ສັນຍານທີ່ດີຂອງຂະແໜງທ່ອງທ່ຽວຫວຽດນາມ

ສັນຍານທີ່ດີຂອງຂະແໜງທ່ອງທ່ຽວຫວຽດນາມ

ຍສໝ - ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍ ເພື່ອຕອບສະໜອງບັນດາທ່າອ່ຽງທ່ອງທ່ຽວໃໝ່, ຄື: ການທ່ອງທ່ຽວແບບຍືນຍົງ; ນັກທ່ອງທ່ຽວເລືອກສະຖານທີທ່ອງທ່ຽວບໍ່ໜາແໜ້ນປານໃດ; ຫັນຈາກການຢ້ຽມຢາມໄປສູ່ພຶດຕິກໍາຕົວຈິງ; ການທ່ອງທ່ຽວເບິ່ງແຍງດູແລສຸຂະພາບ; ການທ່ອງທ່ຽວຄອບຄົວຫຼາຍລຸ້ນ; ການທ່ອງທ່ຽວໂດຍ AI ອອກແບບລາຍການ…

ເຊີນດົ້ງ: ດຶງດູດນັກທ່ອງທ່ຽວດ້ວຍບັນດາຜະລິດຕະພັນທີ່ມີທ່າໄດ້ປຽບຢູ່ເຂດສູງ

ເຊີນດົ້ງ: ດຶງດູດນັກທ່ອງທ່ຽວດ້ວຍບັນດາຜະລິດຕະພັນທີ່ມີທ່າໄດ້ປຽບຢູ່ເຂດສູງ

ຍສໝ - ເຊີນ​ດົ້ງ ​ແມ່ນ​ດິນ​ແດນ​ທີ່​ເຕັມໄປດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຕິດ​ພັນ​ກັບ​ການອະນຸລັກຮັກສາ, ເສີມຂະຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​​ທີ່ເປັນເອກະລັກພິເສດ​ຂອງບັນດາ​ຊາວ​ເຜົ່າສ່ວນໜ້ອຍ. ນັບມື້ນັບມີຫຼາຍປະເພດການທ່ອງທ່ຽວທາງ​ຈິດ​ໃຈ, ການທ່ອງທ່ຽວຊຸມຊົນໂດຍທ້ອງຖິ່ນເອົາໃຈໃສ່ເພື່ອສ້າງຜະລິດຕະພັນທີ່ເປັນເອກະລັກສະເພາະ, ດຶງດູດນັກທ່ອງທ່ຽວ.

ສົ່ງຂະຫຍາຍບັນດາຄຸນຄ່າວັດທະນະທຳໃນການເຄື່ອນໄຫວການທ່ອງທ່ຽວ

ສົ່ງຂະຫຍາຍບັນດາຄຸນຄ່າວັດທະນະທຳໃນການເຄື່ອນໄຫວການທ່ອງທ່ຽວ

ຍສໝ - ການພັດທະນາການທ່ອງທ່ຽວຕິດພັນກັບການອະນຸລັກຮັກສາສີສັນວັດທະນະທຳທີ່ເປັນມູນເຊື້ອພວມໄດ້ຮັບການປະຕິບັດຢ່າງເຂັ້ມແຂງ ແລະ ມີປະສິດທິຜົນຂອງບັນດາທ້ອງຖິ່ນໃນທົ່ວແຂວງ ແຄ໋ງຮວ່າ ເພື່ອອະນຸລັກຮັກສາບັນດາຄວາມງາມທາງດ້ານວັດທະນະທຳທີ່ເປັນມູນເຊື້ອ, ຮີດຄອງປະເພນີທີ່ເປັນເອກະລັກສະເພາະ. ຈາກ​ນັ້ນ, ກໍ່ປະກອບສ່ວນ​ສ້າງ​ຄວາມ​ຫຼາກ​ຫຼາຍ​ຂອງ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່ເປັນເອກະລັກພິເສດ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ມາ​ລົງຕົວຈິງ.

