ຍສໝ - ໂດຍຜ່ານຜ່າ 30 ທິມເຂົ້າຮ່ວມການເສັງ ແລະ ຜ່ານຜ່າ ຮອບຊິງຊະນະເລີດ 3 ຮອບ, ທິມ AXIS OF EVIL ມາຈາກມະຫາວິທະຍາໄລ ສ້າງຄູ ດ່ານັ້ງ ບັນລຸໄດ້ລາງວັນທີ ໜຶ່ງໃນການເສັງ “ຂ້າພະເຈົ້າແມ່ນພົນລະເມືອງທົ່ວໂລກ”
ຍສໝ - ນີ້ແມ່ນຄຳປາໄສຂອງທ່ານ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio ທີ່ການຮັບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາຊົນເຜົ່າ” ຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໃນວັນທີ 23 ເມສາຢູ່ ຮ່າໂນ້ຍ. ຫຼຽນກາລະນຶກ ແມ່ນລາງວັນເພື່ອຮັບຮູ້ບັນດາການປະກອບສ່ວນໃນການຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງປະຊາຊົນຫວຽດນາມ ແລະ ຍີ່ປຸ່ນ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນໄພພິບັດທາດພິດສີສົ້ມ/ດີໂອຊິນ ຢູ່ ຫວຽດນາມ (10 ສິງຫາ 1961 – 10 ສິງຫາ 2021), ວາລະສານຍຸກສະໄໝໄດ້ມີການແລກປ່ຽນສຳລັບທ່ານ Yang Ho ຫົວໜ້າຜູ້ຕາງໜ້າອົງການຈັດຕັ້ງປະຊາຊົນ ເພື່ອສະພາບແວດລ້ອມ Bundang ຢູ່ ຫວຽດນາມ ໂດຍແມ່ນໜ່ວຍງານປະຕິບັດໂຄງການປັບປຸງ, ຍົກລະດັບສູນໜູນຊ່ວຍສັງຄົມສຳລັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ໄລຍະທີ 2.
ຍສໝ - ຄະນະຜູ້ຕາງໜ້າຫວຽດນາມ ດ້ວຍບົດບາດເປັນປະທານອາຊຽນ, ໄດ້ຕາງໜ້າໃຫ້ອາຊຽນກ່າວຄຳເຫັນລວມຢູ່ບັນດາກອງປະຊຸມ ກ່ຽວກັບບົດລາຍງານປະຈຳປີຂອງ ຂະຫຼວງໃຫຍ່ກ່ຽວກັບສະພາບການສິດຂອງມະນຸດ ແລະ ຜົນກະທົບຂອງໂລກລະບາດ Covid – 19, ສະພາບສິດທິມະນຸດຂອງ ຟີລິບປິນ, ບັນດາກອງປະຊຸມປຶກສາຫາລືແລກປ່ຽນຫົວເລື່ອງສະເພາະປະຈຳປີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ການຮ່ວມມືດ້ານເຕັກນິກ.