີດໝາຍໃໝ່ຂອງກຸ່ມບໍລິສັດ T&T ໃນຂະແໜງພະລັງງານທົດແທນເທົ່ານັ້ນ, ແຕ່ຍັງເປັນການປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍການນໍາເຂົ້າໄຟຟ້າຈາກລາວ ເພີ່ມຂຶ້ນຕາມສັນຍາລະຫວ່າງສອງລັດຖະບານ.
ຍສໝ - ຕາມທ່ານລັດຖະມົນຕີການຕ່າງປະເທດ ເລຮ່ວາຍຈູງ ແລ້ວ, ກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງ 2 ພັກ ແລະ ລັດ ເພື່ອຍົກສູງການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບໃໝ່, ມີການພົວພັນຍຸດທະສາດ.
ຍສໝ - ຕາມການຄາດຄະເນຂອງສະມາຄົມຜັກແລະໝາກໄມ້ຫວຽດນາມ (Vinafruit), ການສົ່ງອອກໝາກໄມ້ໃນເດືອນທັນວາ 2025 ບັນລຸປະມານ 795 ລ້ານ USD. ຜົນໄດ້ຮັບນີ້ເຮັດໃຫ້ຍອດມູນຄ່າການສົ່ງອອກໝາກໄມ້ໃນຕະຫຼອດປີ 2025 ຂຶ້ນເຖິງ 8,5 ຕື້ USD – ຊຶ່ງເປັນລະດັບສູງທີ່ສຸດຂອງອຸດສາຫະກຳ.
ຍສໝ - ເລື່ອງເຢຍລະມັນສຳເລັດຂະບວນການໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ - ສະຫະພາບເອີລົບ (EVIPA) ໃນປີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ ໄດ້ກາຍເປັນຂີດໝາຍສະແດງໃຫ້ເຫັນເຖິງລະດັບຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະ ເສດຖະກິດຂອງສອງຝ່າຍ, ຢືນຢັນບາດກ້າວບຸກທະລຸດ້ານກົດໝາຍ, ແລະ ຄວາມໝາຍຍຸດທະສາດທີ່ເລິກເຊິ່ງ, ໃນການພົວພັນລະຫວ່າງ ຫວຽດນາມ ແລະ ເຢຍລະມັນ ເວົ້າສະເພາະ ແລະ ຫວຽດນາມ ແລະ EU ເວົ້າລວມ.
ຍສໝ - ວັນທີ 20 ທັນວາ, ຄະນະພັກ - ຕຳຫຼວດທະເລຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບວຽກງານຂອງຕຳຫຼວດທະເລໃນປີ 2025. ທີ່ກອງປະຊຸມຄັ້ງນີ້, ຕຳຫຼວດທະເລຫວຽດນາມຢືນຢັນວ່າ ການຕ້ານການຫາປາທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະ ບໍ່ໄດ້ຄວບຄຸມ (IUU) ແມ່ນໜ້າທີ່ຫຼັກສຳລັບປີ 2026, ເພື່ອແນໃສ່ຮັກສາກົດລະບຽບຂອງກົດໝາຍໃນທະເລ ແລະ ປະກອບສ່ວນຍົກເລີກ “ບັດເຫຼືອງ” ຂອງຄະນະກຳມະການເອີຣົບ (EC) ຕໍ່ກັບການຫາປາຂອງຫວຽດນາມ.
ຍສໝ - ຕອນບ່າຍວັນທີ 15 ທັນວາ, ຢູ່ຮ່າໂນ້ຍ, ຄະນະບໍລິຫານງານສູນກາງສະມາຄົມມິດຕະພາບຫວຽດນາມ - ສິງກະໂປ (VSFA) ໄດ້ຈັດຕັ້ງກອງປະຊຸມຄົບຄະນະຂອງຄະນະບໍລິຫານງານເພື່ອສະຫຼຸບການເຄື່ອນໄຫວໃນປີ 2025 ແລະ ວາງທິດທາງ, ໜ້າທີ່ໃນປີ 2026. ບັນດາຜູ້ແທນໄດ້ຢັ້ງຢືນບົດບາດອັນຕັ້ງໜ້າຂອງການພົວພັນແລກປ່ຽນປະຊາຊົນໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ສິງກະໂປ; ກຳນົດເອົາປີ 2026 ເປັນປີທີ່ສຳຄັນ, ຈະສຸມໃສ່ສ້າງເຄືອຂ່າຍທຸລະກິດ, ນະວັດຕະກຳ, ກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 3.
