EuroCham ຍາມໃດກໍໃຫ້ຄໍາໝັ້ນສັນຍາຮ່ວມເດີນທາງພ້ອມກັບລັດຖະບານຫວຽດນາມ

11:30 | 09/04/2020

ຍສໝ - ປະຊາຄົມວິສາຫະກິດ, ສະມາຊິກ EuroCham ຕີລາຄາສູງຕໍ່ບັນດາມາດຕະການຂອງລັດຖະບານຫວຽດນາມ; ໃນນັ້ນ ມີຄໍາສັ່ງເລກທີ 11 ຂອງນາຍົກລັດຖະມົນຕີ ກ່ຽວກັບບັນດາໜ້າທີ່, ມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ, ດໍາເນີນທຸລະກິດຢ່າງຮີບດ່ວນ, ຮັບປະກັນການຊ່ວຍໜູນສັງຄົມ, ຮັບມືກັບໂລກລະບາດໂຄວິດ - 19.

eurocham ຍາມໃດກ ໃຫ ຄ າໝ ນສ ນຍາຮ ວມເດ ນທາງພ ອມກ ບລ ດຖະບານຫວຽດນາມ ລັດຖະບານຫວຽດນາມ ຖືການປ້ອງກັນ, ຕ້ານ ແລະຄວບຄຸມເຊື້ອພະຍາດ Covid-19 ເປັນບູລິມະສິດສູງສຸດໃນປະຈຸບັນ
eurocham ຍາມໃດກ ໃຫ ຄ າໝ ນສ ນຍາຮ ວມເດ ນທາງພ ອມກ ບລ ດຖະບານຫວຽດນາມ ລັດຖະບານຫວຽດນາມ ເພີ່ມທະວີວຽກງານປ້ອງກັນ, ຕ້້ານ ພະຍາດປອດອັກເສບ ໄວຣັດ ໂຄໂຣນາ
eurocham ຍາມໃດກ ໃຫ ຄ າໝ ນສ ນຍາຮ ວມເດ ນທາງພ ອມກ ບລ ດຖະບານຫວຽດນາມ
EuroCham ຍາມໃດກໍໃຫ້ຄໍາໝັ້ນສັນຍາຮ່ວມເດີນທາງພ້ອມກັບລັດຖະບານຫວຽດນາມ.(ພາບປະກອບ)

ສະຫະສະມາຄົມວິສາຫະກິດເອີຣົບ ຢູ່ ຫວຽດນາມ (EuroCham) ໄດ້ປະກາດໝາກຜົນ ດັດຊະນີສະພາບແວດລ້ອມດໍາເນີນທຸລະກິດ (BCI) ໄຕມາດ 1/2020. ດັດຊະນີ BCI ໄດ້ຊີ້ໃຫ້ເຫັນວ່າ ມີການນໍາວິສາຫະກິດເອີຣົບ ຢູ່ຫວຽດນາມ ກວ່າ 90% ໃຫ້ຂໍ້ສັງເກດວ່າ ໂລກລະບາດໂຄວິດ - 19 ໄດ້ສົ່ງຜົນກະທົບຫຍໍ້ທໍ້ຕໍ່ວິສາຫະກິດຂອງເຂົາເຈົ້າ. ເຖິງຢ່າງໃດກໍຕາມ, ໝາກຜົນດັ່ງກ່າວ ກໍຊີ້ໃຫ້ເຫັນວ່າ ປະຊາຄົມວິສາຫະກິດ, ສະມາຊິກ EuroCham ຕີລາຄາສູງຕໍ່ບັນດາມາດຕະການຂອງລັດຖະບານຫວຽດນາມ.

