ຍສໝ - ທ່ານ Ruben Dario Molina ຮອງລັດຖະມົນຕີກະຊວງການຕ່າງປະເທດ ຢັ້ງຢືນວ່າ ເວເນຊູເອລາຕີລາຄາສູງບັນດາຜົນງານດ້ານເສດຖະກິດ ສັງຄົມທີ່ປະທັບໃຈຂອງຫວຽດນາມ ແລະ ຫວັງວ່າຢາກທາບທາມບັນດາປະສົບການສຳເລັດຂອງຫວຽດນາມໃນວິວັດແຫ່ງການປ່ຽນແປງໃໝ່ ແລະ ພັດທະນາປະເທດຊາດ.
"ຫວຽດນາມ ຢັ້ງຢືນຢ່າງສະເໝີຕົ້ນສະເໝີປາຍຕໍ່ຫຼັກໝັ້ນທີ່ວ່າ ໝູ່ເກາະເຈື່ອງຊາ ແລະ ໝູ່ເກາະຮ່ວາງຊາແມ່ນສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຜືນແຜ່ນດິນຂອງຫວຽດນາມໄດ້."
ວັນທີ 17 ກັນຍາ, ຢູ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄຳຖາມກ່ຽວກັບແຜນການເຊື່ອມຕໍ່ສາຍການບິນສາກົນຂອງຫວຽດນາມ.
ຍສໝ - ທ່ານນາຍົກລັດຖະມົນຕີ ກໍ່ຫວັງວ່າ ສ.ເກົາຫຼີ ຈະຫຼຸດຜ່ອນ ແລະ ມຸ່ງໄປສູ່ການລົບລ້າງບັນດາເງື່ອນໄຂບັງຄັບຕໍ່ບັນດາບ້ວງເງິນໜູນຊ່ວຍພັດທະນາຢ່າງເປັນທາງການ, ກູ້ຢຶມບຸລິມະສິດ, ເປີດກ້ວາງບັນດາບ້ວງເງິນຊ່ວຍເຫຼືອລ້າໃຫ້ແກ່ຫວຽດນາມ, ເພີ່ມທະວີການຕ້ອນຮັບແຮງງານຫວຽດນາມ, ໜູນຊ່ວຍປະຊາຄົມຫວຽດາມອາໄສຢູ່ ສ.ເກົາຫຼີໃຫ້ຫຼາຍກ່ວາອີກ, ເປັນຕົ້ນແມ່ນໃນສະພາບການໂລກລະບາດ Covid – 19 ຄືໃນປັດຈຸບັນ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ ADB ສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເພື່ອກະກຽມໃຫ້ດີທີ່ສຸດບັນດາໂຄງການທີ່ມີຄຸນນະພາບມີປະສິດມິຜົນ, ຈຳເປັນຕ້ອງເພື່ອແນໃສ່ຕອບສະໜອງຄວາມຕ້ອງການແຫຼ່ງຊັບພະຍາກອນລົງທຶນພັດທະນາຂອງຫວຽດນາມ.
ຍສໝ - ດ້ວຍເປົ້າໝາຍ ເຊື່ອມຕໍ່ເພື່ອພັດທະນາ ຈະແມ່ນສະຖານທີ່ພົບປະລະຫວ່າງບັນດາວິສາຫະກິດ, ປະກອບສ່ວນຢ່າງລະອຽດເຂົ້າບັນດາມາດຕະການຊຸກຍູ້ການພັດທະນາເຕັກໂນໂລຢີສະໜັບສະໜູນດ້ວຍຫຼາຍມາດຕະການໃໝ່ ຫວັງວ່າຈະສ້າງກຳລັງໜູນຢ່າງໃຫຍ່ຫຼວງໃຫ້ແກ່ອຸດສາຫະກຳສະໜັບສະໜູນ ແລະ ອຸດສາຫະກຳປຸງແຕ່ງ, ປະດິດສ້າງຫວຽດນາມ.
ຍສໝ - ປຶ້ມໄດ້ສະສົມຄຳເຫັນຂອງວິສາຫະກິດ 10.400 ແຫ່ງ ໃນບໍລິເວນທົ່ວປະເທດກ່ຽວກັບຜົນກະທົບຈາກຄວາມສ່ຽງໄພທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດຕໍ່ການເຄື່ອນໄຫວຜະລິດດຳເນີນທຸລະກິດ. ນີ້ໄດ້ຖືວ່າແມ່ນການສືບສວນວິສາຫະກິດທີ່ມີຂອບຂະໜາດໃຫຍ່ທີ່ສຸດແຕ່ກ່ອນມາຮອດປັດຈຸບັດດ້ວຍຫົວຂໍ້ນີ້.
