ສ​ປ​ປ ລາວ ຈະ​ປູກ​ຕົ້ນ​ໄມ້​ໃຫ້​ປົກ​ຄຸມເນື້ອ​ທີ່ ກວ່າ 16 ລ້ານ​ເຮັກ​ຕາໃນ​ປີ 2020

09:08 | 28/05/2018

ຍ​ສ​ໝ - ເພື່ອສ້າງຂະບວນການພ້ອມທັງປູກຈິດສຳນຶກໃຫ້ທົ່ວສັງຄົມ ສະນັ້ນ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດປີນີ້ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການໃນນາມໃຫ້ທ້ອງຖິ່ນ ໃນຂອບເຂດທົ່ວປະເທດກະກຽມແຜນການ ແລະ ຂະບວນການປູກໄມ້ຢູ່ທ້ອງຖິ່ນຕົນເອງ ໃຫ້ເປັນຂະບວນຟົດຟື້ນ ແລະ ມີແຜນການ

ສ​ປ​ປ ລາວ ຈະ​ປູກ​ຕົ້ນ​ໄມ້​ໃຫ້​ປົກ​ຄຸມເນື້ອ​ທີ່ ກວ່າ 16 ລ້ານ​ເຮັກ​ຕາໃນ​ປີ 2020

ທ່ານ ລຽນ ທິ​ແກ້ວ ລັດຖະມົນຕີກະຊວງ​ກະສິກຳ ແລະ ປ່າໄມ້.

ທ່ານ ລຽນ ທິ​ແກ້ວ ລັດຖະມົນຕີກະຊວງ​ກະສິກຳ ແລະ ປ່າໄມ້ ໄດ້​ໃຫ້​ຮ​ູ້​ວ່າ: ໃນ​ຊຸມ​ປີຜ່ານມາ ລັດຖະບານ ແລະ​ ອົງການ​ປົກຄອງ​ທ້ອງຖິ່ນ ໄດ້​ຕັ້ງໜ້າ​ເອົາໃຈໃສ່ໃນ​ການ​ປົກປັກ​​ຮັກ​ສາ​ປ່າໄມ້ ແລະ ຊັບ​ພະຍາກອນ​ປ່າໄມ້ໃຫ້​ມີ​ຄວາມ​ຍືນ​ຍົງ ດ້ວຍ​ການ​ກຳນົດ​ຍຸດ​ທະ​ສາດ ປະກາດ​ໃຊ້​ບັນດາ​ກົດໝາຍ ຄຳ​ສັ່ງ ແລະ ລະບຽບ​ການ ພ້ອມ​ທັງ​ໄດ້ວາງ​ມາດ​ຕະການ​ຄຸ້ມ​ຄອງ ປົກປັກ​ຮັກສາ ພັດທະນາ ແລະ ນຳໃຊ້​ປ່າໄມ້​ຢ່າງ​ມີ​ແຜນການ ລັດຖະ​ບານ​ໄດ້​ມີ​ຍຸດ​ທະ​ສາດ​ປ່າໄມ້ ໂດຍ​ໄດ້​ກຳນົດ​ຄາດໝາຍ​ສູ້​ຊົນ ໃນ​ປີ 2020 ຈະ​ຍົກ​ລະດັບ​ຄວາມປົກ​ຫຸ້ມ​ປ່າໄມ້​ໃຫ້​ໄດ້ 70% ຂອງເນື້ອທີ່​ທົ່ວ​ປະເທດ ຕາມ​ທິດ​ການພັດທະນາ​ແບບ​ຍືນ​ຍົງ ແລະ ການ​ເຕີບ​ໂຕ​ສີຂຽວ​ຂອງ​ອົງການສະຫະ​ປະຊາ​ຊາດ ຫຼື ເທົ່າ​ກັບ 16,5 ລ້ານ​ເຮັກຕາ ໃນ​ນັ້ນ ປ່າ​ສະຫງວນ 4,7 ລ້ານ​ເຮັກຕາ ປ່າປ້ອງ​ກັນ 8,2 ລ້ານ​ເຮັກຕາ ປ່າຜະລິດ 3,1 ລ້ານ​ເຮັກຕາ ຟື້ນ​ຟູປ່າ​ທຳ​ມະ​ຊາດ 6 ລ້ານ​ເຮັກຕາ ແລະ ປ່າ​ປູກ 5 ແສນ​ເຮັກຕາ ດ້ວຍ​ການ​ສົ່ງເສີມ​ທຸກ​ພາກສ່ວນເສດຖະກິດ ຜູ້​ປະກອບ​ການ ແລະ ພາກສ່ວນ​ຕ່າງໆ​ໃນ​ສັງຄົມ ເຂົ້າຮ່ວມ​ປູກ​ຕົ້ນໄມ້​ຕາມ​ທ່າແຮງ ແລະ ເງື່ອນໄຂ​ຕົວ​ຈິງ ອີງ​ຕາມມາດຖານ​ປ່າໄມ້​ຂອງ​ລາວ ມາຮອດ​ປີ 2017 ມີ​ເນື້ອທີ່​ປົກ​ຫຸ້ມ​ໄດ້ 60,4% ແຕ່​ຖ້າ​ອີງ​ຕາມ​ມາດຖານ​ສາກົນ​ແມ່ນ​ຮອດ 79% ມີ​ເນື້ອທີ່​ໄມ້​ທີ່​ປູກ​ໄດ້ທັງ​ໝົດ 478.557 ເຮັກຕາ (ເທົ່າ​ກັບ 95,7% ຂອງ​ແຜນການ) ແລະ ຟື້ນ​ຟູ​ປ່າໄມ້​ທຳ​ມະ​ຊາດ​ໄດ້​ເນື້ອທີ່ທັງ​ໝົດ 3.129.543 ເຮັກຕາ (ເທົ່າ​ກັບ 52.15% ຂອງ​ແຜນການ).

