ສ້າງຂະບວນການ ເກັບຂີ້ເຫຍື້ອ ຕ້ອນຮັບວັນສິ່ງແວດລ້ອມແຫ່ງຊາດ-ວັນສິ່ງແວດລ້ອມໂລກ 5 ມິຖຸນາ

10:49 | 30/05/2019

ກອງທຶນປົົກປັກ ຮັກສາສິ່ງແວດລ້ອມ ແລະ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ກະຊວງຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ຫ້ອງການຄຸ້ມຄອງ ແລະ ບໍລິຫານ ຕົວເມືອງວຽງຈັນ, ຈັດກິດຈະກຳ ເກັບຂີ້ເຫຍື້ອ ເພື່ອຮັກສາຄວາມສະອາດ ໃນວັນທີ 27 ພຶດສະພາ 2019, ຢູ່ເດີນທາດຫລວງ ນະຄອນຫລວງວຽງຈັນ ເພື່ອຄຳນັບຮັບຕ້ອນ ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ 5 ມິຖຸນາ ທີ່ຈະມາເຖິງນີ້, ໃຫ້ເປັນຂະບວນຟົດຟື້ນ ຮັກສາໄດ້ຄວາມສະ ອາດງາມຕາຂອງບ້ານເມືອງ ແລະ ອື່ນໆ.

ສ້າງຂະບວນການ ເກັບຂີ້ເຫຍື້ອ ຕ້ອນຮັບວັນສິ່ງແວດລ້ອມແຫ່ງຊາດ-ວັນສິ່ງແວດລ້ອມໂລກ 5 ມິຖຸນາ

ທ່ານ ນາງ ບຸນພາມາ ໂພທິສານ ຮອງຫົວໜ້າຫ້ອງການ ກອງທຶນປົກປັກຮັກ ສາສິ່ງແວດລ້ອມ. (ພາບ:ເກດສະໜາ)

ໂອກາດດັ່ງກ່າວ, ທ່ານ ນາງ ບຸນພາມາ ໂພທິສານ ຮອງຫົວໜ້າຫ້ອງການ ກອງທຶນປົກປັກຮັກ ສາສິ່ງແວດລ້ອມ ກ່າວວ່າ: ການຈັດກິດຈະກຳໃນຄັ້ງນີ້, ເປັນການປະກອບສ່ວນເຮັດໃຫ້ສັງຄົມ ກໍຄື ມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຫັນໄດ້ຄວາມສຳຄັນ ໃນການປົກປັກຮັກສາສິ່ງແວດລ້ອມ, ຫລຸດຜ່ອນມົນລະຜິດ, ຫລຸດຜ່ອນການໃຊ້ຖົງປຼາສະຕິກ ແລະ ປູກຈິດສຳນຶກໃຫ້ທຸກຄົນ ໃນສັງຄົມ ມີສ່ວນຮ່ວມຊ່ວຍກັນ ກິນແລ້ວເກັບ, ກິນແລ້ວມ້ຽນ, ບໍ່ຖີ້ມຂີ້ເຫຍື້ອຊະຊາຍ ແນໃສ່ປົກປັກຮັກສາສິ່ງ ແວດລ້ອມ ໃຫ້ມີຄວາມສະອາດງາມຕາ ທັງເປັນການຈັດຕັ້ງປະຕິບັດ 6 ສ ຂອງນະຄອນຫລວງວຽງຈັນ ວາງອອກ ໂດຍສະເພາະ ສ ສະອາດ ແລະ ສ ສີຂຽວ ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

ທ່ານ ນາງ ບຸນພາມາ ໂພທິສານ ໃຫ້ຮູ້ຕື່ມວ່າ: ອົງການສະຫະປະຊາຊາດ ໄດ້ຈັດກອງປະຊຸມສຸດຍອດໂລກ ກ່ຽວກັບສິ່ງແວດລ້ອມຂອງມະນຸດ ໃນປີ 1972 ແລະ ໄດ້ຮັບຮອງເອົາວັນທີ 5 ມິຖຸນາ ເປັນວັນສິ່ງແວດລ້ອມໂລກ ຈົນມາຮອດປັດຈຸບັນ, ສປປ ລາວ ກໍໄດ້ຖືເອົາວຽກງານປົກປັກຮັກສາສິ່ງແວດລ້ອມ ເປັນວຽກງານບູລິມະສິດລະດັບຊາດ ແລະ ໄດ້ລະບຸໃນກົດໝາຍວ່າດ້ວຍການປົກປັກຮັກ ສາສິ່ງແວດລ້ອມ ແລະ ຖືເອົາວັນທີ 5 ມິຖຸນາ ເປັນວັນສິ່ງແວດລ້ອມແຫ່ງຊາດ.

(ແຫຼ່ງ​ຂໍ້​ມູນ​: ທະນູທອງ /ຂ​ປ​ລ)

ເຫດການ
302 Found

Found

The document has moved here.