ກອງບັນຊາການທະຫານຊາຍແດນແຂວງຮ່າຕີ໋ງໄດ້ມອບອຸປະກອນການແພດໃຫ້ແກ່ກອງບັນຊາການທະຫານແຂວງຄໍາມ່ວນ

ກອງບັນຊາການທະຫານຊາຍແດນແຂວງຮ່າຕີ໋ງໄດ້ມອບອຸປະກອນການແພດໃຫ້ແກ່ກອງບັນຊາການທະຫານແຂວງຄໍາມ່ວນ

ຍສໝ - ເພື່ອແນໃສ່ແບ່ງປັນ, ຊ່ວຍເຫຼືອກໍາລັງທີ່ກ່ຽວຂ້ອງຂອງປະເທດເພື່ອນມິດລາວ ທີ່ພວມປະຕິບັດໜ້າທີ່ຢູ່ຕາມເສັ້ນຊາຍແດນກ່ຽວກັບວຽກງານປ້ອງກັນ,  ຕ້ານເຊື້ອພະຍາດໂຄວິດ-19. ກອງບັນຊາການທະຫານຊາຍແດນແຂວງຮ່າຕີ໋ງ ໄດ້ມອບຜ້າອັດປາກ-ອັດດັງ 5.000 ອັນ, ເຈວລ້າງມື 450 ແກ້ວ, ເຄື່ອງວັດແທກອຸນຫະພູມຮ່າງກາຍ 4 ຊຸດ.

ທະຫານຊາຍແດນ ແຂວງກວາງຈີ້ ມອບອຸປະກອນການແພດ ໃຫ້ທະຫານຊາຍແດນ ສປປ.ລາວ

ທະຫານຊາຍແດນ ແຂວງກວາງຈີ້ ມອບອຸປະກອນການແພດ ໃຫ້ທະຫານຊາຍແດນ ສປປ.ລາວ

ຍສໝ - ວັນທີ 2 ເມສາ, ຄະນະຜູ້ແທນທະຫານຊາຍແດນ ແຂວງກວາງຈີ້ ໄດ້ມາຢ້ຽມຢາມ ແລະ ມອບຂອງຂວັນປະກອບມີ ຜ້າບັງປາກ, ຢາວິຕາມິນ C, ຖົງມືການແພດ, ທາດລະລາຍຂ້າເຊື້ອ…ໃຫ້ພະນັກງານ, ນັກຮົບກອງຮ້ອຍ 322 ແລະ ປ້ອມຕຳຫຼວດ 92 ສປປ.ລາວ ຢູ່ຊາຍແດນ.

ນັກສຶກສາຫວຽດນາມຢູ່ລາວປະຕິບັດບັນດາມາດຕະການເພື່ອຮັບມືກັບພະຍາດໂຄວິດ-19

ນັກສຶກສາຫວຽດນາມຢູ່ລາວປະຕິບັດບັນດາມາດຕະການເພື່ອຮັບມືກັບພະຍາດໂຄວິດ-19

ຍສໝ​ - ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ບັນດານັກສຶກສາຫວຽດນາມ ຢູ່ລາວ, ຄະນະນັກສຶກສາຫວຽດນາມ ໄດ້ຮັກສາບັນດາການເຄື່ອນໄຫວພາຍໃນຫໍພັກ, ບໍ່ສຳຜັດກັບຄົນແປກໜ້າ, ປະຕິບັດບັນດາມາດຕະການສະກັດກັ້ນພະຍາດຕາມການແນະນໍາຂອງສະຖານທູດຫວຽດນາມ ປະຈໍາລາວ ແລະໂຮງຮຽນ.