ໜັງສືພິມ ອິນໂດເນເຊຍ ຕີລາຄາ ການທ່ອງທ່ຽວຂອງຫວຽດນາມ ໄດ້ຟື້ນຟູຢ່າງແຮງທີ່ສຸດ ຢູ່ ອາຊີຕາເວັນອອກສ່ຽງໃຕ້

ໜັງສືພິມ ອິນໂດເນເຊຍ ຕີລາຄາ ການທ່ອງທ່ຽວຂອງຫວຽດນາມ ໄດ້ຟື້ນຟູຢ່າງແຮງທີ່ສຸດ ຢູ່ ອາຊີຕາເວັນອອກສ່ຽງໃຕ້

ຍສໝ - ຕາມ​ຂ່າວ en.tempo.co (ອິນ​ໂດ​ເນ​ເຊຍ), ​ໃນ​ປີ 2024, ຈຳນວນ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຫວຽດນາມ ພາຍຫຼັງ​ໂລກ​ລະບາດ​ໂຄ​ວິດ-19 ​ໄດ້​ຟື້ນ​ຟູ 98%, ເຊິ່ງ​ແມ່ນ​ລະດັບ​ຟື້ນ​​ຟູສູງ​ສຸດ​ຂອງ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ຢູ່ອັນດັບທີ 2 ແມ່ນ ມາເລເຊຍ (94%), ໄທ (88%), ສິງກະໂປ (86%), ອິນໂດເນເຊຍ (86%) ແລະ ຟີລິບປິນ (72%).

ໄປປະເທດລາວ, 'ຊ້າລົງ' ເພື່ອ...ຮັກ!

ໄປປະເທດລາວ, 'ຊ້າລົງ' ເພື່ອ...ຮັກ!

ຍສໝ - ຂ້າພະເຈົ້າເຄີຍເຮັດກາເຟເຮ່ຍໃສ່ເສື້ອຂອງຜູ້ຊາຍເຖົ້າຄົນລາວ. ຂ້າ​ພະ​ເຈົ້າໄດ້​ເຫັນ​​ພຽງ​ແຕ່​ຮອຍ​ຍິ້ມ​ທີ່​ອ່ອນ​ໂຍນ​: 'ບໍ່ເປັນຫຍັງ​'. ສາມຄຳນີ້ 'ບໍ່ເປັນຫຍັງ' ເປັນກຸນແຈເປີດປະຕູສູ່ວັດທະນະທຳ ລາວ - ເຊິ່ງເປັນບ່ອນທີ່ບໍ່ຮີບບໍ່ຮ້ອນ (ຫຼືມີຄວາມໂອບອ້ອມອາລີ) ບໍ່ແມ່ນອຸປະນິໄສ, ແຕ່ເປັນຈັງຫວະຫາຍໃຈທີ່ເປັນທຳມະຊາດຂອງດິນຟ້າ.

ການທ່ອງທ່ຽວຊ່ວງບຸນປີໃໝ່ປະຈຳຊາດຫວຽດນາມ 2025: ດຶງດູດແຂກຍ້ອນຜະລິດຕະພັນທີ່ເປັນເອກະລັກສະເພາະ ແລະປະສົບການໃຫມ່ໆ

ການທ່ອງທ່ຽວຊ່ວງບຸນປີໃໝ່ປະຈຳຊາດຫວຽດນາມ 2025: ດຶງດູດແຂກຍ້ອນຜະລິດຕະພັນທີ່ເປັນເອກະລັກສະເພາະ ແລະປະສົບການໃຫມ່ໆ

​ຍສໝ - ໃນ​ໂອກາດ​ວັນພັກ​ປີໃໝ່ປະຈຳຊາດຫວຽດນາມ 2025, ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ໃນ​ທົ່ວ​ປະ​ເທດ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ ​ແລະ ​ຄຶກຄັກຢູ່​ເກືອບ​ທຸກ​ສະຖານ​ທີ່​ໃນ​ທົ່ວ​ປະ​ເທດ ດ້ວຍ​​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ໃໝ່​ຫຼາຍ​ຢ່າງໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດທີ່​ມາ​ຢ້ຽມຢາມສໍາຜັດປະສົບການຕົວຈິງ.

