| ເຊີນລາ ແລະ ແທງຮວ໋າ ສະແດງຄວາມຮູ້ບຸນຄຸນຕໍ່ທະຫານອາສາສະໝັກຫວຽດນາມທີ່ຊ່ວຍເຫຼືອລາວ ພາສີຫວຽດນາມ - ລາວ ເພີ່ມທະວີການປະສານສົມທົບຕ້ານການລັກລອບຄ້າຂາຍເຖື່ອນ, ອຳນວຍຄວາມສະດວກດ້ານການຄ້າ |
![]() |
| ໂຮງຮຽນຈຳນວນໜຶ່ງຢູ່ເຂດຊາຍແດນຈະດຳເນີນການທົດລອງສອນພາສາລາວ. |
ຕາມແຜນການ, ແຂວງເຊີນລາຈະຄັດເລືອກຢ່າງໜ້ອຍໜຶ່ງໂຮງຮຽນກິນນອນ ຫຼື ໂຮງຮຽນຫຼາຍລະດັບທີ່ມີຊັ້ນປະຖົມ ເພື່ອສອນພາສາລາວເປັນພາສາຕ່າງປະເທດທີໜຶ່ງໃຫ້ນັກຮຽນຊັ້ນ ປ.1; ໜຶ່ງໂຮງຮຽນທີ່ມີຊັ້ນມັດທະຍົມຕອນຕົ້ນ ແລະ ໜຶ່ງໂຮງຮຽນທີ່ມີຊັ້ນມັດທະຍົມຕອນປາຍ ເພື່ອສອນເປັນພາສາຕ່າງປະເທດທີສອງໃຫ້ນັກຮຽນຊັ້ນ ມ.1 ແລະ ມ.4. ບັນດາໂຮງຮຽນທີ່ຄາດວ່າຈະເຂົ້າຮ່ວມມີ ໂຮງຮຽນປະຖົມຈຽງເຄືອງ, ໂຮງຮຽນກິນນອນຊົນເຜົ່າລະດັບປະຖົມ ແລະ ມັດທະຍົມຕອນຕົ້ນຈຽງເຄືອງ ແລະ ສົບໂກບ, ພ້ອມທັງໂຮງຮຽນມັດທະຍົມຕອນປາຍຈຽງເຄືອງ ແລະ ສົບໂກບ. ແຕ່ລະໂຮງຮຽນຄາດວ່າຈະເປີດ 1-2 ຫ້ອງຮຽນ ຕາມຈຳນວນນັກຮຽນລົງທະບຽນ ແລະ ເງື່ອນໄຂການສິດສອນ.
ເພື່ອປະຕິບັດແຜນການ, ພະແນກສຶກສາ ແລະ ຝຶກອົບຮົມແຂວງເຊີນລາຈະປະສານງານກັບບັນດາຫົວໜ່ວຍກ່ຽວຂ້ອງເພື່ອຝຶກອົບຮົມຄູພາສາລາວ, ພ້ອມທັງຄາດວ່າຈະລະດົມກຳລັງທະຫານຊາຍແດນ ແລະ ຜູ້ຊ່ຽວຊານພາສາລາວມາຊ່ວຍສິດສອນ. ບັນດາໂຮງຮຽນຈະຈັດຕັ້ງສະໂມສອນພາສາ, ປ້າຍຂ່າວສອງພາສາ, ກິດຈະກຳແລກປ່ຽນວັດທະນະທຳ, ສິລະປະ, ກິລາ ແລະ ວັນບຸນພາສາ, ຄຽງຄູ່ກັບການນຳໃຊ້ສື່ການຮຽນດິຈິຕອນ ແລະ ສື່ປະກອບການສອນ. ໂຄງການທົດລອງນີ້ປະຕິບັດຕາມແຜນການຂອງກະຊວງສຶກສາ ແລະ ຝຶກອົບຮົມ ກ່ຽວກັບການເພີ່ມທະວີການສອນພາສາຕ່າງປະເທດໄລຍະ 2025-2035. ໃນສົກຮຽນຕໍ່ໄປ, ແຂວງຈະພິຈາລະນາຂະຫຍາຍໂຄງການຕາມຄວາມຕ້ອງການ ແລະ ເງື່ອນໄຂຕົວຈິງ, ປະກອບສ່ວນເສີມສ້າງມິດຕະພາບພິເສດຫວຽດນາມ - ລາວ ແລະ ການຮ່ວມມືດ້ານການສຶກສາ, ວັດທະນະທຳ, ເສດຖະກິດ ແລະ ການຄ້າ.
ຍສໝ - ວັນທີ 24/10, ຢູ່ເຂດຫຼັກໝາຍຊາຍແດນເລກທີ 591 ຂຶ້ນກັບບ້ານຕ່າຣຸ່ງ, ຕາແສງເຮືອງເລິບ (ແຂວງກວ໋າງຈິ), ພະນັກງານ ແລະ ນັກຮົບທະຫານຊາຍແດນຫວຽດນາມ ໄດ້ປະສານສົມທົບກັບບັນດາອົງການ, ທ່ານໝໍ, ພະຍາບານ ແລະ ຜູ້ມີຈິດໃຈກຸສົນ ຈັດກິດຈະກຳກວດພະຍາດ, ແຈກຢາປິ່ນປົວໂດຍບໍ່ເສຍຄ່າ ພ້ອມດ້ວຍກິດຈະກຳຊ່ວຍເຫຼືອດ້ານສະຫວັດດີການສັງຄົມຫຼາຍຢ່າງ ໃຫ້ແກ່ປະຊາຊົນສອງຟາກຊາຍແດນຫວຽດນາມ - ລາວ. |
ຍສໝ - ວັນທີ 25/10, ຢູ່ແຂວງເຊີນລາ ແລະ ແທງຮວ໋າ, ບັນດາຄະນະປະສານງານທະຫານອາສາສະໝັກ ແລະ ຊ່ຽວຊານທະຫານຫວຽດນາມທີ່ຊ່ວຍເຫຼືອການປະຕິວັດລາວ ໄດ້ຈັດກິດຈະກຳລະນຶກ 77 ປີແຫ່ງວັນມູນເຊື້ອ (30/10/1949 - 30/10/2026). ບັນດາກິດຈະກຳດັ່ງກ່າວແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນ ແລະ ການເສຍສະຫຼະຂອງທະຫານອາສາສະໝັກ ແລະ ຊ່ຽວຊານທະຫານຫວຽດນາມຫຼາຍຮຸ່ນຄົນ, ພ້ອມທັງສືບຕໍ່ປູກຝັງຄວາມສາມັກຄີພິເສດ ແລະ ມິດຕະພາບອັນມີມາແຕ່ດົນນານລະຫວ່າງສອງປະເທດ. |
ມິງດຶກ
