ຍສໝ - ບັນດາປະເທດໄດ້ຕີລາຄາສູງຫວຽດນາມ, ເປັນປະທານອາຊຽນ, ຫວຽດນາມ ໄດ້ສະເໜີ ແລະ ຊຸກຍູ້ບັນດາຂໍ້ລິເລີ່ມໃນປີ, ບັນລຸໄດ້ໝາກຜົນຫຼາຍຢ່າງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການສ້າງປະຊາຄົມອາຊຽນ.
ຍສໝ - ການນຳຊາວໜຸ່ມ ອາຊຽນ ໄດ້ຮັບຮອງເອົາຖະແຫຼງການຮ່ວມການນຳຊາວໜຸ່ມ ອາຊຽນ ດ້ວຍຫົວຂໍ້ວ່າ “ເພີ່ມທະວີການຮ່ວມມືຊາວໜຸ່ມເພືຶ່ອ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ເພື່ອຍື່ນສະເໜີຕໍ່ການນຳຂັ້ນສູງ ອາຊຽນ ຮັບຮູ້ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37.
ກອງປະຊຸມຜູ້ບັນຊາການກອງທັບອາກາດບັນດາປະເທດ ອາຊຽນ ຄັ້ງທີ 17 (AACC – 17) ດ້ວຍຫົວຂໍ້ “ກອງທັບອາກາດບັນດາປະເທດ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ຖືກດຳເນີນໃນວັນທີ 22 ຕຸລາ ຕາມຮູບການທາງອອນລາຍ.
ຈໍານວນສິນຄ້າອຸປະຖໍານີ້ໄດ້ສົ່ງຈາກສາງຂອງອາຊຽນ ຢູ່ມາເລເຊຍ ແລະຈະດຳເນີນການມອບ-ຮັບຢູ່ສະໜາມບິນດ່ານັ້ງ...
ຍສໝ - ຫວຽດນາມ ພ້ອມທີຈະຮ່ວມມືກັບອາຊຽນ ແລະ ບັນດາຄູ່ຮ່ວມມື ເພື່ອປະຕິບັດການຟື້ນຟູເສດຖະກິດ, ເຮັດໃຫ້ຊິວິດການເປັນຢູ່ປົກກະຕິໃຫ້ປະຊາຊົນ ເພື່ອອາຊີ - ປາຊີຟິກ ເປັນສັນຕິພາບ, ໝັ້ນຄົງ, ພັດທະນາ ແລະ ວັດທະນາຖາວອນ.
ຍສໝ - "ສັບປະດາດຳເນີນທຸລະກິດ ສ.ເກົາຫຼີ - ອາຊຽນ ແລະ ອິນເດຍ 2020" ໄດ້ດຳເນີນໃນລະຫວ່າງ ວັນທີ 13 - 14 ຕຸລາ ຢູ່ຫໍກອງປະຊຸມ ແລະ ວາງສະແດງ Coex ຢູ່ເຊີອູນ.
ຍສໝ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວັກຢຸ໊ງ ໄດ້ຕີລາຄາຢ່າງສູງການຮ່ວມມືຂອງບັນດາປະເທດສະມາຊິກອາຊຽນ ສຳລັບຫວຽດນາມໃນບົດບາດເປັນປະທານຂອງອາຊຽນປີ 2020.
ຍສໝ - ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວັກຢຸງ ໃຫ້ຮູ້ວ່າ, ໃນຖານະເປັນປະທານ ອາຊຽນ, ຫວຽດນາມ ປາດຖະໜາຢາກດຳເນີນກອງປະຊຸມໂດຍກົງ ດ້ວຍການເຂົ້າຮ່ວມຂອງການນຳບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມືທັງໝົດ ເພື່ອແນໃສ່ສະແດງຄວາມເປັນເອກະພາບ, ສາມັກຄີ.
ຍສໝ - ທ່ານພົນຕີ ເລືອງຕາມກວາງ, ຮອງລັດຖະມົນຕີກະຊວງຕຳຫຼວດ ໄດ້ແບ່ງປັນວ່າ ຫວຽດນາມເຫັນໄດ້ຄວາມຈຳເປັນ ແລະ ຄວາມສຳຄັນໃນການສ້າງກົດແຫ່ງການປະພຶດທີ່ມີຄວາມຮັບຜິດຊອບໃນເຄືອຂ່າຍອິນເຕີແນັດ ເພື່ອແນໃສ່ປະກອບສ່ວນເຂົ້າໃນການຮັກສາ ເຄືອຂ່າຍອິນເຕີແນັດໃຫ້ມີຄວາມປອດໃສ, ປອດໄພ ແລະ ຊ່ວຍໃຫ້ການຮັບປະກັນຄວາມໝັ້ນຄົງ, ປອດໄພຂໍ້ມູນຂ່າວສານມີປະສິດທິຜົນກ່ວາ
ຍສໝ - ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ມີຄວາມປາດຖະໜາວ່າ: ສະມາຄົມພັດທະນາການຮ່ວມມືເສດຖະກິດ ຫວຽດນາມ - ອາຊຽນກໍ່ຄືບັນດາວິສາຫະກິດສະມາຊິກມີຄວາມເອົາໃຈໃສ່ກ່ວາອີກກ່ຽວກັບຕະຫຼາດອາຊຽໜ ໂດຍມີບັນດາການຜັນແປຢ່າງຕັ້ງໜ້າໃນໄລຍະທີ່ຜ່ານມາ.