ປະຊາຊົນ ແລະນັກທ່ອງທ່ຽວນັບເປັນໝື່ນຄົນ ໄປເອົາບຸນ ນາເຊີນດົ່ງຟູ (ແທ່ງຮວ່າ)

ປະຊາຊົນ ແລະນັກທ່ອງທ່ຽວນັບເປັນໝື່ນຄົນ ໄປເອົາບຸນ ນາເຊີນດົ່ງຟູ (ແທ່ງຮວ່າ)

ຍສໝ - ​ແຕ່ລະ​ປີ ມາຮອດ​ໂອກາດ​ເວລາສົ່ງປີເກົ່າຕ້ອນຮັບປີໃໝ່, ປະຊາຊົນ ​ແລະ ນັກ​ທ່ອງ​ທ່ຽວ​​ນັບເປັນໝື່ນຄົນຈາກທົ່ວທຸກສາລະທິດ​ມາ​ເຕົ້າ​ໂຮມ​ກັນ​ໄປ​ເອົາບຸນ ຟູນາ ຫຼື​ເອີ້ນ​​ວ່າ ນາ​ເຊີນ​ດົ່ງ​ຟູ (ຂຶ້ນກັບ​ຕາ​ແສງ ຊວນ​ຢູ່, ​ເມືອງ ​ຍື່ແທ່ງ, ​ແຂວງ ​ແທ່ງ​ຮວ່າ) ເພື່ອຖະຫວາຍທູບທຽນຈາລຶກບຸນຄຸນບັນດາວິລະຊົນຂອງຊາດ ຂັບໄລ່ສັດຕູຜູ້ຮຸກຮານພາຍນອກ ເພື່ອປົກປັກຮັກສາປະເທດຊາດ, ຂໍໃຫ້ມີໂຊກລາບ.

ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ ແຂ່ງຝົນ​ເຂົ້າ​ຮ່ວມ​ງານ​ບຸນ ເກົ່າບົງ ຢູ່ ໂຮ້ຍອານ

ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ ແຂ່ງຝົນ​ເຂົ້າ​ຮ່ວມ​ງານ​ບຸນ ເກົ່າບົງ ຢູ່ ໂຮ້ຍອານ

ຍສໝ - ເຖິງວ່າຈະມີຝົນຕົກໜັກ, ແຕ່ນັກທ່ອງທ່ຽວຕ່າງປະເທດຫຼາຍຄົນຍັງໃສ່ເສື້ອກັນຝົນ ແລະ ມ່ວນຊື່ນກັບການເຂົ້າຮ່ວມງານບຸນ ເກົ່າບົງ ທີ່ບ້ານຜັກ ຈ່າເກ (ຕາແສງ ເກີມຮ່າ, ນະຄອນ ໂຮ້ຍອານ) - ເຊິ່ງແມ່ນບ່ອນທີ່ໄດ້ຮັບຮັບລາງວັນເປັນບ້ານທ່ອງທ່ຽວທີ່ດີທີ່ສຸດຂອງໂລກ 2024 ໂດຍອົງການທ່ອງທ່ຽວສະຫະປະຊາຊາດ (UN Tourism) ມອບ.

ບັນດາການສຳຜັດຕົວຈິງທີ່ເປັນເອກະລັກພິເສດໃນທົ່ວປະເທດ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເສັງ 2025

ບັນດາການສຳຜັດຕົວຈິງທີ່ເປັນເອກະລັກພິເສດໃນທົ່ວປະເທດ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເສັງ 2025

ຍສໝ - ໂອກາດບຸນ​ເຕັດ​ນີ້, ງານ​ບຸນ​ວັດ​ທະ​ນະ​ທຳ​ ແລະ ມູນເຊື້ອທີ່​ເປັນ​ເອ​ກະ​ລັກ​ພິເສດ​ຫຼາຍ​ຢ່າງ​ຈະ​ດຳ​ເນີນ​ໄປ​ໃນ​ທົ່ວ​ປະ​ເທດ ຫວຽດນາມ. ບາງອົງການທ່ອງທ່ຽວຍັງໄດ້ຮັບຮູ້ທ່າອ່ຽງການເຄື່ອນຍ້າຍຕະຫຼອດບຸນເຕັດເພີ່ມຂຶ້ນຂອງນັກທ່ອງທ່ຽວທີ່ເດີນທາງໃນລະຫວ່າງບັນດາຕົວເມືອງໃຫຍ່.