ຍສໝ - ພາຍຫຼັງລົງຈອດຢູ່ສະໜາມບິນສາກົນໂນ້ຍບາຍ, ຜູ້ໂດຍສານທັງໝົດໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.
ຍສໝ - ຕະຫຼາດນັດຈະມີການເຂົ້າຮ່ວມຂອງຮ້ານວາງສະແດງສິນຄ້າ ກ່ວາ 300 ແຫ່ງ ຂອງບັນດາວິສາຫະກິດທ່ອງທ່ຽວ, ໂຮງແຮມ, ບັນດາບໍລິສັດການບິນ, ບັນຫາຫົວໜ່ວຍສະໜອງການບໍລິການທ່ອງທ່ຽວ, ສົ່ງເສີມການທ່ອງທ່ຽວແຕ່ 54 ແຂວງ/ນະຄອນໃນທົ່ວປະເທດ
ຍສໝ - ທ່ານ Mark Lowcock ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບບັນດາບັນຫາມະນຸດສະທຳ ໄດ້ສະແດງຄວາມວິຕົກກັງວົນເປັນພິເສດກ່ຽວກັບການຜັນແປນັບມື້ນັບສັບສົນຂອງໂລກລະບາດ Covid – 19 ຢູ່ຊີຣີ.
ຍສໝ - ທ່ານນາງ Elsbeth Akkerman ເອກອັກຄະລັດຖະທູດ ໂຮນຫຼັງ ຢັ້ງຢືນວ່າ ລັດຖະບານ ໂຮນຫຼັງ ສະໜັບສະໜູນໂຄງການນີ້, ສະແດງໃຫ້ເຫັນຜ່ານເລື່ອງທະນາຄານພັດທະນາໂຮນຫຼັງ ໃຫ້ຄຳໝັ້ນສັນຍາຈະປະກອບສ່ວນ 10% ເງິນລົງທຶນໂຄງການ.
ຍສໝ - ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຮ່ວມມືມິດຕະພາບກັບຍີ່ປຸ່ນ ແລະ ປາດຖະໜາຢາກການຮ່ວມມື ກັບທ່ານ Suga Yoshihide ນາຍົກລັດຖະມົນຕີຍີ່ປຸ່ນ ແລະ ລັດຖະບານຊຸດໃໝ່ຂອງຍີ່ປຸ່ນ ຢ່າງແໜ້ນແຟ້ນ ເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ຍີ່ປຸ່ນຢ່າງເລິກເຊິ່ງຂຶ້ນສູ່ລະດັບສູງໃໝ່.
ຍສໝ - ນີ້ແມ່ນຄຳຢັ້ງຢືນຂອງທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມຢູ່ກອງປະຊຸມພິເສດຂອງບັດນາລັດຖະມົນຕີແຮງງານອາຊຽນ ແລະ ລັດຖະມົນຕີການສຶກສາອາຊຽນໃນຂອງເຂດກອງປະຊຸມລັດຖະມົນຕີອາຊຽນ ກ່ຽວກັບ “ພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ການປ່ຽນແປງວຽກເຮັດງານທໍາໃນໂລກ” ທີ່ໄດ້ດຳເນີນຕາມຮູບການທາງອອນລາຍ ແລະ ກັບທີໃນຕອນບ່າຍວັນທີ 16 ກັນຍາ.
ຍສໝ - ຫວຽດນາມສົ່ງອອກໄປຍັງຈີນປະລິມານສິນຄ້າທີ່ມີມູນຄ່າ 44,1 ຕື້ USD, ເພີ່ມຂຶ້ນ 20,9% ເມື່ອທຽບໃສ່ໄລຍະດຽວກັນປີກາຍ, ໃນນັ້ນວົງເວິນເງິນນຳເຂົ້າຈາກຈີນບັນລຸ 67 ຕື້ USD ເພີ່ມຂຶ້ນ 8,9%.
