ສັນຍາການຄ້າເສລີ ຫວຽດນາມ - ອີຢູ: ມາດ​ຕະການສໍາຄັນ ​ເພື່ອ​ບັນລຸ​ໄດ້​ບັນດາ​ຄາດໝາຍການ​ເຕີບ​ໂຕ

16:57 | 06/03/2020

ຍສໝ - ວັນທີ 12 ມີນາ ຈະມາເຖິງ, ທາງຝ່າຍ ອີຢູ ຈະສໍາເລັດບັນດາລະບຽບການຢູ່ສະພາເອີຣົບ, ກຽມພ້ອມໃຫ້ແກ່ຂັ້ນຕອນຈັດຕັ້ງປະຕິບັດ. ອີຢູ ໄດ້ເປັນເຈົ້າການສ້າງຮ່າງເອກະສານສະບັບຕ່າງໆ ກ່ອນຈະຍື່ນສະເໜີຕໍ່ ລັດຖະສະພາເອີຣົບ. ສະນັ້ນ ອາດຈະສາມາດປະຕິບັດສັນຍາສະບັບນີ້ໄດ້ເລີຍ.

ສັນຍາການຄ້າເສລີ ຫວຽດນາມ - ອີຢູ: ມາດ​ຕະການສໍາຄັນ ​ເພື່ອ​ບັນລຸ​ໄດ້​ບັນດາ​ຄາດໝາຍການ​ເຕີບ​ໂຕ

ພາບປະກອບ

ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ແມ່ນມີຄວາມໝາຍສໍາຄັນ, ແມ່ນບາດກ້າວໃໝ່ໃນວິວັດທະນາການແຫ່ງການເຊື່ອມໂຍງຂອງຫວຽດນາມ ແລະ ແມ່ນມາດຕະການສໍາຄັນ ເພື່ອບັນລຸໄດ້ບັນດາຄາດໝາຍເຕີບໂຕຂອງຂະແໜງອຸດສາຫະກໍາ ແລະ ການຄ້າໃນສະພາບການ ໂລກ ພວມມີການຜັນແປບໍ່ສະດວກ. ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ເຈິ່ນຕ໊ວນແອັງ ຢັ້ງຢືນວ່າ ທີ່ການເຮັດວຽກໃນວັນທີ 04 ມີນາ ກັບການນໍາຫົວໜ່ວຍທີ່ກ່ຽວຂ້ອງ ກ່ຽວກັບວຽກງານການກະກຽມປະຕິບັດສັນຍາ EVFTA ເມື່ອມີຜົນສັກສິດຢ່າງເປັນທາງການ (ເຊິ່ງຄາດວ່າຈະມີຜົນສັກສິດໃນເດືອນກໍລະກົດຈະມາເຖິງ).

ທ່ານ ຫງວຽນໂດແອັງຕວນ, ຫົວໜ້າກົມຮ່ວມມືສາກົນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ຕີລາຄາວ່າ EU ແມ່ນຕະຫຼາດໃຫຍ່ ດ້ວຍ GDP ຢືນຢູ່ອັນດັບທີ 4 ໃນໂລກ ແລະ ທຸກໆປີ ການນຳເຂົ້າຜະລິດຕະພັນກະເສດແມ່ນປະມານ 150 ຕື້ USD. ປັດຈຸບັນ, ຂະແໜງກະສິກຳ ຫວຽດນາມ ສົ່ງອອກທົ່ວໂລກຫາກໍ່ບັນລຸໄດ້ກ່ວາ 40 ຕື້ USD, ສົ່ງອອກໄປຍັງ EU ຫາກໍ່ບັນລຸໄດ້ປະມານ ກ່ວາ 5 ຕື້ USD. ພາຍຫຼັງ EVFTA ມີຜົນສັກສິດ, EU ແມ່ນກໍລະນີທຳອິດທີ່ຫຼຸດອັດຕາພາສີໃຫ້ແກ່ສິນຄ້າປຸງແຕ່ງຜະລິດຕະພັນກະເສດຂອງ ຫວຽດນາມ.

ຕາມທ່ານ ບູ່ຍແທງເຊີນ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມແລ້ວ, ເພື່ອໃຫ້ EVFTA ໄດ້ຮັບການຜັນຂະຫຍາຍໂດຍໄວ, ບັນດາອົງການກ່ຽວຂ້ອງຄວນສຳເລັດບັນດາລະບຽບການທີ່ຈຳເປັນເພື່ອຍື່ນສະເຫນີຕໍ່ສະພາແຫ່ງຊາດພິຈາລະນາໃຫ້ສັດຕະຍາບັນສັນຍາສອງສະບັບດັ່ງກ່າວ. ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນຕ່າງໆ ແລະ ວິສາຫະກິດ ຄວນຮີບເຮັ່ງສ້າງແຜນການຜັນຂະຫຍາຍສັນຍາ, ໂຄສະນາ, ເຜີຍແຜ່ບັນດາຄຳໝັ້ນສັນຍາ, ກຳແຫນ້ນບັນດາຂໍ້ກຳນົດໃຫມ່ເພື່ອສາມາດຍາດແຍ່ງບັນດາກາລະໂອກາດໃຫ້ດີ ພ້ອມທັງປັບຕົວໃຫ້ແທດເໝາະກັບບັນດາສິ່ງທ້າທາຍອາດຈະເກີດຂຶ້ນເມື່ອປະຕິບັດບັນດາສັນຍາ. ປະຈຸບັນ ບັນດາກະຊວງ, ຂະແຫນງການຂອງຫວຽດນາມ ພວມຕັ້ງຫນ້າກະກຽມຄວາມພ້ອມເມື່ອສັນຍາ EVFTA ມີຜົນສັກສິດ ຈະນຳເຂົ້າປະຕິບັດໃນຊີວິດໂດຍໄວ.

ເພື່ອເຊື່ອມໂຍງ EVFTA ສຳເລັດຜົນ, ວິສາຫະກິດ ຫວຽດນາມ ຕ້ອງມີພື້ນຖານກຳລັງຄວາມສາມາດແກ້ງແຍ້ງແບບຍືນຍົງ. ສະນັ້ນ ວິສາຫະກິດ ຄວນມານະພະຍາຍາມຍົກສູງພື້ນຖານກຳລັງຄວາມສາມາດແກ້ງແຍ້ງຂອງຕົນກ່ຽວກັບຮູບແບບການດຳເນີນທຸລະກິດ, ກ່ຽວກັບຍຸດທະສາດ, ການຄຸ້ມຄອງ, ຊັບພະຍາກອນມະນຸດ, ຄຸນນະພາບສິນຄ້າ ແລະ ການບໍລິການຕາມມາດຖານຂອງເອີລົບ.. ພ້ອມກັນນັ້ນ ຊອກຮູ້ກ່ຽວກັບບັນດາສັນຍາ, ສິ່ງທ້າທາຍ, ກາລະໂອກາດກ່ຽວຂ້ອງເຖິງຂະແຫນງ ແລະ ຂົງເຂດຂອງຕົນເພື່ອກຳນົດຍຸດທະສາດດຳເນີນທຸລະກິດຄືນໃຫມ່ ພ້ອມກັນນັ້ນ ແມ່ນສ້າງໂຄງປະກອບບັນດາຕະຫລາດ, ຄູ່ຄ້າ, ແຫລ່ງສະຫນອງຄືນໃຫມ່ ເພື່ອຍາດແຍ່ງບັນດາກາລະໂອກາດຊື່ງບັນດາສັນຍານຳມາໃຫ້.

(ໄຊພອນ)

ເຫດການ
302 Found

Found

The document has moved here.