| ລັດຖະບານຫວຽດນາມ ຖືການປ້ອງກັນ, ຕ້ານ ແລະຄວບຄຸມເຊື້ອພະຍາດ Covid-19 ເປັນບູລິມະສິດສູງສຸດໃນປະຈຸບັນ | |
| ລັດຖະບານຫວຽດນາມ ເພີ່ມທະວີວຽກງານປ້ອງກັນ, ຕ້້ານ ພະຍາດປອດອັກເສບ ໄວຣັດ ໂຄໂຣນາ |
![]() |
| EuroCham ຍາມໃດກໍໃຫ້ຄໍາໝັ້ນສັນຍາຮ່ວມເດີນທາງພ້ອມກັບລັດຖະບານຫວຽດນາມ.(ພາບປະກອບ) |
ສະຫະສະມາຄົມວິສາຫະກິດເອີຣົບ ຢູ່ ຫວຽດນາມ (EuroCham) ໄດ້ປະກາດໝາກຜົນ ດັດຊະນີສະພາບແວດລ້ອມດໍາເນີນທຸລະກິດ (BCI) ໄຕມາດ 1/2020. ດັດຊະນີ BCI ໄດ້ຊີ້ໃຫ້ເຫັນວ່າ ມີການນໍາວິສາຫະກິດເອີຣົບ ຢູ່ຫວຽດນາມ ກວ່າ 90% ໃຫ້ຂໍ້ສັງເກດວ່າ ໂລກລະບາດໂຄວິດ - 19 ໄດ້ສົ່ງຜົນກະທົບຫຍໍ້ທໍ້ຕໍ່ວິສາຫະກິດຂອງເຂົາເຈົ້າ. ເຖິງຢ່າງໃດກໍຕາມ, ໝາກຜົນດັ່ງກ່າວ ກໍຊີ້ໃຫ້ເຫັນວ່າ ປະຊາຄົມວິສາຫະກິດ, ສະມາຊິກ EuroCham ຕີລາຄາສູງຕໍ່ບັນດາມາດຕະການຂອງລັດຖະບານຫວຽດນາມ.
ທ່ານ Nicolas Audier, ປະທານ EuroCham ໃຫ້ຮູ້ວ່າ ທາງ EuroCham ຍາມໃດກໍໃຫ້ຄໍາໝັ້ນສັນຍາຮ່ວມເດີນທາງພ້ອມກັບລັດຖະບານຫວຽດນາມ ໃນການຮັກສາພື້ນຖານການເຕີບໂຕເສດຖະກິດຍາວນານຂອງຫວຽດນາມ ແລະ ບັນດາປະເທດສະມາຊິກ ຍາມໃດກໍພ້ອມແລ້ວທີ່ຈະແບ່ງປັນບັນດາຂໍ້ສະເໜີແນະທີ່ດີ ເພື່ອຊ່ວຍຫຼຸດຜ່ອນການຂາດວັກຂາດຕອນໃນການເຄື່ອນໄຫວຜະລິດ, ດໍາເນີນທຸລະກິດ ຍ້ອນໂລກລະບາດໂຄວິດ - 19.
ໃນສະພາບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃນທົ່ວໂລກຄືປັດຈຸບັນ, ຈຸດສຸມຂອງວຽກງານປະຕິຮູບລະບຽບການບໍລິຫານ ແມ່ນຕ້ອງຫລຸດຜ່ອນບັນດາລະບຽບການທີ່ບໍ່ຈຳເປັນລົງ ກໍ່ຄືສືບຕໍ່ປະຕິບັດການຫັນປ່ຽນໄປສູ່ການກວດກາພາຍຫລັງຢ່າງແຮງ. ພິເສດ, ບັນດາລະບຽບການທີ່ກ່ຽວຂ້ອງເຖິງດ້ານເສດຖະກິດ, ການລົງທຶນ, ການຄ້າ ຈະໄດ້ຮັບຄວາມສະດວກຢ່າງສຸດຂີດ ເພື່ອໃຫ້ປະຊາຊົນ, ວິສາຫະກິດ ສຸມກຳລັງຜະລິດ, ດຳເນີນທຸລະກິດ ຫຼື ຫັນປ່ຽນທິດການຜະລິດ, ດຳເນີນທຸລະກິດຢ່າງທັນການ. ນີ້ໄດ້ຮັບຖືວ່າແມ່ນຄວາມຮຽກຮ້ອງຕ້ອງການຢ່າງຮີບດ່ວນທີ່ສຸດ ເມື່ອການຜະລິດ, ດຳເນີນທຸລະກິດປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ-19.