ຍສໝ - ນີ້ແມ່ນກອງປະຊຸມນັດສະມັນຂັ້ນເອກອັກຄະລັດຖະທູດ ລະຫວ່າງ ອາຊຽນ ກັບ ສປຊ ເພື່ອແນໃສ່ກວດກາຄວາມຄືບໜ້າໃນການປະຕິບັດບັນດາການເຄື່ອນໄຫວຮ່ວມມືໃນຂອບເຂດແຜນການກະທຳ ອາຊຽນ - ສປຊ ໄລຍະ 2016 – 2020.
ຍສໝ - ໃນຖານະຫວຽດນາມ ດຳລົງຕຳແໜ່ງປະທານອາຊຽນ 2020 ແລະ ເຢຍລະມັນ ແມ່ນປະທານໝູນວຽນອີຢູ ໃນໄລຍະ 6 ເດືອນທ້າຍປີ 2020, ຫວຽດນາມ ແລະ ເຢຍລະມັນ ໃຫ້ຄຳໝັ້ນສັນຍາພ້ອມກັນມານະພະຍາຍາມຊຸກຍູ້ການຮ່ວມມື ແລະ ການເຊື່ອມຕໍ່ລະຫວ່າງ 2 ພາກພື້ນ, ມຸ່ງໄປເຖິງຍົກການພົວພັນລະຫວ່າງອີຢູ - ອາຊຽນ ຂຶ້ນສູ່ລະດັບສູງໃໝ່.
ຍສໝ - ທ່ານ Alexander Ivanov ເອກອັກຄະລັດຖະທູດ ລັດເຊຍປະຈຳ ອາຊຽນໃຫ້ຮູ້ວ່າ ບັນຫາຮີບດ່ວນທີ່ສຸດໄດ້ຮັບການຄວາມສົນໃຈຢູ່ກອງປະຊຸມແມ່ນບັ້ນຕໍ່ສູ້ລວມຕ້ານໂລກລະບາດ Covid – 19 ແລະ ບັນດາຜົນກະທົບຈາກເສດຖະກິດ ສັງຄົມມາຈາກໂລກລະບາດ.
ຍສໝ - ທ່ານ Chiba Akira ໃຫ້ຮູ້ວ່າ ເຂົ້າຮ່ວມກອງປະຊຸມ AMM 53, ຍີ່ປຸ່ນຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາສ້າງສູນອາຊຽນກ່ຽວກັບບັນດາກໍລະນີການແພດປະຊາຄົມຮີບດ່ວນ ແລະ ໂລກລະບາດ, ໜູນຊ່ວຍເງິນ 1 ລ້ານ USD ໃຫ້ແກ່ກອງທຶນອາຊຽນ ຮັບມືກັບໂລກລະບາດ Covid – 19, ກໍ່ຄືຈະຜັນຂະຫຍາຍບັນດາໂຄງການໃຫ້ກູ້ຢືມ ແລະ ລົງທຶນ ຢ່າງເໝາະສົມໃຫ້ແກ່ອາຊຽນ.
ຍສໝ - ໃນໄລຍະຈະມາເຖິງ, ກະຊວງອຸດສາຫະກຳ ແລະ ການຄ້າ ຈະສືບຕໍ່ສົມທົບກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ບັນດາອົງການທີ່ກ່ຽວຂ້ອງເຮັດວຽກ ແລະ ຊຸກຍູ້ SFDA ເພີ່ມເຕີມບັນດາວິສາຫະກິດ ຫວຽດນາມ ອື່ນໆ ໄດ້ຮັບການອະນຸຍາດສົ່ງອອກສິນໃນນ້ຳໄປຍັງຕະຫຼາດ ອາຣັບບິ ຊາອຸດິດຄືນໃໝ່, ກ້າວໄປເຖິງການແກ້ໄຂຄຳສັ່ງຢຸດຕິການນຳເຂົ້າສິນໃນນ້ຳຈາກຫວຽດນາມຢ່າງສິ້ນເຊິງ.
ຍສໝ - ອາເມລິກາແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າແຖວໜ້າຂອງຫວຽດນາມ, ພິເສດແມ່ນການຄ້າຜະລິດຕະພັນກະເສດ ມີການເຕີບໂຕຢ່າງບໍ່ຢຸດຢັ້ງໃນຊຸມປີທີ່ຜ່ານມາ, ບັນລຸໄດ້ເກືອບ 30%. 7 ເດືອນທີ່ຜ່ານມາ, ວົງເງິນການຄ້າສອງຝ່າຍບັນລຸກ່ວາ 47 ຕື້ USD.