ຍສໝ - ທ່ານ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ລັດຖະມົນຕີວ່າການກະຊວງການຕ່າງປະເທດລາວ ໄດ້ມາຢ້ຽມຢາມຫວຽດນາມ ແຕ່ວັນທີ 17-20 ທັນວາ 2025, ແລະ ເປັນປະທານຮ່ວມກອງປະຊຸມປຶກສາຫາລືການເມືອງປະຈຳປີຄັ້ງທີ 12 ຢູ່ຂັ້ນລັດຖະມົນຕີການຕ່າງປະເທດ ຫວຽດນາມ - ລາວ.
ຍສໝ - ບັນດາປະສົບການຂອງ ຍີ່ປຸ່ນ ໃນການຄຸ້ມຄອງພາສີທັນສະໄໝ, ພິເສດແມ່ນການພັດທະນາແຫຼ່ງຊັບພະຍາກອນມະນຸດວິຊາຊີບ, ນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ການຫັນເປັນດີຈີຕອນ ລ້ວນແຕ່ໄດ້ຮັບການຄົ້ນຄ້ວາ ແລະ ອ້າງອີງຈາກບັນດາອົງການພາສີຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 14 ທັນວາ, ຢູ່ເຂດຮ່ອງຮອຍ ໂຮ່ຈີມິນ ແຂວງອຸດອນທານີ (ໄທ), ໄດ້ດຳເນີນພິທີເປີດເຮືອນຮ້ານລຸງໂຮ່ – ໂຄງການນີ້ມີຄວາມໝາຍປະຫວັດສາດ ແລະ ວັດທະນະທຳອັນເລິກເຊິ່ງ, ສະແດງໃຫ້ເຫັນຄວາມຮັກແພງ ແລະ ຄວາມຮູ້ບຸນຄຸນຂອງປະຊາຄົມຊາວ ຫວຽດນາມ ຢູ່ ໄທ ແລະ ບັນດາເພື່ອນມິດສາກົນທີ່ມີຕໍ່ປະທານ ໂຮ່ຈີມິນ, ພ້ອມທັງປະກອບສ່ວນປົກປັກຮັກສາ ແລະ ເຜີຍແຜ່ບັນດາຄຸນຄ່າມູນເຊື້ອອຸດົມຄະຕິ, ຄຸນສົມບັດສິນທຳຂອງທ່ານ
ຍສໝ - ຕາມສຳນັກຂ່າວສານຫວຽດນາມປະຈຳລາວ ແລ້ວ, ໃນບັນຍາກາດແຫ່ງການສະເຫຼີມສະຫຼອງ 50 ປີແຫ່ງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975 – 2 ທັນວາ 2025) ແລະ 105 ປີແຫ່ງວັນເກີດປະທານໄກສອນ ພົມວິຫານ (13 ທັນວາ 1920 – 13 ທັນວາ 2025), ວັນທີ 15 ທັນວານີ້, ທີ່ນະຄອນ ໄກສອນພົມວິຫານ, ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ໄດ້ສົມທົບກັບໂຮງຮຽນມິດຕະພາບລາວ-ຫວຽດນາມ ແຂວງສະຫວັນນະເຂດ ໄດ້ຈັດການແຂ່ງຂັນ VR Robots ຂັ້ນມັດທະຍົມ ປະຈຳປີ 2025.
ຍສໝ - ຕາມສຳນັກຂ່າວສານຫວຽດນາມປະຈຳລາວ ແລ້ວ, ຕອນເຊົ້າວັນທີ 12 ທັນວາ ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນສະຖານທູດຫວຽດນາມ ປະຈຳລາວ ນຳໜ້າໂດຍທ່ານເອກອັກຄະລັດຖະທູດ ຫງວຽນມິງເຕີມ ໄດ້ໄປຢ້ຽມຢາມຫໍພິພິທະພັນ ໄກສອນ ພົມວິຫານ ແລະ ສວນສາທາລະນະມິດຕະພາບລາວ-ຫວຽດນາມ ເພື່ອຖວາຍດອກໄມ້ພື່ອລະນຶກວັນຄ້າຍວັນເກີດ 105 ປີແຫ່ງວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 – 13 ທັນວາ 2025).
