ຍສໝ - ງານວາງສະແດງ ການດຳລົງຊີວິດຜ່ານພາບຖ່າຍຂອງນັກຖ່າຍຮູບຊາວເຢຍລະມັນ Thomas Billhardt, ເຊິ່ງເປັນຜູ້ທີ່ເຄີຍໄດ້ຮັບລາງວັນ ບຸຍຊວັນຝ໊າຍ - ເພື່ອຄວາມຮັກຮ່າໂນ້ຍ ເຊິ່ງໄດ້ດຳເນີນໃນຕອນຄ່ຳວັນທີ 12 ມີນາ ຢູ່ ສະຖາບັນ Goethe ຮ່າໂນ້ຍ.
ວັນທີ 27 ຕຸລາ, ສະຫະສະມາຄົມເສດຖະກິດລັດ Beyern (VBW) ໄດ້ສົມທົບກັບສະຫະສະມາຄົມເຄື່ອງໂລຫະ-ໄຟຟ້າກົນຈັກລັດ Beyern (Bayme VBM) ຈັດກອງປະຊຸມສຳມະນາຜ່ານທາງອອນລາຍກ່ຽວກັບບັນດາກາລະໂອກາດຂອງສັນຍາການຄ້າເສລີງະຫວ່າງ ຫວຽດນາມ - ສະຫະພາບເອີລົບ (EVFTA) ສຳລັບບັນດາວິສາຫະກິດຂອງລັດອຸດສາຫະກຳທີ່ມີເສດຖະກິດຂະຫຍາຍຕົວແຮງຂອງ ເຢຍລະມັນ.
ຍສໝ - ວັນທີ 31 ສິງຫາ, ສະຖານທູດ ເຢຍລະມັນປະຈຳຮ່າໂນ້ຍໃຫ້ຮູ້ວ່າ ທ່ານ Frank-Walter Steinmeier ປະທານາທິບໍດີ ສາທາລະນະລັດສະຫະພັນ ເຢຍລະມັນ ໄດ້ສົ່ງໂທລະເລກອວຍພອນເນື່ອງໃນໂອກາດວັນຊາດຫວຽດນາມ ໄປຍັງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະ ປະຊາຊົນຫວຽດນາມທຸດທ້ວນໜ້າ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ ລັດຖະບານ ເຢຍລະມັນສ້າງເງື່ອນໄຂສະດວກໃຫ້ແກ່ການສົ່ງອອກຜະລິດຕະພັນກະເສດ, ສິນໃນນ້ຳ, ຊຸກຍູ້ຄະນະກຳມະການເອີລົບຍົກເລີກ ບັດເຫຼືອງ ສຳລັບສິນໃນນ້ຳຂອງ ຫວຽດນາມ, ພ້ອມທັງສຳເລັດການໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ - EU.