ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບຫວຽດນາມ-ລາວ

ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບຫວຽດນາມ-ລາວ

ຍສໝ - ປີ 2020 ສະມາຄົມມິດຕະພາບຫວຽດນາມ-ລາວ ທຸກຂັ້ນຢູ່ແຂວງທ໊າຍງວຽນ ໄດ້ຕັ້ງໜ້າຍູ້ແຮງບັນດາກິດຈະກໍາພົວພັນຕ່າງປະເທດປະຊາຊົນ, ຮັກສາສາຍພົວພັນແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ-ລາວ.

ການຮ່ວມມືລະຫວ່າງທະຫານຊາຍແດນ ຫວຽດນາມ-ລາວ  ສືບຕໍ່ໄດ້ຮັບການປັບປຸງ ແລະພັດທະນາ

ການຮ່ວມມືລະຫວ່າງທະຫານຊາຍແດນ ຫວຽດນາມ-ລາວ ສືບຕໍ່ໄດ້ຮັບການປັບປຸງ ແລະພັດທະນາ

ຍສໝ - ໃນວຽກງານຄຸ້ມຄອງຊາຍແດນ, ກໍາລັງປ້ອງກັນຊາຍແດນສອງປະເທດຫວຽດນາມ-ລາວ ໄດ້ເປັນເຈົ້າການປະຕິບັດບັນດາສັນຍາກ່ຽວກັບຊາຍແດນຢ່າງເຂັ້ມງວດ. ສອງຝ່າຍກໍ່ສົມທົບກັນໃນການເຄື່ອນໄຫວປັກຫຼັກໝາຍຖີ່, ບູລະນະລະບົບຫຼັກໝາຍຊາຍແດນ; ຜັນຂະຫຍາຍການທົດລອງຮູບແບບ “ໜຶ່ງປະຕູ, ໜຶ່ງຄັ້ງຢຸດ”, ຕອບສະໜອງຄວາມຮຽກຮ້ອງຕ້ອງການປະຕິຮູບລະບຽບການບໍລິຫານດ່ານຊາຍແດນຕາມທິດເຊື່ອມໂຍງ ແລະທັນສະໄໝ. 

ພົບປະແລກປ່ຽນມິດຕະພາບຊາວໜຸ່ມ ຫວຽດນາມ-ລາວ

ພົບປະແລກປ່ຽນມິດຕະພາບຊາວໜຸ່ມ ຫວຽດນາມ-ລາວ

ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ຈັດຕັ້ງລາຍການພົບປະແລກປ່ຽນມິດຕະພາບຊາວໜຸ່ມຫວຽດນາມ-ລາວ ຢູ່ເງະອານ. ງານພົບປະແລກປ່ຽນມິດຕະພາບຊາວໜຸ່ມຫວຽດນາມ-ລາວ ໄດ້ດໍາເນີນໃນລະຫວ່າງວັນທີ 12-14 ຕຸລາ 2020.

ຄະນະກຳມະການຮ່ວມມື  ລາວ-ຫວຽດ ນາມ ແລະ ຫວຽດນາມ-ລາວ ຫາລືການຮ່ວມມືຮ່ວມກັນ

ຄະນະກຳມະການຮ່ວມມື ລາວ-ຫວຽດ ນາມ ແລະ ຫວຽດນາມ-ລາວ ຫາລືການຮ່ວມມືຮ່ວມກັນ

ຍສໝ - ໃນວັນທີ 29 ກັນຍາ ຫາ ວັນທີ 1 ຕຸລາ 2020, ຄະນະກຳມະການຮ່ວມມື  ລາວ-ຫວຽດ ນາມ ແລະ ຫວຽດນາມ-ລາວ ໄດ້ພົບປະເຮັດວຽກຮ່ວມກັນ ຢູ່ດ່ານສາກົນ ແດນສະຫວັນ-ລາວບາວ.

