ທ່ານນາຍົກລັດຖະມົນຕີເຫັນດີຟື້ນຟູບັນດາສາຍ​ການບິນລະຫວ່າງຫວຽດນາມ ແລະຈີນ

ທ່ານນາຍົກລັດຖະມົນຕີເຫັນດີຟື້ນຟູບັນດາສາຍ​ການບິນລະຫວ່າງຫວຽດນາມ ແລະຈີນ

ຍ​ສໝ - ທ່ານນາຍົກລັດຖະມົນຕີຫງວຽນ​ຊວັນ​ຟຸກໄດ້ເຫັນດີຟື້ນຟູການຂົນສົ່ງທາງອາກາດລະຫວ່າງຫວຽດນາມ ແລະຈີນ. ດ້ວຍຄວາມຖີ່ ແລະເງື່ອນໄຂຂອງການຂົນສົ່ງຜູ້ໂດຍສານແມ່ນອີງ​ຕາມ​ການ​ເຫັນ​ດີ​ເປັນ​ເອ​ກະ​ພາບລະ​ຫວ່າງ ຫວຽດ​ນາມ ແລ​ະ​​ຈີນ.

IMF: ຫວຽດ​ນາມ​ຕ້ານ​ໂລກ​ລະ​ບາດ Covid – 19 ປະ​ສົບ​ຜົນ​ສຳ​ເລັດ​ສ້າງ​ທິດ​ກ້າວ​ເດີນ​ໃໝ່​ໃຫ້​ແກ່​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ

IMF: ຫວຽດ​ນາມ​ຕ້ານ​ໂລກ​ລະ​ບາດ Covid – 19 ປະ​ສົບ​ຜົນ​ສຳ​ເລັດ​ສ້າງ​ທິດ​ກ້າວ​ເດີນ​ໃໝ່​ໃຫ້​ແກ່​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ

ຍ​ສ​ໝ - ບົດ​ຂຽນ​ໄດ້​ເອົາ​ລົງ​ໃນ​ເວັບ​ໄຊ​ຂອງ IMF ໂດຍ​ຕີ​ລາ​ຄາ​ວ່າ ຫວຽດ​ນາມ​ແມ່ນ​ແບບ​ຢ່າງ​ທີ່​ດີ​ກ່ຽວ​ກັບ​ຜົນ​ສຳ​ເລັດ​ຂອງ​ປະ​ເທດ​ທີ່​ພວມ​ມີ​ການ​ພັດ​ທະ​ນາ​ສາ​ມາດ​ເອົາ​ໄຊ​ຊະ​ນະ​ໂລກ​ລະ​ບາດ Covid – 19.

ສະ​ມາ​ຊິກສະ​ພາສູງ​ອາ​ເມ​ລິ​ກາ​ອອກ​ຖະ​ແຫຼງ​ການ​ຢັ້ງ​ຢືນ 25 ປີ​ແຫ່ງວັນ​ຫັນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດານມ - ອາ​ເມ​ລິ​ກາ​ເປັນ​ປົກ​ກະ​ຕິ

ສະ​ມາ​ຊິກສະ​ພາສູງ​ອາ​ເມ​ລິ​ກາ​ອອກ​ຖະ​ແຫຼງ​ການ​ຢັ້ງ​ຢືນ 25 ປີ​ແຫ່ງວັນ​ຫັນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດານມ - ອາ​ເມ​ລິ​ກາ​ເປັນ​ປົກ​ກະ​ຕິ

ຍ​ສ​ໝ - ຕາມ ທ່ານ Cory Gardner ແລ້ວ, ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ, ອາເມລິກາ​ຂໍ​ສະ​ແດງ​ຄວາມ ຊົມເຊີຍຕໍ່ ຫວຽດນາມໃນ​ບົດ​ບາດເປັນປະທານອາຊຽນ.

ຫວຽດ​ນາມ ແມ່ນ​ຂົວ​ເຊື່ອມ​ຕໍ່​ທີ່​ສຳ​ຄັນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອາ​ຊຽນ

ຫວຽດ​ນາມ ແມ່ນ​ຂົວ​ເຊື່ອມ​ຕໍ່​ທີ່​ສຳ​ຄັນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອາ​ຊຽນ

ຍສໝ - ຫວຽດນາມ ແມ່ນ​ຂົວຕໍ່ສຳຄັນລະຫວ່າງ ອາເມລິກາ ກັບ ອາຊຽນ, ເປີດບັນດາຮູບການເຂົ້າຮ່ວມໃນການພັດທະນາ, ບັນດາບັນຫາເສດຖະກິດ ແລະ ສິ່ງແວດລ້ອມໃຫ້ພາກພື້ນ.

