ທ່ານປະທານປະເທດຫງວຽນຊວນຟຸກ ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີຝລັ່ງ

09:24 | 13/05/2021

ຍສໝ - ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ຮຽກຮ້ອງທ່ານ Macron - ປະທານາທິບໍດີຝລັ່ງ ໃນການສະໜັບສະໜູນປະຊາຄົມຊາວຫວຽດນາມຢູ່ຝະລັ່ງ ໃຫ້ມີສະຖຽນລະພາບໃນຊີວິດ ແລະ ຮັບປະກັນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19.

ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ຫງວຽນ​ຝູ​ຈ້ອງ ​ສົ່ງ​ສານອວຍ​ພອນ​ເຖິງ​ສະ​ພາ​ທົ່ວ​ປະ​ເທດ ພັກ​ກອມ​ມູ​ນິດ ຝ​ລັ່ງ ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ຫງວຽນ​ຝູ​ຈ້ອງ ​ສົ່ງ​ສານອວຍ​ພອນ​ເຖິງ​ສະ​ພາ​ທົ່ວ​ປະ​ເທດ ພັກ​ກອມ​ມູ​ນິດ ຝ​ລັ່ງ
ຊາວໜຸ່ມຫວຽດນາມ ຢູ່ຝລັ່ງ ໄດ້ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ ຊາວໜຸ່ມຫວຽດນາມ ຢູ່ຝລັ່ງ ໄດ້ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ

ໃນຕອນບ່າຍວັນທີ 11 ພຶດສະພາ, ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີຝລັ່ງ Emmanuel Macron.

ທ່ານປະທານາທິບໍດີ Emmanuel Macron ໄດ້ສະແດງຄວາມຊົມເຊີຍທ່ານປະທານປະເທດຫງວຽນຊວນຟຸກ ໃນຖານະຕຳແໜ່ງໃໝ່, ຕີລາຄາສູງການພັດທະນາໃນການຮັດແໜ້ນສາຍພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ຝະລັ່ງ, ພິເສດແມ່ນການຢ້ຽມຢາມຝລັ່ງຢ່າງເປັນທາງການໃນປີ 2018 ຂອງທ່ານເລຂາທິການໃຫຍ່ຫງວຽນຝູຈ້ອງ ໄດ້ເນັ້ນໜັກເຖິງຄວາມຕິດພັນກັນລະຫວ່າງປະຊາຊົນສອງປະເທດ ແລະ ຢັ້ງຢືນນະໂຍບາຍຂອງຝລັ່ງຈະຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ ເພື່ອເຮັດໃຫ້ການພົວພັນລະຫວ່າງສອງຝ່າຍພັດທະນາຢ່າງແຮງ.

ທ່ານປະທານປະເທດຫງວຽນຊວນຟຸກ ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີຝລັ່ງ
ທ່ານປະທານປະເທດຫງວຽນຊວນຟຸກ ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີຝລັ່ງ. (ພາບ: TTXVN)

ທ່ານປະທານາທິບໍດີ Macron ໄດ້ຕີລາຄາສູງບົດບາດຂອງຫວຽດນາມ ໃນພາກພື້ນ ແລະ ສາກົນ, ພິເສດແມ່ນຄວາມຮັບຜິດຊອບທີ່ປະສົບຜົນສຳເລັດຂອງຫວຽດນາມ ໃນຖານະທີ່ເປັນປະທານອາຊຽນ ແລະ ສືບຕໍ່ປະຕິບັດໜ້າທີ່ໃນຖານະເປັນສະມາຊິກບໍ່ຖາວອນ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດໃນປະຈຸບັນ.

ສ່ວນທ່ານປະທານປະເທດຫງວຽນຊວນຟຸກ ໄດ້ຢືນຢັນວ່າ: ຝລັ່ງແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງຫວຽດນາມຢູ່ເອີຣົບ ແລະ ປາດຖະໜາວ່າ ສອງປະເທດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, 10 ປີແຫ່ງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2023.

ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ຮຽກຮ້ອງທ່ານ Macron - ປະທານາທິບໍດີຝລັ່ງ ໃນການສະໜັບສະໜູນປະຊາຄົມຊາວຫວຽດນາມຢູ່ຝະລັ່ງ ໃຫ້ມີສະຖຽນລະພາບໃນຊີວິດ ແລະ ຮັບປະກັນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19.

