ຫວຽດນາມ - ສະມາຊິກເປັນເຈົ້າການ, ມີີຄວາມຮັບຜິດຊອບຂອງ ADMM+

15:12 | 13/12/2020

ADMM+ ແມ່ນກົນໄກຮ່ວມມືຫຼາຍຝ່າຍທີ່ບໍ່ເຄີຍມີມາກ່ອນກ່ຽວກັບການປ້ອງກັນຊາດ, ແມ່ນເວທີປາໄສສໍາຄັນເພື່ອຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີຄວາມຮູ້ກ່ຽວກັບນະໂຍບາຍດ້ານປ້ອງກັນຊາດຂອງບັນດາປະເທດ. ຫວຽດນາມ ມີການປະກອບຍິ່ງສໍາຄັນໃນການຊຸກຍູ້ກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ ເປີດກວ້າງ (ADMM+) ຜ່ານເລື່ອງສະເໜີເອກະສານນິຍາມ “ADMM+: ກະຕິກາ ແລະລະບຽບການ” ແລະ“ADMM+: ຮ່າງປະກອບ ແລະພາກສ່ວນ”; ຈັດຕັ້ງກອງປະຊຸມ ADMM+ ຄັ້ງທີໜຶ່ງສໍາເລັດຜົນດ້ວຍການຮັບຮອງເອົາ 5 ຂົງເຂດບຸລິມະສິດການຮ່ວມມື: ຄວາມໝັ້ນຄົງທາງທະເລ, ຮັກສາສັນຕິພາບ, ຕ້ານກໍ່ການຮ້າຍ, ໜູນຊ່ວຍມະນຸດສະທໍາ ແລະກູ້ໄພ, ກູ້ຊີບໄພພິບັດ, ເສນາຮັກ.

ຫວຽດນາມ ສະມາຊ ກເປ ນເຈ າການ ມ ຄວາມຮ ບຜ ດຊອບຂອງ admm ຫວຽດ​ນາມມອບ​ຕຳ​ແໜ່ງ​ປະ​ທານ ADMM, ADMM+ ໃຫ້​ແກ່​ບ​ຣູ​ໄນ
ຫວຽດນາມ ສະມາຊ ກເປ ນເຈ າການ ມ ຄວາມຮ ບຜ ດຊອບຂອງ admm ກວດ​ກາ​ຄືນ​ວຽກ​ງານ​ກະ​ກ​ຽມ​ໃຫ້​ແກ່ກອງ​ປະ​ຊຸມ ADMM – 14 ແລະ ADMM+ ຄັ້ງ​ທີ 7
ຫວຽດນາມ ສະມາຊ ກເປ ນເຈ າການ ມ ຄວາມຮ ບຜ ດຊອບຂອງ admm
ຫວຽດນາມ-ສະມາຊິກເປັນເຈົ້າການ, ມີີຄວາມຮັບຜິດຊອບຂອງ ADMM+. ພາບ: TTXVN

ນັບຕັ້ງແຕ່ໄດ້ຮັບການສ້າງຕັ້ງ, ADMM+ ໄດ້ກໍານົດແມ່ນກົນໄກຮ່ວມມືດ້ານປ້ອງກັນຊາດຢ່າງເປັນທາງການລະຫວ່າງອາຊຽນ ແລະບັນດາຄູ່ຮ່ວມມືເຈລະຈາສໍາຄັນຂອງອາຊຽນ, ດ້ວຍບົດບາດເປີດກວ້າງການຮ່ວມມືການພົວພັນດ້ານປ້ອງກັນຊາດ-ການທະຫານກັບບັນດາປະເທດນີ້. ຈຸດປະສົງຂອງ ADMM+ ເພື່ອແບ່ງປັນການຕີລາຄາ, ທັດສະນະກ່ຽວກັບບັນດາບັນຫາຄວາມໝັ້ນຄົງໃນພາກພື້ນ, ປະກອບສ່ວນຊຸກຍູ້ຄວາມເຂົ້າໃຈ, ຫັນນະໂຍບາຍປ້ອງກັນຊາດເປັນໂປ່ງໃສ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດ.