ການນຳຫວຽດນາມ ສົ່ງສານອວຍພອນໄປຍັງການ​ນຳ ​ອາ​ເມ​ລິກ​າ

ການນຳຫວຽດນາມ ສົ່ງສານອວຍພອນໄປຍັງການ​ນຳ ​ອາ​ເມ​ລິກ​າ

ຍ​ສໝ -  ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກໍໄດ້ແລກປ່ຽນສານອວຍພອນກັບ ປະທານາທິບໍດີ ອາເມລິກາ Donald Trump; ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລກປ່ຽນສານອວຍພອນກັບ ທ່ານປະທານສະພາສູງ Michael Pence ແລະ ທ່ານນາງປະທານສະພາຕໍ່າ Nancy Pelosi.

ຫວຽດ​ນາມ - ຍີ່​ປຸ່ນ​ຈັດຕັ້ງ​ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ທາງອອ​ນ​ລາຍ​

ຫວຽດ​ນາມ - ຍີ່​ປຸ່ນ​ຈັດຕັ້ງ​ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ທາງອອ​ນ​ລາຍ​

ຍ​ສ​ໝ - ນີ້​ແມ່ນ​ຄັ້ງ​ທຳ​ອິດ ທີ່ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ໃຫຍ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ທາງ​ອອນ​ລາຍ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດຍີ່​ປຸ່ນ 1000 ແຫ່ງຈາກ​ບັນ​ດາ​ຈຸດ​ຖ່າຍ​ທອດ​ສົດຢູ່​ຍີ່​ປຸ່ນ ແລະ ໃນ​ທົ່ວ​ໂລກ, ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່ ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຢ່າງ​ຍິ່ງ​ຂອງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ຍີ່​ປຸ່ນ​ຕໍ່​ຫວຽດ​ນາມ.

ຫວ​ຽດ​ນາມ​ຍົກ​ອອກ 3 ກຸ່ມ​ວິ​ທີ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໄລ​ຍະຫຼັງ ໂລກ​ລະ​ບ​າດ Covid – 19

ຫວ​ຽດ​ນາມ​ຍົກ​ອອກ 3 ກຸ່ມ​ວິ​ທີ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໄລ​ຍະຫຼັງ ໂລກ​ລະ​ບ​າດ Covid – 19

ຍ​ສ​ໝ - ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ການ​ຟື້ນ​ຟູ​ເສດ​ຖ​ະ​ກິດ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ໄລ​ຍະຫຼັງ ໂລກ​ລະ​ບາດ Covid – 19, ທ່ານ​ຮອງ​ນາຍ​ົກ​ລັດ​ຖະມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບິ່ງ​ມິງ​ ໄດ້​ຍົກ​ອອກ 3 ກຸ່ມ​ວິ​ທີ​ການ​ແກ້​ໄຂ​ຢ່າງ​ລະ​ອຽດ.

ກອງ​ປະ​ຊຸມ​ສຳ​ມະ​ນາ​ທາງ​ອອນ​ລາຍ​ກ່ຽວ​ກັບ EVFTA: ກາ​ລະ​ໂອ​ກາດ​ໃດ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຝ​ລັ່ງ

ກອງ​ປະ​ຊຸມ​ສຳ​ມະ​ນາ​ທາງ​ອອນ​ລາຍ​ກ່ຽວ​ກັບ EVFTA: ກາ​ລະ​ໂອ​ກາດ​ໃດ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຝ​ລັ່ງ

ຍ​ສ​ໝ - ທີ່ກອງ​ປະ​ຊຸມ, ທ່ານ ​ເຈິ່ນ​ຕວັນ​ແອັງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ໄດ້​ຍົກ​ອອກ​ບາງ​ມາດ​ຕະ​ການ​ເພື່ອ​ແນ​ໃສ່​ຍາດ​ແຍ່ງ​ທ່າ​ແຮງ​ໃຫ້​ດີ​ທີ່​ສຸດ, ຜ່ານ​ຜ່າ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ໃນ​ປັດ​ຈຸ​ບັນ, ໃນ​ນັ້ນ​ໄດ້​ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂ​ດ​ທີ່​ເປັນ​ທ່າ​ແຮງ​ຂອງ​ຝ​ລັ່ງ​ຄື: ພະ​ລັງ​ງານ, ເຕັກ​ໂນ​ໂລ​ຢີ​ສູງ, ກະ​ສິ​ກຳ, ປຸ່​ງ​ແຕ່ງ…

