ລັດຖະມົນຕີການຕ່າງປະເທດລາວ ມາຢ້ຽມຢາມ, ເຮັດວຽກກັບສະຖາບັນການຕ່າງປະເທດຫວຽດນາມ
ຍສໝ - ຕອນບ່າຍວັນທີ 24 ທັນວາ 2019, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ມາຢ້ຽມຢາມ ແລະເຮັດວຽກກັບການນໍາ, ພະນັກງານ, ຄູອາຈານສະຖາບັນການຕ່າງປະເທດຫວຽດນາມ.
ຍສໝ - ຕອນບ່າຍວັນທີ 24 ທັນວາ 2019, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ມາຢ້ຽມຢາມ ແລະເຮັດວຽກກັບການນໍາ, ພະນັກງານ, ຄູອາຈານສະຖາບັນການຕ່າງປະເທດຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ທີ່ນະຄອນ ໂຮ່ຈີມິນ, ຄະນະຜູ້ແທນສະພາຊົນເຜົ່າຂອງສະພາແຫ່ງຊາດຫວຽດນາມນຳໂດຍທ່ານຮ່າງອັກຈຽນ, ປະທານສະພາເປັນຫົວໜ້າຄະນະ, ໄດ້ມີການພົບປະເຈລະຈາກັບຄະນະຜູ້ແທນກຳມາທິການບັນດາເຜົ່າສະພາແຫ່ງຊາດລາວ ໂດຍທ່ານນາງບົວພັນ ລີໄກຢາ ປະທານກຳມາທິການເປັນຫົວໜ້າຄະນະ.
ຍສໝ - ຕອນບ່າຍວັນທີ 19 ທັນວາ,ທີ່ ສຳນັກງານລັດຖະບານ, ທ່ານ ຫງວຽນຊວັນຟຸກນາຍົກລັດຖະມົນຕີຫວຽດນາມໄດ້ຕ້ອນຮັບ ທ່ານເຕ່ຍແບັງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ ແລະ ທ່ານຈັນສະໝອນຈັນຍາລາດລັດຖະມົນຕີກະຊວງປ້ອງກັນປະເທດລາວ, ເນື່ອງໃນໂອກາດ ທ່ານທັງສອງເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຄົບຮອບ75 ປີ (22/12/1944 – 22/12/2019) ແລະວັນບຸນທົ່ວປວງຊົນປ້ອງກັນຊາດ ຄົບຮອບ 30 ປີ.
ຍສໝ - ຕອນເຊົ້າວັນທີ 20 ທັນວາ, ທີ່ ນະຄອນຫຼວງຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົມທົບກັບກະຊວງປ້ອງກັນປະເທດລາວ ຈັດຕັ້ງພິທີມອບ-ຮັບຫຼຽນໄຊຂອງປະເທດຫວຽດນາມ, ປະເທດລາວ.
ຕອນເຊົ້າວັນທີ 15 ທັນວາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດຫວຽດນາມ ໄດ້ກັບເມືອຮອດ ສະໜາມບິນສາກົນ ໂນ້ຍບາຍ, ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ສະຫະພັນ ລັດເຊຍ ແລະ ສາທາລະນະລັດ ເບລາຣຸດ ໃນລະຫວ່າງວັນທີ 8 – 14 ທັນວາ ຢ່າງຈົບງາມ.
ຍສໝ - ຍອດວົງເງິນການຄ້າສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ໃນ 11 ເດືອນ ຜ່ານມາ ບັນລຸໄດ້ຫຼາຍກ່ວາ 470 ຕື້ USD, ດ້ວຍຄວາມຄືບໜ້າຄືໃນປັດຈຸບັນ, ຍອດວົງເງິນສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ຈະລື່ນກາຍຄາດໝາຍ 500 ຕື້ USD ໃນທ້າຍເດືອນທັນວາ ປີ 2019.
