ກອງປະຊຸມຫົວໜ້າກົມສູ້ຮົບກອງທັບບັນດາປະເທດອາຊຽນຄັ້ງທີ 10

13:34 | 18/09/2020

ຍສໝ - ວັນທີ 16 ກັນຍາ ໄດ້ໄຂຂຶ້ນກອງປະຊຸມຫົວໜ້າກົມສູ້ຮົບກອງທັບບັນດາປະເທດອາຊຽນ ຄັ້ງທີ 10 (AMOM-10). ກອງປະຊຸມດັ່ງກ່າວໄດ້ດຳເນີນດ້ວຍຮູບແບບຖ່າຍທອດສົດ.

ກອງປະຊ ມຫ ວໜ າກ ມສ ຮ ບກອງທ ບບ ນດາປະເທດອາຊຽນຄ ງທ 10 ທະຫານປ້ອງກັນຊາຍແດນ ເຫງ້ອານ ມອບຂອງຂວັນ ໃຫ້ແກ່ກຳລັງປະກອບອາວຸດ ແລະ ປະຊາຊົນເຂດຊາຍແດນຢູ່ແຂວງຫົວພັນ, ປະເທດລາວ
ກອງປະຊ ມຫ ວໜ າກ ມສ ຮ ບກອງທ ບບ ນດາປະເທດອາຊຽນຄ ງທ 10 ທະຫານປ້ອງກັນຊາຍແດນ ແຂວງກວາງຊີ ອອຍພອນ ທະຫານປ້ອງກັນຊາຍແດນ ແຂວງຮ່າຢາງ ເນື່ອງໃນໂອກາດ 75 ປີແຫ່ງວັນຊາດຫວຽດນາມ

ເຂົ້າຮ່ວມກອງປະຊຸມມີຫົວໜ້າກົມສູ້ຮົບກອງທັບບັນດາປະເທດອາຊຽນ ແລະສະມາຊິກຄະນະ. ທູດການທະຫານບັນດາປະເທດອາຊຽນ ປະຈໍາ ຮ່າໂນ້ຍ ເຂົ້າຮ່ວມໃນຖານະເປັນນັກສັງເກດການຜ່ານລະບົບທາງໄກຢູ່ຮ່າໂນ້ຍ.

ດ້ວຍຫົວຂໍ້ “ການຮ່ວມມືດ້ານການທະຫານເພື່ອອາຊຽນສະໜິດຕິດພັນ ແລະເປັນເຈົ້າການຮັບມື”, ກອງປະຊຸມ AMOM-10 ໄດ້ສ້າງເວທີປາໄສເພື່ອໃຫ້ກອງທັບບັນດາປະເທດອາຊຽນ ແບ່ງປັນທັດສະນະກ່ຽວກັບບັນດາບັນຫາຄວາມໝັ້ນຄົງພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ປຶກສາຫາລືບັນດາມາດຕະການແນໃສ່ເພີ່ມທະວີການຮ່ວມມືຢ່າງແທດຈິງລະຫວ່າງອົງການສູ້ຮົບຂອງກອງທັບບັນດາປະເທດອາຊຽນ.

ກອງປະຊ ມຫ ວໜ າກ ມສ ຮ ບກອງທ ບບ ນດາປະເທດອາຊຽນຄ ງທ 10
ທ່ານນາຍພົນຕີ ທ້າຍດ້າຍຫງອກ - ຫົວໜ້າກົມຍຸດທະການກອງເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ. (ພາບ: vietnamplus)

ທີ່ກອງປະຊຸມ, ບັນດາຫົວໜ້າຄະນະໄດ້ແລກປ່ຽນທັດສະນະກ່ຽວກັບບັນດາສິ່ງທ້າທາຍເຖິງຄວາມໝັ້ນຄົງຢູ່ພາກພື້ນ, ລວມມີບັນຫາຄວາມໝັ້ນຄົງທາງທະເລເວົ້າລວມ, ບັນຫາທະເລຕາເວັນອອກ, ຕ້ານກໍ່ການຮ້າຍ, ໂຈນສະລັດ; ສະເໜີບັນດາມາດຕະການເພື່ອເພີ່ມທະວີການຮ່ວມມືຢ່າງແທດຈິງລະຫວ່າງກອງທັບບັນດາປະເທດອາຊຽນ ແນໃສ່ຮັບມືກັບສິ່ງທ້າທາຍເຖິງຄວາມໝັ້ນຄົງບໍ່ແມ່ນການທະຫານ ແລະການທະຫານຢ່າງມີປະສິດທິຜົນ.

ບັນດາຂໍ້ລິເລີ່ມຮ່ວມມື, ສະເໜີການເຄື່ອນໄຫວຂອງບັນດາຫົວໜ້າຄະນະລ້ວນແຕ່ມີທັດສະນະລວມມຸ່ງໄປເຖິງເນື້ອແທ້ກວ່າ, ເປັນເຈົ້າການ ແລະມີໄຫວພິບກວ່າເພື່ອຮັບມືກັບບັນດາສິ່ງທ້າທາຍທີ່ພວມພົ້ນເດັ່ນຂຶ້ນ, ພິເສດແມ່ນພະຍາດໂຄວິດ-19. ຫົວໜ້າຄະນະບັນດາປະເທດອາຊຽນ ກໍ່ແບ່ງປັນບົດຮຽນຂອງກອງທັບປະເທດຕົນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19, ຢັ້ງຢືນບົດບາດແກ່ນສານຂອງກອງທັບໃນການເຄື່ອນໄຫວນີ້.

