ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ຢືນຢັນວ່າ: “ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂດຍສະຫາຍ ໂຕເລີມ ເປັນນຳໜ້າ, ຫວຽດນາມ ຈະສືບຕໍ່ເດີນຕາມເສັ້ນທາງສັງຄົມນິຍົມຢ່າງໜັກແໜ້ນຕາມເງື່ອນໄຂຕົວຈິງຂອງປະເທດ”.
ຍສໝ - ເລຂາທິການໃຫຍ່ ໂຕເລິມ ຈະໄປໄຫວ້ອາໄລທ່ານ ຄຳໄຕ ສີພັນດອນ ອະດີດປະທານພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ
ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ ແລະ ຄອບຄົວ ສີພັນດອນ ຂໍແຈ້ງຂ່າວເສົ້າສະຫລົດໃຈ ອັນສຸດຊຶ້ງ ມາຍັງພີ່ນ້ອງຮ່ວມຊາດ, ພະນັກງານ, ສະມາຊິກພັກ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນທົ່ວປະເທດ ແລະ ເພື່ອນມິດທີ່ຢູ່ໃກ້ ແລະ ໄກ ຊາບຢ່າງທົ່ວເຖິງກັນວ່າ: ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ, ນັກປະຕິວັດອາວຸໂສ ຂອງພັກປະຊາຊົນປະຕິວັດລາວ ໄດ້ເຖິງແກ່ມໍລະນະກຳ ໃນເວລາ 10:30 ໂມງ ຂອງວັນທີ 2 ເມສາ 2025 ດ້ວຍໂລກຊະລາ ລວມອາຍຸໄດ້ 102 ປີ.
ຍສໝ - ຕາມທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລ້ວ, ເພື່ອໃຫ້ ອາຊຽນ ກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບ 3 ໃນໂລກຕ້ອງມີຄວາມສາມັກຄີ, ຈິນຕະນາການບຸກທະລຸ, ຍຸດທະສາດຢ່າງແຫຼມຄົມ, ເສັ້ນທາງທີ່ສາມາດເປັນໄປໄດ້, ການກະທຳທີ່ຂ້ຽວຂາດ.
ຍສໝ - ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖື ອາຊຽນ ແມ່ນບຸລິມະສິດຍຸດທະສາດໃນນະໂຍບາຍການຕ່າງປະເທດ...
ຍສໝ -
ເນື່ອງໃນໂອກາດສົ່ງ້າຍປີເກົ່າ ຕ້ອຍຮັບປີໃໝ່ປະຈຳຊາດປີມະເສັງ 2025, ທ່ານປະທານປະເທດ ເລືອງເກື່ອງ ໃນນາມການນຳພັກ ແລະ ລັດ ໄດ້ສົ່ງຄຳອວຍພອນປີໃໝ່ອັນດີງາມມາຍັງພີ່ນ້ອງຮ່ວມຊາດ, ສະຫາຍ, ນັກຮົບໃນທົ່ວປະເທດ ແລະ ພໍ່ແມ່ແະຊາຊົນຢູ່ຕ່າງປະເທດ.
ຍສໝ - ໂດຍຕ້ອນຮັບທ່ານລັດຖະມົນຕີກະຊວງການຕ່າງປະເທດ, ເຊື່ອມໂຍງກັບພາກພື້ນ ແລະ ປະຊາຊົນອາໄສຢູ່ຕ່າງປະເທດ ສ.ໂຕໂກ, ຕອນບ່າຍວັນທີ 8 ມັງກອນນີ້, ທີ່ສຳນັກງານປະທານປະເທດ, ທ່ານ ປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ສະເໜີໃຫ້ສອງຝ່າຍສົມທົບກັນເພື່ອຜັນຂະຫຍາຍບັນດາມາດຕະການເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງກ່ວາອີກ, ພິເສດແມ່ນເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ ແລະ ທຸກຂັ້ນ ເພື່ອຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງພື້ນຖານອັນໜັກແໜ້ນຊຸກຍູ້ການຮ່ວມມືໃນທຸກຂົງເຂດ; ເພີ່ມທະວີການປະສານງານ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ບັນດາອົງການຈັດຕັ້ງພາກພື້ນ ແລະ ສາກົນ ເຊັ່ນ ສະຫະປະຊາຊາດ, ຂະບວນການບໍ່ເຊື່ອມຕໍ່, ອົງການພາສາຝຣັ່ງ, ສະຫະພາບອາຟຼິກາ...
ຍສໝ - ຕອນເຊົ້າວັນທີ 17 ພະຈິກ (ຕາມເວລາທ້ອງຖິ່ນ), ໃນຂອບເຂດການເຂົ້າຮ່ວມກອງປະຊຸມ G20 ແລະ ບັນດາການເຄື່ອນໄຫວສອງຝ່າຍຢູ່ ບຣາຊິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດປ້າຍທີ່ລະນຶກ, ເຊີດຊູປະທານປະເທດ ໂຮ່ຈີມິນ ຢູ່ເຂດຖະໜົນ Santa Teresa, ນະຄອນ Rio de Janeiro. ນີ້ແມ່ນບ່ອນທີ່ທ່ານເຄີຍເຮັດວຽກໃນການເດີນທາງຊອກຫາເສັ້ນທາງກູ້ຊາດໃນ ປີ 1912.
