ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມີນາ ໄຂຂຶ້ນວັນທີ 20-21 ມີນາ 2019 ນີ້ ຢູ່ສໍານັກງານນາຍົກລັດຖະມົນຕີ ໂດຍເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ມີບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.
ໃນວັນທີ 12 ພຶດສະພາ 2021, ທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບຕ້ອນການເຂົ້າຢ້ຽມຂໍ່ານັບ ທ່ານ ໂພລ ແຄລີ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ໃນໂອກາດພິທີປະກາດການຊ່ວຍເຫຼືອຢາວັກແຊັງ ແລະ ການຊ່ວຍເຫຼືອດ້ານວິຊາການຕ່າງໆ, ມູນຄ່າ 15,2 ລ້ານໂດລາອົດສະຕຣາລີ ຈາກ ລັດຖະບານ ອົດສະຕຣາລີ ຢ່າງເປັນທາງການ ກໍຄື ການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ ແລະ ອົດສະຕຣາລີ.
ຄະນະລັດຖະບານ ກໍາລັງຂຸ້ນຂ້ຽວພິຈາລະນາ ກ່ຽວກັບການປັບປຸງລາຄາໄຟຟ້າຄືນໃໝ່ ສຳລັບປີ 2019-2025 ຈາກ 2 ຮູບແບບ ທີ່ສະເໜີໂດຍກະຊວງພະລັງງານ ແລະ ບໍ່ແຮ່ ຄື ຮູບແບບເດີມທີ່ມີ 6 ລາຄາ ແລະ ຮູບແບບໃໝ່ທີ່ມີລາຄາດຽວ, ຊຶ່ງຜູ້ແທນ ສ່ວນຫລາຍ ແມ່ນເຫັນດີ ໃນຮູບແບບ ໃໝ່ທີ່ມີລາຄາດຽວ.
ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນມັງກອນ 2020 ໄດ້ຈັດຂຶ້ນໃນວັນທີ 22-23/1/2020 ທີ່ສໍານັກງານນາຍົກລັດຖະມົນຕີ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຊຶ່ງມີບັນ ດາທ່ານຮອງນາຍົກລັດຖະມົນ ຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.
ລັດຖະບານ ໄດ້ຊີ້ນໍາໃຫ້ສະຖາບັນຄົ້ນຄວ້າ ເສດຖະກິດແຫ່ງຊາດ ປັບປຸງຕື່ມແຜນພັດທະ ນາພູພຽງບໍລະເວນ ຕາມການປະກອບຄໍາຄິດ ຄໍາເຫັນ ຂອງສະມາຊິກລັດຖະບານ ໃຫ້ເປັນລັກສະນະກວມລວມຫລາຍຂົງເຂດ.