ບໍລິສັດ ພູເບ້ຍ ມາຍນິງ ໄດ້ຮັບລາງວັນການພັດທະນາແຮ່ທາດແບບຍືນຍົງ

19:23 | 31/12/2019

ບໍລິສັດ ພູເບ້ຍ ມາຍນິງ ໄດ້ຮັບລາງວັນຮອງຊະນະເລີດ ສຳລັບ “ການປະຕິບັດດີທີ່ສຸດໃນການພັດທະນາແຮ່ທາດແບບຍືນຍົງ” (ການປຸງແຕ່ງແຮ່ທາດທີ່ເປັນໂລຫະ) ໃນງານຮັບລາງວັນແຮ່ທາດອາຊຽນ ຄັ້ງທີ 2 ຈັດຂຶ້ນຢູ່ບາງກອກ ປະເທດໄທ ເມື່ອບໍ່ດົນມານີ້ ມອບລາງວັນໂດຍທ່ານ ທີຣະຍຸດ ວານິດຊັງ ຮອງລັດ-ຖະມົນຕີກະຊວງອຸດສາຫະກຳໄທ ເຊິ່ງລາງວັນແຮ່ທາດອາຊຽນນີ້ ມອບໃຫ້ບັນດາບໍລິສັດບໍ່ແຮ່ໃນອາຊຽນ ທີ່ໄດ້ປະກອບສ່ວນອັນພົ້ນເດັ່ນຕໍ່ການສົ່ງເສີມ ການພັດທະນາແຮ່ທາດແບບຍືນຍົງ ໃນພາກພື້ນອາຊຽນ.

ບໍ­ລິ­ສັດ ພູ​ເບ້ຍ ມາຍ​ນິງ ໄດ້​ຖືກ​ຍອມ­ຮັບ​ສຳ­ລັບ​ຄວາມ​ມຸ່ງ​ໝັ້ນ​ອັນ​ຕໍ່​ເນື່ອງ ການ​ເພີ່ມ​ທະ­ວີ​ຕໍ່​ການ​ປະ­ຕິ­ບັດ​ດີ​ທີ່​ສຸດ ແລະ ມີ​ມາດ­ຕະ­ຖານ​ສູງ​ໃນ​ການ​ຜະ­ລິດ-ປຸງ​ແຕ່ງ​ແຮ່​ທາດ ຢູ່​ໂຮງ­ງານ​ຂຸດ​ຄົ້ນ-ປຸງ​ແຕ່ງ​ທອງ-ຄຳ​ພູ​ຄຳ​ຂອງ​ບໍ­ລິ­ສັດ​ໃນ ສປປ ລາວ.

ທ່ານ ຈັນ​ເພັງ ບຸນ​ນະ​ຜົນ ປະ­ທານ​ບໍ­ລິ­ສັດ ພູ​ເບ້ຍ ມາຍ​ນິງ ໄດ້​ກ່າວ​ວ່າ: ບໍ­ລິ­ສັດ ພູ​ເບ້ຍ ມາຍ​ນິງ ໄດ້​ຜ່ານ​ຂັ້ນ​ຕອນ​ການ​ຄັດ​ເລືອກ​ທີ່​ແຂ່ງ­ຂັນ​ສູງ ໂດຍ​ຄະ­ນະ​ກຳ­ມະ­ການ​ລາ­ງວັນ​ແຮ່​ທາດ​ອາ​ຊຽນ ເຊິ່ງ​ໄດ້​ຮັບ​ບົດ​ສະ­ເໜີ​ເຂົ້າ​ຊີງ​ລາ­ງວັນ​ຫຼາຍ​ກວ່າ 20 ບົດ ໃນ​ສາ­ຂາ​ດັ່ງ­ກ່າວ ທົ່ວ​ພາກ​ພື້ນ​ອາ​ຊຽນ ບໍ­ລິ­ສັດ ພູ​ເບ້ຍ ມາຍ​ນິງ ໄດ້​ຖືກ​ຄັດ​ເລືອກ​ເປັນ​ໜຶ່ງ​ໃນ 3 ບໍ­ລິ­ສັດ ທີ່​ມີ​ອັນ​ດັບ​ສູງ​ສຸດ ເພື່ອ​ສະ­ເໜີ​ບົດ​ໃຫ້​ຄະ­ນະ​ເປັນ​ຜູ້​ຕັດ­ສິນ​ລາ­ງວັນ​ຮອບ​ສຸດ​ທ້າຍ​ຢູ່​ບາງ­ກອກ.

ບໍລິສັດ ພູເບ້ຍ ມາຍນິງ ໄດ້ຮັບລາງວັນການພັດທະນາແຮ່ທາດແບບຍືນຍົງ

ພູເບ້ຍ ມາຍນິງ ໄດ້ຮັບລາງວັນການພັດທະນາແຮ່ທາດແບບຍືນຍົງ. (ພາບ: vientianemai)

ລາ­ງວັນ​ພິ­ເສດ​ນີ້ ເນັ້ນ​ເຖິງ​ຄວາມ​ສຳ­ເລັດ​ຂອງ​ຮູບ​ແບບ​ໂຄງ​ສ້າງ​ທຸ­ລະ​ກິດ ທີ່​ມີ​ການ­ຈັດ­ຕັ້ງ​ໂດຍ​ບໍ­ລິ­ສັດ ແພນ ອອສ ໃນ​ນາມ​ບໍ­ລິ­ສັດ​ແມ່​ຂອງ​ບໍ­ລິ­ສັດ ພູ​ເບ້ຍ ມາຍ​ນິງ ເຊິ່ງ​ບໍ່​ສະ­ເພາະ​ສຸມ​ໃສ່​ການ​ຜະ­ລິດ-ປຸງ​ແຕ່ງ​ທອງ ແລະ ຄຳ ຢູ່​ໂຮງ­ງານ​ພູ​ຄຳ​ເທົ່າ​ນັ້ນ ແຕ່​ຍັງ​ເອົາ­ໃຈ­ໃສ່​ການ​ດຳ­ເນີນ​ທຸ­ລະ​ກິດ​ຮອບ­ດ້ານ ເຊິ່ງ​ມີ​ຄວາມ​ປອດ​ໄພ ມີ​ການ​ຄຸ້ມ​ຄອງ​ດ້ານ​ສິ່ງ­ແວ­ດລ້ອມ ມີ​ສາຍ​ພົວ­ພັນ​ກັບ​ຊຸມ​ຊົນ ແລະ ການ​ມີ​ສ່ວນ​ຮ່ວມ​ຂອງ​ລັດ­ຖະ­ບານ.

(ແຫຼ່ງ​ຂໍ້​ມູນ​: vientianemai)

ເຫດການ