ຈຳນວນນັກທ່ອງທ່ຽວສາກົນຊອກຄົ້ນທີ່ພັກເຊົາຢູ່ ຫວຽດນາມ ໃນໄລຍະບຸນປີໃໝ່ປະຈຳຊາດເພີ່ມຂຶ້ນ 139%

ຈຳນວນນັກທ່ອງທ່ຽວສາກົນຊອກຄົ້ນທີ່ພັກເຊົາຢູ່ ຫວຽດນາມ ໃນໄລຍະບຸນປີໃໝ່ປະຈຳຊາດເພີ່ມຂຶ້ນ 139%

ຍສໝ - ລະດູ​ການ​ທ່ອງ​ທ່ຽວບຸນ​ປີໃໝ່ປະຈຳຊາດ 2025 ​ໄດ້​ຮັບ​ການ​ເຕີບ​ໂຕ​ຢ່າງ​ກະໂດດຂັ້ນຂອງຂະແໜງ​ການທ່ອງທ່ຽວ​ພາຍ​ໃນ, ທ່ອງ​ທ່ຽວ​ຕ່າງປະ​ເທດ ​ແລະ ນັກ​ທ່ອງ​ທ່ຽວ​ສາກົນ​ມາ ​ຫວຽດນາມ.

ປີ 2024, ຂະແໜງການທ່ອງທ່ຽວຂອງຫວຽດນາມ ມີລາຍຮັບປະມານ 840.000 ຕື້ດົ່ງ

ປີ 2024, ຂະແໜງການທ່ອງທ່ຽວຂອງຫວຽດນາມ ມີລາຍຮັບປະມານ 840.000 ຕື້ດົ່ງ

ຍສໝ - ວັນ​ທີ 7 ມັງກອນ​, ຂໍ້​ມູນ​ຈາກ​ກົມການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ ຫວຽດນາມ ​ໃຫ້​ຮູ້​ວ່າ ໃນ​ເດືອນທັນວາ 2024 ຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ ຫວຽດນາມ ບັນລຸ 1.747.240 ເທື່ອຄົນ, ​ເພີ່ມ​ຂຶ້ນ 2,1% ​ເມື່ອ​ທຽບ​ໃສ່​ ເດືອນ​ພະຈິກ 2024, ​ເພີ່ມ​ຂຶ້ນ 27,4% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2023. ຍອດຈໍານວນນັກທ່ອງທ່ຽວສາກົນໃນປີ 2024 ບັນລຸ 17.583.901 ຄົນ, ເພີ່ມຂຶ້ນ 39.5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2023.

ເພີ່ມທະວີການຮ່ວມມືດ້ານວັດທະນະທໍາ-ການທ່ອງທ່ຽວລະຫວ່າງ ຫວຽດນາມ-ລາວ

ເພີ່ມທະວີການຮ່ວມມືດ້ານວັດທະນະທໍາ-ການທ່ອງທ່ຽວລະຫວ່າງ ຫວຽດນາມ-ລາວ

ຍສໝ - ວັນທີ 10 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ນໍາໂດຍ ທ່ານ ຮວ່າງດ້າວເກືອງ ຮອງລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ໄດ້ມີການເຮັດວຽກກັບຄະນະຜູ້ແທນຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ ນໍາໂດຍ ທ່ານ ຄໍາພາ ພິມມະສອນ ຮອງຫົວໜ້າຫ້ອງວ່າການສູນກາງພັກ.