ຍສໝ - ຕອນບ່າຍວັນທີ 14 ທັນວາ ຄະນະສື່ສານແລະ ວັດທະນະທຳຕ່າງປະເທດ ໄດ້ສົມທົບກັບຄະນະຜູ້ແທນນັກສຶກສາລາວ ສະຖາບັນການທູດ ສົມທົບກັບຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ກະຊວງການຕ່າງປະເທດ ໄດ້ຈັດຕັ້ງງານບຸນແລກປ່ຽນວັດທະນະທຳນັກສຶກສາ ຫວຽດນາມ - ລາວ (LaoSao Fest).
ຍສໝ - ໂຄງການ “ສະໜັບສະໜູນການຄົ້ນຄວ້າ, ພັດທະນາ ແລະ ນຳໃຊ້ເຕັກໂນໂລຢີອຸດສາຫະກຳ 4.0” ທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຢີຈັດຕັ້ງປະຕິບັດໃນຊຸມປີມໍ່ໆມານີ້, ພວມຄ່ອຍໆມີບົດບາດເປັນ “ໄມ້ງັດ”, ຊ່ວຍໃຫ້ວິສາຫະກິດຜ່ານຜ່າອຸປະສັກຕ່າງໆທາງດ້ານຕົ້ນທຶນ, ຄວາມສາມາດ ແລະ ຊັບພະຍາກອນມະນຸດ, ແລະ ກ້າວເຂົ້າສູ່ໄລຍະການຂະຫຍາຍຕົວໂດຍອີງໃສ່ວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກໍາ.
ຍສໝ - ເພື່ອປະຕິບັດການເຄື່ອນໄຫວຮ່ວມມືໃນປີ 2025 ລະຫວ່າງກະຊວງການເງິນຫວຽດນາມ ແລະ ລາວ ໃນຂົງເຂດພາສີອາກອນ, ໃນຕອນເຊົ້າຂອງວັນທີ 9 ທັນວາ, ກົມພາສີຫວຽດນາມ ໄດ້ຈັດກອງປະຊຸມ ແລະ ເຮັດວຽກກັບຄະນະຜູ້ແທນຈາກກົມພາສີລາວ. ກອງປະຊຸມດັ່ງກ່າວ ໂດຍການເປັນປະທານຂອງທ່ານ ມາຍຊວນແທ່ງ, ຫົວໜ້າກົມພາສີຫວຽດນາມ.
ຍສໝ - ຕອນບ່າຍວັນທີ 10 ທັນວາ, ຄະນະຜູ້ແທນໂຄງການພັດທະນາສະຫະປະຊາຊາດ (UNDP) ປະຈຳຫວຽດນາມ ໂດຍທ່ານນາງ Ramla Khalidi, ຜູ້ຕ່າງໜາ້ປະຈຳ UNDP ປະຈຳ ຫວຽດນາມ ເປັນນຳໜ້າ ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບອົງການຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ. ທ່ານນາງ ຫງວຽນທິຕ໋ຽວນ, ກໍາມະການສູນກາງພັກ, ຮອງປະທານຄະນະສູນກາງແນວໂຮມປະເທດຊາດ ຫວຽດນາມ, ປະທານສະຫະພັນແມ່ຍິງຫວຽດນາມ ເປັນປະທານກອງປະຊຸມ. ທີ່ການພົບປະ, 2 ຝ່າຍໄດ້ແລກປ່ຽນຄຳເຫັນກ່ຽວກັບທີ່ຕັ້ງ ແລະ ບົດບາດຂອງແມ່ຍິງ ຫວຽດນາມ ໃນລະບົບການເມືອງ - ສັງຄົມ, ແລະ ທິດທາງການຮ່ວມມືທີ່ມີທ່າແຮງລະຫວ່າງສະຫະພັນແມ່ຍິງ ຫວຽດນາມ ແລະ UNDP ໃນໄລຍະຈະມາເຖິງ.