ຍສໝ - ຕອນບ່າຍວັນທີ 16 ພະຈິກ, ຕາມເວລາທ້ອງຖິ່ນ (ຕອນເຊົ້າວັນທີ 17 ພະຈິກ ຕາມເວລາຫວຽດນາມ), ທ່ານ ເລືອງເກື່ອງ ປະທານປະເທດພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ອອກຈາກ Lima, ສິ້ນສຸດການຢ້ຽມຢາມ ສ. ຈີເລ ແລະ ສ. ເປຣູ ຢ່າງເປັນທາງການ ກໍ່ຄືເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດ ອາຊີ-ປາຊີຟິກ (APEC) 2024 ຢ່າງຈົບງາມ. ເນື່ອງໃນໂອກາດນີ້, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຕອບສໍາພາດຕໍ່ສື່ມວນຊົນກ່ຽວກັບຄວາມໝາຍ ແລະໝາກຜົນຂອງການປະຕິບັດງານ.
ຍສໝ - ໃນການສົນທະນາທາງໄກໃນວັນທີ 8 ພະຈິກ, ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຢືນຢັນວ່າ 2 ປະເທດຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ.
ຍສໝ - ເນື່ອງໃນໂອກາດທີ່ສະຫາຍ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ເລືອງເກື່ອງ ໄດ້ຮັບເລືອກຕັ້ງດຳລົງຕຳແໜ່ງເປັນປະທານປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ຫຼາຍອົງການຈັດຕັ້ງປະຊາຊົນໃນທົ່ວໂລກໄດ້ສົ່ງຈົດໝາຍ ແລະ ໂທລະເລກອວຍພອນ. ນີ້ແມ່ນບັນດາເພື່ອນມິດ ແລະ ຄູ່ຮ່ວມມືຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ບັນດາອົງການສະມາຊິກ.
ຍສໝ - ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຢືນຢັນວ່າ: ເລື່ອງສະຫາຍ ເລືອງເກື່ອງ ໄດ້ຮັບເລືອກຕັ້ງຮັບໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ການຕີລາຄາສູງຂອງພັກ, ລັດ ແລະປະຊາຊົນຫວຽດນາມ...
ຍສໝ - ທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ສິ້ນສຸດບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມທາງລັດຖະກິດທີ່ ມົງໂກນ ຢ່າງຈົບງາມ...
ຍສໝ - ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບຄວາມໝາຍຂອງການປະຕິບັດງານຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ.
ຍສໝ - ໃນຂອບເຂດການເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 79, ເຮັດວຽກຢູ່ ອາເມລິກາ, ວັນທີ 25 ກັນຍານີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ໄດ້ມີການພົບປະກັບທ່ານປະທານາທິບໍດີ ອາເມລິກາ Joe Biden.
ຍສໝ - ບັນດາຜູ້ແທນໄດ້ສະແດງຄວາມຮູ້ສຶກຕື້ນຕັນໃຈເມື່ອໄດ້ເຂົ້າຮ່ວມການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ, ແບ່ງປັນຄວາມຮູ້ສຶກພິເສດ ແລະ ການສະໜັບສະໜູນ ຫວຽດນາມ ດ້ວຍຫຼາຍຮູບຫຼາຍແບບຜ່ານແຕ່ລະໄລຍະ.
ຍສໝ - ເນື່ອງໃນໂອກາດ ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄປປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 79 ແລະເຮັດວຽກຢູ່ອາເມລິກາ, ທ່ານ Dennis Francis ປະທານສະມັດຊາໃຫຍ່ ສະໄໝທີ 78 ໄດ້ຕອບສໍາພາດຕໍ່ນັກຂ່າວກ່ຽວກັບຄວາມໝາຍການປະຕິບັດງານ ກໍ່ຄືການປະກອບສ່ວນຂອງຫວຽດນາມ ຕໍ່ກັບອົງການຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກ.
ຍສໝ - ຕອນເຊົ້າວັນທີ 21 ກັນຍາ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງອອກຈາກຮ່າໂນ້ຍ ໄປເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 79, ເຮັດວຽກຢູ່ອາເມລິກາ ແລະ ໄປຢ້ຽມຢາມທາງລັດຖະກິດກູບາ ຕາມຄຳເຊີນຂອງສະຫາຍເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດສາທາລະນະລັດ ກູບາ Miguel Diaz Canel Bermudez ແລະ ພັນລະຍາ.
ຍສໝ - ການຢ້ຽມຢາມຕ່າງປະເທດແຕ່ວັນທີ 21 ກັນຍາ ແມ່ນການເຄື່ອນໄຫວຫຼາຍຝ່າຍ ແລະເຮັດວຽກຢູ່ອາເມລິກາ ຄັ້ງທໍາອິດຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໃນຖານະຕໍາແໜ່ງໃໝ່.
ຍສໝ - ຕອນເຊົ້າວັນທີ 13 ກັນຍາ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ໄດ້ເດີນທາງອອກຈາກນະຄອນໂຮ່ຈີມິນ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ (ໃນລະຫວ່າງວັນທີ 10-13 ກັນຍາ).