ການແຂ່ງຂັນກິລາມິດຕະພາບຫວຽດນາມ-ລາວ

ການແຂ່ງຂັນກິລາມິດຕະພາບຫວຽດນາມ-ລາວ

ຍສໝ - ເມື່ອບໍ່ດົນມານີ້, ການແຂ່ງຂັນກິລາມິດຕະພາບເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນຊາດ ສສ ຫວຽດນາມ (2-9-1945/2-9-2020), ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງຂະແໜງການທູດຫວຽດນາມ (28-8-1945/28-8-2020) ແລະ75 ປີແຫ່ງວັນມູນເຊື້ອຕໍາຫຼວດປະຊາຊົນຫວຽດນາມ (19-8-1945/19-8-2020) ໄດ້ດໍາເນີນຢູ່ນະຄອນຫຼວງວຽງຈັນ. 

ພິທີສູດມົນພາວະນາອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນຫວຽດນາມ-ລາວ

ພິທີສູດມົນພາວະນາອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນຫວຽດນາມ-ລາວ

ຍສໝ - ຕອນຄ່ຳວັນທີ 18 ກໍລະກົດ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນຫວຽດນາມ-ລາວ (ເມືອງ ແອັງເຊີນ, ແຂວງ ເງະອານ), ຄະນະບໍລິຫານພຸດທະສາສະໜາແຂວງ ເງະອານ ໄດ້ສົມທົບກັບຄະນະຈັດຕັ້ງງານບຸນ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຈັດພິທີສູດມົນພາວະນາອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ເນື່ອງໃນໂອກາດສະເຫຼີມສະຫຼອງ 73 ປີວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດຄືວັນທີ 27 ກໍລະກົດ.

ສາຍພົວພັນລະຫວ່າງລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ແມ່ນສາຍພົວພັນແບບພິເສດມີໜຶ່ງດຽວໃນໂລກ

ສາຍພົວພັນລະຫວ່າງລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ແມ່ນສາຍພົວພັນແບບພິເສດມີໜຶ່ງດຽວໃນໂລກ

ຍສໝ - ຈະສືບຕໍ່ເພີ່ມທະວີສົ່ງເສີມສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ,  ສອງລັດ ແລະ ປະຊາຊົນຂອງສອງປະເທດ ລາວ - ຫວຽດນາມ,  ຫວຽດນາມ - ລາວ, ໃຫ້ນັບມື້ນັ້ນແຕກດອກອອກຜົນຍິ່ງໆຂຶ້ນ.

ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງດົ່ງນາຍ ໄດ້ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນ, ປະກອບສ່ວນປັບປຸງສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີຫວຽດນາມ-ລາວ

ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງດົ່ງນາຍ ໄດ້ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນ, ປະກອບສ່ວນປັບປຸງສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີຫວຽດນາມ-ລາວ

ຍສໝ - ໃນອາຍຸການຜ່ານມາ, ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງດົ່ງນາຍ ໄດ້ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນ, ປະກອບສ່ວນປັບປຸງສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີຫວຽດນາມ-ລາວ; ຢ້ຽມຢາມ, ລະດົມກຳລັງໃຈ ແລະມອບຂອງຂວັນ, ທຶນການສຶກສາໃຫ້ແກ່ນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ແຂວງດົ່ງນາຍ...

ສາຂາຂອງບໍລິສັດໄຟຟ້າຫວຽດນາມ-ລາວ ໄດ້ມອບເງິນ 3 ໝື່ນ USD ເພື່ອຊ່ວຍລັດຖະບານລາວ ສະກັດກັ້ນໂລກລະບາດໂຄວິດ -19

ສາຂາຂອງບໍລິສັດໄຟຟ້າຫວຽດນາມ-ລາວ ໄດ້ມອບເງິນ 3 ໝື່ນ USD ເພື່ອຊ່ວຍລັດຖະບານລາວ ສະກັດກັ້ນໂລກລະບາດໂຄວິດ -19

ຍສໝ -  ຕອນບ່າຍວັນທີ 1 ເມສາ 2020, ສາຂາຂອງບໍລິສັດໄຟຟ້າຫວຽດນາມ-ລາວ ໄດ້ມອບເງິນ 3 ໝື່ນ USD ເພື່ອຊ່ວຍລັດຖະບານລາວ ສະກັດກັ້ນໂລກລະບາດໂຄວິດ -19.