ງານບຸນໝາກກ້ຽງ ກາວຟອງ ແລະງານຕະຫຼາດນັດການຄ້າ-ການທ່ອງທ່ຽວແຂວງຮ່ວາບິ່ງ

ງານບຸນໝາກກ້ຽງ ກາວຟອງ ແລະງານຕະຫຼາດນັດການຄ້າ-ການທ່ອງທ່ຽວແຂວງຮ່ວາບິ່ງ

ຕອນຄ່ຳວັນທີ 6 ທັນວາ, ສູນສົ່ງເສີມການລົງທຶນ, ການຄ້າ ແລະການທ່ອງທ່ຽວແຂວງຮ່ວາບິ່ງ ໄດ້ສົມທົບກັບຄະນະກຳມະການປະຊາຊົນເມືອງ ກາວຟອງ ຈັດຕັ້ງພິທີໄຂງານບຸນໝາກກ້ຽງ ຄັ້ງທີ 8 ແລະງານຕະຫຼາດນັດການຄ້າ-ການທ່ອງທ່ຽວແຂວງ ຮ່ວາບິ່ງ. ງານບຸນໄດ້ດຶງດູດການເຂົ້າຮ່ວມຂອງນັກທ່ອງທ່ຽວທັງຢູ່ພາຍໃນ ແລະພາຍນອກແຂວງນັບຫຼາຍພັນຄົນ.

ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນປະສົບການກັບ New Caledonia ໃນການພັດທະນາການທ່ອງທ່ຽວ, ກະສິກຳ ແລະ ປຸງແຕ່ງຜະລິດຕະພັນກະເສດ

ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນປະສົບການກັບ New Caledonia ໃນການພັດທະນາການທ່ອງທ່ຽວ, ກະສິກຳ ແລະ ປຸງແຕ່ງຜະລິດຕະພັນກະເສດ

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ຄະນະ​ປະຕິບັດງານຂອງ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ ນາງ ເລທິທູຮັ່ງ, ຫົວໜ້າຄະນະ​ກຳມະການ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ New Caledonia - ​ຜືນແຜ່ນດິນຂອງ ຝະລັ່ງ ຢູ່ພາກພື້ນ​ປາຊີຟິກ ຕາ​ເວັນ​ຕົກ​ສຽງ​ໃຕ້.

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສາກົນກ່ຽວກັບການທ່ອງທ່ຽວຊົນນະບົດ ຄັ້ງທີ 1

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສາກົນກ່ຽວກັບການທ່ອງທ່ຽວຊົນນະບົດ ຄັ້ງທີ 1

ຫວ່າງແລ້ວນີ້, ຢູ່ Vinpearl Resort & Golf Nam Hoi An (ແຂວງ ກວາງນາມ), ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ຈະສົມທົບກັບອົງການທ່ອງທ່ຽວສະຫະປະຊາຊາດ (UN Tourism) ແລະຄະນະກຳມະການປະຊາຊົນແຂວງກວາງນາມ ຈັດກອງປະຊຸມສາກົນກ່ຽວກັບການທ່ອງທ່ຽວຊົນນະບົດ ຄັ້ງທີ 1 ແລະວາລະປະຊຸມປະຈຳປີເຄືອຂ່າຍບ້ານທ່ອງທ່ຽວດີທີ່ສຸດຂອງ UN Tourism.

ຫວຽດນາມ ແມ່ນສະຖານທີ່ທ່ອງທ່ຽວ “ມີໜຶ່ງບໍ່ມີສອງ” ທີ່ດຶງດູດນັກທ່ອງທ່ຽວອິນເດຍ

ຫວຽດນາມ ແມ່ນສະຖານທີ່ທ່ອງທ່ຽວ “ມີໜຶ່ງບໍ່ມີສອງ” ທີ່ດຶງດູດນັກທ່ອງທ່ຽວອິນເດຍ

ຍສໝ - ບັນດາບໍລິສັດທ່ອງທ່ຽວອິນເດຍ ທີ່ຈ່ອງສະຖານທີ່ທ່ອງທ່ຽວຫວຽດນາມ ໃນປີນີ້ໄດ້ເພີ່ມຂຶ້ນ 500% ເມື່ອທຽບໃສ່ປີ 2019.