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ “ການ​ພົວ​ພັນ​ທາງ​ອອນ​ລາຍ” ແລະ​ “ການ​ພົວ​ພັນ Covid” ໄດ້​ຍູ້​ແຮງ ແລະ ເສີມ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ “ການ​ພົວ​ພັນ​ທາງ​ອອນ​ລາຍ” ແລະ​ “ການ​ພົວ​ພັນ Covid” ໄດ້​ຍູ້​ແຮງ ແລະ ເສີມ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ຍ​ສໝ - ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລ​ັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ ໄດ້​ເນັ້ນ​ໜັກ​ວ່າ ໃນ​ສະ​ພາບ​ການ​ໂລກ​ລະ​ບາດ Covid -19 ກໍ່​ຜົນ​ກະ​ທົບ​ຕໍ່​ທຸກໆ​ປະ​ເທດ​ໃນ​ໂລກ, “ການ​ພົວ​ພັນ​ທາງ​ອອນ​ລາຍ” ແລະ “ການພົ​ວ​ພັນ Covid” ພວມ​ໄດ້​ຮັບ​ການ​ຍູ້​ແຮງ ແລະ ເສີມ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຈາກ​ຫວຽດ​ນາມ.

ການ​ຮ່ວມ​ມື​ເສດ​ຖະ​ກິດ - ການ​ຄ້າ - ກ​ານ​ລົງ​ທຶນ​ແມ່ນ​ກຳ​ລັງ​ໜູນ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ​ໃນ​ໄລ​ຍະ 25 ປີ​ທີ່​ຜ່ານ​ມາ

ການ​ຮ່ວມ​ມື​ເສດ​ຖະ​ກິດ - ການ​ຄ້າ - ກ​ານ​ລົງ​ທຶນ​ແມ່ນ​ກຳ​ລັງ​ໜູນ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ​ໃນ​ໄລ​ຍະ 25 ປີ​ທີ່​ຜ່ານ​ມາ

ຍ​ສໝ - ທ່ານ ​ຮ່າ​ກິມງອກ​ ເນັ້ນ​ໜັກ​ວ່າ ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ໃນ​ທຸກໆ​ຂົງ​ເຂດ ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລ​ິ​ກາ, ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ໜຶ່ງ​ໃນ​ບັນ​ດາ​ບ​ຸ​ລິ​ມະ​ສິດ​ແຖວ​ໜ້າ​ໃນ​ສະ​ພາບ​ການ​ປັດ​ຈຸ​ບັນ​ແມ່ນ​ຮັບ​ປະ​ກັນ​ທ່າ​ອ່ຽງ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຮ່ວມມ​ດ້ານ​ເສດ​ຖະ​ກິດ - ການ​ຄ້າ - ການ​ລົງ​ທຶນ, ໜູນ​ຊ່ວຍ​ຕັ້ງ​ໜ້າ​ໃຫ້​ແກ່​ວິ​ວັດ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຂອງ​ທັງ​ສອງ​ປະ​ເທດ​ພາຍຫຼັງ ໂລກ​ລະ​ບາດ Covid – 19.

ສື່ມວນ​ຊົນ ເຢຍ​ລະ​ມັນ: ຫວຽດ​ນາມ​ແມ່ນ​ເຄື່ອງວັດແທກ​​ທຸກ​ສິ່ງ​ທຸກ​ຢ່າງ​ໃນ​ບັ້ນ​ຕໍ່​ສູ້​ກັບ​ໂລກ​ລະ​ບາດ Covid – 19

ສື່ມວນ​ຊົນ ເຢຍ​ລະ​ມັນ: ຫວຽດ​ນາມ​ແມ່ນ​ເຄື່ອງວັດແທກ​​ທຸກ​ສິ່ງ​ທຸກ​ຢ່າງ​ໃນ​ບັ້ນ​ຕໍ່​ສູ້​ກັບ​ໂລກ​ລະ​ບາດ Covid – 19