ກະຊວງສາທາລະນະສຸກ ສປປ.ລາວ ໄດ້ບັນທຶກກໍລະນີທີ 10 ຖືກຕິດເຊື້ອໄວຣັດ Covid-19

ກະຊວງສາທາລະນະສຸກ ສປປ.ລາວ ໄດ້ບັນທຶກກໍລະນີທີ 10 ຖືກຕິດເຊື້ອໄວຣັດ Covid-19

ຍສມ - ອີງຕາມການປະກາດຫຼ້າສຸດຂອງກະຊວງສາທາລະນະສຸກ ສປປ.ລາວ ໃຫ້ຮູ່ວ່າມາຮອດປະຈຸບັນ, ໃນປະເທດລາວມີຜູ້ຕິດເຊື້ອໄວຣັດ Covid ທັງໝົດເປັນ 10 ຄົນແລ້ວ. ລັດຖະບານ ສປປ.ລາວ ໄດ້ຕັດສິນໃຈປິດໂຮງໝໍເອກະຊົນທັງໝົດ, ເພື່ອສະກັດກັ້ນຄວາມສ່ຽງຕໍ່ການຕິດພະຍາດ.

ສາຂາຂອງບໍລິສັດໄຟຟ້າຫວຽດນາມ-ລາວ ໄດ້ມອບເງິນ 3 ໝື່ນ USD ເພື່ອຊ່ວຍລັດຖະບານລາວ ສະກັດກັ້ນໂລກລະບາດໂຄວິດ -19

ສາຂາຂອງບໍລິສັດໄຟຟ້າຫວຽດນາມ-ລາວ ໄດ້ມອບເງິນ 3 ໝື່ນ USD ເພື່ອຊ່ວຍລັດຖະບານລາວ ສະກັດກັ້ນໂລກລະບາດໂຄວິດ -19

ຍສໝ -  ຕອນບ່າຍວັນທີ 1 ເມສາ 2020, ສາຂາຂອງບໍລິສັດໄຟຟ້າຫວຽດນາມ-ລາວ ໄດ້ມອບເງິນ 3 ໝື່ນ USD ເພື່ອຊ່ວຍລັດຖະບານລາວ ສະກັດກັ້ນໂລກລະບາດໂຄວິດ -19.

ສູນກາງຄະນະຊາວໜຸ່ມ ຫວຽດນາມໄດ້ມອບສົ່ງອຸປະກອນປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ໃຫ້ແກ່ສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ

ສູນກາງຄະນະຊາວໜຸ່ມ ຫວຽດນາມໄດ້ມອບສົ່ງອຸປະກອນປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ໃຫ້ແກ່ສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ

ຍສໝ - ໄດ້ຮັບການມອບສິດຈາກຄະນະເລຂາສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ມອບສົ່ງອຸປະກອນປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ໃຫ້ແກ່ສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ ທີ່ດ່ານຊາຍແດນສາກົນ ລາວບາວ (ແຂວງ ກວາງຈີ້) ສສ. ຫວຽດນາມ.

ປະເທດລາວ ໄດ້ບັນທຶກກໍລະນີຕິດເຊື້ອພະຍາດ Covid-19 ທີ 9, ແຫຼ່ງຕິດຕິດທີ່ຍັງບໍ່ທັນຮູ້ເທື່ອ

ປະເທດລາວ ໄດ້ບັນທຶກກໍລະນີຕິດເຊື້ອພະຍາດ Covid-19 ທີ 9, ແຫຼ່ງຕິດຕິດທີ່ຍັງບໍ່ທັນຮູ້ເທື່ອ

ຍສໝ - ຕອນບ່າຍວັນທີ 30 ມີນາ, ກະຊວງສາທາລະນະສຸກ ສປປ.ລາວ ຢືນຢັນວ່າ ປະເທດນີ້ໄດ້ບັນທຶກກໍລະນີຕິດເຊື້ອໄວຣັດ Covid - 19 ເພີ່ມຂຶ້ນອີກ 1 ຄົນ, ເຊິ່ງເຮັດໃຫ້ຈຳນວນຜູ້ຕິດເຊື້ອທັງໝົດ ຢູ່ລາວ ເປັນ 9 ຄົນແລ້ວ.

