ຮັດແໜ້ນສາຍພົວພັນລະຫວ່າງສອງປະເທດຫວຽດນາມ-ລາວ ໃຫ້ຫຼາຍກວ່າອີກ

ຮັດແໜ້ນສາຍພົວພັນລະຫວ່າງສອງປະເທດຫວຽດນາມ-ລາວ ໃຫ້ຫຼາຍກວ່າອີກ

ໃນຂອບເຂດການຢ້ຽມຢາມ ສປປ ລາວ ແລະເປັນປະທານຮ່ວມກອງປະຊຸມ ຄັ້ງທີ 47 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານຫວຽດນາມ - ລາວ, ຕອນເຊົ້າວັນທີ 10 ມັງກອນ, ຢູ່ນະຄອນຫຼວງວຽງຈັນ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ.

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດປະມານ 1.000 ຄົນຈະເຂົ້າຮ່ວມ “ລະດູບານໃໝ່ບ້ານເກີດເມືອງນອນ” ປີ 2025

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດປະມານ 1.000 ຄົນຈະເຂົ້າຮ່ວມ “ລະດູບານໃໝ່ບ້ານເກີດເມືອງນອນ” ປີ 2025

ຍສໝ - ຕອນ​ບ່າຍ​ວັນ​ທີ 9 ມັງກອນ​, ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມຖະແຫຼງ​ຂ່າວ​ກ່ຽວ​ກັບລາຍການ “​ລະດູບານ​ໃໝ່​ບ້ານເກີດເມືອງນອນ” ປີ 2025.

ຕໍ່ກໍາລັງໜູນໃຫ້ແກ່ການພົວພັນຫວຽດນາມ-ລາວ ຕື່ມອີກ

ຕໍ່ກໍາລັງໜູນໃຫ້ແກ່ການພົວພັນຫວຽດນາມ-ລາວ ຕື່ມອີກ

ຍສໝ - ໂດຍໄດ້ຮັບຄໍາເຊີນຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ຈະເດີນທາງໄປຢ້ຽມຢາມລາວ ແລະເປັນປະທານຮ່ວມກອງປະຊຸມ ຄັ້ງທີ 47 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານຫວຽດນາມ-ລາວ ໃນລະຫວ່າງວັນທີ 9-10 ມັງກອນ 2025.

100.000 ຄົນເຂົ້າຮ່ວມງານບຸນລະດູບານໃໝ່ບ້ານເກີດເມືອງນອນ 2025 ຢູ່ນະຄອນ ໂອຊາກາ

100.000 ຄົນເຂົ້າຮ່ວມງານບຸນລະດູບານໃໝ່ບ້ານເກີດເມືອງນອນ 2025 ຢູ່ນະຄອນ ໂອຊາກາ

ຍສໝ - ວັນ​ທີ 4-5 ມັງກອນ​, ງານ​ບຸນ​ລະດູບານ​ໃໝ່​ບ້ານ​ເກີດ​ເມືອງ​ນອນ​ 2025 ດ້ວຍ​ຫົວ​ຂໍ້ “ຫົວ​ໃຈ ​ຫວຽດນາມ” ​ໄດ້​ດຳເນີນ​ຢູ່​ນະຄອນ ​ໂອ​ຊາ​ກາ, ​ຍີ່ປຸ່ນ.

ຮ່າ​ໂນ້ຍ ຈະ​​ສະ​ແດງ​ drone 2.025 ໜ່ວຍ​ເພື່ອ​ສະ​ເຫຼີມ​ສະ​ຫຼອງບຸນປີໃໝ່ປະຈຳຊາດ ປີມະເສັງ 2025

ຮ່າ​ໂນ້ຍ ຈະ​​ສະ​ແດງ​ drone 2.025 ໜ່ວຍ​ເພື່ອ​ສະ​ເຫຼີມ​ສະ​ຫຼອງບຸນປີໃໝ່ປະຈຳຊາດ ປີມະເສັງ 2025

