ເກີດປັນຫາລະບົບການບໍລິການ Google 'ຫລົ້ມ ' ທົ່ວປະເທດສະຫະລັດອາເມລິກາ

09:54 | 20/08/2019

ຍສໝ - ບັນຫາລະລົບບໍລິການຂອງ Google ຫຼົ້ມ ເກີດຂື້ນປະມານ 14ໂມງ:09ນາທີ ເມື່ອຜູ້ຊົມໃຊ້ລາຍງານວ່າ ພວກເຂົາບໍ່ສາມາດເຂົ້າບັນຊີ Gmail ແລະ Google drive ໄດ້.

ເກີດປັນຫາລະບົບການບໍລິການ Google 'ຫລົ້ມ ' ທົ່ວປະເທດສະຫະລັດອາເມລິກາ

ການບໍລິການ Google ຢູ່ ສະຫະລັດອາເມລິກາ ມີປັນຫາ. (ພາບ: AP).

ວັນທີ 19 ສິງຫາ, ເຫດການລະບົບບໍລິການ Google "ຫລົ້ມ " ເກີດຂື້ນໃນທົ່ວສະຫະລັດ ແລະ ບາງປະເທດ ເຮັດໃຫ້ຜູ້ໃຊ້ບໍ່ສາມາດເຂົ້າເຖິງບັນຊີ Gmail ແລະ ບໍ່ສາມາດໃຊ້ບໍລິການຄົ້ນຫາ.

ອີງຕາມບົດລາຍງານຄັ້ງທໍາອິດ, ການປິດບໍລິການ Google ໄດ້ເກີດບັນຫາຂື້ນໃນເວລາ ປະມານ 14ໂມງ:09ນາທີ (ຕາມເວລາ ແຄມຝັ່ງທະເລຕາເວັນອອກຂອງສະຫະລັດ) ເມື່ອຜູ້ຊົມໃຊ້ລາຍງານວ່າ ພວກເຂົາບໍ່ສາມາດເຂົ້າບັນຊີ Gmail ແລະ Google drive ຂອງພວກເຂົາໄດ້.

ເວບໄຊທ໌ ກວດກາບັນຫາ Downdetector ກ່າວວ່າ: ຜູ້ຊົມໃຊ້ທີ່ໄດ້ຮັບຜົນກະທົບສ່ວນໃຫຍ່ ລາຍງານວ່າພວກເຂົາບໍ່ສາມາດເຂົ້າເຖິງບັນຊີໄດ້ ແລະ ອີກປະມານ 5% ຂອງຜູ້ຊົມໃຊ້ລາຍງານວ່າມີປັນຫາກັບບໍລິການຄົ້ນຫາຂອງ Google.

ບັນຫາລະບົບບໍລິການຂອງ Google ‘ຫລົ້ມ” ເກີດຂື້ນທັງຝັ່ງຕາເວັນອອກ ແລະ ຕາເວັນຕົກ ຂອງສະຫະລັດ, Sao Paulo ຂອງປະເທດ Brazil ແລະ ນະຄອນຫຼວງ Santiago ຂອງປະເທດ Chile. ຢູ່ ທະວີບ ເອີຣົບ, ບັນຫາທີ່ເກີດຂື້ນແມ່ນບໍ່ຮ້າຍແຮງປານໃດ ໜ້ອຍກວ່າ ນະຄອນ ລອນດອນ ກໍ່ຄືກັນກັບບັນດາເມືອງໃຫຍ່ ຂອງປະເທດເຢຍລະມັນ ແລະ ປະເທດ ເນເທີແລນ.

Google ໄດ້ປະກາດການສືບສວນກ່ຽວກັບຂໍ້ມູນດັ່ງກ່າວ ແລະ ບັນດາການບໍລິການ ໄດ້ຮັບການເຊື່ອມຕໍ່ຄືນໃໝ່ ພາຍໃນເຄິ່ງຊົ່ວໂມງ, ພ້ອມກັນນັ້ນກໍ່ສະແດງຄວາມຫວັງວ່າຈະແກ້ໄຂບັນຫາດັ່ງກ່າວນີ້ໃນອະນາຄົດ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.