ລາວ: ເຜີຍແຜ່ຄຳສັ່ງຂອງນາຍົກລັດຖະມົນຕີກ່ຽວກັບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ເຊື້ອໂຄວິດ-19

ລາວ: ເຜີຍແຜ່ຄຳສັ່ງຂອງນາຍົກລັດຖະມົນຕີກ່ຽວກັບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ເຊື້ອໂຄວິດ-19

ກະຊວງການຕ່າງປະເທດ ໄດ້ນຳເອົາຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 06/ນຍ ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີ ມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມ ພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ມາເຜີຍແຜ່ໃຫ້ບັນດາທຸຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ເພື່ອໃຫ້ຮັບຊາບ, ທັງນີ້ ກໍເພື່ອໃຫ້ທຸກພາກສ່ວນ, ທຸກຂັ້ນ ແລະ ທົ່ວສັງຄົມ ຈັດຕັ້ງປະຕິບັດຢ່າງເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນ.

ລາວ ນໍາເຂົ້າ ຜ້າອັດປາກ ຈໍານວນ 2 ລ້ານຜືນ ຈາກ ສສ.ຫວຽດນາມ

ລາວ ນໍາເຂົ້າ ຜ້າອັດປາກ ຈໍານວນ 2 ລ້ານຜືນ ຈາກ ສສ.ຫວຽດນາມ

ຍສໝ - ວັນທີ 28 ມີນາ, ໃນກອງປະຊຸມນັກຂ່າວທີ່ກ່ຽວຂ້ອງແຜນການປ້ອງກັນໂລກລະບາດ Covid – 19, ທ່ານ ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ສປປ.ລາວ ໃຫ້ຮູ້ວ່າ ໃນອະນາຄົດອັນໃກ້ນີ້, ລັດຖະບານ ສປປ.ລາວ ຈະນຳເຂົ້າ ຜ້າອັດປາກ ຈໍານວນ 2 ລ້ານຜືນ ຈາກ ສສ.ຫວຽດນາມ ເພື່ອສະໜອງຢ່າງພຽງພໍໃຫ້ທຸກພະນັກງານແພດໝໍ ແລະ ປະຊາກອນທັງໝົດ, ເພື່ອປ້ອງກັນການແຜ່ລະບາດຂອງພະຍາດ.

ວົງ​ຄະນະ​ຍາດ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ສະກັດ​ກັ້ນ​ໂລກລະບາດ

ວົງ​ຄະນະ​ຍາດ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ສະກັດ​ກັ້ນ​ໂລກລະບາດ

ປັດຈຸບັນ, ຊາວຫວຽດນາມພວມດໍາລົງຊີວິດທໍາມາຄ້າຂາຍຢູ່ທຸກໆແຂວງ, ນະຄອນໃນທົ່ວປະເທດລາວ ພວມມີບັນດາການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາປະເທດລາວ, ກໍຄືໃນວຽກງານສະກັດກັ້ນໂລກລະບາດໂຄວິດ - 19.

ລາວ: ຫຼາຍພາກສ່ວນປະກອບສ່ວນອຸປະກອນການແພດເພື່ອຕໍ່ສູ້ COVID-19

ລາວ: ຫຼາຍພາກສ່ວນປະກອບສ່ວນອຸປະກອນການແພດເພື່ອຕໍ່ສູ້ COVID-19

ຫວ່າງແລ້ວນີ້, ທີ່ສຳນັກງານນາຍົກລັດຖະມົນຕີ ບໍລິສັດ ເບຍລາວ ຈໍາກັດ ໄດ້ມອບເງິນ 2 ຕື້ກີບ ເພື່ອປະກອບສ່ວນສະໜັບສະໜູນລັດຖະບານລາວ ກໍຄືກະຊວງສາທາລະນະສຸກ ແລະ ເຈົ້າໜ້າທີ່ແພດໝໍທີ່ກໍາລັງຮັບມື ແລະ ຄວບຄຸມການລະບາດຂອງພະຍາດ COVID-19 ໃນລາວ ຕາງໜ້າມອບໂດຍທ່ານ ສູນທອນ ພົມມະຈັກ ປະທານບໍລິສັດ ເບຍລາວ ຈຳກັດ ຕາງໜ້າຮັບແມ່ນທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ມີທ່ານ ເຮັນລິກ ເອັນເດີເຊັນ ຜູ້ອໍານວຍການໃຫຍ່ ບໍລິສັດ ເບຍລາວ ຈໍາກັດ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ສປປ.ລາວ ສະໜັບສະໜູນວິສາຫະກິດເພື່ອສະກັດກັ້ນພະຍາດ Covid-19