ຍສໝ​ - ວັນ​ທີ 6 ມັງກອນ​ນີ້, ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ ຈະ​ຈັດ​ຕັ້ງລາຍການປະສານດົນຕີແສງສີ - ຕ້ອນຮັບ​ປີ​ໃໝ່ 2025 ຢູ່​ເຂດ​ສີ່​ແຍກ ຫງວຽນ​ຮ່ວາງຕົ່ນ - ລາກລອງກວນ (​ໄຕ​ໂຮ່, ຮ່າ​ໂນ້ຍ) ​ໃນ​ເວລາ 20:00 ໂມງ​ຂອງ​ວັນ​ທີ 18 ມັງກອນ​ນີ້.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ຈະໄປຢ້ຽມ​ຢາມ ລາວ ແລະ ເປັນ​ປະ​ທານ​ຮ່ວມ​ກອງ​ປະ​ຊຸມ​ຄັ້ງ​ທີ 47 ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ - ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ຈະໄປຢ້ຽມ​ຢາມ ລາວ ແລະ ເປັນ​ປະ​ທານ​ຮ່ວມ​ກອງ​ປະ​ຊຸມ​ຄັ້ງ​ທີ 47 ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ - ລາວ

ຍສໝ - ຕາມ​​ແຈ້ງການຂອງ​ກະຊວງ​ການ​ຕ່າງປະ​ເທດຫວຽດນາມ, ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີແຫ່ງ ສປປ ລາວ ສອນ​ໄຊ ສີ​ພັນ​ດອນ, ທ່ານ​ນາຍົກລັດຖະມົນຕີ ສສ ຫວຽດນາມ ຟ້າມມິງຈິງ ພ້ອມກັບຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ​ຫວຽດນາມ ​ຈະ​ໄປຢ້ຽມຢາມ ລາວ ​ແລະ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​​ກອງ​ປະ​ຊຸມ​ຄັ້ງ​ທີ 47 ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ - ລາວ ແຕ່​ວັນ​ທີ 09-10 ມັງກອນ 2025.

ພົບປະກັບຊາວຫວຽດນາມ ຢູ່ຕ່າງປະເທດ ເພື່ອສະເຫຼີມສະຫຼອງວັນລະບານໃໝ່ປີມະເສັງ 2025 ໃນບໍລິເວນນະຄອນ ໂຮ່ຈີມິນ

ພົບປະກັບຊາວຫວຽດນາມ ຢູ່ຕ່າງປະເທດ ເພື່ອສະເຫຼີມສະຫຼອງວັນລະບານໃໝ່ປີມະເສັງ 2025 ໃນບໍລິເວນນະຄອນ ໂຮ່ຈີມິນ

ຍສໝ​ - ​ແຕ່​ວັນ​ທີ 17-18 ມັງກອນ 2025, ຢູ່​ນະຄອນ ​ໂຮ່ຈີ​ມິນ, ຄະນະ​ກຳມະການກ່ຽວກັບຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ນະຄອນ ​ໂຮ່ຈີ​ມິນ ສົມທົບ​ກັບ​ບັນດາພະແນກ, ຂະແໜງການ, ຫົວໜ່ວຍ​ທີ່​ກ່ຽວຂ້ອງ​ ຈະຈັດ​ຕັ້ງ​ລາຍການ​ພົບ​ປະ​ຊາວຫວຽດນາມ ຢູ່ຕ່າງປະເທດ ເພື່ອສະເຫຼີມສະຫຼອງວັນລະບານໃໝ່ປີມະເສັງ 2025 ໃນບໍລິເວນນະຄອນ ໂຮ່ຈີມິນ.

