ມີເຂົ້າຈີ່ກວ່າ 1.000 ກ້ອນຂອງຫວຽດນາມ ມອບໃຫ້ບັນດາທ່ານໝໍພວມເຮັດວຽກງານປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19 ຢູ່ອິນໂດເນເຊຍ

18:51 | 30/03/2020

ຍສໝ - ມີເຂົ້າຈີ່ກວ່າ 1.000 ກ້ອນຂອງຫວຽດນາມ ໃນລາຍການ “ຄວາມຮັກຂອງພວກຂ້າພະເຈົ້າທີ່ສະຫງວນໃຫ້ພວກເພື່ອນ” ໂດຍບໍລິສັດ Yeu Saigon Group ຢູ່ຈາກາຕາ, ປະເທດອິນໂດເນເຊຍ, ໄດ້ຖືກສົ່ງໄປຍັງບັນດາໂຮງໝໍທີ່ໄດ້ຮັບໜ້າທີ່ປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19 ຢູ່ຈາກາຕາ.

ມີເຂົ້າຈີ່ກວ່າ 1.000 ກ້ອນຂອງຫວຽດນາມ  ມອບໃຫ້ບັນດາທ່ານໝໍພວມເຮັດວຽກງານປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19 ຢູ່ອິນໂດເນເຊຍ

ມອບເຂົ້າຈີ່ຫວຽດນາມ ໃຫ້ບັນດາໂຮງໝໍທີ່ໄດ້ຮັບໜ້າທີ່ປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19 ຢູ່ຈາກາຕາ.(ພາບ:vovworld.vn)

ມີເຂົ້າຈີ່ກວ່າ 1.000 ກ້ອນຂອງຫວຽດນາມ ໃນລາຍການ “ຄວາມຮັກຂອງພວກຂ້າພະເຈົ້າທີ່ສະຫງວນໃຫ້ພວກເພື່ອນ” ໂດຍບໍລິສັດ Yeu Saigon Group ຢູ່ຈາກາຕາ, ປະເທດອິນໂດເນເຊຍ, ໄດ້ຖືກສົ່ງໄປຍັງບັນດາໂຮງໝໍທີ່ໄດ້ຮັບໜ້າທີ່ປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19 ຢູ່ຈາກາຕາ, ເພື່ອມອບໃຫ້ຖັນແຖວແພດໝໍ, ບັນດາຜູ້ຢູ່ແນວໜ້າໃນການຕໍ່ສູ້ຕ້ານໂລກລະບາດທົ່ວປະເທດຢູ່ອິນໂດເນເຊຍ.

ຕາມການສະຖິຕິຂອງເວັບໄຊ Worldometers ແລ້ວ, ໄລ່ຮອດ 16 ໂມງ 30 ນາທີຂອງວັນທີ 30 ມີນາ(ຕາມເວລາ ຫວຽດນາມ) ຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ໃນໂລກໄດ້ເພີ່ມຂຶ້ນເຖິງ 725.000 ຄົນ, ໃນນັ້ນຍອດຈຳນວນຜູ້ເສຍຊີວິດ ແມ່ນຫຼາຍກວ່າ 34.000 ຄົນ. ໂລກລະບາດພວມແຜ່ລາມເຖິງ 203 ປະເທດ ແລະ ເຂດແຄ້ວນໃນໂລກ.

ປັດຈຸບັນ ອາເມລິກາ ແມ່ນປະເທດມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍທີ່ສຸດ ເມື່ອປະເທດນີ້ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid - 19 ແມ່ນ 142.000 ຄົນ ໃນນັ້ນມີຜູ້ເສຍຊີວິດ 2.500 ຄົນ. ຖັດຈາກນັ້ນແມ່ນ ອີຕາລີ, ຈີນ ແລະ ແອັດສະປາຍ ດ້ວຍຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 97.689 ຄົນ, 81.439 ຄົນ, 80.110 ຄົນ ຕາມລຳດັບ.

(ໄຊພອນ)

ເຫດການ
302 Found

Found

The document has moved here.