ໃນວັນທີ 25 ກັນຍາ 2020 ນີ້, ຢູ່ກົມພົວພັນຕ່າງປະເທດ ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ນາວາ ອາກາດເອກ ກິດຕິພົງ ແກ້ວພາ ຜູ້ຊ່ວຍທູດຝ່າຍທະຫານອາກາດໄທ ປະຈໍາ ສປປ.ລາວ ທີ່ໄດ້ສິ້ນສຸດການປະຕິບັດໜ້າທີ່ການທູດ ປະຈໍາຢູ່ລາວ.
ຍສໝ - ສອງຝ່າຍຈະສືບຕໍ່ເອົາໃຈໃສ່ໃນການປະສານງານການໂຄສະນາເຜີຍແຜ່ ແລະສຶກສາອົບຮົມພົນລະເມືອງຢູ່ເຂດຊາຍແດນ ໃນການຈັດຕັ້ງປະຕິບັດຕາມເນື້ອໃນເອກະສານກ່ຽວກັບຊາຍແດນ 3 ສະບັບ ແລະ ບັນດາຂໍ້ຕົກລົງທີ່ລັດຖະບານໄດ້ເຊັນ ແລະ ບັນດາຂໍ້ ກຳນົດດ້ານກົດໝາຍຂອງແຕ່ລະຝ່າຍກ່ຽວກັບຊາຍແດນແຫ່ງຊາດ...
ຍສໝ - ວັນທີ 24 ກັນຍາ, ຢູ່ສະຖາບັນນິຕິເວດສາດກອງທັບ (ຮ່າໂນ້ຍ) ໄດ້ຈັດຕັ້ງພິທີມອບສົ່ງອັດຖິທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ຫວຽດນາມ ກັບຄືນ ອາເມລິກາ.
ຍສໝ - ວັນທີ 16 ກັນຍາ ໄດ້ໄຂຂຶ້ນກອງປະຊຸມຫົວໜ້າກົມສູ້ຮົບກອງທັບບັນດາປະເທດອາຊຽນ ຄັ້ງທີ 10 (AMOM-10). ກອງປະຊຸມດັ່ງກ່າວໄດ້ດຳເນີນດ້ວຍຮູບແບບຖ່າຍທອດສົດ.
ຍສໝ - ຈຳນວນຂອງຂວັນດັ່ງກ່າວລວມມີເຂົ້າສານ, ໝີ່ສໍາເລັດຮູບ, ນໍ້າປາ, ເກືອ, ປາແຫ້ງ, ເຄື່ອງໃຊ້ທີ່ ຈຳເປັນໃນຊິວີດປະຈໍາວັນ, ດ້ວຍຈຳນວນເງິນທັງໝົດເກືອບ 30 ລ້ານດົ່ງ.
ຍສໝ - ໃນຕອນເຊົ້າຂອງວັນທີ 5 ກັນຍາ 2020, ທີ່ຮ່າໂນ້ຍ, ໄດ້ດຳເນີນພິທີຮັບຫຼຽນໄຊປົກປັກຮັກສາປະເທດຊາດຊັ້ນໜຶ່ງ ແລະ ພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນຊາດ 2.9 (ປີ 1945 - 2020), ໃນວັນທີ 1 ກັນຍາ, ຢູ່ທີ່ຫຼັກໝາຍ 504, ຢູ່ເຂດບໍລິເວນຕາແສງ ເຊີນຫວີ, ເມືອງ ແມ່ວວາກ, ຄະນະຜູ້ແທນທະຫານປ້ອງກັນຊາຍແດນ ແຂວງກວາງຊີ (ປະເທດຈີນ) ໄດ້ມາອອຍພອນ ຄ້າຍທະຫານປ້ອງກັນຊາຍແດນ ເຊີນຫວີ ແລະ ທະຫານປ້ອງກັນຊາຍແດນແຂວງຮ່າຢາງ.
ຍສໝ - ຕອນເຊົ້າວັນທີ 1 ກັນຍາ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈິມິນ (HUFO) ແລະ ບັນດາສະມາຊິກສະມາຄົມໄດ້ສົມທົບກັບສະຫະພັນບັນດາອົງການມິດຕະພາບແຂວງໄຕນິງຈັດຕັ້ງລາຍການມອບຂອງຂວັນ ແລະເຄື່ອງອຸປະກອນການແພດ ຄັ້ງທີ 2 ສຳລັບພະນັກງານ, ນັກຮົບທະຫານຊາຍແດນແຂວງໄຕນິງ.
ຍສໝ - ທ່ານພົນໂທ ຟານວັນຢາງ, ກຳມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຮຽກຮ້ອງໃຫ້ກອງບັນຊາການທະຫານຊາຍແດນ ແລະບັນດາອົງການກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ ຍົກສູງກຳລັງຄວາມສາມາດຂອງທະຫານຊາຍແດນ ໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະປ້ອງກັນ ແລະຕ້ານພະຍາດໂຄວິດ-19 ຢ່າງທັນການ.
ຍສໝ - ທີ່ສະໜາມຝຶກຊ້ອມ Alabino - ສະຖານທີ່ຈັດງານແຂ່ງຂັນເຮືອນຄົວກາງສະໜາມ, ຮ້ານອາຫານຂອງທີມເຮືອນຄົວກາງສະໜາມຂອງກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ດຶງດູດແຂກມາກິນເປັນຈໍານວນຫຼວງຫຼາຍ.