ດ້ຽນບຽນ:ປິດຊົ່ວຄາວດ່ານທັງໝົດຢູ່ເຂດຊາຍແດນຫວຽດນາມ-ລາວ ເພື່ອຫຼຸດຜ່ອນຄວາມສ່ຽງຕິດແປດ ແລະສະກັດກັ້ນການແຜ່ລະບາດຂອງໂລກພະຍາດ COVID-19

ດ້ຽນບຽນ:ປິດຊົ່ວຄາວດ່ານທັງໝົດຢູ່ເຂດຊາຍແດນຫວຽດນາມ-ລາວ ເພື່ອຫຼຸດຜ່ອນຄວາມສ່ຽງຕິດແປດ ແລະສະກັດກັ້ນການແຜ່ລະບາດຂອງໂລກພະຍາດ COVID-19

ຍສໝ - ເມື່ອບໍ່ດົນມານິ້, ຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ມີໜັງສືທາງການເລກທີ 789 ທີ່ແຈ້ງກ່ຽວກັບການປິດຊົ່ວຄາວດ່ານທັງໝົດຢູ່ເຂດຊາຍແດນ ຫວຽດນາມ-ລາວ ເພື່ອຫຼຸດຜ່ອນຄວາມສ່ຽງຕິດແປດ ແລະສະກັດກັ້ນການແຜ່ລະບາດຂອງໂລກພະຍາດ COVID-19.

ອຳນາດການປົກຄອງຂັ້ນຕ່າງໆ ພ້ອມກັບບັນດາກໍາລັງທີ່ກ່ຽວຂ້ອງໄດ້ຕັ້ງໜ້າປ້ອງກັນ, ຕ້ານເຊື້ອພະຍາດ Covid-19 ຢູ່ເຂດຊາຍແດນຫວຽດນາມ-ລາວ

ອຳນາດການປົກຄອງຂັ້ນຕ່າງໆ ພ້ອມກັບບັນດາກໍາລັງທີ່ກ່ຽວຂ້ອງໄດ້ຕັ້ງໜ້າປ້ອງກັນ, ຕ້ານເຊື້ອພະຍາດ Covid-19 ຢູ່ເຂດຊາຍແດນຫວຽດນາມ-ລາວ

ຢູ່ລຽບຕາມເສັ້ນຊາຍແດນຫວຽດນາມ-ລາວ ທີ່ມີຄວາມຍາວກວ່າ 200 ກິໂລແມັດ ໄປຜ່ານແຂວງກວ໋າງບີ່ງ ມີບາງດ່ານຊາຍແດນ ແລະບ່ອນພັກພາອາໄສຂອງປະຊາຊົນເຜົ່າສ່ວນໜ້ອຍ. ໃນຊຸມວັນຜ່ານມາ, ອຳນາດການປົກຄອງຂັ້ນຕ່າງໆພ້ອມກັບບັນດາກໍາລັງທີ່ກ່ຽວຂ້ອງໄດ້ຕັ້ງໜ້າປ້ອງກັນ, ຕ້ານເຊື້ອພະຍາດ Covid-19.

ເຂົ້າຕົ້ມຂຽວ, ເຕັມໄປດ້ວຍນ້ໍາໃຈໄມຕີຈິດມິດຕະພາບຫວຽດນາມ-ລາວ

ເຂົ້າຕົ້ມຂຽວ, ເຕັມໄປດ້ວຍນ້ໍາໃຈໄມຕີຈິດມິດຕະພາບຫວຽດນາມ-ລາວ

ຍສໝ - ເພື່ອປະກອບສ່ວນຮັດແໜ້ນນໍ້າໃຈມິດຕະພາບລະຫວ່າງນັກສຶກສາຫວຽດນາມ-ລາວ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຫວຽດນາມ ປີຊວດ 2020, ໃນລະຫວ່າງວັນທີ 11-12 ມັງກອນ 2020, ຄະນະຊາວໜຸ່ມໂຮງຮຽນວິທະຍາໄລການແພດຮ່າຕິງ ໄດ້ຈັດຕັ້ງງານບຸນ “ເຂົ້າຕົ້ມຂຽວ, ເຕັມໄປດ້ວຍນ້ໍາໃຈໄມຕີຈິດມິດຕະພາບຫວຽດນາມ-ລາວ”.

