ນາຍົກລັດຖະມົນຕີ ເນັ້ນໃສ່ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

08:24 | 18/07/2018

ຍ​ສ​ໝ - ນາຍົກລັດຖະມົນຕີ ເນັ້ນໃຫ້ຂະແໜງກະສິກຳ- ປ່າໄມ້ ສືບຕໍ່ສຸມໃສ່ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ. ໃຫ້​ໄດ້​ຮັບ​ການ​ພັດທະນາ ​ແລະ ມີ​ຊີວິດ​ການ​ເປັນ​ຢູ່ດີ​ຂຶ້ນ ​ເທື່ອ​ລະ​ກ້າວ ​ແນ​ໃສ່​ປະກອບ ສ່ວນ​ເຮັດ​ໃຫ້ ສປປ ລາວ ຫລຸດ​ພົ້ນ​ອອກ​ຈາກ​ ປະ​ເທດ​ດ້ອຍ​ພັດທະນາ.

ນາຍົກລັດຖະມົນຕີ ເນັ້ນໃສ່ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ນາຍົກລັດຖະມົນຕີ ທ່ານ ທອງ​ລຸນ​ ສີ​ສຸ​ລິດ ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ. ( ພາບ: ຂ​ປ​ລ)

ໃນ​ວາລະ​ດຳ​ເນີນ​ກອງ​ປະຊຸມ​ ເຜີຍ​ແຜ່​ ແນະນຳ​ການ​ຜັນ​ຂະຫຍາຍ​ຈັດ​ຕັ້ງ​ປະຕິບັດດຳ ລັດ​ເລກທີ 348/ລບ ວ່າ​ດ້ວຍ​ມາ​ດຕະຖານ​ພົ້ນ​ທຸກ ​ແລະ ມາດຕະຖານ​ພັດທະນາ ​ໃນ​ລະຫວ່າງ​ວັນ​ທີ 16-17 ກໍລະກົດ 2018, ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ໄດ້​ໃຫ້​ກຽດ​ຂຶ້ນ​ມີ​ຄຳ​ເຫັນ​ໂອ້​ລົມ ​ໂດຍ​ເນັ້ນ​ໃຫ້ ກະຊວງ​ກະ​ສິກຳ ​ແລະ ປ່າ​ໄມ້ ກໍ​ຄື ຂະ​ແໜງ​ກະສິກຳ ​ແລະ ປ່າ​ໄມ້ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ສືບຕໍ່ສຸມ​ໃສ່​ ວຽກ​ງານພັດທະນາ​ຊົນນະບົດ ​ແລະ ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ ໃຫ້​ໄດ້​ຮັບ​ການ​ພັດທະນາ ​ແລະ ມີ​ຊີວິດ​ການ​ເປັນ​ຢູ່ດີ​ຂຶ້ນ ​ເທື່ອ​ລະ​ກ້າວ ​ແນ​ໃສ່​ປະກອບ ສ່ວນ​ເຮັດ​ໃຫ້ ສປປ ລາວ ຫລຸດ​ພົ້ນ​ອອກ​ຈາກ​ ປະ​ເທດ​ດ້ອຍ​ພັດທະນາ.

ທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານ ກ່ຽວກັບ ສະພາບການດໍາເນີນກອງປະຊຸມ ໄລຍະ 2 ວັນທີ່ ຜ່ານມາລວມທັງ ສະພາບການຈັດຕັງປະຕິບັດວຽກງານພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ ໃນໄລຍະ 2 ປີຜ່ານມາ ຈາກທ່ານລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້ ເຊິ່ງເຫັນວ່າ: ເປົ້າໝາຍຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອເຜີຍແຜ່ເນື້ອໃນ ຂອງດໍາລັດ 348/ລບ ແລະ ບົດແນະນໍາ 0830/ ກປ, ໃຫ້ບັນດາກະຊວງ, ອົງການທຽບເທົ່າ ແລະ ອົງການປົກຄອງທ້ອງຖິ່ນ ຮັບຮູ້ເຂົ້າໃຈເປັນເອກະພາບ ແລະ ດໍາເນີນການຈັດຕັ້ງຜັນຂະຫຍາຍ ຕາມພາລະບົດບາດໜ້າທີ່ ຂອງຕົນ; ເຮັດໃຫ້ບັນດາເປົ້າໝາຍຈັດຕັ້ງປະຕິບັດ, ນັບແຕ່ບັນດາຂະແໜງການ ອົງການທຽບເທົ່າຂັ້ນສູນກາງ ມີບ່ອນອີງສໍາລັບປັບປຸງມາດຕະຖານຂອງຕົນ, ບັນດາທ້ອງຖີ່ນ ແລະ ຮາກຖານ ມີເນື້ອໃນພື້ນຖານ ເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງທ້ອງຖິ່ນ. ສໍາລັບຜົນສໍາເລັດທີ່ ສາມາດປະຕິບັດໄດ້ອັນພົ້ນເດັ່ນແມ່ນ: ພື້ນຖານໂຄງລ່າງ ແລະ ການບໍລິການຢູ່ຊົນນະບົດ ໂດຍສະເພາະ ເສັ້ນທາງສາມາດທຽວ ໄດ້ຕະຫຼອດປີເພີ່ມຂຶ້ນຈາກຈໍານວນ 7,158 ບ້ານ ໃນປີ2015 ເປັນ 7,230 ບ້ານ ກວມເອົາ 85.27% ຂອງຈໍານວນບ້ານທັງໝົດ; ຈໍານວນບ້ານທີ່ ມີ ໄຟຟ້າໃຊ້ເພີ່ມຂຶ້ນ ຈາກ 6,722 ບ້ານ ໃນປີ2015 ເປັນ 6,802 ບ້ານ ກວມເອົາ 79.36% ຂອງຈໍານວນບ້ານທັງໝົດ; ພະນັກງານຫັຼກແຫຼ່ງຢູ່ກຸ່ມ ບ້ານ ແລະ ຂັ້ນບ້ານ ຫຼາຍກວ່າ 7,500 ຄົນ ໄດ້ຮັບການເຝິກອົບຮົມວຽກງານນໍາພາ, ບໍລິຫານ ແລະ ການຄຸ້ມຄອງໂຄງການ ຢູ່ພາຍໃນ ແລະ ຕ່າງ ປະເທດ, ຄອບຄົວທຸກຍາກຫຼຸດລົງຕື່ ມ 1.25%, ບ້ານທຸກຍາກຫຼຸດລົງ 2.37%. ປັດຈຸບັນ ໃນທົ່ວປະເທດ ຍັງເຫືຼອຄອບຄົວທຸກຍາກ ກວມ 5.34% ແລະ ບ້ານທຸກຍາກ ກວມ 18.13%.

ໃນໂອກາດ​ດຽວ​ກັນ, ທ່ານ ລຽນ​ ທິ​ແກ້ວ ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ກໍ່ໄດ້​ຂຶ້ນ​ມີ​ຄຳ​ເຫັນ ​ໂດຍທ່ານ​ຊີ້​ໃຫ້​ເຫັນ​ວ່າ: ​ໃນ​ໄລຍະ​ຜ່ານ​ມາພວກ​ເຮົາ​ໄດ້​ມີ​ຜົນສຳ​ເລັດ​ໃນ​ການ​ຜັນ​ຂະຫຍາຍ​ວຽກ​ງານ​ສາມ​ສ້າງ​​ຢ່າງ​ກວ້າງຂວາງ​ໃນ​ທົ່ວ​ປະ​ເທດ,​ເຮັດ​ໃຫ້​ລະບົບ​ການ​​ເມືອງ​ຢູ່​ທ້ອງ​ຖິ່ນ​ຮາກ​ຖານໄດ້​ຮັບການປັບປຸງ​ໃຫ້​ເຂັ້ມ​ແຂງ​ໜັກ​ແໜ້ນຂຶ້ນ​ເທື່ອ​ລະ​ກ້າວ, ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ສູ້​ຊົນ ​ບັນລຸ​ຄາດ​ໜາຍ​ດ້ານ​ການ​ພັດທະນາ​ຊົນນະບົດ ​ແລະ ລືບ​ລ້າງ​ຄວາມທຸກ​ຍາກ​ທີ່​ວາງ​ອອກ, ​ໄດ້​ເຮັດ​ໃຫ້ຄອບຄົວ​ທຸກ​ຍາກຫລຸດ​ລົງ​ຕື່ມ​ອີກ ຈຳນວນ 12.011 ຄອບຄົວ. ປັດຈຸບັນ​ ຍັງ​ມີ​ຄອບຄົ​ວທຸກ​ຍາກ ຈຳນວນ 64.593 ຄອບຄົວ, ບ້ານ​ທຸກ​ຍາກ​ຫລຸດ​ລົງ​ຕື່ມ​ອີກ 200 ບ້ານ, ເຊິ່ງ​ໃນປັດຈຸບັນບ້ານ​ທຸກ​ຍາກ ມີ 1.536 ບ້ານ. ​ໃນ​ໄລຍະ​ເຄິ່ງສະ​ໄໝ​ມາ​ນີ້ ​ໄດ້​ມີ​ບ້ານ​ພັດທະນາ​ເພີ່ມ​ຂຶ້ນ ຈຳນວນ 561 ບ້ານ, ປັດຈຸ​ບັນ ທົ່ວ​ປະ​ເທດ ມີ​ບ້ານ​ພັດທະນາຈຳນວນ 4.138 ບ້ານ ​ແລະ ມີ​ບ້ານ​ໃຫຍ່​ກາຍ​ເປັນ​ຕົວ​ເມືອງ​ນ້ອຍ​ ໃນ​ຊົນນະບົດເພີ່ມ​ຂຶ້ນ ຈາກ 45 ບ້ານ ​ເປັນ 56 ບ້ານ.

