ຍສໝ - ທ່ານ Chiba Akira ໃຫ້ຮູ້ວ່າ ເຂົ້າຮ່ວມກອງປະຊຸມ AMM 53, ຍີ່ປຸ່ນຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາສ້າງສູນອາຊຽນກ່ຽວກັບບັນດາກໍລະນີການແພດປະຊາຄົມຮີບດ່ວນ ແລະ ໂລກລະບາດ, ໜູນຊ່ວຍເງິນ 1 ລ້ານ USD ໃຫ້ແກ່ກອງທຶນອາຊຽນ ຮັບມືກັບໂລກລະບາດ Covid – 19, ກໍ່ຄືຈະຜັນຂະຫຍາຍບັນດາໂຄງການໃຫ້ກູ້ຢືມ ແລະ ລົງທຶນ ຢ່າງເໝາະສົມໃຫ້ແກ່ອາຊຽນ.
ຍສໝ - ໃນໄລຍະຈະມາເຖິງ, ກະຊວງອຸດສາຫະກຳ ແລະ ການຄ້າ ຈະສືບຕໍ່ສົມທົບກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ບັນດາອົງການທີ່ກ່ຽວຂ້ອງເຮັດວຽກ ແລະ ຊຸກຍູ້ SFDA ເພີ່ມເຕີມບັນດາວິສາຫະກິດ ຫວຽດນາມ ອື່ນໆ ໄດ້ຮັບການອະນຸຍາດສົ່ງອອກສິນໃນນ້ຳໄປຍັງຕະຫຼາດ ອາຣັບບິ ຊາອຸດິດຄືນໃໝ່, ກ້າວໄປເຖິງການແກ້ໄຂຄຳສັ່ງຢຸດຕິການນຳເຂົ້າສິນໃນນ້ຳຈາກຫວຽດນາມຢ່າງສິ້ນເຊິງ.
ຍສໝ - ອາເມລິກາແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າແຖວໜ້າຂອງຫວຽດນາມ, ພິເສດແມ່ນການຄ້າຜະລິດຕະພັນກະເສດ ມີການເຕີບໂຕຢ່າງບໍ່ຢຸດຢັ້ງໃນຊຸມປີທີ່ຜ່ານມາ, ບັນລຸໄດ້ເກືອບ 30%. 7 ເດືອນທີ່ຜ່ານມາ, ວົງເງິນການຄ້າສອງຝ່າຍບັນລຸກ່ວາ 47 ຕື້ USD.
ຍສໝ - ງານຕະຫຼາດນັດໂດຍບໍລິສັດຈັດຕັ້ງເຫດການ, ວາງສະແດງ ແລະ ການຄ້າ Andalus ຈັດຕັ້ງ ແລະ ແກ່ຍາວຮອດວັນທີ 27 ກັນຍາ.
ຍສໝ - ທານເອກອັກຄະລັດຖະທູດອີຢູ ປະຈຳ ອາຊຽນ ໄດ້ຢືນຢັນວ່າ, ຫວຽດນາມ ໄດ້ຢັ້ງຢືນຄືນໃໝ່ຄວາມເປັນໃຈກາງ ແລະ ຄວາມສາມັກຄີຂອງອາຊຽນ ໂດຍການຮັກສາການພົວພັນເປັນປະຈຳ ລະຫວ່າງອາຊຽນ ແລະ ບັນດາຄູ່ຮ່ວມມື.
ຍສໝ - ນີ້ແມ່ນເນື້ອໃນຂອງກອງປະຊຸມສຳມະນາ ເປີດສາກໃຫ້ແກ່ເຫດການ “ວົງແຂນ ອາເມລິກາ 8” ເຊິ່ງຈະໄດ້ດຳເນີນທາງອອນລາຍໃນວັນທີ 10 ຕຸລາຈະມາເຖິງ.
ຍສໝ - ມີນັກລົງທຶນຕ່າງປະເທດຫຼາຍຄົນ ອີກຄັ້ງໜຶ່ງໄດ້ຢັ້ງຢືນວ່າຫວຽດນາມແມ່ນສະຖານທີ່ດຶງດູດການລົງທຶນ. ເຂົ້າເຈົ້າເວົ້າວ່າ: “ບໍ່ມີຫຍັງສາມາດກີດຂວາງພວກເຮົາຂຸດຄົ້ນກາລະໂອກາດຢູ່ຫວຽດນາມ”.
