ລັດຖະບານ ສປປ ລາວ ສູ້ຊົນຈັດເກັບລາຍຮັບໃຫ້ເພີ່ມຂຶ້ນ 50% ແລະ ຫັນໄປສູ່ທັນສະໄໝ ປີ 2020
ຍສໝ - ໃນເມື່ອມໍ່ໆມານີ້, ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງ ຊາດ ຊຸດທີ VIII. ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ລາຍງານກ່ຽວກັບ ການຈັດຕັ້ງປະຕິບັດ ແລະ ທິດທາງແຜນງົບປະມານແຫ່ງ ລັດ 5 ປີຄັ້ງທີ VIII (2016-2020).