ບັນດາປະເທດພວມພັດທະນາຢູ່ ອາຊີ ຕ້ອງໄດ້ຮັບທຶນໜູນຊ່ວຍບຸລິມະສິດເພື່ອບັນລຸໄດ້ເປົ້າໝາຍພັດທະນາແບບຍືນຍົງ
ຍສໝ - ອ້າງຕາມບົດລາຍງານ ເອກະລາດ ຂອງທະນາຄານພັດທະ ນາອາຊີ (ADB) ປະກາດເມື່ອວັນທີ 30 ເດືອນກັນຍາລະບຸວ່າ ບັນດາປະເທດ ພວມພັດທະນາ ໃນພາກພື້ນອາຊີ-ປາຊີຟິກ ຄວນໄດ້ຮັບການ ສະໜັບສະໜູນ ບຸລິມະສິດຂຶ້ນຕື່ມ ເພື່ອໃຫ້ມີໂອກາດ ບັນລຸເປົ້າໝາຍ ກ່ຽວກັບ ການພັດທະນາແບບຍືນຍົງ (SDG).