ລາຍການສິລະປະ

ລາຍການສິລະປະ "ເອກະລັກ ຫວຽດນາມ-ລາວ ອ້າຍນ້ອງ" ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ

ຍສໝ - ວັນທີ 9 ມັງກອນ 2020, ທີ່ສູນວັດທະນະທໍາຫວຽດນາມ ປະຈໍາລາວ ໄດ້ຈັດຂຶ້ນລາຍການສິລະປະ "ເອກະລັກ ຫວຽດນາມ-ລາວ ອ້າຍນ້ອງ" ເພື່ອແລກປ່ຽນວັດທະນະທໍາເນື່ອງໃນໂອກາດສະຫຼອງປີໃໝ່ຫວຽດນາມ.

ຫວຽດນາມ-ລາວ: ສືບຕໍ່ຢັ້ງຢືນບຸລິມະສິດແກ່ການພົວພັນຕ່າງປະເທດຂອງທັງສອງປະເທດ

ຫວຽດນາມ-ລາວ: ສືບຕໍ່ຢັ້ງຢືນບຸລິມະສິດແກ່ການພົວພັນຕ່າງປະເທດຂອງທັງສອງປະເທດ

ຍສໝ - ສອງຊາດຫວຽດນາມ ແລະລາວ ຍາມໃດກໍ່ຄຽງບ່າຄຽງໄຫຼ່ນຳກັນ, ຮ່ວມທຸກຮ່ວມສຸກ, ເສີມສ້າງນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ, ກາຍເປັນຊັບສົມບັດອັນລ້ຳຄ່າ, ແຫຼ່ງກຳລັງອັນລ້ຳຄ່າ ແລະແມ່ນປັດໄຈສຳຄັນຮັບປະກັນຜົນສຳເລັດຂອງການປະຕິວັດຢູ່ແຕ່ລະປະເທດ.

ນາຍົກລັດຖະມົນຕີລາວ ຈະເປັນປະທານຮ່ວມກອງປະຊຸມຄັ້ງທີ 42 ຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ-ລາວ

ນາຍົກລັດຖະມົນຕີລາວ ຈະເປັນປະທານຮ່ວມກອງປະຊຸມຄັ້ງທີ 42 ຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ-ລາວ

ຍສໝ - ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຈະນໍາໜ້າຄະນະຜູ້ແທນຂັ້ນສູງລັດຖະບານລາວ ມາຢ້ຽມຢາມ ແລະເປັນປະທານຮ່ວມກອງປະຊຸມຄັ້ງທີ 42 ຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ-ລາວ ຢູ່ຮ່າໂນ້ຍ ໃນລະຫວ່າງວັນທີ 2-4 ມັງກອນ 2020.

ງານບຸນແກວ່ງໝາກຄອນ ຫວຽດນາມ-ລາວ-ຈີນ ປີ 2019

ງານບຸນແກວ່ງໝາກຄອນ ຫວຽດນາມ-ລາວ-ຈີນ ປີ 2019

ຍສໝ - ງານບຸນໂຍນໝາກຄອນຫວຽດນາມ-ລາວ-ຈີນ ຄັ້ງທີ VI ປີ 2019 ໄດ້ຈັດຕັ້ງຢູ່ເມືອງເມື່ອງແຕ່ (ລາຍເຈົາ) ດ້ວຍບັນດາກິດຈະກໍາຫຼາຍຮູບຫຼາຍແບບ ແລະມີການເຂົ້າຮ່ວມຂອງຜູ້ແທນ, ນັກກິລາ, ນັກສະແດງ, ສິລະປະກອນ, ຜູ້ນໍາທ່ຽວເກືອບ 1.000 ຄົນຂອງ 5 ຄະນະທີ່ມາຈາກ 3 ປະເທດ. ງານບຸນໄດ້ດໍາເນີນຢ່າງເປັນທາງການໃນລະຫວ່າງວັນທີ 29-31 ທັນວາ ດ້ວຍຫົວຂໍ້ “ສີສັນໄມຕີຈິດມິດຕະພາບ”.

