ການປ່ຽນແປງທີ່ເປັນບາດລ້ຽວ ຢູ່ Sea Games 30

06:03 | 01/10/2019

ງານມະຫະກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 30 (SEA Games 30) ຈະດຳເນີນໃນທ້າຍປີນີ້ ຢູ່ ປະເທດ ຟີລິບປິນ. SEA Games 30 ຈະມີບັນດາການປ່ຽນແປງແບບວິທີການແຂ່ງຂັນກິລາ, ດ້ວຍ 2 ຈຸດພົ້ນເດັ່ນກ່ຽວກັບຈຳນວນປະເພດກິລາ ແລະ ແບບວິທີການແຂ່ງຂັນຂອງກິລາປະເພດ ບານເຕະຊາຍ.

ການປ່ຽນແປງທີ່ເປັນບາດລ້ຽວ ຢູ່ Sea Games 30

ພາບປະກອບ

ໂດຍໄດ້ດຳເນີນໃນລະຫວ່າງ ວັນທີ 30 ພະຈິກ ຫາ ວັນທີ 10 ທັນວາ, Sea Game 30 ມີ ການແຂ່ງຂັນກິລາ 56 ປະເພດ, ດ້ວຍ ຫຼຽນຈໍານວນ 500 ຊຸດ - ນີ້ແມ່ນຕົວເລກທີ່ບັນລຸລະດັບສະຖິຕິຂອງ ງານມະຫະກຳກິລາຄັ້ງນີ້. ກ່າວຄຳເຫັນກ່ຽວກັບ ງານມະຫະກຳນີ້ ທ່ານ ເວືອງບິງທັ໊ງ, ຫົວໜ້າກົມໃຫຍ່ກິລາ - ກາຍຍະກຳ ຫວຽດນາມ ໃຫ້ຮູ້ວ່າ: Sea Games 30 ຢູ່ ຟີລິບປິນ ມີຄວາມຫຍຸ້ງຍາກທີ່ສຸດສຳລັບຄະນະນັກກິລາ ຫວຽດນາມ ຍ້ອນວ່າ ປະເທດເຈົ້າພາບຈັດງານແຂ່ງຂັນກິລາໄດ້ປະກາດວ່າ ມີ ການແຂ່ງຂັນກິລາ 56 ປະເພດ, ໃນຂະນະທີ່ ພວກເຮົາສາມາດເຂົ້າຮ່ວມການແຂ່ງຂັນກິລາພຽງແຕ່ 30 ປະເພດເທົ່ານັ້ນ.

ມີກິລາຫຼາຍປະເພດໃໝ່ເຊິ່ງພວກເຮົາບໍ່ມີ ແລະ ມັນກໍ່ແມ່ນບັນດາປະເພດກິລາພື້ນເມືອງ. ທີສອງແມ່ນບັນດາລາຍການກິລາທີ່ປະເທດເຮົາມີທ່າແຮງ ແຕ່ຄະນະຈັດຕັ້ງປະເທດເຈົ້າພາບພັດບໍ່ນຳມາເຂົ້າໃນລາຍການແຂ່ງຂັນ. ເຖິງຢ່າງໃດກໍ່ຕາມ ພວກຂ້າພະເຈົ້າຍັງຢັ້ງຢືນວ່າຈະພະຍາຍາມສູ້ຊົນໃຫ້ນອນໃນ Top ແຖວໜ້າຂອງ SEA Games. ກິລາປະເພດບານເຕະຊາຍກໍ່ມີການປ່ຽນແປງອັນໃຫຍ່ຫຼວງໃນກົດລະບຽບຄື: ສະຖານທີ່ແຂ່ງຂັນແມ່ນ ສະໜາມຫຍ້າທຽມ, ຈຳນວນນັກເຕະບານຂອງແຕ່ລະທິມຈະໄດ້ ລົງທະບຽນພຽງແຕ່ 20 ຄົນ ແທນທີ່ 23 ຄົນຄືກ່ອນນີ້.

(ແຫຼ່ງ​ຂໍ້​ມູນ​: VOV WORLD)

ເຫດການ
302 Found

Found

The document has moved here.