ຜູ້ນຳທັງສອງທ່ານ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການສືບຕໍ່ຮັດແໜ້ນຂອບການຮ່ວມມື ລະຫວ່າງຫວຽດນາມ ແລະ ຝລັ່ງເພື່ອຮັບມືກັບສິ່ງທ້າທາຍທົ່ວໂລກ ແລະ ພາກພື້ນທີ່ກຳລັງເກີດຂື້ນ, ໂດຍສະເພາະ ແມ່ນການຊຸກຍູ້ເປົ້າໝາຍການພັດທະນາແບບຍືນຍົງ, ການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ, ການປົກປັກຮັກສາສິ່ງແວດລ້ອມ ກໍ່ຄື ຄວາມສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບ ແລະ ເຄົາລົບກົດໝາຍສາກົນ, ສົນທິສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ (UNCLOS 1982).

ການນຳທັງສອງທ່ານໄດ້ແລກປ່ຽນຫຼາຍມາດຕະການສະເພາະ ເພື່ອຮັດແໜ້ນການພົວພັນສອງຝ່າຍລະຫວ່າງສອງປະເທດ, ແລະ ເຫັນດີໃຫ້ບັນດາກະຊວງ ແລະ ຂະແໜງການຂອງສອງປະເທດຄວນສືບຕໍ່ມານະພະຍາຍາມຊຸກຍູ້ການຮ່ວມມື, ໂດຍສະເພາະ ແມ່ນຮັກສາກົນໄກແລກປ່ຽນການປ່ຽນແປງ ແລະ ຊຸກຍູ້ບັນດາໂຄງການທີ່ສຳຄັນ, ທິດທາງບຸລິມະສິດໃນຂົງເຂດຂອງການປ້ອງກັນ ແລະ ຄວບຄຸມການລະບາດຂອງ COVID-19, ການປ້ອງກັນຄວາມສະຫງົບ - ການປ້ອງກັນຊາດ, ການຄ້າ - ການລົງທຶນ,...

ສານຝລັ່ງພິພາກສາຄະດີຮ້ອງຟ້ອງຂອງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນໃນສົງຄາມຢູ່ຫວຽດນາມ ສານຝລັ່ງພິພາກສາຄະດີຮ້ອງຟ້ອງຂອງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນໃນສົງຄາມຢູ່ຫວຽດນາມ

ສານໂທດໜັກຢູ່ນະຄອນ Evry, ຢູ່ຊານນະຄອນຫຼວງປາຣີ, ປະເທດຝລັ່ງ, ໄດ້ດຳເນີນການພິພາກສາຄະດີ ທ່ານນາງ ເຈິ່ນໂຕ໊ງາ ຮ້ອງຟ້ອງ 26 ບໍລິສັດເຄມີນາໆຊາດຂອງອາເມລິກາ.

ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ຫງວຽນ​ຝູ​ຈ້ອງ ​ສົ່ງ​ສານອວຍ​ພອນ​ເຖິງ​ສະ​ພາ​ທົ່ວ​ປະ​ເທດ ພັກ​ກອມ​ມູ​ນິດ ຝ​ລັ່ງ ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ຫງວຽນ​ຝູ​ຈ້ອງ ​ສົ່ງ​ສານອວຍ​ພອນ​ເຖິງ​ສະ​ພາ​ທົ່ວ​ປະ​ເທດ ພັກ​ກອມ​ມູ​ນິດ ຝ​ລັ່ງ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຝລັ່ງ ແລະ 100 ປີແຫ່ງວັນຈັດຕັ້ງກອງປະຊຸມໃຫຍ່ Tours ( 25 – 30 ທັນວາ 1920 – 25 – 30 ທັນວາ 2020), ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ...

ສະຖານທູດຫວຽດນາມ ປະຈຳຝລັ່ງ ໄດ້ຈັດພິທີສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງ ປະທານ ໂຮ່ຈີມິນ ສະຖານທູດຫວຽດນາມ ປະຈຳຝລັ່ງ ໄດ້ຈັດພິທີສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງ ປະທານ ໂຮ່ຈີມິນ

ຍສໝ - ວັນທີ 15 ພຶດສະພາ, ສະຖານທູດຫວຽດນາມ ປະຈຳຝລັ່ງ ໄດ້ຈັດຕັ້ງການເຄື່ອນໄຫວຕ່າງໆ ເພື່ອສະເຫຼີມສະຫຼອງ ຄົບຮອບ 130 ປີແຫ່ງວັນຄ້າຍວັນເກີດຂອງ ປະທານໂຮ່ຈີມິນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.