ຍສໝ - ໃນຄວາມເປັນຈິງ, ການສົ່ງອອກກະແສໄຟຟ້າຂອງລາວໄປປະເທດຫວຽດນາມ ມີພຽງແຕ່ປະມານ 300 MW, ຄາດວ່າຈະເພີ່ມຂື້ນເປັນ 1,000 MW ໃນປີ 2020, ຫວັງວ່າຈະເພີ່ມການສົ່ງອອກກະແສໄຟຟ້າໄປຫວຽດນາມເຖິງ 3,000 MW ໃນປີ 2025 ແລະຫຼາຍກ່ວາ 5,000 MW ຮອດປີ 2030.
EVFTA ແມ່ນກາລະໂອກາດເພື່ອໃຫ້ວິສາຫະກິດ ຫວຽດນາມ ຍູ້ແຮງການສົ່ງອອກໄປຍັງຕະຫລາດທີ່ມີຄວາມສາມາດບົ່ມຊ້ອນ ແລະ ນຳເຂົ້າອຸປະກອນ, ວັດຖຸດິບ ດ້ວຍລາຄາຕ່ຳ ແລະ ມີຄຸນນະພາບສູງ.
ກອງປະຊຸມຫົວໜ້າກົມພາສີອາຊຽນ ຄັ້ງທີ 28 ຈັດຂຶ້ນວັນທີ 11-13 ມິຖຸນາ 2019 ຢູ່ນະຄອນຫຼວງວຽງຈັນ ຕາມຮອບວຽນຂອງອາຊຽນ ໂດຍເປັນປະທານຂອງທ່ານ ບຸນປະເສີດ ສີກຸນລະບຸດ ຮັກສາການຫົວໜ້າກົມພາສີ ກະຊວງການເງິນ ມີທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຫົວໜ້າກົມພາສີປະເທດສະມາຊິກອາຊຽນ ກອງເລຂາອາຊຽນ ອົງການພາສີໂລກ ແລະ ປະເທດຄູ່ຮ່ວມພັດທະນາ ເຂົ້າຮ່ວມ.
ກອງປະຊຸມຫົວໜ້າກົມພາສີອາຊຽນ ຄັ້ງທີ 28 ໄດ້ຈັດຂຶ້ນວັນທີ 11-13 ມິຖຸນາ 2019 ຢູ່ ນະຄອນຫຼວງວຽງຈັນ ສປປ ລາວ.
ໃນປີ 2018 ມູນຄ່າການສົ່ງອອກພາຍໃຕ້ສິດທິພິເສດທາງການຄ້າບັນລຸໄດ້ປະມານ 1,31 ຕື້ໂດລາສະຫະລັດ ກວມເອົາ 24.30% ຂອງມູນຄ່າການສົ່ງອອກ ທັງໝົດຂອງ ສປປ ລາວ ທີ່ມີມູນຄ່າ 5,41 ຕື້ໂດລາສະຫະລັດ. ສໍາລັບມູນຄ່າການນຳເຂົ້າພາຍໃຕ້ສິດທິພິເສດທາງການຄ້າປະຕິບັດໄດ້ພຽງ 613,83 ລ້ານໂດລາສະຫະລັດ ກວມເອົາ 10.80% ຂອງມູນຄ່າການນໍາເຂົ້າທັງໝົດ ຂອງ ສປປ ລາວ ທີ່ມີມູນຄ່າ 5,84 ຕື້ ໂດລາສະຫະລັດ.
ຕອນເຊົ້າວັນທີ 2 ເມສາ, ຕາມຂໍ້ມູນຈາກກົມໃຫຍ່ປ່າໄມ້ໃຫ້ຮູ້ວ່າ, ມູນຄ່າການສົ່ງອອກເຄື່ອງເຟີນີເຈີ ແລະເຄື່ອງປ່າຂອງດົງ ເດືອນມີນາ 2019 ບັນລຸ 922 ລ້ານໂດລາສະຫະລັດ, ນໍາວົງເງິນການສົ່ງອອກ 3 ເດືອນ ຕົ້ນປີ 2019 ບັນລຸປະມານ 2,4 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018.
ອິນໂດເນເຊຍ, ມາເລເຊຍ ແລະ ໄທ ໄດ້ຕົກລົງທີ່ຈະຫຼຸດການສົ່ງອອກຢາງພາລາຊຶ່ງເປັນສ່ວນໜຶ່ງຂອງມາດຕະການຈຳກັດປະລິມານການສົ່ງອອກຢາງພາລາດ້ວຍການຕັ້ງເປົ້າໝາຍຫຼຸດການສົ່ງອອກລວມກັນເປັນ 240.000 ໂຕນ.