ປະກາດ logo “ຄູ່ຮ່ວມມືຂອງສັງກາດໃໝ່” ລະຫວ່າງ ຫວຽດນາມ ແລະ ສິງກະໂປ

ປະກາດ logo “ຄູ່ຮ່ວມມືຂອງສັງກາດໃໝ່” ລະຫວ່າງ ຫວຽດນາມ ແລະ ສິງກະໂປ

ຍສໝ - ວັນ​ທີ 6 ມັງກອນ​ນີ້, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ​ຫວຽດນາມ - ສິງກະ​ໂປ ​ໄດ້​ສົມທົບ​ກັບ​ສະຖານທູດ​ສິງກະ​ໂປ​ ປະຈຳ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ປະກາດ logo “ຄູ່ຮ່ວມມືຂອງສັງກາດໃໝ່” ລະຫວ່າງ ຫວຽດນາມ ແລະ ສິງກະໂປ. logo ​ເປັນ​ທາງ​ການ​ໄດ້​ຮັບ​ການ​ປະກາດ​ ເພື່ອແນໃສ່ເປັນຂີດ​ໝາຍ​ບາດກ້າວ​ບຸກທະລຸ​ໃໝ່ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ ​ແລະ ສິງກະ​ໂປ ​ໃນ​ປີ 2025 - ​ເພື່ອ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນຊາດ ຫວຽດນາມ ​ແລະ ວັນ​ຊາດ ສິງກະ​ໂປ ຄົບຮອບ 60 ປີ.

ປຸກລະດົມ 2 ການເສັງເພື່ອຊອກຮູ້ ແລະ ອອກແບບໂລໂກ້ກ່ຽວກັບການພົວພັນ ຫວຽດນາມ - ສີລັງກາ

ປຸກລະດົມ 2 ການເສັງເພື່ອຊອກຮູ້ ແລະ ອອກແບບໂລໂກ້ກ່ຽວກັບການພົວພັນ ຫວຽດນາມ - ສີລັງກາ

ຍສໝ - ​ເພື່ອເລີ່ມຕົ້ນໃຫ້​ການ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ສີ​ລັງກາ (1970-2025), ສະຖານທູດ ຫວຽດນາມ ປະຈຳ ສີ​ລັງກາ ​ໄດ້​ສົມທົບ​ກັບ​ກະຊວງ​ການ​ຕ່າງປະ​ເທດ ສີ​ລັງກາ ​ແລະ ໜັງສືພິມ Colombo Times ​ໄດ້​ຈັດ​ຕັ້ງ​ພິທີປຸກລະດົມການເສັງຊອກ​ຮູ້​ກ່ຽວ​ກັບ​ການ​ພົວ​ພັນ​ ຫວຽດ​ນາມ - ສີ​ລັງ​ກາ ແລະ ການ​ເສັງອອກ​ແບບ Logo ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ.

ການປະກອບສ່ວນອັນໃຫຍ່ຫຼວງຂອງປະທານ GIBTK ຢູ່ ຫວຽດນາມ ໃນວຽກງານຊ່ວຍເຫຼືອມະນຸດສະທຳ

ການປະກອບສ່ວນອັນໃຫຍ່ຫຼວງຂອງປະທານ GIBTK ຢູ່ ຫວຽດນາມ ໃນວຽກງານຊ່ວຍເຫຼືອມະນຸດສະທຳ

ຍສໝ - 22 ປີຜ່ານມາ, ທ່ານ Robert Valentino Kalatschan, ປະທານ, ຫົວໜ້າຫ້ອງການຜູ້ຕາງໜ້າຂອງອົງການ Giving It Back To Kids (GIBTK) ຢູ່ ຫວຽດນາມ ໄດ້ມີການປະກອບສ່ວນຫຼາຍຢ່າງເຂົ້າໃນວຽກງານຊ່ວຍ​ເຫຼືອມະນຸດສະທໍາ, ປະກອບສ່ວນປ່ຽນແປງຊີວິດຂອງເດັກນ້ອຍ, ຄົນພິການ ແລະ ບັນດາຄອບ​ຄົວທີ່​ມີສະພາບຫຍຸ້ງ​ຍາກ​. ​ໂດຍ​ໄດ້​ຮັບ​ຮູ້​ການ​ປະກອບສ່ວນ​ຂອງ​ທ່ານເຂົ້າ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ ​ຫວຽດນາມ, ວັນ​ທີ 9 ມັງກອນ​, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ ​ໄດ້​ມອບ​ໃບ​ຍ້ອງຍໍຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ໃຫ້ແກ່ທ່ານ.

