ມະຫະກຳກິລາ ຊີເກມ SEA Games ປະກາດລາຍຊື່ປະເພດກິລາເອເລັກໂຕນິກ

11:06 | 07/06/2019

ຍສໝ - Mobile Legends: Bang Bang ແມ່ນໜຶ່ງໃນປະເພດກິລາເອເລັກໂຕນິກ ໄດ້ຮັບການນຳເຂົ້າໃນລາຍຊື່ປະເພດການແຂ່ງຂັນ ໃນ ການແຂ່ງຂັນກິລາຊີເກມ ຄັ້ງທີ 30 (SEA Games 30)

ມະຫະກຳກິລາ ຊີເກມ SEA Games ປະກາດລາຍຊື່ປະເພດກິລາເອເລັກໂຕນິກ

ເກມເອເລັກໂຕນິກ ທີ່ໄດ້ຮັບການນຳເຂົ້າມາແຂ່ງຂັນໃນມະຫະກຳກິລາຊີເກມ ຄັ້ງທີ 30.(ພາບ: ຕົ໋ນກາວ/vnexpress.net)

ອີງຕາມຂໍ້ມູນຈາກ ຄະນະກຳມະການຈັດ ມະຫະກຳກິລາຊີເກມ ຄັ້ງທີ 30 , ກິລາເອເລັກໂຕນິກເປັນຄັ້ງທຳອິດໄດ້ຮັບການນຳເຂົ້າໃນລາຍຊື່ປະເພດກິລາຊິງຫຼຽນຄຳ ຢູ່ ມະຫະກຳການແຂ່ງຂັນກິລາ ອາຊີຕາເວັນອອກສ່ຽງໃຕ້. ໃນ 6 ເກມ ມີ 5ເກມ ໄດ້ຮັບການຢັ້ງຢືນປະກອບມີ: Dota 2, Starcraft II, Arena of Valor, Tekken 7 ແລະ ເກມ Mobile Legends: Bang Bang. ເກມທີ 6 ກຳລງໄດ້ຮັບການປຶກສາຫາລືຄັດເລືອກ ເກມທີ່ມີເນື້ອໃນໃຫ້ສອດຄ່ອງ ແລະ ຮັບປະກັນຄວາມສົມດຸນຄື: console, PC và mobile.

ມະຫະກຳກິລາຊີເກມ ຄັ້ງທີ 30 ຈະເປີດສາກຂື້ນໃນວັນທີ 30 ພະຈິກ ຮອດ 10 ທັນວາ 2019 ຢູ່ ປະເທດ ຟີລິປິນ, ປະກອບມີ ຈຳນວນ 529 ຫຼຽນທອງຊິງກັນ ໃນ 56 ປະເພດກິລາ. ນີ້ແມ່ນມະຫະກຳການແຂ່ງຂັນກິລາ ທີ່ຍິ່ງໃຫຍ່ທຳລາຍສະຖິຕິໃນພາກພື້ນ: ກິລາແລ່ນ ແລະ ລານ ມີ 48ປະເພດກິລາ, eSports ເປັນຄັ້ງທຳອິດຢູ່ໃນລາຍຊື່ ຂອງປະເທດຫວຽດນາມ, ເວີຊັ້ນ Mobile Legend: Bang Bang ຈຳໜ່າຍ ໂດຍບໍລິສັດ VNG ກໍ່ໄດ້ຮັບຄວາມສົນໃຈຈາກນັກຫຼິນເກມ ແລະ ສື່ສານມວນຊົນເປັນຈຳນວນຫຼາຍ.

ເຫດການ