ນັກຮຽນໃນໂລກ ຫລາຍກວ່າ 500 ລ້ານຄົນ ຕ້ອງໂຈະການຮຽນ ເນື່ອງຈາກ ພວມຜະເຊີນກັບ ໂລກລະບາດໂຄວິດ-19

06:07 | 19/03/2020

ຍສໝ - ວັນທີ 16 ມີນາ, ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງສະຫະ ປະຊາຊາດ ໃຫ້ຮູ້ວ່າ ມີ 56 ປະເທດໃນທົ່ວໂລກ ຕ້ອງປິດການຮຽນ ການ ສອນໃນ ໂຮງຮຽນ ເນື່ອງຈາກ ພວມຜະເຊີນກັບເຊື້ອໄວຣັດ ລະບົບ ທາງເດີນ ຫາຍໃຈ ສາຍພັນໃໝ່ ຫລື COVID-19 ໄດ້ສົ່ງຜົນກະທົບ ເຖິງນັກຮຽນ 516 ລ້ານຄົນ.

ນັກຮຽນໃນໂລກ ຫລາຍກວ່າ 500 ລ້ານຄົນ ຕ້ອງໂຈະການຮຽນ  ເນື່ອງຈາກ ພວມຜະເຊີນກັບ ໂລກລະບາດໂຄວິດ-19

ນັກຮຽນໃນໂລກ ຫລາຍກວ່າ 500 ລ້ານຄົນ ຕ້ອງໂຈະການຮຽນ ເນື່ອງຈາກ ພວມຜະເຊີນກັບ ໂລກລະບາດໂຄວິດ-19.(ພາບປະກອບ: vnews.gov.vn)

ຕົວເລກນີ້ ໄດ້ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ເມື່ອທຽບໃສ່ ຕົວເລກສະຖິຕິ ທ່ີປະກາດ ເມື່ອອາທິດຜ່ານມາ ພຽງແຕ່ 15 ປະເທດຕ້ອງ ປິດໂຮງຮຽນທັງໝົດ ແລະ ມີ14 ປະເທດ ໄດ້ປິດໂຮງຮຽນ ໃນບາງພຶ້ນທ່ີ ຂອງປະເທດ ສົ່ງຜົນກະທົບ ເຖິງນັກຮຽນ 363 ຄົນ. ທ່ານນາງສະເຕຟານີ ຜູ້ຊ່ວຍອຳນວຍການໃຫຍ່ ຂອງ UNESCO ຝ່າຍ ການສຶກສາ ໄດ້ເນັ້ນໜັກວ່າ ໂລກພວມຜະເຊີນກັບ ສະພາບການ ທ່ີບໍ່ທຳມະດາ ສົ່ງຜົນກະທົບເຖິງ ປະ ເທດຕ່າງໆ ຈາກບັນຫາດຽວກັນ ທ່ີເກິດຂຶ້ນ ໃນເວລາດຽວກັນ.

ໄລ່ຮອດວັນທີ 17 ມີນາ, ທົ່ວໂລກໄດ້ມີ 185.000 ຄົນຕິດເຊື້ອໄວຣັດSARS-CoV-2, ໃນນັ້ນມີຜູ້ເສຍຊີວິດເກືອບ 7.500 ຄົນ. ເອີລົບແມ່ນເຂດໃຈກາງແຫ່ງໃໝ່ຂອງໂລກເກີດໂລກລະບາດ ໂຄວິດ-19 ຮ້າຍແຮງທີ່ສຸດ, ເມື່ອໂລກລະບາດນີ້ໄດ້ແຜ່ລະບາດໄປທົ່ວເອີລົບດ້ວຍເລື່ອງ Montenegroມີກໍລະນີຕິດເຊື້ອໄວຣັດSARS-CoV-2 ຄົນທຳອິດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.