ສປປ.ລາວ ສະໜັບສະໜູນວິສາຫະກິດເພື່ອສະກັດກັ້ນພະຍາດ Covid-19

ຍສໝ - ໂດຍປະເຊີນໜ້າກັບສະພາບເສດຖະກິດທີ່ບໍ່ດີ ໂດຍເກີດຈາກການລະບາດຂອງ Covid-19, ລັດຖະບານ ສປປ.ລາວ ໄດ້ນຳໃຊ້ຫຼາຍມາດຕະການທາງດ້ານເສດຖະກິດໃນການຊຸກຍູ້ຜະລິດສິນຄ້າພາຍໃນປະເທດ ເພື່ອທົດແທນສິນຄ້າທີ່ນຳເຂົ້າໃນເມື່ອກ່ອນເຊັ່ນ: ຫຼຸດຜ່ອນອັດຕາດອກເບ້ຍເງິນກູ້, ໃຫ້ຄວາມບຸລິມະສິດແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງ.

ລາວ:  ຮຽກຮ້ອງໃຫ້ບັນດາຮ້ານທີ່ຍັງເປີດບໍລິການ ຢຸດເຊົາຊົ່ວຄາວ ເພື່ອປະກອບສ່ວນປ້ອງກັນການແຜ່ລະບາດຂອງພະຍາດ COVID-19

ລາວ: ຮຽກຮ້ອງໃຫ້ບັນດາຮ້ານທີ່ຍັງເປີດບໍລິການ ຢຸດເຊົາຊົ່ວຄາວ ເພື່ອປະກອບສ່ວນປ້ອງກັນການແຜ່ລະບາດຂອງພະຍາດ COVID-19

ເຊິ່ງ​ຜູ້​ຕິດ​ເຊື້ອໃໝ່ 2 ຄົນ​ນີ້ ເປັນເພດຍິງ 1 ຄົນ ອາຍຸ 50 ປີ, ສັນຊາດ: ລາວ, ບ້ານວິຊຸນ, ນະຄອນຫລວງພະບາງ, ແຂວງຫ​ລວງພະບາງ, ເຊິ່ງເປັນເມຍ ຜູ້ຕິດເຊື້ອ ທີ່ເປັນຄົນຂັບລົດໃຫ້ແກ່ກຸ່ມ​ທ່ອງທີ່ລາຍງານ ໄປໃນກ່ອນໜ້ານີ້ ແລະ ເພດຊາຍ 1 ຄົນ ອາຍຸ 18 ປີ, ບ້ານ ດອນນົກຂຸ້ມ, ເມືອງ ສີສັດຕະນາກ, ນະຄອນຫລວງວຽງຈັນ ເປັນພະນັກງານໍລິສັດ DHL, ບຸກຄົນນີ້ສໍາພັດໃກ້ຊິດ ກັບຜູ້ຕິດເຊື້ອ ທີ່ເປັນນັກທຸລະກິດ.

ປະເທດລາວ ພົບຜູ້ຕິດເຊື້ອພະຍາດ Covid - 19 ເພີ່ມອີກ 2 ຄົນ ລວມເປັນ 8 ກໍລະນີ

ປະເທດລາວ ພົບຜູ້ຕິດເຊື້ອພະຍາດ Covid - 19 ເພີ່ມອີກ 2 ຄົນ ລວມເປັນ 8 ກໍລະນີ

ຕອນບ່າຍຂອງວັນທີ 28 ມີນາ ນີ້, ກະຊວງສາທາລະນະສຸກ ປະເທດລາວໄດ້ບັນທຶກຜູ້ຕິດເຊື້ອໄວຣັດ Covid - 19 ຢູ່ ລາວ ເພີ່ມຂຶ້ນເປັນ ເພີ່ມອີກ 2 ຄົນ. ມາຮອດປະຈຸບັນ, ປະເທດລາວມີຜູ້ປ່ວຍ 8 ຄົນຕິດເຊື້ອໂລກລະບາດ.