ປະຊາຊົນບໍ່​ຕ້ອງ​ການພະນັກງານ ທີ່ເຕັມໄປດ້ວຍພະຍາດອາດຍາສິດ, ບໍ່ຮູ້ເລື່ອງໃນວຽກງານ ແລະ ມີແຕ່ຄໍາສັ່ງຊີ້ນໍາ.

ຜ່ານ​ການ​ລາຍ​ງານ​ຂ​ອງ​ບັນ​ດາ​ການ​ນຳ​ຂອງ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ທ່ານ ທອງ​ລຸນ​ ສີ​ສຸ​ລິດ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ຕໍ່​ຜົນງານ​ທີ່ກະຊວງ​ກະ​ສິກຳ ​ແລະ ປ່າ​ໄມ້ ກໍ​ຄື ຂະ​ແໜງ​ກະສິກຳ ​ແລະ ປ່າ​ໄມ້ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ຍາດ​ມາ​ໄດ້​ ​ຕະຫລອດ​ໄລຍະ​ຜ່ານ​ມາ ​​ໂດຍ​ສະ​ເພາະ​ ວຽກ​ງານ​ການ​ພັດທະນາ​ຊົນນະບົດ ​ແລະ ​ແກ້​ໄຂ​ຄວາມທຸກ​ຍາກ​ ຂອງ​ປະຊາຊົນ ​ເຊິ່ງ​ໃນ​ຊຸມ​ປີຜ່ານມາ ​ໄດ້​ເຮັດ​ໃຫ້​ຊົນນະບົດມີ​ການ​ປ່ຽນ​ແປງ ຢ່າງ​ຕັ້ງໜ້າ​ຫລາຍ​ປະການ, ປະກອບ​ສ່ວນ​ອັນ​ສຳ ຄັນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ, ​ເຮັດ​ໃຫ້​ຊົນນະບົດ​ມີ​ໃບ​ໜ້າ​ໃໝ່, ຊີວິດ​ການ​ເປັນ​ຢູ່​ດ້ານ​ວັດ​ຖຸ ​ແລະ ຈິດ​ໃຈ ຂອງ​ຊາວ​ຊົນນະບົດ​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ເທື່ອ​ລະ​ກ້າວ.

ໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ ່ ຜູ້ເຂົ້າຮ່ວມກອງປະຊຸມ ໂດຍໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ ຜົນສໍາເລັດ ທີ່ ຂະແໜງການກ່ຽວຂ້ອງ ສາມາດປະຕິບັດໄດ້ໃນໄລຍະທີ່ຜ່ານມາ. ພ້ອມກັນນັ້ນ ທ່ານກໍ່ຍົກໃຫ້ເຫັນທີ່ຕັ້ງ, ຄວາມໝາຍຄວາມສໍາຄັນ ຂອງວຽກງານການ ພັດທະນາຊົນນະບົດ ກໍ່ຄືການແກ້ໄຂຄວາມທຸກຍາກປະຊາຊົນບັນດາເຜົ່າ ທີ່ດໍາລົງຊີວິດຢູ່ເຂດຊົນນະບົດຫ່າງໄກສອກຫີຼກ ແລະ ໃຫ້ທັດສະນະ ຕໍ່ກັບ ການນໍາເອົາປະເທດຊາດ ຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ ກັບການພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ; ຜົນປະໂຫຍດໃນການເປັນປະເທດດ້ອຍພັດທະນາ; ສິ່ງທ້າທາຍ ແລະ ຄວນເອົາໃຈໃສ່ ພາຍຫັຼງຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໃໝ່; ການພົວພັນລະຫວ່າງ ວຽກງານກະສິກໍາ ກັບ ຊົນນະບົດ, ເນື້ອໃນຂອງຊົນນະບົດໃໝ່, ສິ່ງທ້າທາຍ ໃນການຈັດຕັ້ງຜັນຂະຫຍາຍ ບັນດານິຕິກໍາຂອງພັກ ແລະ ລັດຖະບານ. ອັນສໍາຄັນ, ທ່ານນາຍົກລັດຖະມົນຕີ ໄດ້ຍົກເອົາບາງບັນຫາ ເພື່ອແລກປ່ຽນແນວຄວາມຄິດກັບຜູ້ເຂົ້າຮ່ວມ ເປັນຕົ້ນພວກເຮົາ ຈະຂຸດຄົ້ນ ແລະ ນໍາໃຊ້ທ່າແຮງ ຄວາມອຸດົມສົມບູນ ແລະ ຮັ່ງມີຂອງປະເທດ ໃຫ້ເກີດປະໂຫດສູງສຸດຕໍ່ ປະເທດຊາດ ແລະ ປະຊາຊົນຄືແນວໃດ?; ເຖິງ ເວລາແລ້ວບໍ່ພວກເຮົາຕ້ອງຫັນປ່ຽນ: ຈິນຕະນາການ, ວິຖີດໍາລົງຊີວິດ-ການທໍາມາຫາກິນ, ການປະຢັດມັດທະຍັດ, ການປົກປັກຮັກສາ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ...? ຄຽງຄູ່ກັບການນໍາພາປະຊາຊົນຜະລິດເປັນສິນຄ້າ ໃນເມື່ອພວກເຮົາມີຫຼາຍຕົວແບບແລ້ວ ໃຫ້ພ້ອມກັນເສີມຂະຫຍາຍໃຫ້ກວ້າງອອກ, ຜູ້ນໍາພາປະຊາຊົນເຮັດ ບໍ່ແມ່ນເອົາພະນັກງານ ທີ່ເຕັມໄປດ້ວຍພະຍາດອາດຍາສິດ, ບໍ່ຮູ້ເລື່ອງໃນວຽກງານ ແລະ ມີແຕ່ຄໍາສັ່ງຊີ້ນໍາ, ບໍ່ພາເຮັດ ອັນນີ້ປະຊາຊົນບໍ່ຕ້ອງການ; ພວກເຮົາຕ້ອງເຮັດໃຫ້ປະຊາຊົນເປັນເຈົ້ານັບມື້ຫຼາຍຂຶ້ນ ແລະ ນັບມື້ດີຂຶ້ນ; ຕ້ອງສົ່ງເສີມໃຫ້ປະຊາຊົນເປັນເຈົ້າຕົນເອງ ໃນການນໍາໃຊ້ຊັບພະຍາກອນທໍາມະຊາດ, ທີ່ດິນ, ເປັນເຈົ້າວາງແຜນ, ເປັນເຈົ້າການຊອກຕະຫຼາດ, ບັນດາບົດຮຽນອັນດີເລີດ ຈາກທ້ອງຖິ່ນ ແມ່ນຂະຫຍາຍໃຫ້ກວ້າງອອກເລື້ອຍໆ”.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.