ADMM+ ແມ່ນກົນໄກຮ່ວມມືຫຼາຍຝ່າຍທີ່ບໍ່ເຄີຍມີມາກ່ອນກ່ຽວກັບການປ້ອງກັນຊາດ, ແມ່ນເວທີປາໄສສໍາຄັນເພື່ອຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີຄວາມຮູ້ກ່ຽວກັບນະໂຍບາຍດ້ານປ້ອງກັນຊາດຂອງບັນດາປະເທດ. 10 ປີແມ່ນໄລຍະເວລາທີ່ບໍ່ຍາວປານໃດແຕ່ພໍດີເພື່ອໃຫ້ບັນດາປະເທດສ້າງຄວາມໄວ້ເນື້ອເຊື່ອໃຈກ່ຽວກັບຜົນປະໂຫຍດຕໍ່ສັນຕິພາບ, ຢັ້ງຢືນ ADMM+ ສວມບົດບາດພື້ນຖານທີ່ສໍາຄັນໃຫ້ແກ່ການຮ່ວມມືຢ່າງມີປະສິດທິຜົນໃນການພົວພັນດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງພາກພື້ນອາຊຽນ ກັບບັນດາປະເທດຄູ່ຮ່ວມມື.

ປີ 2020 ຫວຽດນາມ ດໍາລົງຕໍາແໜ່ງເປັນປະທານອາຊຽນ ແລະໄດ້ເປັນເຈົ້າພາບຈັດຈັ້ງຫຼາຍກອງປະຊຸມໃນຂອບເຂດ ADMM. ຫວຽດນາມ ມີການປະກອບຍິ່ງສໍາຄັນໃນການຊຸກຍູ້ກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ ເປີດກວ້າງ (ADMM+) ຜ່ານເລື່ອງສະເໜີເອກະສານນິຍາມ “ADMM+: ກະຕິກາ ແລະລະບຽບການ” ແລະ“ADMM+: ຮ່າງປະກອບ ແລະພາກສ່ວນ”; ຈັດຕັ້ງກອງປະຊຸມ ADMM+ ຄັ້ງທີໜຶ່ງສໍາເລັດຜົນດ້ວຍການຮັບຮອງເອົາ 5 ຂົງເຂດບຸລິມະສິດການຮ່ວມມື: ຄວາມໝັ້ນຄົງທາງທະເລ, ຮັກສາສັນຕິພາບ, ຕ້ານກໍ່ການຮ້າຍ, ໜູນຊ່ວຍມະນຸດສະທໍາ ແລະກູ້ໄພ, ກູ້ຊີບໄພພິບັດ, ເສນາຮັກ.

ຫວຽດນາມ ສະມາຊ ກເປ ນເຈ າການ ມ ຄວາມຮ ບຜ ດຊອບຂອງ admm
ທ່ານພົນເອກ ໂງຊວັນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ. ພາບ: dantri.com.vn

ໂດຍແມ່ນປະເທດທໍາອິດທີ່ຈັດຕັ້ງກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ ເປີດກວ້າງ, ທັງແມ່ນປະທານ ADMM+ ໃນໂອກາດສະເຫຼີມສະຫຼອງ 10ປີ ແຫ່ງວັນສ້າງຕັ້ງ, ຫວຽດນາມ ຢັ້ງຢືນພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດສະມາຊິກໃນ ADMM+ ເພື່ອພ້ອມກັນປະກອບສ່ວນ ເຂົ້າບັນດາຄວາມມານະພະຍາຍາມລວມ, ເພື່ອພາກພື້ນແຫ່ງສັນຕິພາບ, ສະຖຽນລະພາບ, ຈະເລີນຮຸ່ງເຮືອງ.