ການພົວພັນຫວຽດນາມ-ລາວ ພວມພັດທະນາຢ່າງຕັ້ງໜ້າໃນດ້ານເສດຖະກິດ, ການຄ້າ

ການພົວພັນຫວຽດນາມ-ລາວ ພວມພັດທະນາຢ່າງຕັ້ງໜ້າໃນດ້ານເສດຖະກິດ, ການຄ້າ

ຍສໝ - ດ້ວຍຄວາມເອົາໃຈໃສ່ຂອງລັດຖະບານ, ຄວາມມານະພະຍາຍາມຂອງບັນດາກະຊວງ, ຂະແໜງການສອງຝ່າຍ, ປີ 2019, ວົງເງິນການຄ້າຫວຽດນາມ-ລາວ ໄດ້ມີບາດກ້າວພັດທະນາໃໝ່.

ຄະນະຜູ້ແທນໜັງສືພີມກອງທັບປະຊາຊົນລາວ ສຳເລັດການເຄື່ອນໄຫວເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນໜັງສືພີມກອງທັບປະຊາຊົນລາວ ສຳເລັດການເຄື່ອນໄຫວເຮັດວຽກຢູ່ ສສ ຫວຽດນາມ

ຍສໝ - ຄະນະຜູ້ແທນໜັງສືພິມກອງທັບປະຊາຊົນລາວ, ນຳໂດຍສະຫາຍພັນເອກ ຄຳສາວ ແກ້ວວິເສດ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວພ້ອມດ້ວຍຄະນະໄດ້ສຳເລັດການເຄື່ອນໄຫວເຮັດວຽກກັບບັນດາອົງການສື່ມວນຊົນກອງທັບປະຊາຊົນຫວຽດນາມ ໃນລະຫວ່າງວັນທີ 9-14 ທັນວາ 2019.

ຫວຽດນາມ-ລາວ: ຊຸກຍູ້ການຮ່ວມມື, ພົບປະແລກປ່ຽນ ດ້ານວຽກງານຊາວໜູ່ມ

ຫວຽດນາມ-ລາວ: ຊຸກຍູ້ການຮ່ວມມື, ພົບປະແລກປ່ຽນ ດ້ານວຽກງານຊາວໜູ່ມ

ຍສໝ - ຄະນະຜູ້ແທນຄະນະຊາວໜຸ່ມນະຄອນໂຮ່ຈີ໊ມິນ ນຳໂດຍທ່ານ ຟ້າມຮົ່ງເຊິນ, ເລຂາຄະນະບໍລິຫານງານຊາວໜຸ່ມນະຄອນໂຮ່ຈີ໊ມິນ ໄດ້ເດີນທາງໄປຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 3-7 ທັນວາ 2019.

ລາຍການ “ພົບປະແລກປ່ຽນມິດຕະພາບຫວຽດນາມ-ລາວ” ໄດ້ຈັດຕັ້ງສະຫະພັນບັນດາ ຢູ່ອົງການມິດຕະພາບແຂວງບ່າເຣ້ຍ-ຫວູງເຕົ່າ

ລາຍການ “ພົບປະແລກປ່ຽນມິດຕະພາບຫວຽດນາມ-ລາວ” ໄດ້ຈັດຕັ້ງສະຫະພັນບັນດາ ຢູ່ອົງການມິດຕະພາບແຂວງບ່າເຣ້ຍ-ຫວູງເຕົ່າ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງ ສປປ.ລາວ ຄົບຮອບ 44 ປີ (2-12-1975 - 2-12-2019), ຕອນບ່າຍວັນທີ 29 ພະຈິກ, ຢູ່ນະຄອນຫວູງເຕົ່າ, ສະຫະພັນບັນດາອົງການມິດຕະພາບແຂວງບ່າເຣ້ຍ-ຫວູງເຕົ່າ ໄດ້ຈັດຕັ້ງລາຍການ “ພົບປະແລກປ່ຽນມິດຕະພາບຫວຽດນາມ-ລາວ”.