ໜູນຊ່ວຍລາວ ປັບປຸງສຳນວນເອກະສານຍືນສະເໜີ UNESCO ຮັບຮອງ ປ່າສະຫງວນຫີນໜາມໜໍ່

ໜູນຊ່ວຍລາວ ປັບປຸງສຳນວນເອກະສານຍືນສະເໜີ UNESCO ຮັບຮອງ ປ່າສະຫງວນຫີນໜາມໜໍ່

ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ຫາກໍ່ມີຂໍ້ຕົກລົງສະບັບເລກທີ 925 /QĐ-BVHTTDL ວ່າດ້ວຍການສ້າງຕັ້ງກຸ່ມປະຕິບັດງານກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ໜູນຊ່ວຍລາວ ປັບປຸງສຳນວນເອກະສານຍືນສະເໜີ UNESCO ຮັບຮອງປ່າສະຫງວນຫີນໜາມໜໍ່ ເປັນມໍລະດົກທຳມະຊາດໂລກ.

ອຸປະກອນທັນສະໄໝ ພາຍໃນ ໂຮງໝໍ ເພື່ອຮັບຄົນປ່ວຍຕິດ ໄວຣັດ Covid-19 ຢູ່ ສປປ.ລາວ

ອຸປະກອນທັນສະໄໝ ພາຍໃນ ໂຮງໝໍ ເພື່ອຮັບຄົນປ່ວຍຕິດ ໄວຣັດ Covid-19 ຢູ່ ສປປ.ລາວ

ຍສໝ - ພ້ອມດ້ວຍອຸປະກອນທີ່ທັນສະໄໝ ແລະ ກ້າວໜ້າ, ໂຮງໝໍ ມິດຕະພາບ, ນະຄອນຫຼວງວຽງຈັນ ແມ່ນ ໜຶ່ງໃນສະຖານທີ່ທາງການແພດ ທີ່ໄດ້ຮັບການແຕ່ງຕັ້ງ ເພື່ອຮັບເອົາຄົນປ່ວຍຕິດ ໄວຣັດ Covid-19 ຢູ່ ສປປ.ລາວ.

ນາຍົກລັດຖະມົນຕີ ສປປ.ລາວ ຮຽກຮ້ອງໃຫ້ທົ່ວປວງຊົນປ້ອງກັນ ແລະ ຕ້ານພະຍາດ Covid-19

ນາຍົກລັດຖະມົນຕີ ສປປ.ລາວ ຮຽກຮ້ອງໃຫ້ທົ່ວປວງຊົນປ້ອງກັນ ແລະ ຕ້ານພະຍາດ Covid-19

ຍສໝ - ວັນທີ 26 ມີນາ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ລາວ ໄດ້ປະກາດວ່າ ປະເທດລາວ ກຳລັງປະເຊີນກັບສະຖານະການສຸກເສີນ, ຍ້ອນການກວດພົບການລະບາດ Covid-19 ໃນທົ່ວປະເທດ.

ນາຍົກລັດຖະມົນຕີຫວຽດນາມ ໂອ້ລົມທາງໂທລະສັບ ກັບ ນາຍົກລັດຖະມົນຕີລາວ ກ່ຽວກັບການຮັບມືກັບໂລກລະບາດ ໂຄວິດ - 19

ນາຍົກລັດຖະມົນຕີຫວຽດນາມ ໂອ້ລົມທາງໂທລະສັບ ກັບ ນາຍົກລັດຖະມົນຕີລາວ ກ່ຽວກັບການຮັບມືກັບໂລກລະບາດ ໂຄວິດ - 19

ຍສໝ - ຫວຽດນາມ ພ້ອມແລ້ວທີ່ຈະສົ່ງຜູ້ຊ່ຽວຊານທາງສາທາລະນະສຸກໄປໜູນຊ່ວຍລາວ ແລະ ແບ່ງປັນບົດຮຽນໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດ.