ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ອັດລົງດ້ວຍຜົນສຳເລັດອັນຈົບງາມ

20:01 | 27/12/2020

ກອງປະຊຸມໄດ້ຮັບຟັງການໂອ້ລົມ ຊີ້ທິດເຍືອງທາງຈາກ ສະຫາຍ ບຸນຍັງ ວໍລະຈິດ ທີ່ໄດ້ເນັ້ນໜັກຫລາຍບັນຫາ ເປັນຕົ້ນ ຄະນະຊາວ ໜຸ່ມທຸກຂັ້ນ ແຕ່ສູນກາງຮອດທ້ອງຖິ່ນ, ຮາກຖານ ກ່ອນອື່ນໝົດຕ້ອງເອົາໃຈໃສ່ສຸດຂີດ ໃນການປົກປັກຮັກສາ ໝາກຜົນຂອງ ການປະຕິວັດ, ສືບທອດມູນເຊື້ອອັນດີງາມຂອງຊາດ ແລະ ຂອງຊາວໜຸ່ມ, ເສີມຂະຫຍາຍຜົນ ງານ ແລະ ທ່າແຮງບົ່ມຊ້ອນຂອງຕົນ ເພື່ອເຮັດສຳເລັດໜ້າທີ່ ການເມືອງຂອງພັກ ແລະ ປະຊາຊົນມອບໃຫ້...

ກອງປະຊ ມໃຫຍ ຜ ແທນຊາວໜ ມທ ວປະເທດ ຄ ງທ viii ອ ດລ ງດ ວຍຜ ນສຳເລ ດອ ນຈ ບງາມ ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງເດືອນ 11 ຂອງ ສປປ.ລາວ ບັນລຸໄດ້ປະມານ 869 ລ້ານໂດລາ
ກອງປະຊ ມໃຫຍ ຜ ແທນຊາວໜ ມທ ວປະເທດ ຄ ງທ viii ອ ດລ ງດ ວຍຜ ນສຳເລ ດອ ນຈ ບງາມ ປະເທດລາວ: ເຊັນສັນຍາໂຄງການກໍ່ສ້າງຕຶກອາຄານກອງບັນຊາການທະຫານອາກາດ
ກອງປະຊ ມໃຫຍ ຜ ແທນຊາວໜ ມທ ວປະເທດ ຄ ງທ viii ອ ດລ ງດ ວຍຜ ນສຳເລ ດອ ນຈ ບງາມ
ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ອັດລົງດ້ວຍຜົນສຳເລັດອັນຈົບງາມ

ກອງປະຊຸມໃຫຍ່ຜູ້ແທນ ຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ໄດ້ອັດລົງຢ່າງເປັນທາງການ ດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 25 ທັນວາ 2020 ພາຍໃຕ້ການເປັນປະທານ ຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ, ເລຂາຄະນະ ບໍລິຫານງານພັກ, ເລຂາຄະນະບໍລິຫານງານ ສຊປລ ໂດຍເປັນກຽດເຂົ້ຮ່ວມຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ມີການນຳພັກ-ລັດ, ອະດີດການນຳຊາວໜຸ່ມ, ວິລະຊົນແຫ່ງຊາດ, ນັກສິລະປິນແຫ່ງຊາດ ແລະ ມີຜູ້ແທນສົມບູນທີ່ມາຈາກແຂວງ, ນະຄອນຫລວງ, ກະຊວງ, ອົງການ ແລະ ຮາກຖານເຂົ້າຮ່ວມ ທັງໝົດ 441 ສະຫາຍ, ຍິງ 75 ສະຫາຍ, ເຊິ່ງເປັນຕົວແທນໃຫ້ແກ່ ສະມາຊິກຊາວໜຸ່ມລາວ ບັນດາເຜົ່າ ໃນຂອບເຂດທົ່ວປະເທດ ທັງໜົດ 702.693 ສະຫາຍ, ເຊິ່ງບັນດາສະຫາຍ ຜູ້ແທນກອງປະຊຸມໃຫຍ່ ໄດ້ຍົກສູງຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາ ຂອງຕົນເຂົ້າໃນການຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ຕໍ່ກອງປະຊຸມຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມ ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ສໍາເລັດໄປຕາມຈຸດປະສົງທີ່ວາງໄວ້.

