ຫວຽດນາມ ໄດ້ມອບອຸປະກອນການແພດໃຫ້ລັດຖະບານ ກຳປູເຈຍ ເພື່ອປ້ອງກັນການລະບາດຂອງພະຍາດ Covid-19

06:05 | 10/04/2020

ຍສໝ - ໃນຕອນບ່າຍຂອງວັນທີ 8 ເມສານີ້, ຢູ່ສຳນັກງານໃຫຍ່ຂອງກະຊວງສາທາລະນະສຸກ ກຳປູເຈຍນະຄອນຫຼວງ Phnom Penh ໄດ້ຈັດພິທີມອບຮັບອຸປະກອນການແພດ ຂອງລັດຖະບານຫວຽດນາມ ໃຫ້ລັດຖະບານ ແລະ ປະຊາຊົນ ກຳປູເຈຍ ເພື່ອປ້ອງກັນການລະບາດຂອງພະຍາດ Covid-19.

ຫວຽດນາມ ໄດ ມອບອ ປະກອນການແພດໃຫ ລ ດຖະບານ ກຳປ ເຈຍ ເພ ອປ ອງກ ນການລະບາດຂອງພະຍາດ covid 19 ແຂວງກວາງຈິ ສະໜັບສະໜູນ ນັກສຶກສາລາວ 135 ຄົນທີ່ພວມຮໍ່າຮຽນຢູ່ເຂດກວາງຈິ
ຫວຽດນາມ ໄດ ມອບອ ປະກອນການແພດໃຫ ລ ດຖະບານ ກຳປ ເຈຍ ເພ ອປ ອງກ ນການລະບາດຂອງພະຍາດ covid 19 ອົງການອະນາໄມໂລກ WHO ໄດ້ຕີລາຄາສູງວິທີການ 4 ກັບທີ່ ເພື່ອສະກັດກັ້ນພະຍາດ COVID-19 ຂອງຫວຽດນາມ

ກ່າວຄຳເຫັນທີ່ພິທີມອບຮັບ, ຕາງໜ້າໃຫ້ລັດຖະບານ ປະເທດກຳປູເຈຍ, ທ່ານ Mam Bunheng ລັດຖະມົນຕີ ກະຊວງສາທາລະນະສຸກ ກຳປູເຈຍ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນ ຢ່າງບໍ່ຢຸດຢັ້ງ ແກ່ລັດຖະບານ ແລະ ປະຊາຊົນ ກຳປູເຈຍ, ເຖິງວ່າ ປະເທດຫວຽດນາມ ກໍ່ແມ່ນປະເທດທີ່ຖືກຮັບຜົນສະທ້ອນຢ່າງໜັກ ຈາກພະຍາດ Covid-19, ແຕ່ລັດຖະບານ ແລະ ປະຊາຊົນຫວຽດນາມ ກໍ່ໄດ້ຊ່ວຍໜຸນດ້ານວັດຖຸ ແລະ ຈິດໃຈ ໃຫ້ແກ່ປະຊາຊົນ ກຳປູເຈຍ.

ຫວຽດນາມ ໄດ ມອບອ ປະກອນການແພດໃຫ ລ ດຖະບານ ກຳປ ເຈຍ ເພ ອປ ອງກ ນການລະບາດຂອງພະຍາດ covid 19
ຫວຽດນາມ ໄດ້ມອບອຸປະກອນການແພດໃຫ້ລັດຖະບານ ແລະ ປະຊາຊົນ ກຳປູເຈຍ ເພື່ອປ້ອງກັນການລະບາດຂອງພະຍາດ Covid-19. (ພາບ: TTXVN)