ເພື່ອ​ສ້າງ​ຂະ​ບວນ​ການ​ພ້ອມທັງ​ປູກ​ຈິດ​ສຳນຶກ​ໃຫ້​ທົ່ວ​ສັງຄົມ ສະນັ້ນ ເນື່ອງ​ໃນ​ໂອກາດ​ວັນ​ປູກຕົ້ນໄມ້​ແຫ່ງ​ຊາດ​ປີ​ນີ້ ກະຊວງ​ກະສິ​ກຳ ແລະ ປ່າໄມ້ ໄດ້​ອອກ​ແຈ້ງການ​ໃນ​ນາມ​ໃຫ້​ທ້ອງຖິ່ນ ໃນຂອບ​ເຂດ​ທົ່ວ​ປະເທດ​ກະກຽມແຜນການ ແລະ ຂະ​ບວນ​ການປູກ​ໄມ້​ຢູ່​ທ້ອງຖິ່ນ​ຕົນ​ເອງ ໃຫ້​ເປັນຂະ​ບວນ​ຟົດຟື້ນ ແລະ ມີ​ແຜນການ.

3 ​ແຂວງ​ ບໍ​ລິ​ຄຳ​ໄຊ, ຄຳ​ມ່ວນ, ສາ​ລະ​ວັນ, ຄາດ​ວ່າ​ຈະ​ປູກ​ຕົ້ນ​ໄມ້​ໄດ້ ປະ​ມາ​ນ 13.000 ເບ້ຍ ແລະ ປ່ອຍ​ປາ​ອີກ​ຫຼາຍ​ພັນ​ໂຕ.

ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າ ພະແນກກະສິກໍາ ແລະ ປ່າໄມ້ແຂວງຄຳ​ມ່ວນ ໄດ້ໃຫ້ສໍາພາດຕໍ່​ສື່​ມວນ​ຊົນ​ວ່າ: ສໍາລັບພິທີປູກຕົ້ນໄມ້ໃນວັນທີ 1 ມິຖຸນາ 2018 ນີ້ແຂວງຄໍາມ່ວນ ຈະໄດ້ຈັດພິທີປູກ ໃນ 6 ເມືອງໃນເນື້ອທີ່ 16,93 ເຮັກຕາ, ມີເບ້ຍໄມ້ 7.107 ຕົ້ນ ໃນນັ້ນມີໄມ້ອຸດສາຫະກໍາ 1.798 ຕົ້ນ, ໄມ້ໃຫ້ໝາກ 700 ຕົ້ນ ແລະ ໄມ້ປະດັບ 4.609 ຕົ້ນ. ພາຍຫລັງທີ່ໄດ້ປູກໄມ້ໄປແລ້ວຮັບຮອງວ່າ 90% ຂອງເບ້ຍໄມ້ທີ່ປູກຈະນໍາຄວາມອຸດົມສົມບູນສູ່ທໍາມະຊາດອີກຄັ້ງໜຶ່ງ.

ທ່ານ ສີພອງ ຈັນທະວົງສາ ຫົວໜ້າຂະແໜງປ່າໄມ້ ພະແນກກະສິກຳ-ປ່າໄມ້ແຂວງສາ​ລະ​ວັນ ໄດ້​ໃຫ້​ຮູ້ວ່າ: ກິດຈະກຳ​ດັ່ງ​ກ່າວ​ຈັດ​ຂຶ້ນ ເພື່ອ​ເປັນ​ການສ້າງຂະບວນ ຂໍ່ານັບຮັບຕ້ອນ ວັນທີ 1 ມິຖຸນາ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ທັງເຮັດໃຫ້ແຫລ່ງທ່ອງທ່ຽວ ມີຄວາມສວຍງາມເຕັມໄປດ້ວຍທຳມະຊາດ ​ແລະ ພູຜາ​ປ່າ​ໄມ້​ມີ​ຄວາມ​ອຸດົມສົມບູນ. ​ໃນ​ນັ້ນເບ້ຍໄມ້ທີ່ນຳມາປູກ ມີທັງໝົດ 200 ກວ່າເບ້ຍ, ມີ 2 ຊະນິດຄື: ເບ້ຍໄມ້ຄູນ ແລະ ເບ້ຍສະຝາງ. ພ້ອມນັ້ນຍັງໄດ້ ມີການປ່ອຍປາ ຄືນສູ່ທຳມະຊາດ ຈຳນວນ 5 ພັນໂຕ.

​ໃນປີ 2018 ນີ້ ໄດ້ມີແຜນການສູ້ຊົນຈະປູກໄມ້ ໃຫ້ໄດ້ໃນທົ່ວແຂວງທັງໝົດ 2 ລ້ານກວ່າເບ້ຍ, ໃນເນື້ອທີ່ 2 ພັນກວ່າເຮັກຕາ ແລະ ມີແຜນປູກເພື່ອຟື້ນຟູປ່າ ໃນຈຳນວນ 3 ປະເພດປ່າ ໃຫ້ໄດ້ 20 ພັນກວ່າເຮັກຕາ, ທັງນີ້ ກໍເພື່ອເຮັດໃຫ້ອັດຕາການປົກຄຸມ ຂອງເນື້ອທີ່ປ່າໄມ້ພາຍໃນແຂວງສາລະວັນ ກໍຄື ເນື້ອທີ່ຂອງປ່າໄມ້ໃນທົ່ວປະເທດ ເພີ່ມຂຶ້ນອີກ. ສຳລັບ ໃນວັນທີ 1 ມິຖຸນາ 2018 ທີ່ຈະມາເຖິງນີ້ ພະແນກກະສິກຳ-ປ່າໄມ້ແຂວງ ຈະໄດ້ສົມທົບກັບອົງການທຽບເທົ່າ ອ້ອມຂ້າງແຂວງ, ເມືອງ ແລະ ຫົວໜ່ວຍທຸລະ​ກິດ, ບໍລິສັດຕ່າງໆ ພາຍໃນແຂວງເຄື່ອນໄຫວປູກຕົ້ນໄມ້ ໃຫ້ໄດ້ທັງໝົດ 47 ພັນກວ່າເບ້ຍ, ມີຈຳນວນ 19 ຈຸດ ໃນເນື້ອທີ 30 ກວ່າເຮັກຕາ, ເບ້ຍໄມ້ທີ່ນຳມາປູກມີ 10 ກວ່າຊະນິດ, ເຊິ່ງປະກອບ​ມີໄມ້ປະດັບ, ໄມ້ກິນໝາກ ແລະ ໄມ້ເສດຖະກິດ.