ຫວຽດນາມ ແລະ ລາວ ຄຽງບ່າຄຽງໄຫຼ່ບົນເສັ້ນທາງພັດທະນາ

ຫວຽດນາມ ແລະ ລາວ ຄຽງບ່າຄຽງໄຫຼ່ບົນເສັ້ນທາງພັດທະນາ

ຍສໝ - ການ​ພົວພັນ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ​ໃນ​ແຕ່ລະ​ໄລຍະ​ຜ່ານມາ ນັບ​ມື້​ນັບ​ເລິກ​ເຊິ່ງ, ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ.

ປະຊາຄົມຊາວ ຫວຽດນາມ ຢູ່ Osaka (ຍີ່ປຸ່ນ) ສະເຫຼີມສະຫຼອງບຸນປີໃໝ່ປີມະເສັງ

ປະຊາຄົມຊາວ ຫວຽດນາມ ຢູ່ Osaka (ຍີ່ປຸ່ນ) ສະເຫຼີມສະຫຼອງບຸນປີໃໝ່ປີມະເສັງ

ຍສໝ - ຕອນ​ຄ່ຳ​ວັນ​ທີ 8 ມັງກອນ ປີ 2025, ສະຖານ​ກົງສຸນ​ໃຫຍ່​ ຫວຽດນາມ ປະຈຳ​ນະຄອນ Osaka, ຍີ່ປຸ່ນ ​ໄດ້​ຈັດ​ຕັ້ງ​ລາຍການ “ລະດູບານ​ໃໝ່​ບ້ານ​ເກີດ​ເມືອງ​ນອນ​ປີມະເສັງ ​ປີ 2025”.

​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມ​​ມິງຈິງ ເລີ່ມ​ຕົ້ນ​ການໄປ​ຢ້ຽມ​ຢາມ​ລາວ

​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມ​​ມິງຈິງ ເລີ່ມ​ຕົ້ນ​ການໄປ​ຢ້ຽມ​ຢາມ​ລາວ

ຍສໝ - ຕອນ​ເຊົ້າ​ວັນ​ທີ 9 ມັງກອນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມ​​ມິງຈິງ ໄດ້​ອອກ​ຈາກ​ຮ່າ​ໂນ້ຍ ແລະ ມາ​ຮອດ​ປະ​ເທດ​ລາວ. ນີ້​ແມ່ນ​ປະ​ເທດ​ທຳ​ອິດ​ທີ່​ການ​ນຳ​ທີ່​ສຳຄັນ​ຂອງ​ຫວຽດນາມ ຈະ​ໄປ​ຢ້ຽມຢາມ​ໃນ​ປີ 2025.

ບິ່ງເຢືອງ ແລະ ອານຮຸຍ (ຈີນ) ລົງນາມໃນດໝາຍເຈດຈຳນົງກ່ຽວກັບການຮ່ວມມື, ພົບປະແລກປ່ຽນ ແລະ ມິດຕະພາບ

ບິ່ງເຢືອງ ແລະ ອານຮຸຍ (ຈີນ) ລົງນາມໃນດໝາຍເຈດຈຳນົງກ່ຽວກັບການຮ່ວມມື, ພົບປະແລກປ່ຽນ ແລະ ມິດຕະພາບ

ຍສໝ - ​ວັນ​ທີ 8 ມັງກອນ​, ຄະນະ​ປະຕິບັດງານ​​ແຂວງ ບິ່ງ​ເຢືອງ ​ໂດຍ​ທ່ານ ​ມາ​ຍຮຸ່ງ​ຢຸງ - ຮອງ​ປະທານ​ຜູ້​ປະຈຳ​ຄະນະ​ຄະນະກຳມະການປະຊາຊົນ​ແຂວງ ເປັນຫົວໜ້າຄະນະ ​ໄດ້​ໄປ​ຢ້ຽມຢາມ, ​ເຮັດ​ວຽກ ​ແລະ ​ໄດ້​ລົງ​ນາມໃນຈົດໝາຍເຈດຈຳນົງກ່ຽວກັບການ​ຮ່ວມ​ມື, ພົບປະ​ແລກປ່ຽນ ​ແລະ ມິດຕະພາບ​ກັບ​ ອຳນາດການປົກຄອງແຂວງ​ ອານ​ຮຸຍ, ຈີນ.