ຍ​ສ​ໝ - ນັກ​ຂຽນ​ໄດ້​ຫວນ​ຄືນ​ບັນ​ດາ​ວິ​ທີ​ການ​ທີ່​ມີ​ປະ​ສິດ​ທິ​ຜົນ​ຂອງ​ຫວຽດ​ນາມ​ໃນ​ການ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ, ພ້ອມ​ທັງ​ຢັ້ງ​ຢືນ​ວ່າ​ຫວຽດ​ນາມ​ໄດ້​ຜ່ານ​ຜ່າ​ວິ​ກິດ​ການ Covid – 19 ແບບ​ມະ​ຫັດ​ສະ​ຈັນ ແລະ ນີ້​ຈະ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເງື່ອນ​ໄຂ​ດີ​ທີ່​ສຸ​ດ​ເພື່ອ​ນຳ​ພື້ນ​ຖານ​ເສດ​ຖະ​ກິດ​ ມີການເຕີບ​ໂຕ​ຄື​ນໃໝ່.

ຍີ່​ປຸ່ນ ແລະ ຫວຽດ​ນາມ ​ຈະ​ຮ່ວມ​ເປັນ​ປະ​ທານ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ແມ່​ນ້ຳ​ຂອງ - ຍີ່​ປຸ່ນ​ຄັ້ງ​ທີ 13

ຍີ່​ປຸ່ນ ແລະ ຫວຽດ​ນາມ ​ຈະ​ຮ່ວມ​ເປັນ​ປະ​ທານ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ແມ່​ນ້ຳ​ຂອງ - ຍີ່​ປຸ່ນ​ຄັ້ງ​ທີ 13

ຍສໝ - ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ແລະ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຈະໄດ້ເປັນປະທານກອງປະຊຸມ.

ຫວຽດ​ນາມເຂົ້​າ​ຮ່ວມ​ສະ​ພາ​ຄວາມ​ໝັ້​ນ​ຄົງ ສ​ປ​ຊ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ສ້າງ​ສັນ​ຕິ​ພາບ ແລະ ສິດທິ​ມະ​ນຸດ

ຫວຽດ​ນາມເຂົ້​າ​ຮ່ວມ​ສະ​ພາ​ຄວາມ​ໝັ້​ນ​ຄົງ ສ​ປ​ຊ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ສ້າງ​ສັນ​ຕິ​ພາບ ແລະ ສິດທິ​ມະ​ນຸດ

ຍ​ສໝ - ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ດິ່ງ​ກຸ໊ຍ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ປະ​ຈຳ ສ​ະ​ຫະປະ​ຊາ​ຊາດ​ ໄດ້​ຢັ້ງ​ຢືນ​ຄືນ​ໃໝ່​ບັນ​ດາຫຼັກ​ການ​ພື້ນ​ຖານ​ຂອງ ການ​ເຄື່ອນ​ໄຫວ​ສ້າງ​ສັນ​ຕິ​ພາບ ແລະ ເລື່ອງ​ປະ​ເທດ​ເຈົ້າ​ພາບມີ​ບົດ​ບາດ​ແຖວ​ໜ້າ​ໃນ​ການ​ປົກ​ປ້ອງ ແລະ ຊຸກ​ຍູ້​ສິດ​ທິ​ມະ​ນຸດ.

ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ

ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ

ຍ​ສ​ໝ - ຕາມ​ເວັບ​ໄຊສະ​ຖິ​ຕິ Worldometers.info, ໄລ່​ຮອດ​ຕອນ​ຄ່ຳວັນ​ທີ 7 ກໍ​ລະ​ກົດ, ໄດ້​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ແມ່ນ​ 11,78 ລ້ານ​ຄົນ, ໃນ​ນັ້ນ​ມີ 541,7 ລ້ານ​ຄົນ​ເສຍ​ຊີ​ວິດ. ອາ​ເມ​ລິ​ກາ​ຍັງ​ແມ່ນ​ປະ​ເທດ​ຖືກ​ຮັບ​ຜົນ​ປະ​ທົບ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ.