ຍສໝ - ທ່ານນາງ ປ.ອ Puan Maharani ປະທານສະພາຕໍ່າ ອິນໂດເນເຊຍໄດ້ຕີລາຄາສູງຄວາມມານະພະຍາຍາມຂອງຫວຽດນາມໃນການເປັນເຈົ້າພາບຈັດຕັ້ງກອງປະຊຸມສະມັດຊາໃຫຍ່ AIPA ທາງອອນລາຍຄັ້ງທຳອິດໃນສະພາບການເກີດໂລກລະບາດ Covid – 19.
ຍສໝ - ໃນຖານະເປັນຮອງເລຂາທິການໃຫຍ່ຄົນໃໝ່, ທ່ານ ເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ຈະຮັບຜິດຊອບການປະຕິບັດການຄຸ້ມຄອງບໍລິຫານວຽກງານພາຍໃນ, ບຸກຄະລາກອນ, ການເງິນ ແລະ ງົບປະມານ.
ຍສໝ - ຈຸດໃໝ່ອ່ຽມຂອງ ກອງປະຊຸມສະມັດຊາໃຫຍ່ AIPA 41 ນັ້ນແມ່ນ ແຕ່ລະຄະນະກຳມາທິການຂອງ AIPA ຈະປະກາດໃຊ້ລັດຖະດຳລັດລວມ, ແຕ່ສ່ອງແສງໄດ້ຄວາມມຸ່ງມາດປາດຖະໜາຂອງແຕ່ລະປະເທດ. ບັນດາເນື້ອໃນຂອງມະຕິລວມໃນປີນີ້ລ້ວນແຕ່ຕິດພັນກັບສະພາບການໂລກລະບາດ ແລະ ຜົນກະທົບຈາກໂລກລະບາດ Covid – 19 ຕໍ່ບັນດາຂົງເຂດ.
ຍສໝ - ພາຍຫຼັງ ເຮືອບິນລົງຈອດຢູ່ສະໜາມບິນສາກົນ ເຕິນເຊີນເຍິດ (ນະຄອນ ໂຮ່ຈີມິນ), ຜູ້ໂດຍສານທັງໝົດໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.
ຍສໝ - ທີ່ພິທີຕ້ອນຮັບ, ທ່ານ ຕະທິແທງທຸຍ, ຫົວໜ້າຄະນະຄຸ້ມຄອງແຮງງານຫວຽດນາມ ປະຈຳ ສ.ເກົາຫຼີ ໄດ້ຕາງໜ້າໃຫ້ສະຖານທູດຫວຽດນາມ ປະຈຳ ສ.ເກົາຫຼີ ສະແດງຄວາມຂອບໃຈຕໍ່ການເອົາໃຈໃສ່ ແລະ ໜູນຊ່ວຍຂອງບໍລິສັດສຳລັບຜູ້ອອກແຮງງານ ຫວຽດນາມ, ພ້ອມທັງໃຫ້ຄຳໝັ້ນສັນຍາຈະສົ່ງຈຳນວນຜ້າອັດປາກນີ້ ໄປຍັງ ສູນໜູນຊ່ວຍແຮງງານຕ່າງ ປະເທດ 11 ແຫ່ງເພື່ອສົ່ງໄປຍັງຜູ້ອອກແຮງງານ.
ຍສໝ - Tea Banh ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍໄດ້ຢັ້ງຢືນສືບຕໍ່ສະໜັບສະໜູນ ແລະ ສົມທົບກັບຫວຽດນາມຢ່າງແໜ້ນແຟ້ນ ໃນການຮັບປະກັນຜົນສຳເລັດຂອງບົດບາດເປັນປະທານອາຊຽນ, ໃນນັ້ນມີການຈັດຕັ້ງສຳເລັດບັນດາການເຄື່ອນໄຫວຄືກອງປະຊຸມຜູ້ບັນຊາການການປ້ອງກັນຊາດ ອາຊຽນ, ກອງປະຊຸມ ADMM, ADMM+.
ຍສໝ - ກະຊວງໂຍທາທະການ ແລະ ຄົມມະນາຄົມ ກຳປູເຈຍກໍ່ຈະສ້າງບັນດາຄິວຈອດລົດສົ່ງສິນຄ້າ ແລະ ຮຽກຮ້ອງໃຫ້ພະນັກງານພາສີແບ່ງແຍກເວລາເຮັດວຽກໂດຍບໍ່ມີເວລາຜັກຜ່ອນຕອນທ່ຽງ ເພື່ອອາດຈະແກ້ໄຂລະບຽບການໂດຍໄວ, ສ້າງເງື່ອນໄຂໃຫ້ແກ່ການຂົນສົ່ງສິນຄ້າ
ຍສໝ - ທີ່ການເຮັດວຽກ, ທ່ານນາງ ດ່າວທິເຮືອງ ໄດ້ແຈ້ງໃຫ້ຊາບໂດຍຫຍໍ້ກ່ຽວກັບສະພາບການເສດຖະກິດ - ສັງຄົມຂອງຫວຽດນາມ, ບັນດາທ່າແຮງຂອງຫວຽດນາມ ບົນບັນດາຂົງເຂດເສດຖະກິດ, ການທ່ອງທ່ຽວ, ກະສິກຳ, ສາທາລະນະສຸກ, ເຕັກໂນໂລຢີຂໍ້ມູນຂ່າວສານ… ເຊິ່ງສອງຝ່າຍອາດຈະລົງທຶນຮ່ວມມື.
ຍສໝ - ທ່ານ ຫງວຽນຈີ໊ຢຸງ ໃຫ້ຮູ້ວ່າ ຫວຽດນາມ ໄດ້ ແລະ ພວມຍູ້ໄວການກຽມພ້ອມບັນດາເງື່ອນໄຂ: ກວດກາຄືນໃໝ່ກອງທຶນດິນ, ໜ້າພຽງ, ໂຮງງານ ແລະ ບັນດາຮາກຖານໂຄງລ່າງທີ່ຈຳເປັນຕ້ອງຕ່າງໆເພື່ອຮັບໃຊ້ໃຫ້ແກ່ການຜະລິດ, ຍູ້ໄວວິວັດການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ທີ່ມີຄຸນນະພາບ.
ຍສໝ - ການ ໂອ້ລົມສົນທະນາທາງອອນລາຍກ່ຽວກັບໂອກາດດຳເນີນທຸລະກິດພາຍຫຼັງທີ່ EVFTA ມີຜົນສັກສິດໄດ້ຈັດຂຶ້ນທີ່ນະຄອນຫຼວງປາຣີ - ຝລັ່ງ, ໃນວັນທີ 4 ກັນຍາ.
ການນຳບັນດາປະເທດ ຕ່າງກໍສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານ ເຊິ່ງປະຊາຊົນຫວຽດນາມ ບັນລຸໄດ້ໃນການຕໍ່ສູ້ ແລະ ສ້າງສາປະເທດ ສາທາລະນະລັດ ສັງຄົມນິຍົມ ສີວິໄລ ແລະ ຮັ່ງມີເຂັ້ມແຂງ.
ໃນໄລຍະຈະມາເຖິງ, ຫວຽດນາມ ຕັດສິນໃຈ ຈະເພີ່ມທະວີນ້ຳໃຈໄມຕີຈິດມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານກັບ ສິງກະໂປ, ບັນດາປະເທດ ສະມາຊິກ ອາຊຽນ ແລະ ບັນດາປະເທດອື່ນໆຫຼາຍກວ່າອີກ ເພື່ອໂລກແຫ່ງສັນຕິພາບ, ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ.
ຍສໝ - ທ່ານ ແທງກົງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ເອຢິບໃຫ້ຮູ້ວ່າ:ເພື່ອຊຸກຍູ້ການຮ່ວມມືສອງຝ່າຍ, ກ່ອນອື່ນໝົດຕ້ອງຊຸກຍູ້ການຮ່ວມມືລະຫວ່າງປະຊາຊົນສອງປະເທດ ເພື່ອຈາກນັ້ນ, ພວກເຮົາເຂົ້າໃຈໄດ້ບັນດາຈຸດວັດທະນະທຳຂອງກັນ. ສອງປະເທດພ້ອມກັນຮ່ວມມື ແລະ ແບ່ງປັນບົດຮຽນປະສົບການ ແລະ ພ້ອມກັນຮ່ວມມືຢ່າງແໜ້ນແຟ້ນ.