ບົນເນື້ອໃນຈິດໃຈນັ້ນ, ທ້າຍເດືອນ ມີນາ ຜ່ານມາ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຫລຸດຜ່ອນ, ຫັນເງື່ອນໄຂດຳເນີນທຸລະກິດເປັນງ່າຍດາຍໄດ້ກ່ວາ 200 ເງື່ອນໄຂ ເຊິ່ງສຸມໃສ່ໃນຂົງເຂດໄຟຟ້າ, ລົດໂອໂຕ, ນ້ຳມັນ ເຊື້ອໄຟ, ທາດເຄມີ, ເບຍ, ຢາສູບ, ສຸຂະອະນາໄມດ້ານສະບຽງອາຫານ…ໃນຂະນະນັ້ນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ກໍ່ກວດກາຄືນ, ຍົກເລີກບາງລະບຽບການບໍລິຫານ ເພື່ອສ້າງເງື່ອນໄຂດີກ່ວາອີກ ໃຫ້ແກ່ວິສາຫະກິດຜະລິດ, ດຳເນີນທຸລະກິດໃນຂົງເຂດກະສິກຳ.
| ວັນທີ 07 ເມສາ, ສະຫະພາບເອີຣົບ (ອີຢູ) ໄດ້ສະເໜີບ້ວງເງິນຈຳນວນ 15 ຕື້ ເອີໂຣ ເຊິ່ງເທົ່າກັບ 16,4 ຕື້ USD ເພື່ອຊ່ວຍບັນດາປະເທດທຸກຍາກໃນໂລກ ປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19.ທ່ານ Mario Centeno ປະທານກຸ່ມລັດຖະມົນຕີກະຊວງການເງິນບັນດາປະເທດນຳໃຊ້ສະກຸນເງິນ ເອີໂຣ (Eurozone) ໄດ້ຮຽກຮ້ອງໃຫ້ຜັນຂະຫຍາຍແຜນການໜູນຊ່ວຍຂະໜາດໃຫຍ່ໃນສະພາບການທີ່ບັນດາປະເທດສະມາຊິກຍັງມີການໂຕ້ຖຽງກັນກ່ຽວກັບບັນດາມາດຕະການຈຳເປັນເພື່ອຟື້ນຟູພື້ນຖານເສດຖະກິດທີ່ພວມຕົກເຂົ້າສູ່ສະພາບ “ຊຸດໂຊມ”. |
| ສະຫະລັດອາເມລິກາ ມີຄວາມກັງວົນກ່ຽວກັບເຫດການກໍາປັ່ນ ຈີນ ຕໍ່າກຳປັ່ນຫາປາຂອງຫວຽດນາມໃນທະເລຕາເວັນອອກ ຍສໝ - ສະຫະລັດອາເມລິກາ ໄດ້ສະແດງຄວາມວິຕົກກັງວົນຕໍ່ເລື່ອງກຳປັ່ນ ຈີນ ຕໍ່າກຳປັ່ນຫາປາຂອງຫວຽດນາມໃນທະເລຕາເວັນອອກ ແລະ ຮຽກຮ້ອງໃຫ້ ຈີນ ຕ້ອງສຸມໃສ່ຄວາມພະຍາຍາມໃນການຕ້ານໂລກລະບາດ Covid-19. |
| ຊອກຫາວິທີໜູນຊ່ວຍພົນລະເມືອງຫວຽດນາມ 5 ຄົນທີ່ພວມຖືກຕິດຄ້າງຢູ່ໄທ ຍສໝ - ສະຖານທູດຫວຽດນາມປະຈຳ ໄທ ກຳລັງປະສານສົມທົບ ຢ່າງ ແໜ້ນແຟ້ນ ກັບ ອຳນາດການປົກຄອງຫວຽດນາມ ແລະ ປະເທດປະຈໍາຖິ່ນ ເພື່ອບັນລຸເປົ້າໝາຍສູງສຸດແມ່ນໜູນຊ່ວຍຈຳນວນພົນລະເມືອງດັ່ງກ່າວກັບເມືອປະເທດ. |
| ຮຽກຮ້ອງໃຫ້ຈີນຊົດເຊີຍບັນດາຄວາມເສຍຫາຍຂອງຊາວປະມົງຫວຽດນາມຢ່າງສົມເຫດສົມຜົນ ຍສໝ - ທ່ານນາງເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມໃຫ້ຮູ້ວ່າ: ເຮືອຫາປາໝາຍເລກ QNg 90617 TS ແລະ ຊາວປະມົງຫວຽດນາມພວມເຄື່ອນໄຫວເປັນປົກກະຕິຢູ່ເຂດທະເລຂຶ້ນກັບໝູ່ເກາະຮ່ວາງຊາຂອງຫວຽດນາມ ຖືກກ່ຳປັ່ນຕຳຫຼວດທະເລຈີນກີດຂວາງແລະຕຳໃສ່ໃຫ້ຈົມນ້ຳ. |
ໄຊພອນ
