ຍສໝ - ຕອນຄ່ຳວັນທີ 7 ມີນາ, ທີ່ການໂອ້ລົມສົນທະນາກັບທ່ານ Bogdan Aurescu ລັດຖະມົນຕີກະຊວງການຕ່າງປະເທດຣູມານີ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມບູຍແທັງເຊີນໄດ້ຢັ້ງຢືນວ່າຫວຽດນາມຖືເປັນສຳຄັນແລະມີຄວາມຫວັງຢາກສືບຕໍ່ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອໃນໄລຍະກ່ວາ 70 ປີລະຫວ່າງຫວຽດນາມແລະຣູມານີ ໃຫ້ເລິກເຊິ່ງກ່ວາອີກ.
ເຊກອງ ເປັນໜຶ່ງໃນ 4 ແຂວງພາກໃຕ້ລາວທີ່ປະຊາຊົນບັນດາເຜົ່າຍັງຄົງອະນຸລັກ ແລະ ສົ່ງເສີມປະເພນີວັດທະນະທຳຊົນເຜົ່າ ຕົນໄດ້ເປັນຢ່າງດີເຊິ່ງເມື່ອໃດເຖິງ ມື້ເຖິງຍາມຊາວບ້ານກໍຈະຈັດກິດ ຈະກຳສະເຫລີມສະຫລອງບຸນຂອງ ຕົນຂຶ້ນມາຢ່າງຄຶກຄັກເໝືອນດັ່ງ ເມື່ອກາງເດືອນກຸມພານີ້ບ້ານອາຮັງເມືອງທ່າແຕງ ເຊິ່ງເປັນເຜົ່າກະຕູ ໄດ້ຈັດບຸນປະເພນີເດືອນ 3ໂດຍໄດ້ເຊີນຊາວບ້ານກັນດອນ ແລະ ໜອງກັນມາຮ່ວມມ່ວນຊື່ນ ແລະ ສືບທອດປະເພນີອັນດີງາມນີ້ໄວ້.
ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກໍໄດ້ແລກປ່ຽນສານອວຍພອນກັບ ປະທານາທິບໍດີ ອາເມລິກາ Donald Trump; ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລກປ່ຽນສານອວຍພອນກັບ ທ່ານປະທານສະພາສູງ Michael Pence ແລະ ທ່ານນາງປະທານສະພາຕໍ່າ Nancy Pelosi.