ຍສໝ - ວັນທີ 11 ທັນວາ 2019, ຢູ່ຮ່າໂນ້ຍ, ສະຫະສະມາຄົມ ອິນເຕີແນັດ ຫວຽດນາມ ໄດ້ຈັດຕັ້ງ ກອງປະຊຸມສຳມະນາ ແລະ ງານສະແດງ ສະເຫຼີມສະຫຼອງ ວັນອິນເຕີແນັດ ຫວຽດນາມ ປີ 2019 ຂຶ້ນດ້ວຍຫົວຂໍ້ “ອິນເຕີແນັດ ຫວຽດນາມ - ປ່ຽນແປງໃໝ່ປະດິດຄິດສ້າງເພື່ອຫັນເປັນດີຈີຕອນ”.
ຍສໝ - ວົງເງິນສົ່ງອອກນຳເຂົ້າສິນຄ້າ 11 ເດືອນຕົ້ນປີ 2019 ບັນລຸໄດ້ປະມານເກືອບ 474 ຕື້ USD, ໃນນັ້ນວົງເງິນສົງອອກນຳເຂົ້າສິນຄ້າບັນລຸໄດ້ເກືອບ 241.5 ຕື້ USD.
ຍສໝ - ໃນຕອນເຊົ້າວັນທີ 27 ພະຈິກ 2019, ຢູ່ແຂວງເງະອານ ສສ ຫວຽດນາມ, ຄະນະກຳມະການຮ່ວມມືຫວຽດນາມ - ລາວ ແລະ ລາວ - ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມ ຂັ້ນຮອງປະທານເພື່ອຕີລາຄາການປະຕິບັດຂໍ້ຕົກລົງຮ່ວມມື ປີ 2019 ແລະ ແລກປ່ຽນທິດທາງໃນການຮ່ວມມືປີ 2020.
ຍສໝ - ພາຍຫຼັງດຳເນີນມາເປັນເວລາ 28 ວັນ, ສະພາແຫ່ງຊາດຫວຽດນາມໄດ້ສຳເລັດໂຄງການເຄື່ອນໄຫວທີ່ໄດ້ວາງອອກ.
ວັນທີ 18 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນຄູ ຫວຽດນາມ ວັນທີ 20 ພະຈິກ ຢູ່ມະຫາວິທະຍາໄລເສດຖະກິດ ແຫ່ງຊາດ.
ຕອນຄ່ຳວັນທີ 16 ພະຈິກ, ຢູ່ສູນຝຶກແອບກິລາ ແຫ່ງຊາດ ຮ່າໂນ້ຍ, ໄດ້ຈັດຕັ້ງພິທີອອກເຄື່ອນທັບ ຂອງຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມ SEA Games 30.
ຍສໝ - ວັນທີ 13 ພະຈິກ 2019, ໃຫ້ສຳພາດຕໍ່ນັກຂ່າວທີ່ກ່ຽວຂ້ອງເຖິງຄຳກ່າວປາໄສຂອງໂຄສົກກະຊວງການຕ່າງປະເທດ ຈີນໃນວັນທີ 8 ພະຈິກ 2019, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມເນັ້ນໜັກວ່າ: ຫວຽດນາມປະຕິເສດບັນດາເນື້ອໃນຂອງຄຳກ່າວປາໄສທີ່ກ່ຽວຂ້ອງເຖິງຫວຽດນາມຂອງ ໂຄສົກກະຊວງການຕ່າງປະເທດຈີນໃນວັນທີ 8 ພະຈິກ 2019 ກ່ຽວກັບບັນຫາອະທິປະໄຕກັບໝູ່ເກາະເຈື່ອງຊາ.
ຍສໝ - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ນີເຊເຣຍ, ຕອນເຊົ້າວັນທີ 29 ຕຸລາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Abuja, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບສະຫະສະມາຄົມວິສາຫະກິດນີເຊເຣຍ - ຫວຽດນາມ ເຂົ້າຢ້ຽມຄ່ຳນັບຕາມພິທີທາງການທູດ.