ກອງປະຊຸມໄດ້ພ້ອມກັນຄົົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນ ແລະ ຮັບຮອງເອົາ ບົດລາຍງານການເມືອງ; ເປັນເອກະສັນ ຮັບຮອງເອົາ ວິໄສທັດຊາວໜຸ່ມ 2040, ຍຸດທະສາດພັດທະນາ ຊາວໜຸ່ມ-ເຍົາວະຊົນແຕ່ປີ 2021-2030 ແລະ ວຽກງານຈຸດສຸມແຕ່ນີ້ຮອດປີ 2025; ເຫັນດີເປັນເອກະພາບກັບ ບົດສໍາຫລວດການນໍາພາ ຂອງຄະນະບໍລິຫານງານ ສູນກາງ ຊປປລ ສະໄໝທີ VII ເຊິ່ງເປັນບົດຮຽນ ອັນສໍາຄັນໃຫ້ ຄະນະບໍລິຫານງານສູນກາງ ຊປປລ ຊຸດຕໍ່ໄປ ໃນການຈັດຕັ້ງນໍາພາ ວຽກງານຊາວໜຸ່ມ-ເຍົາວະຊົນ; ຮັບຮອງເອົາກົດ ລະບຽບຂອງ ຄຊປປລ ແລະ ກົດລະບຽບການຈັດຕັ້ງ ເຍົາວະຊົນທັນວາ ສະບັບປັບປຸງ ໃໝ່, ເຊິ່ງການປັບປຸງຄັ້ງນີ້ ແມ່ນມີຄວາມເໝາະ ສົມກັບ ສະພາບຄວາມເປັນຈິງ ຂອງຊາວໜຸ່ມ-ເຍົາວະຊົນ ໃນປັດຈຸບັນ.

ກອງປະຊຸມ, ໄດ້ພ້ອມກັນໃຊ້ສິດ ຂອງຕົນປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານສູນກາງ ຊປປລ ສະໄໝ ທີ VIII ບົນພື້ນຖານ ຫລັກການ ລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງ ກັບມາດຖານເງື່ອນໄຂທີ່ກໍານົດໄວ້ ເຊິ່ງຜູ້ຮັບສະໝັກເລືອກຕັ້ງ ມີທັງໝົດ 65 ສະຫາຍ, ຍິງ 8 ສະຫາຍ ແລະ ເລືອກໄດ້ ຄະນະບໍລິຫານງານສູນກາງ ຊປປລ ຊຸດທີ VIII ປະກອບມີ 63 ສະຫາຍ, ຍິງ 7 ສະຫາຍ ໂດຍເລືອກຕັ້ງເອົາສະຫາຍ ອາລຸນໄຊ ສູນນະລາດ ເປັນເລຂາຄະນະ ບໍລິຫານງານສູນກາງ ຊປປລ, ສະຫາຍ ບຸນຕາ ເທບພະວົງເປັນ ຮອງເລຂາ, ສະຫາຍ ທອງຈັນ ພູມີພັນ ເປັນຮອງເລຂາ ແລະ ສະຫາຍ ນວນທອງ ສຸວັນວິໄຊ ເປັນຮອງເລຂາ, ທັງເປັນປະທານກວດກາ.

ກອງປະຊຸມໄດ້ຮັບຟັງການໂອ້ລົມ ຊີ້ທິດເຍືອງທາງຈາກ ສະຫາຍ ບຸນຍັງ ວໍລະຈິດ ທີ່ໄດ້ເນັ້ນໜັກຫລາຍບັນຫາ ເປັນຕົ້ນ ຄະນະຊາວ ໜຸ່ມທຸກຂັ້ນ ແຕ່ສູນກາງຮອດທ້ອງຖິ່ນ, ຮາກຖານ ກ່ອນອື່ນໝົດຕ້ອງເອົາໃຈໃສ່ສຸດຂີດ ໃນການປົກປັກຮັກສາ ໝາກຜົນຂອງ ການປະຕິວັດ, ສືບທອດມູນເຊື້ອອັນດີງາມຂອງຊາດ ແລະ ຂອງຊາວໜຸ່ມ, ເສີມຂະຫຍາຍຜົນ ງານ ແລະ ທ່າແຮງບົ່ມຊ້ອນຂອງຕົນ ເພື່ອເຮັດສຳເລັດໜ້າທີ່ ການເມືອງຂອງພັກ ແລະ ປະຊາຊົນມອບໃຫ້; ປະກອບສວ່ນຢ່າງກົມກຽວ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວຂຶ້ນສູ່ຈຸດໝາຍສັງຄົມ ນິຍົມຢ່າງໜັກແໜ້ນ ແລະ ຕັ້ງໜ້າສຶກສາອົບຮົມ ພະນັກງານຊາວໜຸ່ມ, ສະມາຊິກຊາວໜຸ່ມ ກໍຄື ຊາວໜຸ່ມ-ເຍົາວະຊົນລາວ ບັນດາເຜົ່າ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີນ້ຳໃຈຮັກຊາດ, ຮັກລະບອບ ປະຊາທິປະໄຕ ປະຊາຊົນ, ຮູ້ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອ ອັນດີງາມຂອງຕົນ.

