ໃນວັນທີ 20 ສິງຫາ 2020 ທີ່ສຳນັກງານສູນກາງແນວລາວສ້າງຊາດ, ທ່ານປອ ໄຊສົມພອນ ພົມວິຫານ - ກຳມະການ ກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງດຣ ເພຍຣີແບນ ໂລບຣິດໂຕ - ຜູ້ຕາງໜ້າຂອງອົງ ການອຸຍນີເຊັບຄົນໃໝ່ ປະຈຳ ສປປ ລາວ.
ວັນທີ 04 ສິງຫາ 2020 ນີ້, ທີ່ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການ ຕ່າງປະເທດ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບ ແລະ ຍື່ນຈົດໝາຍ ແຕ່ງຕັ້ງ ທ່ານ ດຣ ນາງ ເພຍ ຣີ ແບນໂລ ບຣິດໂຕ (Dr PiaRebello Britto), ເພື່ອມາດຳ ລົງຕຳແໜ່ງເປັນຜູ້ຕາງໜ້າຂອງ ອົງການຢູນິເຊັບ (UNICEF) ປະຈຳ ສປປ ລາວ ຄົນໃໝ່.
ຍສໝ - ເນື່ອງໃນໂອກາດສັບປະດາສັກຢາກັນພະຍາດໂລກແຕ່ວັນທີ 24-30 ເມສາປີ 2020, ອົງການອະນາໄມໂລກ (WHO) ແລະ ກອງທຶນສປຊ ເພື່ອເດັກນ້ອຍ (UNICEF) ປະຈຳຫວຽດນາມ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການຮັບປະກັນການສັກຢາກັນພະຍາດໃຫ້ແກ່ເດັກນ້ອຍໃນຈຸດເວລາທີ່ເກີດໂລກລະບາດໂຄຕິດ-19.
ຍສໝ - ໃນວັນທີ 30 ກໍລະກົດ 2019 ທີ່ສຳນັກງານນາຍົກລັດຖະມົນຕີ ນະຄອນຫລວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບຜູ້ແທນຈາກສະຫະພາບເອີຣົບ ປະຈຳລາວ ແລະ ອົງການ ສະຫະ ປະຊາຊາດ ກອງທຶນເດັກ ປະຈຳ ສປປ ລາວ, ເຊິ່ງນຳໂດຍ ທ່ານ ລີໂອ ເຟເບີ Mr Leo Faber ເອກອັກຄະລັດຖະທູດສະຫະພາບເອີຣົບປະຈຳລາວ, ທ່ານ ອ໋ອກຕາວຽນ ບີໂວນ Mr Octavian Bivol ຜູ້ຕາງໜ້າອົງການອຸຍນີເຊບ.
ຍສໝ - ຕອນບ່າຍວັນທີ 15 ສິງຫາ ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານ Kamal Malhotra, ຜູ້ປະສານງານປະຈຳສະຫະປະຊາຊາດ ແລະ ທ່ານ Youssouf Abdel-Jelil ຫົວໜ້າອົງການ Unicef ປະຈຳ ຫວຽດນາມ.