ຍສໝ - ຕອນຄ່ຳວັນທີ 29 ຕຸລາ, ຕາມເວລາຮ່າໂນ້ຍ ໃນການໄປປະຕິບັດງານຢູ່ ນີເຊເຣຍ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ໄດ້ເຮັດວຽກ ກັບທ່ານ Adams Oshiomhole ປະທານພັກສະມັດຊາໃຫຍ່ບັນດາຜູ້ທີ່ກ້າວໜ້າ (APC) - ພັກກຳອຳນາດ ຢູ່ ນີເຊເຣຍ.
ໃນວັນທີ 24-25 ຕຸລາ 2019 ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ(ປທສ) ແຫ່ງ ສປປ ລາວ ໄດ້ເປັນເຈົ້າພາບເປີດກອງປະຊຸມລັດຖະມົນຕີ ໄອຊີທີ ອາຊຽນ ຄັ້ງທີ 19 ຂຶ້ນຢ່າງເປັນທາງການ ພາຍໃຕ້ຄຳຂັວນ “ສ້າງການເຊື່ອມຈອດທີ່ທັນສະໄໝ ເພື່ອການຫັນເປັນດີຈີຕອນ ຂອງອາຊຽນ”.
ດັດຊະນີສຳຄັນໜຶ່ງອີກ ເພື່ອສ່ອງແສງກຳລັງຄວາມສາມາດຜະລິດ ແລະ ກຳລັງຄວາມສາມາດແກ້ງແຍ້ງຂອງປະເທດໜຶ່ງ ແມ່ນມູນຄ່າເພີ່ມຂອງ ຂະແໜງອຸດສາຫະກຳ ປຸງແຕ່ງປະດິດສ້າງ(MVA). MVA ຂອງ ຫວຽດນາມໄດ້ເພີ່ມຂຶ້ນຈາກ ລະດັບ 15.15 ຕື້ USD ໃນປີ 2006 ຂຶ້ນເປັນ 26.61 ຕື້ USD ໃນປີ 2016.
ຍສໝ - ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ແລະບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງຈະດຳເນີນໃນລະຫວ່າງວັນທີ 2 – 4 ພະຈິກຢູ່ປະເທດໄທ,ໃນຂອບເຂດກອງປະຊຸມ, ພິທີມອບຮັບຕຳແໜ່ງປະທານໝູນວຽນອາຊຽນ ແຕ່ ໄທ ໄປຍັງ ຫວຽດນາມ ຈະດຳເນີນໃນວັນທີ 4 ພະຈິກ.
ຍສໝ - ວັນທີ 18 ຕຸລາ, ຢູ່ຮ່າໂນ້ຍ, ສູນ ອາວະກາດ ຫວຽດນາມ ແລະ ກຸ່ມບໍລິສັດ Sumitomo (ຍີ່ປຸ່ນ) ໄດ້ຈັດຕັ້ງພິທີລົງນາມ ຮັບເໝົາການປະດິດສ້າງ “ດາວທຽມ LOTUSat-1, ອຸປະກອນ ແລະ ບຳລຸງສ້າງ ຊັບພະຍາກອນມະນຸດ”
ໃນສະພາບການເສດຖະກິດໂລກພວມຢູ່ໃນທ່າຫຼຸດລະດັບການເຕີບໂຕ ແລະ ມີຄວາມສ່ຽວອາດຈະເກີດວິກິດການດ້ານການເງິນ ແລະ ເສດຖະກິດໃໝ່ພາຍໃນ 1, 2 ປີຈະມາເຖິງນີ້, ແຕ່ຫວຽດນາມຍັງຄົງແມ່ນຈຸດນັດພົບທີ່ໂດດເດັ່ນທີ່ສຸດ ສະແດງໃຫ້ເຫັນລະດັບການເຕີບໂຕເສດຖະກິດ ຢ່າງວ່ອງໄວ ແລະ ມີສະຖຽນລະພາບ.