ທ່ານ ຂັນ​ມີ​ໄຊ ມິ​ພີມ​ວົງ ຮອງ​ຫົວ​ໜ້າ​ ຂ​ະ​ແໜງ​ປ່າ​ໄມ້, ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ ແຂວງບໍ​ລິ​ຄຳ​ໄຊ ໄດ້​ໃຫ້​ສຳ​ພາດຕໍ່ສື່​ມວນ​ຊົນ​ວ່າ: ສຳລັບ​ການ​ກະ​ກຽມ​ກ້າ​ແກ່ນ​ໄມ້ ​ທາງແຂວງເກັບແກ່ນໄມ້​ໄດ້ 3 ພັນກວ່າ​ກິ​ໂລ ແລະ ພາກເອ​ກະ​ຊົນ​ເກັບ​ແກ່ນ​ໄດ້ 3 ​ພັນກວ່າ​ກິ​ໂລ, ໃນນັ້ນມີ​ແກ່ນ​ໄມ້​ອຸດ​ສາ​ຫະ​ກຳ ແລະ ໄມ້​ປະ​ດັບ​ເຊັ່ນ: ໄມ້​ດູ, ໄມ້​ຂະ​ຍຸງ, ໄມ້​ກາ​ກະ​ເລົາ, ໄມ້​ຄູນ, ໄມ້​ເປືອກ​ບົງ, ໄມ້​ຢາງ​ພາ​ລາ ແລະ ໄມ້​ຕິ້ວ. ມາຮອດ​ປັດ​ຈຸ​ບັນ​ສາມາດກ້າ​ເບ້ຍ​ໄມ້​ໄດ້​ແລ້ວ 44 ພັນ​ກວ່າເບ້ຍ ​ແລະ ພາກເອ​ກະ​ຊົນ 2 ແສນກວ່າ​ເບ້ຍ.

ທ່ານ ຂັນ​ມີ​ໄຊ ມິ​ພີມ​ວົງ ຍັງໃຫ້ຮູ້ອີກວ່າ: ສຳລັບ ພິທີໃຫຍ່ໃນການປູກຕົ້ນໄມ້ແຫ່ງຊາດ ໃນວັນທີ 1 ມິຖຸນາປີນີ້ ແຂວງບໍລິ​ຄຳ​ໄຊ ໄດ້ກຳນົດເອົາເຂດບ້ານຫາງຊິງສະຫວ່າງ ເມືອງປາກຊັນ ເປັນພິທີເປີດ ໂດຍ​ຈະ​ມີການ​ນຳ​ຂັ້ນ​ສູນ​ກາງ, ຂັ້ນ​ແຂວງ, ພະ​ແນກ​ການ ຕະຫລອດ​ຮອດ​ພະ​ນັກ​ງານ, ທະ​ຫານ, ຕຳຫລວດ,​ ພໍ່​ແມ່​ປະ​ຊາ​ຊົນ, ນັກ​ຮຽນ, ນັກ​ສຶກ​ສາ, ຊາວ​ໜຸ່ມ, ເຍົາ​ວະ​ຊົນເຂົ້າ​ຮ່ວມ ​ເພື່ອໃຫ້ເປັນ​ຂະ​ບວ​ນ​ຟົດ​ຟື້ນ ແລະ ມີ​ຄວາມ​ໝາຍ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.