ທ່ານ Nicolas Audier, ປະທານ EuroCham ໃຫ້ຮູ້ວ່າ ທາງ EuroCham ຍາມໃດກໍໃຫ້ຄໍາໝັ້ນສັນຍາຮ່ວມເດີນທາງພ້ອມກັບລັດຖະບານຫວຽດນາມ ໃນການຮັກສາພື້ນຖານການເຕີບໂຕເສດຖະກິດຍາວນານຂອງຫວຽດນາມ ແລະ ບັນດາປະເທດສະມາຊິກ ຍາມໃດກໍພ້ອມແລ້ວທີ່ຈະແບ່ງປັນບັນດາຂໍ້ສະເໜີແນະທີ່ດີ ເພື່ອຊ່ວຍຫຼຸດຜ່ອນການຂາດວັກຂາດຕອນໃນການເຄື່ອນໄຫວຜະລິດ, ດໍາເນີນທຸລະກິດ ຍ້ອນໂລກລະບາດໂຄວິດ - 19.

ໃນສະພາບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃນທົ່ວໂລກຄືປັດຈຸບັນ, ຈຸດສຸມຂອງວຽກງານປະຕິຮູບລະບຽບການບໍລິຫານ ແມ່ນຕ້ອງຫລຸດຜ່ອນບັນດາລະບຽບການທີ່ບໍ່ຈຳເປັນລົງ ກໍ່ຄືສືບຕໍ່ປະຕິບັດການຫັນປ່ຽນໄປສູ່ການກວດກາພາຍຫລັງຢ່າງແຮງ. ພິເສດ, ບັນດາລະບຽບການທີ່ກ່ຽວຂ້ອງເຖິງດ້ານເສດຖະກິດ, ການລົງທຶນ, ການຄ້າ ຈະໄດ້ຮັບຄວາມສະດວກຢ່າງສຸດຂີດ ເພື່ອໃຫ້ປະຊາຊົນ, ວິສາຫະກິດ ສຸມກຳລັງຜະລິດ, ດຳເນີນທຸລະກິດ ຫຼື ຫັນປ່ຽນທິດການຜະລິດ, ດຳເນີນທຸລະກິດຢ່າງທັນການ. ນີ້ໄດ້ຮັບຖືວ່າແມ່ນຄວາມຮຽກຮ້ອງຕ້ອງການຢ່າງຮີບດ່ວນທີ່ສຸດ ເມື່ອການຜະລິດ, ດຳເນີນທຸລະກິດປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ-19.

ບົນເນື້ອໃນຈິດໃຈນັ້ນ, ທ້າຍເດືອນ ມີນາ ຜ່ານມາ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຫລຸດຜ່ອນ, ຫັນເງື່ອນໄຂດຳເນີນທຸລະກິດເປັນງ່າຍດາຍໄດ້ກ່ວາ 200 ເງື່ອນໄຂ ເຊິ່ງສຸມໃສ່ໃນຂົງເຂດໄຟຟ້າ, ລົດໂອໂຕ, ນ້ຳມັນ ເຊື້ອໄຟ, ທາດເຄມີ, ເບຍ, ຢາສູບ, ສຸຂະອະນາໄມດ້ານສະບຽງອາຫານ…ໃນຂະນະນັ້ນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ກໍ່ກວດກາຄືນ, ຍົກເລີກບາງລະບຽບການບໍລິຫານ ເພື່ອສ້າງເງື່ອນໄຂດີກ່ວາອີກ ໃຫ້ແກ່ວິສາຫະກິດຜະລິດ, ດຳເນີນທຸລະກິດໃນຂົງເຂດກະສິກຳ.