ຊຸກຍູ້ຄວາມສາມາດບົ່ມຊ້ອມໃນການຮ່ວມມືດ້ານການທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ກວາງຊີ, ຈີນ

ຊຸກຍູ້ຄວາມສາມາດບົ່ມຊ້ອມໃນການຮ່ວມມືດ້ານການທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ກວາງຊີ, ຈີນ

ຍສໝ - ຫວ່າງມໍ່ໆມານີ້, ເຫດການ “ກວາງຊີ ສວຍງາມ - ​ພົບປະແລກປ່ຽນ​ວັດທະນະທຳ​ ແລະ ໂຄສະນາການທ່ອງທ່ຽວ​ ​ກວາງຊີ, ຈີນ” ​ໄດ້​ໄຂ​ຂຶ້ນ​ຢູ່​ ຮ່າ​ໂນ້ຍ, ເຊິ່ງ​ໄດ້​ເປີດ​ກາລະ​ໂອກາດ​ໃໝ່​ໃນ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ ​ແລະ ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ ​ຫວຽດນາມ - ຈີນ.

ມີນັກທ່ອງທ່ຽວສາກົນ 20.600 ກວ່າຄົນມາຢ້ຽມຢາມຫວຽດນາມ ດ້ວຍກໍາປັ່ນ 7 ຖ້ຽວ

ມີນັກທ່ອງທ່ຽວສາກົນ 20.600 ກວ່າຄົນມາຢ້ຽມຢາມຫວຽດນາມ ດ້ວຍກໍາປັ່ນ 7 ຖ້ຽວ

ຍສໝ - ຕອນເຊົ້າວັນທີ 9 ພະຈິກ, ບໍລິສັດບໍລິການທ່ອງທ່ຽວ Saigontourist ຈຳກັດຜູ້ດຽວ (ຂຶ້ນກັບບໍລິສັດໃຫຍ່ທ່ອງທ່ຽວໄຊງ່ອນ) ໄດ້ຕ້ອນຮັບ ແລະຮັບໃຊ້ກຳປັ່ນທ່ອງທ່ຽວທະເລ Celebrity Solstice (Royal Caribbean) ເຂົ້າທຽບທ່າຢູ່ທ່າກຳປັ່ນ ຝູມີ້ (ແຂວງບ່າເຣ້ຍ-ຫວູ້ງເຕົ່າ) ຂົນສົ່ງນັກທ່ອງທ່ຽວສາກົນ 20.600 ກວ່າຄົນທີ່ຖືສັນຊາດເອີລົບ, ອາເມລິກາ, ອົດສະຕາລີ ມາຫວຽດນາມ.

ສະເໜີໃຫ້ພັດທະນາ “ໝູ່ບ້ານ ຫວຽດນາມ” ຢູ່ Bonghwa (ແຂວງ Kyungsang ເໜືອ, ສ.ເກົາຫຼີ) ກາຍເປັນໂຄງການຮ່ວມມືແລກປ່ຽນວັດທະນະທຳລະດັບຊາດ

ສະເໜີໃຫ້ພັດທະນາ “ໝູ່ບ້ານ ຫວຽດນາມ” ຢູ່ Bonghwa (ແຂວງ Kyungsang ເໜືອ, ສ.ເກົາຫຼີ) ກາຍເປັນໂຄງການຮ່ວມມືແລກປ່ຽນວັດທະນະທຳລະດັບຊາດ

ຍສໝ - ນີ້​ແມ່ນ​ຂໍ້​ສະ​ເໜີ​ຂອງ​ອຳນາດການປົກຄອງ​ແຂວງ Kyungsang ​ເໜືອ ​ແລະ ​ເມືອງ Bonghwa ທີ່​ການ​ພົບ​ປະເຮັດວຽກ​ກັບ ​ທ່ານລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງ​ທ່ຽວ ສ.​ເກົາຫຼີ Yoo In-chon ​ໃນ​ວັນ​ທີ 13 ມີຖຸນາ.