ຍສໝ - ຕົ້ນອາທິດທີ່ຜ່ານມາ, ຄະນະຜູ້ແທນ ແຂວງສະຫວັນນະເຂດ ນຳໂດຍ ທ່ານ ປອ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ ຮອງເລຂາພັກ ຮອງເຈົ້າແຂວງ ສະຫວັນນະເຂດ ໄດ້ຕ້ອນຮັບ ຄະນະຜູ້ແທນ ແຂວງຝູອຽນ ແຫ່ງສສ ຫວຽດນາມ ເຊິ່ງນຳໂດຍທ່ານ ເລືອງ ມິງ ເຊີນ ຮອງເລຂາຜູ້ ປະຈຳການພັກແຂວງຝູອຽນ, ມີພະແນກການອ້ອມຂ້າງແຂວງ ສະຫວັນນະເຂດເຂົ້າຮ່ວມຢ່າງ ພ້ອມພຽງ.
ໃນວັນທີ 9 ສິງຫາ 2018 ທີ່ນະຄອນຫລວງວຽງຈັນ, ສະພາແຫ່ງຊາດ ໄດ້ຈັດກອງປະຊຸມເປີດກວ້າງ ປະກອບຄຳຄິດຄຳເຫັນ ກ່ຽວກັບການເພີ່ມຊົນເຜົ່າບຣູ ຢູ່ ແຂວງສະຫວັນນະເຂດ ເຂົ້າໃນຊົນເຜົ່າໃນລາວ.
ຍສໝ - ອາທິດທີ່ຜ່ານມາ, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ຄຳລຸຍ ຍາດຕິວົງ ຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຈຳນວນໜຶ່ງ ໄດ້ລົງເຄື່ອນໄຫວຕິດຕາມເບິ່ງສະພາບຜົນເສຍຫາຍຕົວຈິງຈາກນ້ຳຖ້ວມທີ່ ເມືອງຈຳພອນ, ເມືອງຊົນນະບູລີ ແລະ ເມືອງວິລະບູລີ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກອຳນາດການປົກຄອງເມືອງ, ບ້ານ ແລະພໍ່ແມ່ປະຊາຊົນໃນສາມເມືອງດັ່ງກ່າວ.