ທ່ານ ວຸກ່ວາງມິງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ກຳປູເຈຍ ໄດ້ເນັ້ນໜັກວ່າ ລັດຖະບານຫວຽດນາມ ຕີລາຄາສູງຕໍ່ຄວາມພະຍາຍາມໃນການປ້ອງກັນການລະບາດ ພະຍາດ Covid-19 ຂອງລັດຖະບານ ແລະ ປະຊາຊົນ ກຳປູເຈຍ, ໂດຍສະເພາະຂອງກະຊວງສາທາລະນະສຸກ ກຳປູເຈຍ. ການມອບອຸປະກອນການແພດຄັ້ງນີ້ ແມ່ນໝາກຜົນຂອງການໂອ້ລົມສົນທະນາລະຫວ່າງ ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ Samdech Techo Hun Sen ນາຍົກລັດຖະມົນຕີ ກຳປູເຈຍ, ໃນນັ້ນ ຜູ້ນຳທັງສອງປະເທດ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ຊຸກຍູ້ການຮ່ວມມືໃນການປ້ອງກັນການລະບາດຂອງພະຍາດ Covid-19.

ທ່ານ ວຸກ່ວາງມິງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ກຳປູເຈຍ ໄດ້ກ່າວວ່າ, ການຊ່ວຍເຫຼືອໃນຄັ້ງນີ້ກໍ່ແມ່ນສັນຍາລັກແຫ່ງຄວາມຮັກແພງອັນຈິງໃຈ ຂອງປະຊາຊົນຫວຽດນາມ ທີ່ໄດ້ສະຫງວນໃຫ້ແກ່ປະຊາຊົນກຳປູເຈຍ, ຫວັງວ່າ ສອງປະເທດ ໄດ້ຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ, ຊະນະການລະບາດພະຍາດ.

ຫວຽດນາມ ໄດ ມອບອ ປະກອນການແພດໃຫ ລ ດຖະບານ ກຳປ ເຈຍ ເພ ອປ ອງກ ນການລະບາດຂອງພະຍາດ covid 19 ແຂວງກວາງຈີ້ ໄດ້ມອບເຄື່ອງອຸປະກອນການແພດ ໃຫ້ແຂວງສາລະວັນ ເພື່ອສະກັດກັ້ນພະຍາດ COVID-19

ຍສໝ - ວັນທີ 8 ເມສາ, ຢູ່ດ່ານຊາຍແດນສາກົນ ລາໄລ, ຄະນະກຳມະການປະຊາຊົນແຂວງກວາງຈີ້ ໄດ້ມອບອຸປະກອນການແພດທີ່ມີມູນຄ່າຫຼາຍກ່ວາ 300 ລ້ານດົ່ງ ໃຫ້ພະນັກງານ, ປະຊາຊົນແຂວງສາລະວັນ, ສປປ.ລາວ.

ຫວຽດນາມ ໄດ ມອບອ ປະກອນການແພດໃຫ ລ ດຖະບານ ກຳປ ເຈຍ ເພ ອປ ອງກ ນການລະບາດຂອງພະຍາດ covid 19 ຫວຽດນາມ ມອບອຸປະກອນການແພດ ໃຫ້ບັນດາປະເທດເອີຣົບ ເພື່ອປ້ອງກັນພະຍາດ COVID-19

ຍສໝ - ທ່ານ ໂຕແອັງຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ສະໜັບສະໜູນອຸປະກອນການແພດ ໃຫ້ແກ່ ບັນດາປະເທດຝລັ່ງ, ເຢຍລະມັນ, ອີຕາລີ, ສະເປນ ແລະ ອັງກິດ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດ COVID-19.

ຫວຽດນາມ ໄດ ມອບອ ປະກອນການແພດໃຫ ລ ດຖະບານ ກຳປ ເຈຍ ເພ ອປ ອງກ ນການລະບາດຂອງພະຍາດ covid 19 ສປປ.ລາວ ຕີລາຄາສູງຕໍ່ການສະໜັບສະໜູນ ຂອງວິສາຫະກິດຫວຽດນາມ ໃນການສະກັດກັ້ນພະຍາດ Covid-19

ຍສໝ - ບັນດາວິສາຫະກິດຫວຽດນາມ ທີ່ລົງທຶນຢູ່ປະເທດລາວ ໄດ້ສະໜັບສະໜູນລັດຖະບານລາວ ຈຳນວນ ເງິນ 370.000 ໂດລາສະຫະລັດໃນການຕໍ່ສູ້ ແລະ ສະກັດກັ້ນ ພະຍາດ Covid-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.