ຕຳຫຼວດ ແຂວງຮ່າຢາງ ມອບຜ້າບັງປາກ 5000 ໂຕ ໃຫ້ຕຳຫຼວດ ແຂວງເວີນນາມ ສປ.ຈີນ.

17:47 | 21/03/2020

ຍສໝ - ໃນຕອນແລງວັນທີ 15 ມີນາ, ທີ່ຫຼັກໝາຍ 456 ຂຶ້ນກັບຂອບເຂດບ້ານເຖື້ອງຟຸງ, ເມືອງແມ່ວວາກ. ຄະນະຕຳຫຼວດ 2 ເມືອງແມ່ວວາກ ແລະ ດົງວັນ ແຂວງຮ່າຢາງ ໄດ້ມອບຜ້າບັງປາກ 5000 ໂຕ ໃຫ້ກົມຕຳຫຼວດ ເມືອງຟູ໋ນີງ ແຂວງເວີນນາມ, ສປ.ຈີນ.

ໃນຕອນແລງວັນທີ 15 ມີນາ, ທີ່ຫຼັກໝາຍ 456, ບັນດາຜູ້ນຳຕຳຫຼວດ ເມືອງແມ່ວວາກ ໄດ້ສົ່ງຄວາມແບ່ງປັນນຳບັນດາຄວາມຫຍຸ້ງຍາກຂອງ ສປ.ຈີນ ໂດຍທົ່ວໄປ ແລະ ເມືອງຟູ໋ນີງໂດຍສະເພາະ, ໃນວຽກງານປ້ອງກັນ ແລະ ຕ້ານເຊື້ອພະຍາດ ໂຄວິດ - 19. ບັນດາຜູ້ນຳຕຳຫຼວດ 3 ເມືອງຫວັງວ່າ 3 ຝ່າຍຈະສົມທົບກັນຢ່າງຕັ້ງໜ້າໃນການໂຄສະນາເຖິງປະຊາຊົນຂອງ 3 ເມືອງຊາຍແດນ ແມ່ວວາກ, ດົງວັນ, ຟູ໋ນີງ ທີ່ຈະໄດ້ຮັບຮູ້ບັນດາວິທີການປ້ອງກັນ ແລະ ຕ້ານ ເຊື້ອພະຍາດ, ຮັກສາສຸຂະພາບໃຫ້ຕົນເອງ ແລະ ປະຊາຄົມ. ພ້ອມກັນນັ້ນ, ສົມທົບໃນການຮັກສາບັນດາປ້ອມຕາມເສັ້ນຊາຍແດນ ເພື່ອສືບຕໍ່ສະກັດກັ້ນ ແລະ ຈັດການຢ່າງເຂັ້ມງວດ ບັນດາກໍລະນີທີ່ເຂົ້າເມືອງຜິດກົດໝາຍ. ນີ້ແມ່ນກິດຈະການທີ່ມີຄວາມໝາຍ, ເພີ່ມທະວີຄວາມສາມັກຄີ ລະຫວ່າງປະຊາຊົນ 3 ເມືອງແມ່ວວາກ, ດົງວັນ, ຟູ໋ນີງ - ເວີນນາມ ຈີນ.

ຕຳຫຼວດ ແຂວງຮ່າຢາງ ມອບຜ້າບັງປາກ 5000 ໂຕ ໃຫ້ຕຳຫຼວດ ແຂວງເວີນນາມ ສປ.ຈີນ.

ຕຳຫຼວດ ແຂວງຮ່າຢາງ ມອບ 5000 ຜ້າບັງປາກໃຫ້ຕຳຫຼວດ ແຂວງເວີນນາມ ສສ.ຈີນ. (ພາບ: baohagiang)

ແຕ່ກ່ອນນີ້, ຢູ່ເຂດຫຼັກໝາຍ 358, ຄາຍທະຫານປ້ອງກັນຊາຍແດນ ແບກດິກ, ທະຫານປ້ອງກັນຊາຍແດນ ຮ່າຢາງ ໄດ້ມອບຜ້າບັງປາກ 1000 ໂຕໃຫ້ ພະນັກງານ,ນັກຮົບປັກ ເຢືອງວ້ານ (ເວິນນາມ,ຈີນ). ກິດຈະການນີ້ປະກອບສ່ວນເພີ່ມທະວີຄວາມສາມັກຄີມີດຕະພາບ ແລະ ຮ່ວມມືລະຫວ່າງກຳລັງປ້ອງກັນຊາຍແດນສອງຝ່າຍ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.