ບັນດາຫົວໜ້າຄະນະໄດ້ເຫັນດີເປັນເອກະສັນຖືວ່າ, ໄລຍະຜ່ານມາສືບຕໍ່ຂີດໝາຍການພັດທະນາຢ່າງຕັ້ງໜ້າໃນການຮ່ວມມືລະຫວ່າງກອງທັບບັນດາປະເທດອາຊຽນ, ສະແດງໃຫ້ເຫັນຜ່ານການຈັດຕັ້ງສຳເລັດບັນດາການຝຶກຊ້ອມໃນຂອບເຂດບັນດາກຸ່ມນັກຊ່ຽວຊານ ADMM+, ການພົບປະແລກປ່ຽນນາຍທະຫານໜຸ່ມ... ບັນດາການເຄື່ອນໄຫວຢ່າງແທດຈິງນີ້ໄດ້ສ້າງກາລະໂອກາດເພີ່ມທະວີການພົບປະແລກປ່ຽນ, ຖອດຖອນບົດຮຽນ ແລະມີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງກອງທັບບັນດາປະເທດອາຊຽນ.

ກອງປະຊ ມຫ ວໜ າກ ມສ ຮ ບກອງທ ບບ ນດາປະເທດອາຊຽນຄ ງທ 10
ກອງປະຊຸມຫົວໜ້າກົມສູ້ຮົບທາງທະຫານ ຂອງບັນດາປະເທດອາຊຽນຄັ້ງທີ 10. (ພາບ: vietnamplus)

ທ່ານນາຍພົນຕີ ທ້າຍດ້າຍຫງອກ - ຫົວໜ້າກົມສູ້ຮົບ, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ຢັ້ງຢືນວ່າ ເພື່ອຮັກສາໄດ້ບົດບາດໃຈກາງຂອງອາຊຽນໃນການຮັບມືຢ່າງມີປະສິດທິຜົນກັບບັນດາສິ່ງທ້າທາຍເຖິງຄວາມໝັ້ນຄົງທີ່ພວມພົ້ນເດັ່ນຂຶ້ນ, ພວກເຮົາຄວນເພີ່ມທະວີຄວາມສະໜິດຕິດພັນ, ຄວາມເປັນເອກະພາບກວ່າອີກເພື່ອສາມາດພ້ອມກັນກະທໍາເພື່ອຜົນປະໂຫຍດລວມຂອງພາກພື້ນ. ໂລກລະບາດ ກໍ່ຄືບັນດາສິ່ງທ້າທາຍເຖິງຄວາມໝັ້ນຄົງອື່ນໆບໍ່ສາມາດກີດຂວາງການຮ່ວມມືຂອງພວກເຮົາໄດ້. ພວກເຮົາຍິ່ງຕ້ອງເພີ່ມທະວີການຮ່ວມມືເພື່ອຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍຈາກສະພາບແວດລ້ອມ

ກອງປະຊ ມຫ ວໜ າກ ມສ ຮ ບກອງທ ບບ ນດາປະເທດອາຊຽນຄ ງທ 10 ຊຸກຍູ້ການຮ່ວມມືໃນອາຊຽນ ກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ

ຍສໝ - ກອງປະຊຸມຂ່າວກ່ຽວກັບກອງປະຊຸມຂັ້ນສູງລັດຖະມົນຕີກະຊວງແຮງງານ ແລະລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງອາຊຽນ ໄດ້ໄຂຂຶ້ນໃນວັນທີ 16 ກັນຍາ ຕາມຮູບການຢູ່ກັບທີ່ ແລະອອນລາຍ.

ກອງປະຊ ມຫ ວໜ າກ ມສ ຮ ບກອງທ ບບ ນດາປະເທດອາຊຽນຄ ງທ 10 AMM 53: ບັນດາຜູ້ຊ່ຽວຊານປະເທດໄທ ໄດ້ຕີລາຄາສູງບົດບາດນຳພາຂອງຫວຽດນາມ

ຍສໝ - ບັນດາຜູ້ຊ່ຽວຊານຢູ່ໄທ ໃຫ້ຮູ້ວ່າ ບັນດາຂໍ້ລິເລີ່ມຂອງຫວຽດນາມ ໃນປີເປັນປະທານອາຊຽນ 2020 ແມ່ນລ້ວນແຕ່ມີຜົນດີຢ່າງຕັ້ງໜ້າ, ໂດຍສະເພາະ ແມ່ນໃນສະພາບການແຜ່ລະບາດຂອງພະຍາດ COVID-19.

ກອງປະຊ ມຫ ວໜ າກ ມສ ຮ ບກອງທ ບບ ນດາປະເທດອາຊຽນຄ ງທ 10 ສະຫະພັນລັດເຊຍ ຊົມເຊີຍ ຫວຽດນາມ ທີ່ໄດ້ຈັດສົ່ງກໍາລັງເຂົ້າຮ່ວມ Army Games 2020 ເປັນຈໍານວນຫຼວງຫຼາຍ

ຍສໝ - ສະຫະພັນລັດເຊຍ ຂອບໃຈ ແລະ ຕີລາຄາສູງການສະໜັບສະໜູນຂອງຫວຽດນາມ ໃນສະພາບພະຍາດໂຄວິດ-19 ພວມຜັນແປຢ່າງສັບສົນ ແຕ່ຍັງຈັດສົ່ງກໍາລັງເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.