ຍສໝ - ໂດຍການເຊື່ອມຊຶມຢ່າງເລິກເຊິ່ງກ່ຽວກັບນະໂຍບາຍການຕ່າງປະເທດຂອງພັກ ແລະ ສືບຕໍ່ປະເພນີຄວາມສາມັກຄີພິເສດລະຫວ່າງຫວຽດນາມ ແລະ ລາວ, ການປະສານງານໃນການຄຸ້ມຄອງ ແລະ ປ້ອງກັນຊາຍແດນລະຫວ່າງກອງບັນຊາການທະຫານຊາຍແດນຫວຽດນາມ ແລະ ກອງບັນຊາການທະຫານຊາຍແດນລາວ ໄດ້ຮັບການເພີ່ມທະວີ, ເລິກເຊິ່ງ ແລະ ບັນລຸໄດ້ຜົນງານທີ່ສຳຄັນຫຼາຍຢ່າງ. ບັນດາກົນໄກການປະສານງານໄດ້ຮັບການຮັກສາໄວ້ຢ່າງເປັນປະຈຳ, ຕັ້ງແຕ່ການລາດຕະເວນ, ການຄວບຄຸມ, ການຕ້ານ ແລະ ປ້ອງກັນອາດຊະຍາກຳ ຈົນເຖິງການແລກປ່ຽນມິດຕະພາບ ແລະ ການປັກໝຸດເຂດທີ່ຢູ່ອາໄສຢູ່ທັງສອງຝ່າຍຂອງຊາຍແດນ, ປະກອບສ່ວນເຂົ້າໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ການເຊື່ອມໂຍງລະບົບຊາຍແດນ, ຫຼັກໝາຍຊາຍແດນ ແລະ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດລະຫວ່າງສອງປະເທດ. ຜົນໄດ້ຮັບເຫຼົ່ານີ້ສືບຕໍ່ຢືນຢັນຄວາມຕັ້ງໃຈຂອງທັງສອງຝ່າຍໃນການສ້າງຊາຍແດນຫວຽດນາມ-ລາວ ທີ່ສັນຕິພາບ, ໝັ້ນຄົງ, ຮ່ວມມື ແລະ ພັດທະນາຢ່າງຍືນຍົງ.
ຍສໝ - ວັນທີ 10 ທັນວາ, ຄະນະພັກນະຄອນ ແລະ ຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ ໄດ້ພົບປະກັບຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ໄທ ແລະ ສະມາຄົມມິດຕະພາບ ໄທ - ຫວຽດນາມ, ເນື່ອງໃນໂອກາດກອງປະຊຸມໃຫຍ່ຄັ້ງທີ 14 ລະຫວ່າງຄະນະບໍລິຫານງານຂອງ 2 ສະມາຄົມຈັດຂຶ້ນຢູ່ນະຄອນ ຫາຍຟ່ອງ.
ຍສໝ - Joe Ruelle, Marko Nikolic ແລະ Jesse Peterson ມາຈາກດິນແດນທີ່ຫ່າງໄກ, ແຕ່ເລືອກທີ່ຈະຢູ່ໃກ້ກັບຫວຽດນາມໂດຍການຂຽນເປັນພາສາຫວຽດນາມ. ສຳລັບເຂົາເຈົ້າ, ຫວຽດນາມ ບໍ່ພຽງແຕ່ແມ່ນເຄື່ອງມືສື່ສານເທົ່ານັ້ນ, ຫາກຍັງແມ່ນວິທີສ້າງສັນເພື່ອບອກເລົ່າ, ເຂົ້າໃຈ ແລະ ດຳລົງຊີວິດຢູ່ກັບວັດທະນະທຳຫວຽດນາມ. ບໍ່ພຽງແຕ່ເລົ່າເລື່ອງຊີວິດເທົ່ານັ້ນ, ຍັງປ່ຽນພາສາເຂົ້າໄປໃນວັດທະນະທຳ, ຄົນ ແລະ ຫົວໃຈຂອງເຂົາເຈົ້າ.