ວຽກງານການຕ່າງປະເທດຂອງ ຫວຽດນາມ ປີ 2024: ຕັ້ງໜ້າ, ເປັນເຈົ້າການປະກອບສ່ວນເຂົ້າໃນການສ້າງທ່ວງທ່າການນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່.

ວຽກງານການຕ່າງປະເທດຂອງ ຫວຽດນາມ ປີ 2024: ຕັ້ງໜ້າ, ເປັນເຈົ້າການປະກອບສ່ວນເຂົ້າໃນການສ້າງທ່ວງທ່າການນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່.

ຍສໝ - ທ່ານ ບຸ່ຍ​ແທງ​ເຊີນ, ກຳມະການ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ມີ​ບົດ​ຂຽນ “ວຽກ​ງານ​ການ​ຕ່າງປະ​ເທດ​ ຫວຽດນາມ ​ໃນ​ປີ 2024: ຕັ້ງ​ໜ້າ, ເປັນເຈົ້າການປະກອບສ່ວນ​ເຂົ້າ​ໃນ​ທ່ວງທ່າການ​ນຳ​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່ສັງກາດໃໝ່”, ​ໄດ້ເນັ້ນ​ໜັກ​ເຖິງບັນດາຜົນງານ “ຄວາມສຳຄັນ​, ຄວາມໝາຍທາງປະຫວັດສາດ” ຂອງວຽກງານການຕ່າງປະເທດຕັ້ງແຕ່ຕົ້ນອາຍຸການຈົນເຖິງປະຈຸບັນ. ບົດ​ຂຽນ​ມີ​ເນື້ອ​ໃນ​ດັ່ງ​ຕໍ່​ໄປ​ນີ້​:

​ເອກ​ອັກຄະ​ລັດຖະທູດ ຕວກກີ ເຂົ້າຢ້ຽມຂ່ຳນັບທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ

​ເອກ​ອັກຄະ​ລັດຖະທູດ ຕວກກີ ເຂົ້າຢ້ຽມຂ່ຳນັບທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ

ຍສໝ - ຕອນ​ບ່າຍ​ວັນ​ທີ 7 ມັງກອນ, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ ຟ່ານແອງເຊີນ ​ໄດ້ມີການຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ ຕວກກີ ປະຈຳ ຫວຽດນາມ, ທ່ານ Korhan Kemik.

ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ຫງວຽນມິງເຕິມ: ກໍາລັງແຮງໃໝ່ໃຫ້ການພົວພັນແບບພິເສດຫວຽດນາມ-ລາວ

ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ຫງວຽນມິງເຕິມ: ກໍາລັງແຮງໃໝ່ໃຫ້ການພົວພັນແບບພິເສດຫວຽດນາມ-ລາວ

ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ຕອບສໍາພາດກ່ຽວກັບການເດີນທາງໄປຢ້ຽມຢາມລາວ ແລະເປັນປະທານຮ່ວມກອງປະຊຸມ ຄັ້ງທີ 47 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານຫວຽດນາມ-ລາວ ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ.

ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ແຂວງ ກວາງນິງ

ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ແຂວງ ກວາງນິງ

ຍສໝ - ຕອນ​ເຊົ້າ​ວັນ​ທີ 7 ມັງກອນ, ຢູ່​ນະຄອນ ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ ​ແຂວງ ກວາງ​ນິງ ​ໄດ້​ຈັດ​ຕັ້ງ​ການພົບປະສະ​ເຫຼີມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ; 46 ປີ​ແຫ່ງ​ວັນ​ໄຊຊະນະ​ສົງຄາມ​ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປະ​ເທດ​ຊາດ ວັນ​ທີ 7 ມັງກອນ (1979-2025) ​ແລະ ສະຫຼຸບ​ວຽກ​ງານ​ຂອງ​ສະມາຄົມ​ໃນ​ປີ 2024, ຜັນຂະຫຍາຍ​ໜ້າ​ທີ່​ໃນ​ປີ 2025.

ປີ 2024, ຂະແໜງການທ່ອງທ່ຽວຂອງຫວຽດນາມ ມີລາຍຮັບປະມານ 840.000 ຕື້ດົ່ງ

ປີ 2024, ຂະແໜງການທ່ອງທ່ຽວຂອງຫວຽດນາມ ມີລາຍຮັບປະມານ 840.000 ຕື້ດົ່ງ

ຍສໝ - ວັນ​ທີ 7 ມັງກອນ​, ຂໍ້​ມູນ​ຈາກ​ກົມການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ ຫວຽດນາມ ​ໃຫ້​ຮູ້​ວ່າ ໃນ​ເດືອນທັນວາ 2024 ຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ ຫວຽດນາມ ບັນລຸ 1.747.240 ເທື່ອຄົນ, ​ເພີ່ມ​ຂຶ້ນ 2,1% ​ເມື່ອ​ທຽບ​ໃສ່​ ເດືອນ​ພະຈິກ 2024, ​ເພີ່ມ​ຂຶ້ນ 27,4% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2023. ຍອດຈໍານວນນັກທ່ອງທ່ຽວສາກົນໃນປີ 2024 ບັນລຸ 17.583.901 ຄົນ, ເພີ່ມຂຶ້ນ 39.5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2023.

ຜັນຂະຫຍາຍ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ເຮັດໃຫ້ການ​ພົວ​ພັນ​ຫວຽດ​ນາມ - ໂຕ​ໂກ ເລິກເຊິ່ງກ່ວາອີກ

ຜັນຂະຫຍາຍ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ເຮັດໃຫ້ການ​ພົວ​ພັນ​ຫວຽດ​ນາມ - ໂຕ​ໂກ ເລິກເຊິ່ງກ່ວາອີກ

ຍສໝ - ໂດຍຕ້ອນຮັບທ່ານ​ລັດຖະມົນຕີ​ກະຊວງການຕ່າງປະເທດ, ​ເຊື່ອມ​ໂຍງ​​ກັບ​ພາກ​ພື້ນ ​ແລະ ປະຊາຊົນອາໄສຢູ່ຕ່າງປະເທດ ສ.ໂຕ​ໂກ, ຕອນ​ບ່າຍ​ວັນ​ທີ 8 ມັງກອນ​ນີ້, ທີ່ສຳນັກງານປະທານປະເທດ, ທ່ານ​ ປະທານ​ປະ​ເທດ ຫວຽດນາມ ເລືອງ​ເກື່ອງ ໄດ້ສະເໜີໃຫ້ສອງຝ່າຍສົມທົບກັນເພື່ອຜັນຂະຫຍາຍບັນດາມາດຕະການເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງກ່ວາອີກ, ພິເສດແມ່ນເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ ແລະ ທຸກຂັ້ນ ເພື່ອຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງພື້ນຖານອັນໜັກແໜ້ນຊຸກຍູ້ການຮ່ວມມືໃນທຸກຂົງເຂດ; ​ເພີ່ມ​ທະວີ​ການ​ປະສານ​ງານ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ບັນດາອົງການ​ຈັດ​ຕັ້ງ​ພາກ​ພື້ນ ​ແລະ ສາກົນ ​ເຊັ່ນ ສະຫະ​ປະຊາ​ຊາດ, ຂະບວນການບໍ່​ເຊື່ອມຕໍ່, ອົງການພາສາຝຣັ່ງ, ສະຫະພາບ​ອາ​ຟຼິກາ...