ເສດ​ຖະ​ກິດ​ຫວຽດ​ນາມ​ແມ່ນ​ຈຸ​ດ​ພົ້ນ​ເດັ່ນ​ໃນ​ພາກ​ພື້ນ​ອາ​ຊີ - ປ​າ​ຊີ​ຟິກ

ເສດ​ຖະ​ກິດ​ຫວຽດ​ນາມ​ແມ່ນ​ຈຸ​ດ​ພົ້ນ​ເດັ່ນ​ໃນ​ພາກ​ພື້ນ​ອາ​ຊີ - ປ​າ​ຊີ​ຟິກ

ຍ​ສ​ໝ - ຂ​ໍ້​ມູນ​ຢ່າງ​ເປັນ​ທາງ​ການ​ໃຫ້​ຮູ້​ວ່າ GDP ໄຕ​ມາດທີ 2 ຂອງ​ຫວຽດ​ນາມ ຄາດ​ວ່າ​ເພີ່ມ​ຂຶ້ນ​ປະ​ມານ 0,4%, ເຖິງວ່າ​ໂລກ​ລະ​ບາດ​ໄດ້​ສ້າງ​ບັນ​ດາ​ຜົນ​ກະ​ທົບ​ທາງ​ລົບ​ຕໍ່​ການ​ທ່ອງ​ທ່ຽວ ແລະ ສົ່ງ​ອອກ​ຫວຽດ​ນາມກໍ່​ຕາມ.

ການສົ່ງ​ອອກ​ເຂົ້າ​ສານ​ໃນ 6 ​ເດືອນ​ຕົ​້ນ​ປີ ເພີ​່ມ​ຂ​ຶ​້ນ ເກືອບ 18%

ການສົ່ງ​ອອກ​ເຂົ້າ​ສານ​ໃນ 6 ​ເດືອນ​ຕົ​້ນ​ປີ ເພີ​່ມ​ຂ​ຶ​້ນ ເກືອບ 18%

ຍ​ສ​ໝ - ຕາມ​ກົມ​ປຸງ​ແຕ່ງ ແລະ ພັດ​ທະ​ນາ​ຕະຫຼາດ​ຜ​ະ​ລິດ​ຕະ​ພັນ​ການ​ກະ​ເສດ, ແງ່​ຫວັງ​ສົ່ງ​ອອກ​ເຂົ້າ​ສານ​ພວ​ມ​ເປີດກວ້າງ​ເມື່ອ ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - EU (EVFTA) ໄດ້​ຮັບ​ຮອງ​ເອົາ​ຈາກ ສະ​ພາ​ແຫ່ງ​ຊາດ, ຕາມ​ນັ້ນ​ແລ້ວ, EU ຈະ​ສະ​ຫງວນ​ໃຫ້​ແກ່​ຫວຽດ​ນາມ ໂຄ​ຕາ​ນຳ​ເຂົ້າ​ເຂົ້າ​ສານ 80.000ໂຕນ/ປີ.

ຊຸກ​ຍູ້​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ເໝາະ​​ສົມ​ກັບ​ການ​ຜັນ​ປ່ຽນ​ຂອງ​ໂລກ​ລະ​ບາດ Covid – 19

ຊຸກ​ຍູ້​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ເໝາະ​​ສົມ​ກັບ​ການ​ຜັນ​ປ່ຽນ​ຂອງ​ໂລກ​ລະ​ບາດ Covid – 19

ຍ​ສໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ຫາ​ກໍ່​ມອບ​ໝາຍ​ໃຫ້​ກະ​ຊວງວັດ​ຖະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ ເປັນ​ເຈົ້າ​ການ​ສົ​ມ​ທົບ​ກັບ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ບັນ​ດາ​ແຂ​ວງ, ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ ເພື່ອຄົ້ນ​ຄ້​ວາ, ຕີ​ລາ​ຄາ​ບັນ​ດາ​ກໍ​ລະ​ນີ​ເພື່ອ​ຟື້ນ​ຟູ​ເຕີບ​ໂຕ​ການ​ທ່ອງ​ທ່ຽວ​ໄລ​ຍະຫຼັງ Covid – 19, ເປັນ​ເຈົ້າ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ທີ່​ເໝາະ​ສົມ​ເພື່ອ​ຊຸກ​ຍູ້​​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ກັບ​ການ​ຜັນ​ແປ​ຂອງ​ໂລກ​ລະ​ບາດ Covid – 19.

