ສະຫາຍພົນຈັດຕະວາ ປະສິດ ທ່ຽງທຳ ຕ້ອນຮັບຄະນະຜູ້ແທນກົມກົດລັບກອງທັບປະຊາຊົນຫວຽດນາມ

ສະຫາຍພົນຈັດຕະວາ ປະສິດ ທ່ຽງທຳ ຕ້ອນຮັບຄະນະຜູ້ແທນກົມກົດລັບກອງທັບປະຊາຊົນຫວຽດນາມ

ທ້າຍອາທິດທີ່ຜ່ານມາ, ຢູ່ຫ້ອງຮັບແຂກກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດລາວ, ສະຫາຍພົນຈັດຕະວາ ປະສິດ ທ່ຽງທຳ ຮອງຫົວຫນ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນກົມກົດລັບກອງທັບປະຊາຊົນຫວຽດນາມ ນຳໂດຍສະຫາຍພັນເອກພິເສດ ຫງວຽນດົງຮືງ ຮອງຫົວຫນ້າກົມກົດລັບກອງທັບປະຊາຊົນຫວຽດນາມ ເນື່ອງໃນໂອກາດທີ່ຄະນະເດີ່ນທາງມາຢ້ຽມຢາມ ແລະເຮັດວຽກຢູ່ສປປ ລາວ.

ສະຫາຍພົນໂທ ວິໄລ ຫຼ້າຄຳຟອງ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະສິລະປະກອນເຂດ 4 ກອງທັບປະຊາຊົນຫວຽດນາມ

ສະຫາຍພົນໂທ ວິໄລ ຫຼ້າຄຳຟອງ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະສິລະປະກອນເຂດ 4 ກອງທັບປະຊາຊົນຫວຽດນາມ

ມື້ວານນີ້ ທີ່ກະຊວງປ້ອງກັນປະເທດສະຫາຍພົນໂທ ວິໄລ ຫຼ້າຄໍາຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະສິລະປະກອນທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ເຊິ່ງນໍາໂດຍສະຫາຍພັນໂທ ຟານເທ້ຮ້ຽນ ຊ່ວຍວຽກໂຄສະນາຫ້ອງການເມືອງທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ໃນໂອກາດທີ່ຄະນະເດີນທາງມາຢ້ຽມຢາມ ແລະ ສະແດງມິດຕະພາບຢູ່ ສປປ ລາວ

ກອງທັບປະຊາຊົນຫວຽດນາມ ຊ່ວຍເຫຼືອ ລາວ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດເຂື່ອນໄຟຟ້າແຕກ

ກອງທັບປະຊາຊົນຫວຽດນາມ ຊ່ວຍເຫຼືອ ລາວ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດເຂື່ອນໄຟຟ້າແຕກ

ຕາມຂໍ້ມູນຂ່າວສານຈາກກົມກູູ້ໄພ-ກູ້ຊີບ, ກົມໃຫຍ່ເສນາທິການ, ກອງບັນຊາການທະຫານເຂດ 5 ແລະຄະນະເສດຖະກິດປ້ອງກັນຊາດ 206 ພວມສືບຕໍ່ຊີ້ນໍາບັນດາກົມກອງສົ່ງກໍາລັງ, ພາຫະນະຊ່ວຍເຫຼືອປະຊາຊົນແຂວງ ອັດຕະປື, ສປປ ລາວ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດເຂື່ອນໄຟຟ້າແຕກ.

ເພີ່ມທະວີການຮ່ວມມືລະຫວ່າງ ໜັງສືພິມກອງທັບປະຊາຊົນຫວຽດນາມ ແລະ ໜັງສືພິມກອງທັບປະຊາຊົນລາວ

ເພີ່ມທະວີການຮ່ວມມືລະຫວ່າງ ໜັງສືພິມກອງທັບປະຊາຊົນຫວຽດນາມ ແລະ ໜັງສືພິມກອງທັບປະຊາຊົນລາວ

ສອງວັນ​ທີ່​ຜ່ານ​ມາ ຢູ່ນະຄອນ ໂຮ່ຈິມິນ, ຄະນະຜູ້ແທນໜັງສືພິມກອງທັບປະຊາຊົນລາວ ໂດຍທ່ານພັນເອກ ຄໍາສາວ ແກ້ວວິເສດ, ຫົວໜ້າບັນນາທິການໃຫຍ່ໜັງສືພິມກອງທັບປະຊາຊົນລາວ ເປັນຫົວໜ້າຄະນະ, ຝ່າຍ ຫວຽດນາມ ມີທ່ານພັນເອກພິເສດ ຮ່າແມ້ງເຕື່ອງ, ຮອງຫົວໜ້າບັນນາທິການໃຫຍ່ໜັງສືພິມກອງທັບປະຊາຊົນຫວຽດນາມ.

ຄະນະນັກຂ່າວແຫ່ງ ສປປ ລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ

ຄະນະນັກຂ່າວແຫ່ງ ສປປ ລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ

ຕອນບ່າຍວັນທີ 30 ພຶດສະພາ, ທີ່ສໍານັກງານໜັງສືພິມກອງທັບປະຊາຊົນຫວຽດນາມ, ເຮືອນເລກທີ 7 ຖະໜົນ ຟານດິ່ງຟຸ່ງ, ຮ່າໂນ້ຍ, ຄະນະນັກຂ່າວແຫ່ງ ສປປ ລາວ ໂດຍທ່ານ ປິ່ນປາດຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ແຫ່ງ ສປປ ລາວ ໄດ້ມີການຢ້ຽມຢາມ ແລະເຮັດວຽກກັບໜັງສືພິມກອງທັບປະຊາຊົນຫວຽດນາມ. ຕ້ອນຮັບຄະນະນັກຂ່າວ, ຝ່າຍໜັງສືພິມກອງທັບປະຊາຊົນຫວຽດນາມ ມີທ່ານພົົນຈັດຕະວາ ຟ້າມວັນຮ໋ວນ ເລຂາຄະນະພັກ, ຫົວໜ້າບັນນາທິການໃຫຍ່ໜັງສືພິມກອງທັບປະຊາຊົນຫວຽດນາມ.