ວັນທີ 07 ເມສາ, ສະຫະພາບເອີຣົບ (ອີຢູ) ໄດ້ສະເໜີບ້ວງເງິນຈຳນວນ 15 ຕື້ ເອີໂຣ ເຊິ່ງເທົ່າກັບ 16,4 ຕື້ USD ເພື່ອຊ່ວຍບັນດາປະເທດທຸກຍາກໃນໂລກ ປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19.ທ່ານ Mario Centeno ປະທານກຸ່ມລັດຖະມົນຕີກະຊວງການເງິນບັນດາປະເທດນຳໃຊ້ສະກຸນເງິນ ເອີໂຣ (Eurozone) ໄດ້ຮຽກຮ້ອງໃຫ້ຜັນຂະຫຍາຍແຜນການໜູນຊ່ວຍຂະໜາດໃຫຍ່ໃນສະພາບການທີ່ບັນດາປະເທດສະມາຊິກຍັງມີການໂຕ້ຖຽງກັນກ່ຽວກັບບັນດາມາດຕະການຈຳເປັນເພື່ອຟື້ນຟູພື້ນຖານເສດຖະກິດທີ່ພວມຕົກເຂົ້າສູ່ສະພາບ “ຊຸດໂຊມ”.
eurocham ຍາມໃດກ ໃຫ ຄ າໝ ນສ ນຍາຮ ວມເດ ນທາງພ ອມກ ບລ ດຖະບານຫວຽດນາມ ສະຫະລັດອາເມລິກາ ມີຄວາມກັງວົນກ່ຽວກັບເຫດການກໍາປັ່ນ ຈີນ ຕໍ່າກຳປັ່ນຫາປາຂອງຫວຽດນາມໃນທະເລຕາເວັນອອກ

ຍສໝ - ສະຫະລັດອາເມລິກາ ໄດ້ສະແດງຄວາມວິຕົກກັງວົນຕໍ່ເລື່ອງກຳປັ່ນ ຈີນ ຕໍ່າກຳປັ່ນຫາປາຂອງຫວຽດນາມໃນທະເລຕາເວັນອອກ ແລະ ຮຽກຮ້ອງໃຫ້ ຈີນ ຕ້ອງສຸມໃສ່ຄວາມພະຍາຍາມໃນການຕ້ານໂລກລະບາດ Covid-19.

eurocham ຍາມໃດກ ໃຫ ຄ າໝ ນສ ນຍາຮ ວມເດ ນທາງພ ອມກ ບລ ດຖະບານຫວຽດນາມ ຊອກຫາວິທີໜູນຊ່ວຍພົນລະເມືອງຫວຽດນາມ 5 ຄົນທີ່ພວມຖືກຕິດຄ້າງຢູ່ໄທ

ຍສໝ - ສະຖານທູດຫວຽດນາມປະຈຳ ໄທ ກຳລັງປະສານສົມທົບ ຢ່າງ ແໜ້ນແຟ້ນ ກັບ ອຳນາດການປົກຄອງຫວຽດນາມ ແລະ ປະເທດປະຈໍາຖິ່ນ ເພື່ອບັນລຸເປົ້າໝາຍສູງສຸດແມ່ນໜູນຊ່ວຍຈຳນວນພົນລະເມືອງດັ່ງກ່າວກັບເມືອປະເທດ.

eurocham ຍາມໃດກ ໃຫ ຄ າໝ ນສ ນຍາຮ ວມເດ ນທາງພ ອມກ ບລ ດຖະບານຫວຽດນາມ ຮຽກຮ້ອງໃຫ້ຈີນຊົດເຊີຍບັນດາຄວາມເສຍຫາຍຂອງຊາວປະມົງຫວຽດນາມຢ່າງສົມເຫດສົມຜົນ

ຍສໝ - ທ່ານນາງເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມໃຫ້ຮູ້ວ່າ: ເຮືອຫາປາໝາຍເລກ QNg 90617 TS ແລະ ຊາວປະມົງຫວຽດນາມພວມເຄື່ອນໄຫວເປັນປົກກະຕິຢູ່ເຂດທະເລຂຶ້ນກັບໝູ່ເກາະຮ່ວາງຊາຂອງຫວຽດນາມ ຖືກກ່ຳປັ່ນຕຳຫຼວດທະເລຈີນກີດຂວາງແລະຕຳໃສ່ໃຫ້ຈົມນ້ຳ.

ໄຊພອນ

ເຫດການ
302 Found

Found

The document has moved here.