ຍສໝ - ກອງປະຊຸມໄດ້ຕີລາຄາສູງບັນດາໝາກຜົນການຮ່ວມມືຂອງບັນດາກຸ່ມປະຕິບັດງານໃນຂົງເຂດທະນາຄານ ເມື່ອບັນລຸໄດ້ຄາດໝາຍການເຄື່ອນໄຫວໄດ້ວາງອອກນັບແຕ່ຕົ້ນປີ 2020 ເກືອບທັງໝົດ, ໃນນັ້ນ ຈຸດພົ້ນເດັ່ນແມ່ນຂໍ້ລິເລີ່ມໃຫ້ບຸລິມະສິດການຮ່ວມມືຂອງເສົາຄ້ຳເສດຖະກິດຂອງປີປະທານ ອາຊຽນ 2020 ກ່ຽວກັບການຊຸກຍູ້ການເຊື່ອມຕໍ່ຊຳລະເງິນໃນພາກພື້ນ.
ຍສໝ - ຫວຽດນາມ ສະເໜີໃຫ້ບັນດາປະເທດຕ້ອງເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ແລກປ່ຽນຂໍ້ມູນຂ່າວສານລະຫວ່າງບັນດາອົງການປະຕິບັດກົດໝາຍຂອງບັນດາປະເທດອາຊຽນ.
ວັນທີ 21 ກັນຍາ, ເວທີປາໄສລັດຖະບານ - ອົງການບໍ່ຂຶ້ນກັບລັດຖະບານ ອາຊຽນກ່ຽວກັບສະຫວັດດີການສັງຄົມ ແລະ ການພັດທະນາ ຄັ້ງທີ 15 ດ້ວຍຫົວຂໍ້ “ເພີ່ມທະວີຄວາມສາມາດໃນການຟື້ນຟູ ແລະ ຄວາມສາມັກຄີຂອງຄອບຄົວ: ຜ່ານຜ່າຄວາມຫຍຸ້ງຍາກ ແລະ ປັບຕົວໃຫ້ແທດເໝາະ ກັບສະພາບການໃໝ່” ໄດ້ດຳເນີນຕາມຮູບແບບທາງອອນລາຍໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າ ບັນດາອົງການບໍ່ຂຶ້ນກັບລັດຖະບານທີ່ມາຈາກບັນດາປະເທດອາຊຽນ, ຄະນະເລຂາອາຊຽນ, ບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ.
ຍສໝ - ທ່ານນາງ Alison Mann, ຫົວໜ້າກົມໃຫຍ່ເຊື່ອມໂຍງພາກພື້ນ ອາຊີ - ປາຊີຟິກ, ກະຊວງການຕ່າງປະເທດ ແລະ ການຄ້າ ນິວຊີແລນ ໃຫ້ຮູ້ວ່າ: Wellington ຕີລາຄາສູງທີ່ສຸດຕໍ່ກຳລັງຄວາມສາມາດນຳພາຂອງ ຫວຽດນາມ ໃນຖານະເປັນປະທານ ອາຊຽນ 2020.
ຍສໝ - ວັນທີ 18 ກັນຍາ, ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ +3 ຄັ້ງທີ 23 (AFMGM + 3) ໄດ້ໄຂຂຶ້ນດ້ວຍຮູບການອອນລາຍ. ນີ້ແມ່ນກອງປະຊຸມສຳ ຄັນທີ່ສຸດໃນບັນດາເຫດການການຮ່ວມມືດ້ານການເງິນອາຊຽນ +3 ໂດຍຫວຽດນາມ ແລະຍີ່ປຸ່ນ ເປັນປະທານຮ່ວມໃນປີ 2020.
ຍສໝ - ວັນທີ 16 ກັນຍາ ໄດ້ໄຂຂຶ້ນກອງປະຊຸມຫົວໜ້າກົມສູ້ຮົບກອງທັບບັນດາປະເທດອາຊຽນ ຄັ້ງທີ 10 (AMOM-10). ກອງປະຊຸມດັ່ງກ່າວໄດ້ດຳເນີນດ້ວຍຮູບແບບຖ່າຍທອດສົດ.
ຍສໝ - ກອງປະຊຸມຂ່າວກ່ຽວກັບກອງປະຊຸມຂັ້ນສູງລັດຖະມົນຕີກະຊວງແຮງງານ ແລະລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງອາຊຽນ ໄດ້ໄຂຂຶ້ນໃນວັນທີ 16 ກັນຍາ ຕາມຮູບການຢູ່ກັບທີ່ ແລະອອນລາຍ.
ຍສໝ - ການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດນັບມື້ນັບໄດ້ຮັບການຍູ້ແຮງຕາມທິດພັດທະນາຢ່າງເລິກເຊິ່ງກວ້າງຂວາງທາງດ້ານຂອບຂະໜາດ ແລະລະດັບການຮ່ວມມືກັບບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ, ປະກອບສ່ວນນໍາການປ້ອງກັນຊາດຫວຽດນາມ ເຊື່ອມໂຍງເຂົ້າກັບສາກົນເທື່ອລະກ້າວ.
ຍສໝ - ປີ 2021 ຈະສ້າງຂີດໝາຍສະເຫຼີມສະຫຼອງ 30 ປີແຫ່ງການພົວພັນຄູ່ເຈລະຈາ ຈີນ - ອາຊຽນ. ບັນດາລັດຖະມົນຕີຖືເປັນສຳຄັນ ແລະ ໃຫ້ຄຳໝັ້ນສັນຍາບັນດາການເຄື່ອນໄຫວສະເຫຼີມສະຫຼອງຢ່າງແໜ້ນແຟ້ນ.
ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ - ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຕີລາຄາວ່າ ບັນດາການເຄື່ອນໄຫວຮັກສາສັນຕິພາບ ແມ່ນເຄື່ອງມືສຳຄັນຂອງສະຫະປະຊາຊາດ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.