ກອງປະຊ ມໃຫຍ ຜ ແທນຊາວໜ ມທ ວປະເທດ ຄ ງທ viii ອ ດລ ງດ ວຍຜ ນສຳເລ ດອ ນຈ ບງາມ ມອບ​ຂອງ​ຂວັ​ນ ກ່​ວາ 200 ພູດ​ໃຫ້​ແກ່​ປະ​ຊາ​ຊົນ​ບ້ານ​ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ ຫວຽດ​ນາມ - ລາວ

ຍ​ສ​ໝ - ທ່ານ​ພັນ​ໂທ ຟ້າມ​ຕຸງ​ເລິມ, ຮອງຜູ້ຮັບຜິດຊອບການເມືອງ ທະ​ຫານ​ຊາຍ​ແດນ ແຂວງ​ເທື່ອ​ທຽນ​ເຫ້ວ ໄດ້​ຕາງ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ​ງານ ໄດ້​ສົ່ງ​ຄຳ​ຢຶ້​ຢາມ​ຖາມ​ຂ່າວ​ໄປ​ຍັງ​ພະ​ນັກ​ງານ, ນັກ​ຮົບ​ກຳ​ລັງ​ປະ​ກອບ​ອາ​ວຸດ ແລະ ປະ​ຊາ​ຊົນ​ສອງ​ບ້ານ ກາ​ໂລ ແລະ ບ້ານ​ເຊ​ຊາບ, ເມືອງ ກາ​ລືມ, ແຂວງ​ເຊກອງ.

ກອງປະຊ ມໃຫຍ ຜ ແທນຊາວໜ ມທ ວປະເທດ ຄ ງທ viii ອ ດລ ງດ ວຍຜ ນສຳເລ ດອ ນຈ ບງາມ ການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ກະຊວງຕຳຫຼວດລາວ ຈະສືບຕໍ່ພັດທະນາຢ່າງຕັ້ງໜ້າ, ນັບມື້ນັບກ້າວເຂົ້າສູ່ລວງເລິກ

ຍສໝ - ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ຖືເປັນສໍາຄັນການເພີ່ມທະວີການຮ່ວມມືຮອບດ້ານກັບລາວ, ຖືວ່ານີ້ແມ່ນພື້ນຖານເພື່ອຮັກສາຄວາມໝັ້ນຄົງດ້ານການເມືອງຢູ່ແຕ່ລະປະເທດ, ຕໍ່ສູ້ເຮັດໃຫ້ທຸກກົນອຸບາຍທໍາລາຍມ້າງເພ, ແບ່ງແຍກນໍ້າໃຈສາມັກຄີມິດຕະພາບລະຫວ່າງສອງປະເທດຖືກປະລາໄຊ...

ກອງປະຊ ມໃຫຍ ຜ ແທນຊາວໜ ມທ ວປະເທດ ຄ ງທ viii ອ ດລ ງດ ວຍຜ ນສຳເລ ດອ ນຈ ບງາມ ປະເທດລາວ ໄດ້ປະກາດໃໝ່ວ່າ ບຸກຄົນທີ່ເຂົ້າມາລາວ ຕ້ອງໃຊ້ມາດຕະການແຍກອອກຫ່າງຕາມກົດລະບຽບ ໃໝ່

ຄະນະ​ສະເພາະ​ກິດ ອອກ​ມາດ​ຕະການ​ໃໝ່ ບຸກຄົນ​ທີ່​ເດີນທາງ​ເຂົ້າ​ມາ​ໃນ ສປປ ລາວ ຈະ​ຕ້ອງ​ໃສ່​ອຸປະກອນ​ຕິດຕາມ​ທາງ​ການ​ແພດ​ເພື່ອ​ໃຫ້​ສາມາດ​ຕິດຕາມ​ການ​ເຄື່ອນ​ໄຫວ​ຂອງ​ບຸກຄົນ​ດັ່ງກ່າວ​ໄດ້​ໃນ​ຂອບ​ເຂດ 14 ວັນ.

kpl.gov.la

ເຫດການ
302 Found

Found

The document has moved here.