ທ່ານພົນເອກ ໂງຊວັນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ສະຫຼຸບວິວັດການສ້າງຕັ້ງ ແລະ ພັດທະນາ, ໝາກຜົນການຮ່ວມມືໃນ ADMM+ ໃນໄລໄຍະ 10 ປີຜ່ານມາ ໂດຍສັງເຂບ ແລະ ຢັ້ງຢືນວ່າ: ໜຶ່ງໃນບັນດາຂີດໝາຍສຳຄັນໃນການປະກອບສ່ວນຂອງ ຫວຽດນາມ ກໍແມ່ນຂີດໝາຍສຳຄັນໃນປະຫວັດສາດ ອາຊຽນ ນັ້ນແມ່ນການກຳເນີດຂອງ ADMM+ ເມື່ອປີ 2010 ຢູ່ຮ່າໂນ້ຍ, ເຊິ່ງໄດ້ສ້າງຂີດໝາຍໃຫ້ແກ່ການສ້າງຕັ້ງກົນໄກຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ເພື່ອແນໃສ່ເພີ່ມທະວີການສ້າງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ. ໂດຍແມ່ນສະມາຊິກໜຶ່ງທີ່ມີຄວາມຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຂອງ ອາຊຽນ ກໍຄື ADMM+, ຫວຽດນາມ ຈະສືບຕໍ່ເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບບັນດາປະເທດ ອາຊຽນ, ປະເທດເພື່ອນມິດ ແລະ 8 ປະເທດຄູ່ຮ່ວມມື ສືບຕໍ່ປະກອບສ່ວນໃຫ້ແກ່ພາກພື້ນ ແຫ່ງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ.

ຫວຽດນາມ ສະມາຊ ກເປ ນເຈ າການ ມ ຄວາມຮ ບຜ ດຊອບຂອງ admm ADMM ເເມ່ນເວທີທີ່ຊ່ວຍເຫຼືອບັນດາປະເທດອາຊຽນເຈລະຈາຢ່າງມີປະສິດທິຜົນສຳລັບບັນຫາປ້ອງກັນປະເທດ-ຄວາມສະຫງົບ ໃນພາກພື້ນ ແລະ ທົ່ວໂລກ

ຍສໝ - ວັນທີ 23 ເດືອນ ກຸມພາ, ກອງປະຊຸມວົງແຄບ ລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ (ADMM ວົງແຄບ) ໄດ້ຈັດຕັ້ງຢູ່ ຮ່າໂນ້ຍ ສສ ຫວຽດນາມ.

ຫວຽດນາມ ສະມາຊ ກເປ ນເຈ າການ ມ ຄວາມຮ ບຜ ດຊອບຂອງ admm ຫວຽດນາມຈະເປັນປະທານ ADMM ແລະ ADMM+ ຢ່າງເປັນທາງການ

ຍສໝ - ພິທີມອບຮັບຕຳແໜ່ງປະທານກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ (ADMM) ແລະ ປະທານກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນເປີດກວ້າງ (ADMM+) ປີ 2020 ໃນຕອນບ່າຍວັນທີ 18 ພະຈິກທີ່ ນະຄອນຫຼວງບາງກອກ, ປະເທດໄທ.

ຫວຽດນາມ ສະມາຊ ກເປ ນເຈ າການ ມ ຄວາມຮ ບຜ ດຊອບຂອງ admm ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ເຂົ້າຮ່ວມ ADMM ວົງແຄບ, ADMM+ ຄັ້ງທີ 6

ຍສໝ - ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ນໍາໂດຍທ່ານພົນເອກ ໂງຊວນລິກ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ ວົງແຄບ (ADMM ວົງແຄບ) ແລະກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ ເປີດກວ້າງ (ADMM+) ຄັ້ງທີ 6 ທີ່ຈັດຂຶ້ນໃນລະຫວ່າງວັນທີ 16-19 ພະຈິກ 2019 ຢູ່ບາງກອກ, ປະເທດໄທ.

ໄຊພອນ

ເຫດການ
302 Found

Found

The document has moved here.