ງານວາງສະແດງກ່ຽວກັບສາທາລະນະສຸກສາກົນຫວຽດນາມ- Pharmed & Healthcare Vietnam 2020 ຈະຈັດຕັ້ງໃນລະຫວ່າງວັນທີ 16-19 ກັນຍາ 2020

11:27 | 17/03/2020

ຍສໝ - ງານວາງສະແດງປີນີ້ຈະມີ 700 ຮ້ານວາງສະແດງຂອງກວ່າ 500 ວິສາຫະກິດທີ່ມາຈາກ 25 ປະເທດ ແລະເຂດແຄວ້ນໃນຂົງເຂດການຢາ ແລະອຸປະກອນການແພດ, ຄື: ເຢຍລະມັນ, ອາເມລິກາ, ຈີນ...

ງານວາງສະແດງກ່ຽວກັບສາທາລະນະສຸກສາກົນຫວຽດນາມ- Pharmed & Healthcare Vietnam 2020 ຈະຈັດຕັ້ງໃນລະຫວ່າງວັນທີ 16-19 ກັນຍາ 2020

ງານວາງສະແດງກ່ຽວກັບສາທາລະນະສຸກສາກົນຫວຽດນາມ- Pharmed & Healthcare Vietnam 2020 ຈະຈັດຕັ້ງໃນລະຫວ່າງວັນທີ 16-19 ກັນຍາ 2020.(ພາບ: baoquocte.vn)

ງານວາງສະແດງສາທາລະນະສຸກສາກົນໄດ້ເຮັດໃຫ້ປະຊາຄົມວິສາຫະກິດທັງພາຍໃນ ແລະ ສາກົນ, ບັນດານັກວິຊາສະເພາະ, ປະຊາຊົນຈໍານວນຫຼວງຫຼາຍຮັບຮູ້ຂໍ້ມູນຂ່າວສານ, ມີຄວາມຮູ້ທີ່ເປັນປະໂຫຍດ. ງານວາງສະແດງປີນີ້ຈະມີ 700 ຮ້ານວາງສະແດງຂອງກວ່າ 500 ວິສາຫະກິດທີ່ມາຈາກ 25 ປະເທດ ແລະເຂດແຄວ້ນໃນຂົງເຂດການຢາ ແລະອຸປະກອນການແພດ, ຄື: ເຢຍລະມັນ, ອາເມລິກາ, ຈີນ... ງານວາງສະແດງຄາດຄະເນວ່າຈະດຶງດູດໄດ້ຫຼາຍກວ່າ 15.000 ເທື່ອຄົນໄປຢ້ຽມຊົມ ແລະພົວພັນແລກປ່ຽນຊື້-ຂາຍ. ລາຍການໄດ້ສ້າງກາລະໂອກາດດຶງດູດໃຫ້ແກ່ບັນດາຝ່າຍວິສາຫະກິດສາມາດແລກປ່ຽນໂດຍກົງ, ຊອກຮູ້ຢ່າງລະອຽດເພື່ອຊື້ສິນຄ້າ ຫຼື ຮ່ວມມືການຄ້າ, ພ້ອມກັນນໍາຜະລິດຕະພັນທີ່ມີຄວາມສາມາດບົ່ມຊ້ອນແຊກແຊງເຂົ້າຕະຫຼາດ ຫຼື ພັດທະນາຊ່ອງທາງຈໍາໜ່າຍຢູ່ບັນດາຕະຫຼາດທັງພາຍໃນ ແລະຕ່າງປະເທດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.