ສຳ​ເນົາເອ​ກະ​ສານ​ພິ​ເສດ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ - ​ປື້ມ​ບັນ​ທຶກ​ສະ​ໄໝ​ສົງ​ຄາມ​ຢູ່​ຫວຽດ​ນາມ

ສຳ​ເນົາເອ​ກະ​ສານ​ພິ​ເສດ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ - ​ປື້ມ​ບັນ​ທຶກ​ສະ​ໄໝ​ສົງ​ຄາມ​ຢູ່​ຫວຽດ​ນາມ

ຍ​ສ​ໝ - ນີ້​ແມ່ນ​ໂຄງ​ການ​ມີ​ມູນ​ຄ່າ​ສູງ​ກ່ຽວ​ກັບ​ເນື້ອ​ໃນ​ຈິດ​ໃຈ, ມີ​ສານ​ກ່ຽວ​ກັບ​ຄວາມງາມ ແລະ ມ​ີ​ລັກ​ສະ​ນະ​ມະ​ນຸດ​ສະ​ທຳ​ທີ່​ເລິກ​ເຊິ່ງ, ຕ້ອງ​ເສຍ​ເວ​ລາ 16 ປີ (2004 - 2020), ຄະ​ນະ​ຮຽ​ບ​ຮຽງ​ຊຸດ​ສຳ​ເນົາ​ເອ​ກະ​ສານ “ປຶ້ມ​ບັນ​ທຶກ​ສະ​ໄໝ​ສົງ​ຄາມ​ຢູ່​ຫວຽດ​ນາມ” ພ້ອມ​ກັບ​ບັນ​ດາ​ຄູ່​ຮ່ວມ​ງານ​ຈິ່ງ​ປະ​ຕິ​ບັດ​ສຳ​ເລັດ​ໂຄງ​ການ​ສຸ​ມ​ຈິດ​ສຸມ​ໃຈ​ນີ້.    

ຫວຽດ​ນາມ ບໍ່​ກວດ​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ໃນ​ຊຸມ​ຊົນ​ ພາຍ​ໃນ​ຮອບ​ເວ​ລາ 81 ມື້​ຢ່າງ​ລຽນ​ຕິດ

ຫວຽດ​ນາມ ບໍ່​ກວດ​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ໃນ​ຊຸມ​ຊົນ​ ພາຍ​ໃນ​ຮອບ​ເວ​ລາ 81 ມື້​ຢ່າງ​ລຽນ​ຕິດ

ຍ​ສໝ - ຄົນ​ເຈັບ​ທີ່​ຍັ​ງ​ເຫຼືອ 15 ຄົນ​ ພວມ​ໄດ້​ຮັບ​ການ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ແຫ່ງ​ຕ່າງໆ​ໃນ​ອາ​ການ​ສຸ​ຂະ​ພາບ​ທີ່​ເປັນ​ປົກ​ກ​ະ​ຕິ, ໃນ​ນັ້ນ​ມີ​ຄົນ​ເຈັບ​ທີ່ມີ​ອາ​ການໜັກ​ທີ່​ສຸດ​ແມ່ນ​ນັກ​​ບິນ​ຊາວ​ອັງ​ກິດ​ທີ່​ພວມ​ໄດ້​ຮັບ​ການ​ປິນ​ປົ່ວ​ຢູ່​ໂຮງ​ໝ​ໍ​ເຈິ​ໄຣ (ນະ​ຄອນ​ໂຮ່​ຈີ​ມິນ) ມີ​ອາ​ການ​ສຸ​ຂະ​ພາບ​ນັບ​ມື້​ນັບ​ດີ​ຂຶ້ນ.

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຫວຽດ​ນາມ​ສົ່ງ​ໂທ​ລະ​ເລກອວຍ​ພອນ​ຊັນ​ຊາດ ເວ​ເນ​ຊູ​ເອ​ລາ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຫວຽດ​ນາມ​ສົ່ງ​ໂທ​ລະ​ເລກອວຍ​ພອນ​ຊັນ​ຊາດ ເວ​ເນ​ຊູ​ເອ​ລາ

ຍ​ສໝ - ໃນ​ວັນ​ດຽວ​ກັນ, ທ່ານ ຟ້າມ​ບິ່ງ​ມິງ​ ຮອງ​ນາຍ​ົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ໄດ້​ສົ່ງ​ໂທ​ລະ​ເລກ​ໄປ​ຍັງ​ທ່ານ Jorge Arreaza Montserrat  ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເວ​ເນ​ຊູ​ເອ​ລາ.