ໃນວັນທີ 21 ສິງຫາ 2020 ນີ້, ທີ່ສະໜາມບິນທົ່ງໄຫຫີນ, ເມືອງແປກ ແຂວງຊຽງຂວາງ ໄດ້ເກີດຂຶ້ນພິທີມອບ - ຮັບຫ້ອງທົດລອງອູ່ສ້ອມແປງເຮືອບິນທະຫານອາກາດກອງທັບປະຊາຊົນລາວ ລະຫວ່າງຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດ ສ.ຣັດເຊຍ ແລະ ກະຊວງປ້ອງກັນປະເທດແຫ່ງ ສປປ.ລາວ.
ຍສໝ - ເມື່ອບໍ່ດົນມານີ້, ລາວ ໄດ້ຈັດຕັ້ງພິທີສົ່ງຄະນະນັກກິລາອອກເດີນທາງໄປເຂົ້າຮ່ວມງານແຂ່ງຂັນການທະຫານສາກົນ ຄັ້ງທີ 6 ປີ 2020 ເຊິ່ງໄດ້ຈັດຕັ້ງ ຢູ່ ລັດເຊຍ.
ຍສໝ - ສະຫະພັນລັດເຊຍ ຂອບໃຈ ແລະ ຕີລາຄາສູງການສະໜັບສະໜູນຂອງຫວຽດນາມ ໃນສະພາບພະຍາດໂຄວິດ-19 ພວມຜັນແປຢ່າງສັບສົນ ແຕ່ຍັງຈັດສົ່ງກໍາລັງເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ.
ຍສໝ - ກໍາລັງລາດຕະເວນສອງຝ່າຍໄດ້ດໍາເນີນການລາດຕະເວນຕາມເສັ້ນຊາຍແດນ ຫວຽດນາມ-ລາວ ແລະຫຼັກໝາຍຊາຍແດນເລກທີ 441, ນີ້ແມ່ນຫຼັກໝາຍທີ່ປັກຢູ່ໄກ, ທາງໄປມາປະສົບຄວາມຫຍຸ້ງຍາກຫຼາຍ.
ຍສໝ - ພະນັກງານ, ນັກຮົບຢູ່ຄ້າຍທະຫານປ້ອງກັນຊາຍແດນ A Pa Chai, ທະຫານຊາຍແດນ ດ້ຽນບຽນ ລ້ວນແຕ່ມີສະຕິລະວັງຕົວ, ບໍ່ປະໝາດ, ຍາມ 24/24 ຢູ່ເສັ້ນທາງນ້ອຍ, ຮັບປະກັນບໍ່ໃຫ້ຄົນເຂົ້າ - ອອກ ເຂົ້າເມືອງທີ່ຜິດກົດໝາຍຂ້າມຊາຍແດນ ຫວຽດນາມ - ລາວ - ຈີນ.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ດ່ານຊາຍແດນສາກົນລາວບາວ, ອໍານາດການປົກຄອງເມືອງເຊໂປນ, ແຂວງສະຫວັນນະເຂດ ໄດ້ຈັດຕັ້ງພິທີຍ້ອງຍໍຊົມເຊີຍກໍາລັງເຂົ້າຮ່ວມການດັບເພີງທີ່ຕະຫຼາດ Karon ຢູ່ລາວ.
ຍສໝ - ເມື່ອບໍ່ດົນມານີ້, ທີ່ ນະຄອນນິງບິ່ງ, ແຂວງນິງບິ່ງ, ຄະນະຕິດຕໍ່ສະມາຄົມເພື່ອນຮ່ວມຖັນແຖວພົນລະພາກຫຼວງ 678 ຮ່ານາມນິງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 40 ປີແຫ່ງວັນເຂົ້າເປັນທະຫານ ປະຕິບັດພັນທະສາກົນຢູ່ ລາວ (8/1980 - 8/2020).
ຍສໝ - ອະດີດນັກຮົບອາສາສະໝັກ ແນວໂຮມ 479 ໄດ້ທົບທວນຄືນຄວາມຊົງຈຳ ແລະ ຄວາມຮູ້ບຸນຄຸນຕໍ່ ບັນດານັກຮົບວິລະຊົນ ທີ່ໄດ້ເສຍສະຫລະຊີວິດເພື່ອຊາດ ຢູ່ປະເທດກໍາປູເຈຍ. ບັນດາອະດີດນັກຮົບອາສາສະໝັກ ກໍ່ໄດ້ລະດົມກຳລັງໃຈເຊິ່ງກັນ, ເຊີດຊູ ແລະ ເສີມຂະຫຍາຍຄວາມສາມັກຄີລະຫວ່າງຫວຽດນາມ ແລະ ກຳປູເຈຍ.
ຍສໝ - ວັນທີ 22 ກໍລະກົດ, ສະມາຄົມກາແດງແຂວງດົ່ງນາຍໄດ້ມອບຂອງຂວັນ 100 ພູດ ໃຫ້ແກ່ບັນດາທະຫານເສຍອົງຄະ, ຄອບຄົວທີ່ມີຄຸນງາມຄວາມດີ ເຊິ່ງເປັນສະມາຊິກຂອງສະມາຄົມມິດຕະພາບ ຫວຽດນາມ - ລາວ ຢູ່ ເມືອງວິ້ງກູຍ ແລະ ນະຄອນບຽນຮວ່າ.
ຍສໝ - ຫວ່າງແລ້ວນີ້, ໂຮງຮຽນນາຍທະຫານສື່ສານ ຢູ່ ແຂວງແຄ໋ງຮວ່າ ສສ.ຫວຽດນາມ ໄດ້ຈັດຕັ້ງພິທີຮຽນຈົບໃຫ້ແກ່ບັນດານາຍທະຫານລາວ ແລະກໍາປູເຈຍ.